    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn |
ພາຍຫຼັງພິທີຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເຂົ້າຮ່ວມງານລ້ຽງນ້ຳຊາ ແລະມີການພົບປະວົງແຄບກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ຕໍ່ຈາກນັ້ນ, ການນຳສອງທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດເຂົ້າຮ່ວມການພົບປະເຈລະຈາຢູ່ສໍານັກງານສູນກາງພັກ.
ຂີດໝາຍໃໝ່ໃນປະຫວັດສາດແຫ່ງການພົວພັນມິດຕະພາບສອງຝ່າຍ
ທີ່ການພົບປະເຈລະຈາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ສະແດງຂ່ຳນັບຊົມເຊີຍທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ທີ່ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຈີນ ມາຢ້ຽມຢາມທາງລັດຖະກິດຫວຽດນາມ, ເນື່ອງໃນໂອກາດປີພົບປະແລກປ່ຽນມະນຸດສະທຳ ຫວຽດນາມ - ຈີນ, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ທ່ານ ໂຕເລິມ ເຊື່ອໝັ້ນວ່າ ການຢ້ຽມຢາມຈະກາຍເປັນຂີດໝາຍໃໝ່ໃນປະຫວັດສາດແຫ່ງການພົວພັນມິດຕະພາບລະຫວ່າງສອງພັກ, ສອງປະເທດ, ຈະປະກອບສ່ວນເຂົ້າໃນການເຮັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃຫ້ເລິກເຊິ່ງກ່ວາອີກ, ຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ ຢູ່ສໍານັກງານສູນກາງພັກ. ພາບ: qdnd.vn |
ໃນບັນຍາກາດອັນອົບອຸ່ນ, ໄມຕີຈິດມິດຕະພາບ, ຈິງໃຈ ແລະກົງໄປກົງມາ, ການນຳສອງທ່ານໄດ້ແລກປ່ຽນສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ການພົວພັນລະຫວ່າງສອງພັກ, ສອງລັດ ແລະບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີເປັນເອກະພາບວ່າ ການພົວພັນລະຫວ່າງສອງພັກ, ສອງປະເທດໃນໄລຍະຜ່ານມາມີບາດກ້າວພັດທະນາຢ່າງຕັ້ງໜ້າດ້ວຍທິດທາງ “6 ກວ່າ”, ການແລກປ່ຽນຍຸດທະສາດຂັ້ນສູງ ແລະທຸກຂັ້ນໄດ້ດໍາເນີນຢ່າງສະໜິດຕິດແທດກວ່າ, ການຮ່ວມມືໃນຫຼາຍຂົງເຂດມີຄວາມຄືບໜ້າຫຼາຍຢ່າງ, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ-ການຄ້າ ມີການເຕີບໂຕຢ່າງຕັ້ງໜ້າ; ພື້ນຖານມິດຕະພາບໄດ້ຮັບການປັບປຸງຢ່າງໝັ້ນແກ່ນກວ່າ, ດ້ວຍຫຼາຍຈຸດພົ້ນເດັ່ນໃນການຮ່ວມມືດ້ານການທ່ອງທ່ຽວ, ການສຶກສາ, ວັດທະນະທຳ, ການພົບປະແລກປ່ຽນຢູ່ທ້ອງຖິ່ນ; ສອງຝ່າຍຮ່ວມມືທີ່ບັນດາກົນໄກຫຼາຍຝ່າຍເປັນຢ່າງດີ, ຮັກສາການແລກປ່ຽນກ່ຽວກັບບັນຫາທີ່ຍັງຄົງຄ້າງບົນຈິດໃຈ ເປີດອົກເປີດໃຈ, ຈິງໃຈ.
ສຳລັບທິດທາງພັດທະນາການພົວພັນລະຫວ່າງສອງພັກ, ສອງປະເທດໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຮັກສາການພົບປະແລກປ່ຽນຂັ້ນສູງຢ່າງເປັນປະຈຳ, ຍົກລະດັບກົນໄກເຈລະຈາຍຸດທະສາດລະຫວ່າງກະຊວງການຕ່າງປະເທດ-ກະຊວງປ້ອງກັນປະເທດ-ກະຊວງຕໍາຫຼວດ ຂຶ້ນເປັນລະດັບລັດຖະມົນຕີ; ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ສ້າງຕັ້ງຄະນະກຳມະການຮ່ວມມືທາງລົດໄຟລະຫວ່າງລັດຖະບານສອງປະເທດ ເພື່ອຊຸກຍູ້ການຮ່ວມມືທາງລົດໄຟ; ຈັດຕັ້ງບັນດາກິດຈະກຳຂອງປີພົບປະແລກປ່ຽນມະນຸດສະທໍາ ຈີນ-ຫວຽດນາມ 2025 ເປັນຢ່າງດີ, ປັບປຸງພື້ນຖານສັງຄົມ; ການປະສານສົມທົບຫຼາຍຝ່າຍຢ່າງໝ້ັນແກ່ນກວ່າ; ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນເປັນຢ່າງດີ.
