leftcenterrightdel
ບັນດາຜູ້ແທນທີ່ກອງປະຊຸມ. ພາບ: ຫງອກເຮິນ.

ຄະນະຊີ້ນໍາປ້ອງກັນຕ້ານພະຍາດໂຄວິດ-19 ກອງບັນຊາການທະຫານຊາຍແດນ ໃຫ້ຮູ້ວ່າ: ກອງບັນຊາການທະຫານຊາຍແດນ ພວມຮັກສາ 1.598 ໜ່ວຍ, ດ່ານສະກັດກັ້ນພະຍາດຢູ່ຕາມເສັ້ນຊາຍແດນ, ດ້ວຍພະນັກງານ, ນັກຮົບທະຫານຊາຍແດນ ແລະກໍາລັງກ່ຽວຂ້ອງອື່ນໆ 9.398 ຄົນ. ໃນ 2 ເດືອນຜ່ານມາ, ໄດ້ມີຜູ້ເຂົ້າ-ອອກເມືອງ 257.000 ເທື່ອຄົນ, ໃນນັ້ນມີຜູ້ເຂົ້າ-ອອກເມືອງຜິດກົດໝາຍກວ່າ 4.000 ຄົນ ໄດ້ຖືກຈັບຕົວ. ຖ້າຫາກບໍ່ສະກັດກັ້ນຢ່າງທັນການ, ຜູ້ເຂົ້າເມືອງຢ່າງຜິດກົດໝາຍເຫຼົ່ານີ້ຈະເປັນຄວາມສ່ຽງທີ່ແຜ່ລະບາດພະຍາດໂຄວິດ-19. ຈາກສະພາບຕົວຈິງດັ່ງກ່າວ, ກອງບັນຊາການທະຫານຊາຍແດນ ໄດ້ຕົກລົງສ້າງຕັ້ງ 8 ຄະນະປະຕິບັດງານໄປກວດກາວຽກງານປ້ອງກັນຕ້ານພະຍາດເພື່ອກວດກາບັນດາໜ່ວຍ, ດ່ານປະເພນີ, ດ່ານທ້ອງຖີ່ນທີ່ຂຶ້ນກັບແຂວງ: ລ້າງເຊີນ, ລາຍເຈົາ, ກາວບັ່ງ, ລາວກາຍ, ຮ່າຢາງ, ກວ໊າງນິງ, ອານຢາງ, ໄຕນິງ...

leftcenterrightdel
ທ່ານພົນຕີ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຫງອກເຮິນ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຕີ ຮ່ວາງຊວນຈ໊ຽນ ຮຽກຮ້ອງໃຫ້ບັນດາກົມກອງຕ້ອງຮັກສາລະບຽບແບບແຜນ, ການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ພິເສດແມ່ນບັນດາໜ່ວຍປະຈໍາປ້ອງກັນຕ້ານພະຍາດຂອງກອງບັນຊາທຸກຂັ້ນ ແລະຄະນະຊີ້ນໍາປ້ອງກັນຕ້ານພະຍາດ. ບັນດາກົມກອງປະຕິບັດການເວັນຍາມຢູ່ຕາມເສັ້ນຊາຍແດນ ຕ້ອງຄວບຄຸມດ່ານຊາຍແດນຢ່າງແໜ້ນແຟ້ນ; ຮັດແໜ້ນການຄວບຄຸມຢູ່ບັນດາດ່ານທ້ອງຖິ່ນ, ດ່ານປະເພນີ; ຈັດຕັ້ງການລາດຕະເວນ, ຄວບຄຸມຢູ່ເຂດຊາຍແດນ. ກຽມພ້ອມແຜນການເພີ່ມທະວີກໍາລັງໃຫ້ແກ່ບັນດາດ່ານຊາຍແດນ ເພື່ອປະຕິບັດໜ້າທີ່ເປັນຢ່າງດີ. ພ້ອມກັນນັ້ນ, ຍູ້ແຮງການໂຄສະນາ, ຂົນຂວາຍປະຊາຊົນ, ເປັນຕົ້ນແມ່ນຢູ່ເຂດຕິດກັບຊາຍແດນ, ບໍ່ສ້າງເງື່ອນໄຂໃຫ້ການເຄື່ອນໄຫວເຂົ້າອອກເມືອງຢ່າງຜິດກົດໝາຍ.

ໂດຍ: ທູຈາງ