ຕອບຄໍາສຳພາດຕໍ່ນັກຂ່າວໜັງສືພິມໂລກ ແລະຫວຽດນາມ ເນື່ອງໃນໂອກາດດໍາເນີນເວທີປາໄສອະນາຄົດອາຊຽນ 2024, ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ຕີລາຄາສູງຕໍ່ຄວາມສຳຄັນຂອງເວທີປາໄສນີ້ ແລະໃຫ້ຂໍ້ສັງເກດກ່ຽວກັບບົດບາດຂອງຫວຽດນາມ ໃນການພັດທະນາປະຊາຄົມອາຊຽນ.

ນັກຂ່າວ: ໃນຖານະເປັນປະທານອາຊຽນ 2024, ລາວ ຕີລາຄາຄືແນວໃດກ່ຽວກັບຄວາມຈໍາເປັນຂອງເວທີປາໄສອະນາຄົດອາຊຽນ 2024? ທ່ານນາງ ເອກອັກຄະລັດຖະທູດລາວ, ກະລຸນາແບ່ງປັນຄວາມຄອງຄອຍຂອງຕົນກ່ຽວກັບເວທີປາໄສນີ້?

ທ່ານນາງ ເອກອັກຄະລັດຖະທູດລາວ: ເວທີປາໄສອະນາຄົດອາຊຽນ 2024 (AFF 2024) ແມ່ນຂໍ້ລິເລີ່ມສຳຄັນໂດຍສະຖາບັນການຕ່າງປະເທດຫວຽດນາມ ຈັດຕັ້ງພາຍໃຕ້ການໜູນຊ່ວຍຂອງກະຊວງການຕ່າງປະເທດຫວຽດນາມ. ໃນຖານະເປັນປະທານອາຊຽນ 2024, ລາວ ຮັບຮູ້ໄດ້ເຖິງຄວາມສໍາຄັນຂອງເວທີປາໄສນີ້ປຽບເໝືອນດັ່ງຂອບເຂດໜຶ່ງເພື່ອໃຫ້ນັກວາງແຜນກຳນົດນະໂຍບາຍ, ນັກຊ່ຽວຊານ ແລະຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ກໍ່ຄື ຄູ່ຮ່ວມມືສາກົນເຂົ້າຮ່ວມການປຶກສາຫາລືລົງເລິກ, ຮອບດ້ານກ່ຽວກັບບັນຫາສໍາຄັນທີ່ກ່ຽວຂ້ອງເຖິງການພັດທະນາຂອງອາຊຽນ ໃນອະນາຄົດ.

ເວທີປາໄສອະນາຄົດອາຊຽນ 2024 ສະໜອງພື້ນຖານທີ່ມີຄ່າເພື່ອສ້າງການພັດທະນາແບບຍືນຍົງໃຫ້ອາຊຽນ, ຊຸກຍູ້ການຮ່ວມມື ແລະແກ້ໄຂສິ່ງທ້າທາຍ ກໍ່ຄືກາລະໂອກາດສໍາຄັນໃຫ້ແກ່ພາກພື້ນ. ໃນຖານະເປັນປະທານອາຊຽນ 2024, ລາວ ຄອງຄອຍການປຶກສາຫາລື ແລະໝາກຜົນທີ່ມີຄວາມໝາຍຈາກເວທີປາໄສອະນາຄົດອາຊຽນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕ້ອນຮັບທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ທ່ານນາງ ເອກອັກຄະລັດຖະທູດລາວ ຕີລາຄາຄືແນວໃດກ່ຽວກັບການຜັນຂະຫຍາຍວິໄສທັດອາຊຽນ ຫຼັງປີ 2025 ຕໍ່ການພັດທະນາປະຊາຄົມອາຊຽນ? ມາຮອດປະຈຸບັນ, ປະຊາຊົນ ແລະວິສາຫະກິດໃນອາຊຽນ ໄດ້ຊົມໃຊ້ຜົນປະໂຫຍດຄືແນວໃດຈາກການຖືເປັນໃຈກາງໃນນະໂຍບາຍຂອງອາຊຽນ?

