ການພົວພັນຫວຽດນາມ - ສະວິດ ພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ
ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາງ Karin Keller-Sutter ປະທານາທິບໍດີ ຕີລາຄາວ່າ ໃນໄລຍະຜ່ານມາການພົວພັນ ຫວຽດນາມ-ສະວິດ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ເປັນຕົ້ນແມ່ນດ້ານການເມືອງ - ການທູດ, ການຄ້າ - ການລົງທຶນ, ການຮ່ວມມືພັດທະນາ, ວິທະຍາສາດ - ເຕັກໂນໂລຊີ; ການສຶກສາ - ກໍ່ສ້າງ...
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາງ Karin Keller-Sutter ປະທານາທິບໍດີສະວິດ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາງ Karin Keller-Sutter ປະທານາທິບໍດີ ຢືນຢັນວ່າ ການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະເລື່ອງສອງຝ່າຍເຫັນດີເປັນເອກະພາບຍົກລະດັບການພົວພັນເປັນຄູ່ຮ່ວມມືຮອບດ້ານມີຄວາມໝາຍສໍາຄັນທີ່ສຸດ, ຊ່ວຍນໍາການພົວພັນສອງຝ່າຍໃຫ້ພັດທະນາຢ່າງດີງາມ ແລະມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ; ເຫັນດີເປັນເອກະພາບວ່າສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຫັນເນື້ອໃນການພົວພັນຄູ່ຮ່ວມມືຮອບດ້ານເປັນລະອຽດ.
ການນຳສອງທ່ານ ຕີລາຄາສູງຄວາມສໍາຄັນຂອງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງ, ຍົກສູງກຳລັງຄວາມສາມາດ, ໜູນຊ່ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບ; ຄົ້ນຄວ້າ, ເຈລະຈາ ແລະລົງນາມໃນສັນຍາຮ່ວມມືດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ.
ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະກະຊວງການຕ່າງປະເທດສະວິດ.
ຢືນຢັນວິໄສທັດຂອງຫວຽດນາມ ກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ ແລະບົດບາດທົ່ວໂລກ
ຕອນບ່າຍວັນທີ 21 ມັງກອນ, ຢູ່ Davos, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມ ແລະກ່າວປາໄສທີ່ວາລະປຶກສາຫາລືນະໂຍບາຍພິເສດດ້ວຍຫົວຂໍ້ “ບຸກທະລຸໄປສູ່ອະນາຄົດ: ວິໄສທັດຂອງຫວຽດນາມ ກ່ຽວກັບຫົວຄິດປະດິດສ້າງ ແລະບົດບາດທົ່ວໂລກ”. ວາລະປຶກສາຫາລືເປັນຈຸດພົ້ນເດັ່ນໃນການເຮັດວຽກມື້ທໍາອິດຂອງກອງປະຊຸມ WEF Davos ປີນີ້.
ການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາງ Gillian Tett ໂຄສົກຜູ້ມີຊື່ສຽງ, ຫົວໜ້າຄະນະບັນນາທິການວາລະສານ Financial Times, ໄດ້ສົ່ງສານທີ່ວ່າ ຫວຽດນາມ ແມ່ນການເລືອກເຟັ້ນຍຸດທະສາດທີ່ດຶງດູດນັກລົງທຶນຕ່າງປະເທດໃນສະພາບການແກ່ງແຍ່ງຂອງບັນດາປະເທດໃຫຍ່ ແລະຍ້ອນມີຜົນງານແຫ່ງການພັດທະນາເສດຖະກິດໃນໄລຍະ 40 ປີແຫ່ງການປ່ຽນແປງໃໝ່, ດ້ວຍເຈດຈຳນົງ ແລະຄວາມຕັດສິນໃຈພ້ອມກັບບັນດານະໂຍບາຍພັດທະນາບຸກທະລຸ ເພື່ອຍາດແຍ່ງເອົາກາລະໂອກາດໃນສັງກາດອັດສະລິຍະ ເພື່ອໃຫ້ວິທະຍາສາດ-ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນປ່ຽນດີຈີຕອນກາຍເປັນແຫຼ່ງກຳລັງຊ່ວຍໃຫ້ເສດຖະກິດຫວຽດນາມ ບັນລຸເປົ້າໝາຍກາຍເປັນພື້ນຖານເສດຖະກິດພັດທະນາ, ມີລາຍຮັບສູງໃນປີ 2045.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. |
ເມື່ອຕອບຄຳຖາມກ່ຽວກັບເລື່ອງ ຫວຽດນາມ ສາມາດສ້າງຄວາມດຸ່ນດ່ຽງໃນການພົວພັນກັບອາເມລິກາ ແລະຈີນ ໃນສະພາບການແກ່ງແຍ້ງຍຸດທະສາດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ ຫວຽດນາມ ຢຶດໝັ້ນແນວທາງການຕ່າງຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ; ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ແບ່ງປັນຂໍ້ສັງເກດຂອງທ່ານນາງ Gillian Tett ກ່ຽວກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ ແລະຮັບປະກັນເປົ້າໝາຍກ່ຽວກັບການພັດທະນາເສດຖະກິດ ແລະປົກປັກຮັກສາສິ່ງແວດລ້ອມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ໃນຖານະໂດຍແມ່ນປະເທດໜຶ່ງທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກການປ່ຽນແປງຂອງດິນຟ້າອາກາດ, ລະດັບນ້ຳທະເລເພີ່ມຂຶ້ນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຂງແຮງແມ່ນຫຼຸດການປ່ອຍອາຍພິດລົງເປັນສູນ ແລະມານະພະຍາຍາມຊຸກຍູ້ການຫັນເປັນສີຂຽວ, ການຜະລິດສີຂຽວ.
ໂດຍ: ຈາງຫງວຽນ