ຕອນບ່າຍວັນດຽວກັນ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ Prayuth Chan-ocha ນາຍົກລັດຖະມົນຕີໄທ.

ທີ່ການພົບປະ, ນາຍົກລັດຖະມົນຕີສອງທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງດີງາມຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ໄທ ໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ ແລະການລົງທຶນ. ສອງຝ່າຍເຫັນດີເປັນເອກະສັນຊຸກຍູ້ການຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ສໍາຄັນລະຫວ່າງສອງປະເທດໃນປີ 2018, ພິເສດແມ່ນການປະຊຸມຄະນະລັດຖະບານຮ່ວມຄັ້ງທີ 4, ບັນດາການປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ແລະຄະນະກຳມະການປະສົມການຄ້າ ຫວຽດນາມ-ໄທ ຄັ້ງທີ 3.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາຍົກລັດຖະມົນຕີ ໄທ. ພາບ: ສໍານັກຂ່າວສານຫວຽດນາມ.

ນາຍົກລັດຖະມົນຕີສອງທ່ານ ຢືນຢັນຖືເປັນສໍາຄັນການຮ່ວມມື ແລະການເຊື່ອມຈອດລະຫວ່າງ ຫວຽດນາມ ແລະໄທ ກໍ່ຄືບັນດາປະເທດອື່ນໃນພາກພື້ນ; ເຫັນດີເປັນເອກະສັນສົມທົບກັນຊູກຍູ້ການພັດທະນາບັນດາເສັ້ນທີ່ຂຶ້ນກັບແລວເສດຖະກິດຕາເວັນອອກ-ຕາເວັນຕົກ.

ທ່ານ ຫງວຽນຊວນຟຸກ ຂອບອົກຂອບໃຈປະເທດເຈົ້າພາບ ໄທ ໄດ້ໃຫ້ການຕ້ອນຮັບຄະນະຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມ ACMECS 8 ຢ່າງລອບຄອບ, ສົມກຽດ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງບົດບາດ ແລະບັນດາຂໍ້ລິເລີ່ມ, ການປະກອບສ່ວນຂອງປະເທດ ໄທ ໃນຂອບເຂດ ACMECS, ສະແດງຄວາມໄວ້ເນື້ອເຊື່ອໃຈວ່າກອງປະຊຸມຄັ້ງນີ້ຈະປະສົບຜົນສໍາເລັດຢ່າງຈົບງາມ ແລະບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ.

leftcenterrightdel
ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືສອງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Prayuth Chan-ocha ກໍ່ຢືນຢັນຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືສອງຝ່າຍບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈນັບມື້ນັບສູງ, ພ້ອມທັງສຸມໃສ່ສົມທົບກັນແກ້ໄຂບາງບັນຫາທີ່ຍັງຄົງຂ້າງ ເພື່ອຊູກຍູ້ດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດກວ່າອີກ, ປາດຖະໜາຢາກ ຫວຽດນາມ ສ້າງເງື່ອນໄຂໃຫ້ວິສາຫະກິດ ໄທ ດໍາເນີນທຸລະກິດຢູ່ ຫວຽດນາມ ກວ່າອີກ.

ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືລະຫວ່າງທະນາຄານ Kasikorn ຂອງ ໄທ ກັບກົມພັດທະນາວິສາຫະກິດ, ກະຊວງແຜນການ ແລະການລົງທຶນຂອງ ຫວຽດນາມ ແລະສັນຍາລະຫວ່າງບໍລິສັດ ຊວນເກົ່າ ຈໍາກັດຂອງ ຫວຽດນາມ ກັບບໍລິສັດ B.Grimm ຂອງ ໄທ ກ່ຽວກັບການຮ່ວມມືພັດທະນາໂຮງງານໄຟຟ້າແສງຕາເວັນ ເຢົ່າຕຽງ 1 ແລະເຢົ່າຕຽງ 2 ຢູ່ແຂວງ ໄຕນິງ, ຫວຽດນາມ.

 

ແປໂດຍ: ເກື່ອງດັ້ງ