leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ເຂົ້າຮ່ວມກອງປະຊຸມ. ພາບ: ຮວ່າງຫວູ.

ເຂົ້າຮ່ວມກອງປະຊຸມມີຫົວໜ້າ ADSOM+WG ບັນດາປະເທດອາຊຽນ ແລະຄູ່ຮ່ວມມື (ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ) ພ້ອມກັບຜູ້ຕາງໜ້າກອງເລຂາອາຊຽນ. ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າ ADSOM+WG ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກຢູ່ຮ່າໂນ້ຍ. ພາບ: ຮວ່າງຫວູ.
leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກ ADSOM+ WG. ພາບ: ຮວ່າງຫວູ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການອັບເດດກ່ຽວກັບການເຄື່ອນໄຫວຈາກບັນດາປະເທດທີ່ເປັນປະທານຮ່ວມກຸ່ມນັກຊ່ຽວຊານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ກ່ຽວກັບການໜູນຊ່ວຍມະນຸດສະທໍາ ແລະກູ້ຊ່ວຍໄພພິບັດ, ຄວາມໝັ້ນຄົງທາງທະເລ, ເສນາຮັກ, ຕ້ານການກໍ່ການຮ້າຍ, ການຮັກສາສັນຕິພາບ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ. ບັນດາຜູ້ແທນ ກໍໄດ້ປຶກສາຫາລືກ່ຽວກັບຮ່າງຖະແຫຼງການຮ່ວມຂອງກອງປະຊຸມ ADMM+ ຄັ້ງທີ 8 ຈະມາເຖິງ; ເຫັນດີເປັນເອກະພາບຕໍ່ການກໍານົດເວລາ, ໂຄງການດໍາເນີນງານຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ເປີດກວ້າງ (ADSOM+) ແລະກອງປະຊຸມ ADMM+ ຄັ້ງທີ 8. ທີ່ກອງປະຊຸມ, ຝ່າຍ ບຣູໄນ ກໍອັບເດດຕາຕະລາງຄາດຄະເນກ່ຽວກັບການເຄື່ອນໄຫວຕ່າງໆ, ກອງປະຊຸມທີ່ກ່່ຽວຂ້ອງໃນຂອບເຂດ ADMM+ ໃນປີ 2021.

ໂດຍ: ໄຊຊະນະ