ທ່ານນາງ ເອກອັກຄະລັດຖະທູດລາວ: ວິໄສທັດອາຊຽນ ຫຼັງປີ 2025 ແມ່ນຂອບເຂດສໍາຄັນໃຫ້ແກ່ການພັດທະນາຂອງປະຊາຄົມອາຊຽນ ຫຼັງປີ 2025. ການປະຕິບັດວິໄສທັດດັ່ງກ່າວ ໄດ້ນໍາເອົາຜົນປະໂຫຍດຫຼາຍຢ່າງມາໃຫ້ປະຊາຊົນ ແລະວິສາຫະກິດໃນອາຊຽນ, ຄື: ເພີ່ມທະວີການຮ່ວມມືຢູ່ພາກພື້ນ: ວິໄສທັດອາຊຽນ ຫຼັງປີ 2025 ຈະນໍາເອົາຜົນປະໂຫຍດມາໃຫ້ທັງບຸກຄົນ ແລະວິສາຫະກິດດ້ວຍການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການພັດທະນາ ແລະການຮ່ວມມື.

ການພັດທະນາຮອບດ້ານ: ວິໄສທັດ ຫຼັງປີ 2025 ໄດ້ເນັ້ນໜັກເຖິງລັກສະນະຮອບດ້ານ, ແນໃສ່ຮັດແຄບຊ່ອງຫວ່າງການພັດທະນາໃນອາຊຽນ. ໝາກຜົນແມ່ນ, ປະຊາຄົມທີ່ດ້ອຍໂອກາດ ແລະວິສາຫະກິດຂະໜາດນ້ອຍຈະໄດ້ເຂົ້າເຖິງແຫຼ່ງກໍາລັງ, ການສຶກສາ ແລະໂອກາດທາງເສດຖະກິດທີ່ດີຂຶ້ນ.

ຄວາມສາມາດຟື້ນຟູ ແລະຮັບມື: ວິໄສທັດອາຊຽນ ໄດ້ຊີ້ອອກໃຫ້ເຫັນຜົນກະທົບຂອງທ່າອ່ຽງໃຫຍ່ໃນທົ່ວໂລກ, ຄວາມກ້າວໜ້າດ້ານເຕັກໂນໂລຢີ ແລະໄພຂົ່ມຂູ່ແບບໃໝ່...

ນັກຂ່າວ: ຄວາມສະດວກ ແລະສິ່ງທ້າທາຍເຊິ່ງ ອາຊຽນ ພວມຕ້ອງປະເຊີນໜ້າໃນສະພາບການພາກພື້ນ ແລະສາກົນໃນປະຈຸບັນແມ່ນຫຍັງ, ຂໍຮຽນທ່ານນາງ ເອກອັກຄະລັດຖະທູດ?

ທ່ານນາງ ເອກອັກຄະລັດຖະທູດລາວ: ກ່ຽວກັບຄວາມສະດວກ, ກ່ອນອື່ນໝົດແມ່ນຕ້ອງໄດ້ເວົ້າເຖິງການເຊື່ອມໂຍງ ແລະການຮ່ວມມືໃນພາກພື້ນ. ກຳລັງແຮງຂອງອາຊຽນ ນອນຢູ່ໃນຄວາມສາມັກຄີ. ເຖິງວ່າມີພື້ນຖານວັດທະນະທໍາ, ພາສາ ແລະປະຫວັດສາດທີ່ຫຼາກຫຼາຍຮູບແບບກໍ່ຕາມ, ແຕ່ບັນດາປະເທດສະມາຊິກອາຊຽນ ຍັງຮ່ວມມືເພື່ອເປົ້າໝາຍລວມ.

ທີສອງແມ່ນກ່ຽວກັບໂອກາດທາງດ້ານເສດຖະກິດ. ດ້ວຍຈຳນວນປະຊາກອນກວ່າ 650 ລ້ານຄົນ, ອາຊຽນ ໄດ້ກາຍເປັນຕະຫຼາດທີ່ຈັບອົກຈັບໃຈສໍາລັບວິສາຫະກິດ. ການສ້າງປະຊາຄົມລວມໄດ້ນໍາມາເຊິ່ງກາລະໂອກາດເປີດກວ້າງ ແລະຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ.

ທີສາມແມ່ນຫັນວັດທະນະທໍາເປັນຫຼາຍຮູບຫຼາຍແບບ ແລະສິດອໍານາດທີ່ນີ້ມນວນ. ມໍລະດົກວັດທະນະທໍາທີ່ອຸດົມສົມບູນຂອງອາຊຽນ ໄດ້ປະກອບສ່ວນສ້າງເປັນສິດອໍານາດນີ້ມນວນ. ການພົບປະແລກປ່ຽນວັດທະນະທໍາ, ງານບຸນ ແລະການທ່ອງທ່ຽວຊຸກຍູ້ຄວາມເຂົ້າໃຈ ແລະນໍ້າໃຈໄມຕີຈິດມິດຕະພາບ.