ພາຍຫຼັງການພົບປະເຈລະຈາ, ເລຂາທິການໃຫຍ່ສອງທ່ານ ໄດ້ຊົມເບິ່ງ ແລະຮັບຟັງການແນະນຳກ່ຽວກັບຂໍ້ຕົກລົງຮ່ວມມື 45 ສະບັບໃນຫຼາຍຂົງເຂດທີ່ໄດ້ລົງນາມລະຫວ່າງກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດ, ສະແດງໃຫ້ເຫັນຜົນງານທີ່ອຸດົມສົມບູນ ແລະຮອບດ້ານ ເຊິ່ງສອງຝ່າຍບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້.
* ຕອນຄ່ຳວັນດຽວກັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ເລືອງເກື່ອງ ປະທານປະເທດ ໄດ້ຈັດຕັ້ງງານລ້ຽງຕ້ອນຮັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ເລືອງເກື່ອງ ປະທານປະເທດ ເປັນປະທານງານລ້ຽງຕ້ອນຮັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: qdnd.vn |
ຍົກສູງຄຸນນະພາບ, ປະສິດທິຜົນຂອງການຮ່ວມມືຢ່າງແທດຈິງ
ຕອນບ່າຍວັນທີ 14 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ສະແດງຄວາມເຄົາລົບນັບຖື ແລະຕີລາຄາສູງຕໍ່ເລື່ອງທ່ານ ສີຈິ້ນຜິງ ເປັນການນຳຜູ້ທຳອິດຂອງພັກ, ລັດຈີນ ທີ່ມາຢ້ຽມຢາມຫວຽດນາມ 4 ຄັ້ງ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ ຈີນ; ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະສືບຕໍ່ເປັນຂີດໝາຍປະຫວັດສາດ, ປະກອບສ່ວນເຂົ້າໃນການກໍານົດທິດຍຸດທະສາດ ແລະສ້າງກໍາລັງໜູນເພື່ອຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງປະເທດ.
ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ເປັນຕົ້ນແມ່ນການປະຕິບັດ “3 ບາດກ້າວບຸກທະລຸຍຸດທະສາດ” ແລະການຜັນຂະຫຍາຍ “ສີ່ຍຸດທະສາດ” ລວມມີຄວາມບຸກທະລຸໃນການພັດທະນາວິທະຍາສາດ-ເຕັກໂນໂລຢີ, ປະຕິບັດການປະຕິວັດກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ພັດທະນາເສດຖະກິດພາກເອກະຊົນ ແລະກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນກັບ ຈີນ ແມ່ນຄວາມຮຽກຮ້ອງພາວະວິໄສ, ການເລືອກເຟັ້ນຍຸດທະສາດ ແລະບຸລິມະສິດແຖວໜ້າ; ຕັດສິນໃຈຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດໃຫ້ນັບມື້ນັບສະໜິດແໜ້ນ, ສົມກັບລະດັບສູງຍຸດທະສາດ ແລະຄວາມຍາວນານທາງປະຫວັດສາດແຫ່ງການພົວພັນມິດຕະພາບລະຫວ່າງສອງພັກ, ສອງປະເທດ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: qdnd.vn |
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຢືນຢັນວ່າ ພັກ, ລັດຖະບານຈີນ ຢຶດໝັ້ນຕໍ່ນະໂຍບາຍມິດຕະພາບກັບຫວຽດນາມ, ຍາມໃດກໍ່ຖືຫວຽດນາມ ເປັນທິດທາງບຸລິມະສິດໃນນະໂຍບາຍດ້ານການທູດບ້ານໃກ້ເຮືອນຄຽງ; ຍືດໝັ້ນສະໜັບສະໜູນຫວຽດນາມ ໄປຕາມເສັ້ນທາງສັງຄົມນິຍົມທີ່ເໝາະສົມກັບສະຖານະການຂອງຫວຽດນາມ, ພ້ອມແລ້ວທີ່ຈະປະສານສົມທົບກັບຫວຽດນາມ ສຸມໃສ່ກໍ່ສ້າງປະຊາຄົມແບ່ງປັນອະນາຄົດລະຫວ່າງສອງປະເທດໃນຂອບເຂດການກໍານົດທິດ “6 ກວ່າ”, ປະກອບສ່ວນເຂົ້າພາລະກິດກ້າວໜ້າຂອງມວນມະນຸດ.
