leftcenterrightdel
ຄະນະປະຕິບັດງານ ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງບັ໊ກນີງ. ພາບ: ຮົ່ງແທັ້ງ.

ຄະນະປະຕິບັດງານໄດ້ມອບຂອງຂວັນລວມມີ: ເຄື່ອງຕອງນໍ້າ 20 ເຄື່ອງ, ພັດລົມ 160 ໜ່ວຍ, ຜ້າອັດປາກ-ດັງ 19.500 ອັນ, ຖົງມືແພດ 2.000 ຄູ່, ຊຸດປ້ອງກັນພະຍາດ 1.200 ຊຸດ, ເຈວລ້າງມືຂ້າເຊື້ອ 100 ຂວດ, ໝີ່ສຳເລັດຮູບ 500 ແກັດ... ລວມຍອດມູນຄ່າເກືອບ 1 ຕື້ດົ່ງ. ໂອກາດນີ້, ພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມໃນທົ່ວກອງທັບໄດ້ຝາກ 100.000 ຂໍ້ຄວາມ, ດ້ວຍຍອດມູນຄ່າກວ່າ 1 ຕື້ດົ່ງ ເພື່ອສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ຄະນະປະຕິບັດງານ ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງບັ໊ກຢາງ. ພາບ: ຮົ່ງແທັ້ງ.

ຢູ່ທະຫານເຂດ 7, ຄະນະຊາວໜຸ່ມພ້ອມກັບກຳມະບານ, ແມ່ຍິງທະຫານເຂດ ໄດ້ປຸກລະດົມ, ບໍລິຈາກ, ສະໜັບສະໜູນອຸປະກອນການແພດ, ເຄື່ອງໃຊ້ທີ່ຈຳເປັນ... ດ້ວຍຍອດມູນຄ່າເກືອບ 2,5 ຕື້ດົ່ງ. ຈໍານວນຂອງຂວັນດັ່ງກ່າວຈະມອບໃຫ້ກໍາລັງປະຕິບັດໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນບໍລິເວນທະຫານເຂດ.

ໂດຍ: ເຈິ່ນຮວ່ຽນ