ຫົວເລື່ອງດັ່ງກ່າວໂດຍທ່ານພົນໂທ, ສຈ. ປອ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນຫົວໜ້າຫົວເລື່ອງ; ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດເປັນປະທານປະຕິບັດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ວັນຮ໊ຽວ.

ທີ່ກອງປະຊຸມ, ຕາງໜ້າຄະນະຫົວໜ້າຫົວເລື່ອງ, ທ່ານພົນຕີ ຫວູຈ໊ຽນຖັງ ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດ ໄດ້ລາຍງານໂດຍສັງເຂບກ່ຽວກັບວິວັດການຜັນຂະຫຍາຍປະຕິບັດຫົວເລື່ອງ ແລະລາຍງານໝາກຜົນການຄົ້ນຄວ້າ. ບັນດາສະມາຊິກໃນສະພາໄດ້ໃຫ້ຂໍ້ສັງເກດ, ຕີລາຄາຢ່າງແທດຈິງ, ພາວະວິໄສ, ລົງເລິກສຸມໃສ່ການວິເຄາະໄຈ້ແຍກບັນດາໝາກຜົນທີ່ບັນລຸໄດ້, ຜ່ານນັ້ນຊ່ວຍໃຫ້ຄະນະຫົວເລື່ອງປະກອບເພີ່ມຕື່ມ, ປັບປຸງຫົວເລື່ອງໃຫ້ສົມບູນ.

leftcenterrightdel
ທ່ານພົນໂທ ເຈີ່ນເດີນ ມອບດອກໄມ້ອວຍພອນທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານຮອງລັດຖະມົນຕີ ເລຮວ່າຍຈຸງ. ພາບ: ວັນຮ໊ຽວ.

ຕາງໜ້າສະພາ, ທ່ານພົນໂທ ເຈີ່ນເດີນ ຕີລາຄາສູງຕໍ່ບັນດາເນື້ອໃນວິທະຍາສາດ, ຄຸນຄ່າທາງດ້ານທິດສະດີ ແລະພຶດຕິກໍາຕົວຈິງຂອງຫົວເລື່ອງ; ທ່ານໄດ້ເນັ້ນໜັກເຖິງໝາກຜົນຄົ້ນຄວ້າຂອງຫົວເລື່ອງວ່າໄດ້ສະໜອງບາງທິດສະດີວິທະຍາສາດ, ພຶດຕິກຳຕົວຈິງເພື່ອສະເໜີຕໍ່ພັກ, ລັດ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ຊຸກຍູ້ການພົວພັນຮ່ວມມືກັບກໍາປູເຈຍ, ກັບບັນດາປະເທດ ແລະອົງການຈັດຕັ້ງສາກົນ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສະເໜີໃຫ້ຄະນະຫົວເລື່ອງສືບຕໍ່ຮັບເອົາຄຳເຫັນປະກອບເພີ່ມຕື່ມເພື່ອປັບປຸງຫົວເລື່ອງໃຫ້ສົມບູນ ຕາມການສະຫຼຸບຂອງສະພາກ່ອນທີ່ຈະລົງທະບຽນໝາກຜົນກັບກະຊວງປ້ອງກັນປະເທດ ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີ.

ໂດຍ: ເກື່ອງດັ້ງ