ກ່າວຄໍາເຫັນຊີ້ນໍາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເອົາໃຈໃສ່, ແບ່ງປັນກັບຄວາມຫຍຸ້ງຍາກຂອງບັນດາພະນັກງານ, ນາຍທະຫານ ທີ່ກໍາລັງປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານ; ສະເໜີບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ຈົ່ງເອົາໃຈໃສ່ກວ່າອີກເຖິງບັນດາລະບອບ, ນະໂຍບາຍທີ່ສະຫງວນໃຫ້ແກ່ບັນດາພະນັກງານ, ນາຍທະຫານ, ນັກຮົບເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ໂດຍສະເພາະແມ່ນນາຍທະຫານຍິງ, ພ້ອມທັງເອົາໃຈໃສ່ປະຕິບັດວຽກງານແນວຫຼັງກອງທັບໃຫ້ເປັນຢ່າງດີ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງບັນດາກົມກອງຕ້ອງເປັນເຈົ້າການໃນການຜັນຂະຫຍາຍປະຕິບັດບັນດາໜ້າທີ່ປົກກະຕິກວ່າອີກ ແລະພ້ອມແລ້ວທີ່ຈະປະຕິບັດໜ້າທີ່ຮີບດ່ວນຕາມໂຄງການ, ແຜນຮ່າງສັງລວມກ່ຽວກັບກອງທັບເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ; ຕ້ອງຊຸກຍູ້ບັນດາໜ້າທີ່ໃນປີ 2020, ລະອຽດແມ່ນວຽກງານກະກຽມທຸກດ້ານເພື່ອຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄປປ່ຽນແທນໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຕາມແຜນການ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກ. ພາບ: ໝີ້ແຮ້ງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີໄດ້ຮຽກຮ້ອງໃຫ້ກົມຮັກສາສັນຕິພາບຫວຽດນາມ ສົມທົບກັບກົມເສນາຮັກ ຊຸກຍູ້ບັນດາຂັ້ນຕອນເພື່ອປະຕິບັດຂໍ້ສະເໜີຫວຽດນາມ ສ້າງສູນວິເຄາະ ແລະລະບາດວິທະຍາ ພະຍາດໂຄວິດ-19 ຢູ່ຄະນະປະຕິບັດງານຢູ່ສາທາລະນະລັດ ຊູດັງໃຕ້ ຂອງ ສປຊ; ເປັນເຈົ້າການໃນການເປັນເສນາທິການໃຫ້ກະຊວງປ້ອງກັນປະເທດ ຄົ້ນຄວ້າເປີດກວ້າງຂົງເຂດ ແລະບໍລິເວນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຕາມຄວາມຮຽກຮ້ອງຕ້ອງການຂອງ ສປຊ, ສອດຄ່ອງກັບຄວາມອາດສາມາດຂອງປະເທດ, ເພື່ອແນໃສ່ຮັບປະກັນໃຫ້ຫວຽດນາມ ເຂົ້າຮ່ວມໃນຂົງເຂດນີ້ຢ່າງໜັກແໜ້ນ ແລະມີປະສິດທິຜົນເທື່ອລະກ້າວ.

ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າຕ້ອງມຸ່ງໄປເຖິງເປົ້າໝາຍສ້າງກົມຮັກສາສັນຕິພາບຫວຽດນາມ ກາຍເປັນສູນປະສານງານແຫ່ງຊາດກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ; ສືບຕໍ່ເພີ່ມທະວີການເປີດກວ້າງ ແລະຮ່ວມມືກັບສາກົນກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ ບົນພື້ນຖານແນວທາງການພົວພັນຕ່າງປະເທດຂອງພັກ ແລະລັດ ກ່ຽວກັບການພົວພັນຕ່າງປະເທດດ້ານປ້ອງກັນຊາດ.

ໂດຍ: ໄຊຊະນະ