ທີ່ການພົບປະ, ຄະນະຈັດຕັ້ງໄດ້ປະກາດກະຕິກາການເສັງ “ຊອກຮູ້ກ່ຽວກັບງານແຂ່ງຂັນກິລາການທະຫານສາກົນ-Army Games”. ຕາມນັ້ນແລ້ວ, ການເສັງເລີ່ມແຕ່ວັນທີ 6 ພຶດສະພາ ແລະສິ້ນສຸດໃນວັນທີ 8 ສິງຫາ 2021 ຕາມຮູບການປະລະໄນສົມທົບກັບການຄາດເດົາຈຳນວນຄົນມີຄຳຕອບຖືກທາງໜັງສືພິມກອງທັບປະຊາຊົນລາຍວັນ. ເປົ້າໝາຍເຂົ້າຮ່ວມແມ່ນເພື່ອນຜູ້ອ່ານພາຍໃນ ແລະນອກກອງທັບ, ບໍ່ຈຳກັດເກນອາຍຸ, ອາຊີບ. ຜູ້ເສັງນຳໃຊ້ໃບຄຳຖາມ (ຕັດເອົາໃນໜັງສືພິມກອງທັບປະຊາຊົນລາຍວັນ ຫຼື ກອບປີ) ແລະຕອບໂດຍກົງຢູ່ໃບຄຳຖາມແລ້ວສົ່ງເຖິງສຳນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ຜ່ານທາງໄປສະນີ. ຂໍ້ມູນລະອຽດກ່ຽວກັບກະຕິກາການເສັງແມ່ນລົງໃນໜັງສືພິມກອງທັບປະຊາຊົນເອເລກໂຕນິກ ດ້ວຍເວັບໄຊ http://qdnd.vn.

leftcenterrightdel
ທ່ານພັນເອກພິເສດ ເລງອັກລອງ, ຮອງຫົວໜ້າບັນນາທິການໜັງສຶພິມກອງທັບປະຊາຊົນ, ຮອງຫົວໜ້າຄະນະຈັດຕັ້ງການເສັງ “ຊອກຮູ້ກ່ຽວກັບງານແຂ່ງຂັນກິລາການທະຫານສາກົນ-Army Games” ກ່າວຄຳເຫັນທີ່ການພົບປະສື່ມວນຊົນ. ພາບ: qdnd.vn.

ກ່າວຄຳເຫັນທີ່ການພົບປະ, ທ່ານພັນເອກພິເສດ ຟ້າມແມັ້ງຖັ໊ງ ເນັ້ນໜັກວ່າ ການເສັງໂດຍໜັງສືພິມກອງທັບປະຊາຊົນ ສົມທົບກັບກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດຈັດຕັ້ງ ເພື່ອແນໃສ່ໂຄສະນາກ່ຽວກັບ Army Games ຜ່ານການແຂ່ງຂັນຄັ້ງຕ່າງໆດ້ວຍຈຸດປະສົງແມ່ນເພີ່ມທະວີການຮ່ວມມືດ້ານການທະຫານສາກົນລະຫວ່າງບັນດາປະເທດ, ປະກອບສ່ວນພັດທະນາການພົວພັນດ້ານປ້ອງກັນຊາດທີ່ໄວ້ເນື້ອເຊື່ອໃຈ. ພ້ອມທັງເຊີດຊູບັນດາຜົນງານຂອງກອງທັບປະຊາຊົນຫວຽດນາມ ທີ່ການແຂ່ງຂັນກິລາການທະຫານຄັ້ງຕ່າງໆ, ຈາກນັ້ນປະກອບສ່ວນຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ ກໍ່ຄືປັບປຸງການພົວພັນມິດຕະພາບລະຫວ່າງຫວຽດນາມ ກັບປະເທດຕ່າງໆໃນໂລກ. ປີ 2021, ນອກຈາກເຂົ້າຮ່ວມຫຼາຍລາຍການ, ຫວຽດນາມ ພວມຕ້ັງໜ້າກະກຽມເພື່ອກາຍເປັນໜຶ່ງໃນບັນດາປະເທດເຈົ້າພາບຈັດຕັ້ງລາຍການແຂ່ງຂັນຈຳນວນໜຶ່ງຂອງງານແຂ່ງຂັນກິລາການທະຫານສາກົນ.

ໂດຍ: ສົມເພັດ