leftcenterrightdel
ບັນຍາກາດທີ່ກອງປະຊຸມມອບຮັບໜ້າທີ່. ພາບ: ວັນຈ້ຽນ.

ຕໍ່ໜ້າສະພາບພະຍາດໂຄວິດ-19 ຢູ່ ລາວ ກໍາລັງຜັນແປຢ່າງສັບສົນ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງມອບວັດຖຸອຸປະກອນການແພດຈຳນວນໜຶ່ງໃຫ້ກອງທັບປະຊາຊົນລາວ ແລະມອບໜ້າທີ່ໃຫ້ກົມໃຫຍ່ພະລາທິການ ຈັດຕັ້ງຄະນະຊ່ຽວຊານແພດທະຫານ ໄປຊ່ວຍເຫຼືອກອງທັບປະຊາຊົນລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19. ໂດຍປະຕິບັດຕາມຄໍາຊີ້ນໍາຂອງຂັ້ນເທິງ, ກົມໃຫຍ່ພະລາທິການ ໄດ້ສ້າງຕັ້ງຄະນະຊ່ຽວຊານແພດທະຫານ ລວມມີ 4 ສະຫາຍ, ນໍາໂດຍທ່ານພັນເອກພິເສດ, ຮສຈ.ປອ ເລວັນດົງ, ຫົວໜ້າສະຖາບັນແພດສາດສໍາຮອງກອງທັບ (ກົມເສນາຮັກ) ເປັນຫົວໜ້າ. ໃນໄລຍະເວລາ 12 ມື້, ຄະນະຊ່ຽວຊານແພດທະຫານ ມີໜ້າທີ່ຊ່ວຍເຫຼືອແພດທະຫານລາວ ປະຕິບັດມາດຕະການຕ່າງໆ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19; ໜູນຊ່ວຍວຽກງານບົ່ງມະຕິ, ວິໄຈ, ປິ່ນປົວໃຫ້ຄົນຕິດເຊື້ອພະຍາດໂຄວິດ-19 ແລະບັນດາມາດຕະການກໍາຈັດສຸຂະອະນາໄມສິ່ງແວດລ້ອມ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຮຸ່ງຖັ໋ງ ມອບໜ້າທີ່ໃຫ້ຄະນະຊ່ຽວຊານແພດທະຫານຫວຽດນາມ. ພາບ: ວັນຈ້ຽນ.

ກ່າວຄໍາເຫັນທີ່ການມອບຮັບໜ້າທີ່, ທ່ານພົນຈັດຕະວາ ຫງວຽນຮຸ່ງຖັ໋ງ, ຮອງຫົວໜ້າ, ທັງເປັນຫົວໜ້າເສນາທິການກົມໃຫຍ່ພະລາທິການ ຮຽກຮ້ອງໃຫ້ຄະນະຊ່ຽວຊານແພດທະຫານ ຕ້ອງຍົກສູງຄວາມຮັບຜິດຊອບ, ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຖ່າຍທອດບົດຮຽນ, ແນະນໍາແພດທະຫານເພື່ອນບ້ານບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19. ໃນວິວັດການຜັນຂະຫຍາຍໜ້າທີ່, ຕ້ອງເຄົາລົບຂໍ້ກໍານົດ, ຫຼັກການກ່ຽວກັບການພົວພັນຕ່າງປະເທດ, ເປັນເຈົ້າການຮັບປະກັນຄວາມສະຫງົບປອດໄພໃນທຸກດ້ານ. ພາຍຫຼັງປະຕິບັດສໍາເລັດໜ້າທີ່, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19, ປະຕິບັດຕາມຂໍ້ກໍານົດກ່ຽວກັບການແຍກປ່ຽວຂອງກະຊວງສາທາລະນະສຸກ.

ໂດຍ: ໄຊຊະນະ