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຊົມເຊີຍ ແລະ ຕີລາຄາສູງຄຳຄິດເຫັນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່ຽວກັບມາດຕະການເພີ່ມທະວີການພົວພັນລະຫວ່າງສອງພັກ, ສອງປະເທດ, ຫວັງວ່າ ສອງຝ່າຍເສີມຂະຫຍາຍກົນໄກແລກປ່ຽນ; ກໍາແໜ້ນກາລະໂອກາດພັດທະນາໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດ ແລະພັດທະນາບັນດາຂະແໜງອາຊີບ; ສະເໜີໃຫ້ສອງຝ່າຍຈັດຕັ້ງບັນດາກິດຈະກຳໃນຂອບເຂດປີພົບປະແລກປ່ຽນມະນຸດສະທຳ ຫວຽດນາມ - ຈີນ ເປັນຢ່າງດີ; ສະເໜີໃຫ້ບັນດາກະຊວງ, ຂະແໜງການຂອງສອງຝ່າຍເປັນເຈົ້າການ, ຕັ້ງໜ້າຈັດຕັັ້ງປະຕິບັດໂຄງການຮ່ວມມື; ຄວບຄຸມຄວາມບໍ່ລົງລອຍກັນຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງ, ຊຸກຍູ້ການຮ່ວມມືຢູ່ທະເລ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.
ຍົກສູງຄຸນນະພາບ, ປະສິດທິຜົນໃນການຮ່ວມມື
ວັນທີ 14 ເມສາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.
ທີ່ການພົບປະ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງທີ 4 ຂອງທ່ານ ສີຈິ້ນຜິງ ໃນຖານະທີ່ເປັນການນຳສູງສຸດຂອງພັກ, ລັດຈີນ ບໍ່ພຽງແຕ່ສະແດງໃຫ້ເຫັນການຖືເປັນສໍາຄັນຕໍ່ກັບການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງເປັນຂີດໝາຍສໍາຄັນ, ເປີດອອກໄລຍະໃໝ່ໃນການປັບປຸງ ແລະພັດທະນາການພົວພັນ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ອີກດ້ວຍ.
    |
 |
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: qdnd.vn |
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ຢືນຢັນວ່າ ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດຈີນ ໄດ້ກາຍເປັນເສົາຄ້ຳສຳຄັນ, ປະກອບສ່ວນສ້າງພື້ນຖານອັນໝັ້ນແກ່ນສຳລັບການພັດທະນາແບບຍືນຍົງຂອງການພົວພັນສອງຝ່າຍ. ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງບົດບາດຂອງຊ່ອງທາງການຮ່ວມມືລະຫວ່າງສະພາແຫ່ງຊາດ ໃນການຊຸກຍູ້ການເຈລະຈາຍຸດທະສາດ, ແບ່ງປັນບົດຮຽນດ້ານນິຕິກຳ, ຕິດຕາມກວດກາ ແລະຕົກລົງຕໍ່ບັນຫາໃຫຍ່, ຜ່ານນັ້ນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະສ້າງເງື່ອນໄຂສະດວກໃຫ້ບັນດາຂໍ້ລິເລີ່ມຮ່ວມມືລະຫວ່າງສອງປະເທດ.
ສະແດງຄວາມເຫັນດີເຫັນພ້ອມກັບຂໍ້ສະເໜີຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຢືນຢັນສະໜັບສະໜູນສະພາແຫ່ງຊາດຈີນ ເພີ່ມທະວີການພົບປະແລກປ່ຽນ ແລະການຮ່ວມມືກັບສະພາແຫ່ງຊາດຫວຽດນາມ; ຊົມເຊີຍ ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ມາຢ້ຽມຢາມຈີນ ເພື່ອເພີ່ມທະວີການແລກປ່ຽນລະຫວ່າງອົງການນິຕິບັນຍັດສອງປະເທດ.
ໂດຍ: ຈາງຫງວຽນ