ທີສີ່ແມ່ນຮັບປະກັນຄວາມໝັ້ນຄົງ ແລະສະຖຽນລະພາບໃຫ້ພາກພື້ນໂດຍຜ່ານການຊຸກຍູ້ການສົນທະນາ ແລະແກ້ໄຂການປະທະກັນ.

ເຖິງຢ່າງໃດກໍ່ຕາມ, ສະພາບການປະຈຸບັນຍັງສ້າງສິ່ງທ້າທາຍຫຼາຍຢ່າງສໍາລັບອາຊຽນ. ນັ້ນແມ່ນເລື່ອງກ່ຽວກັບບຸລິມະສິດ ແລະຜົນປະໂຫຍດຫຼາຍຮູບຫຼາຍແບບ ເພາະວ່າການ ດຸ່ນດ່ຽງຜົນປະໂຫຍດແຫ່ງຊາດກັບເປົ້າໝາຍພາກພື້ນ ອາດຈະແມ່ນສິ່ງທ້າທາຍໜຶ່ງ. ພິເສດ, ໄພຂົ່ມຂູ່ດ້ານຄວາມໝັ້ນຄົງແບບໃໝ່, ຄື: ລະດັບນໍ້າທະເລຍຶ່ງຂຶ້ນສູງ, ປະກົດການດິນຟ້າອາກາດຮ້າຍແຮງ ແລະສິ່ງແວດລ້ອມເຊື່ອມໂຊມສາມາດເຮັດໃຫ້ອາຊຽນ ມີຄວາມເສຍຫາຍ. ພະຍາດໂຄວິດ-19 ໄດ້ເປີດເຜີຍໃຫ້ເຫັນຈຸດອ່ອນໃນລະບົບການດູແລສົ່ງເສີມສຸຂະພາບ ແລະໄດ້ຊີ້ໃຫ້ເຫັນຄວາມຈຳເປັນຂອງການຮ່ວມມືໃນພາກພື້ນ.

leftcenterrightdel
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: mekongasean.vn

ນັກຂ່າວ: ຕາມທ່ານນາງ ເອກອັກຄະລັດຖະທູດ ແລ້ວ, ບໍ່ວ່າຢູ່ໃນເສົາຄໍ້າພັດທະນາໃດ, ອາຊຽນ ຄວນຮັກສາຄຸນຄ່າຫຼັກແຫຼ່ງແກ່ນສານ ຫຍັງແດ່?

ທ່ານນາງ ເອກອັກຄະລັດຖະທູດລາວ: ອາຊຽນ ຄວນຮັກສາບາງຄຸນຄ່າຫຼັກແຫຼ່ງແກ່ນສານໃນຕະຫຼອດການພັດທະນາຂອງຕົນເພື່ອຮັບປະກັນຄວາມສຳເລັດ ແລະຮັບມືຢ່າງຕໍ່ເນື່ອງ. ບັນດາຄຸນຄ່າເຫຼົ່ານີ້ແມ່ນພື້ນຖານໃຫ້ແກ່ການຮ່ວມມື, ສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນປະຊາຄົມອາຊຽນ, ຄື: ຄວາມສາມັກຄີ ແລະຄວາມເຫັນດີເຫັນພ້ອມ; ບໍ່ແຊກແຊງ ແລະເຄົາລົບອະທິປະໄຕ; ລັກສະນະຮອບດ້ານ ແລະຄວາມສະເໝີພາບ; ສັນຕິພາບ ແລະສະຖຽນລະພາບ; ລັດທິພາກພື້ນເປີດ ແລະເປີດກວ້າງການຮ່ວມມື; ວັດທະນະທໍາຫຼາຍຮູບແບບ  ແລະຫຼາກຫຼາຍສີສັນ; ຄວາມສາມາດຟື້ນຟູ ແລະຮັບມື.

ນັກຂ່າວ: ທ່ານນາງ ເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມມານະພະຍາຍາມຂອງຫວຽດນາມ ໃນການຮ່ວມມືກັບບັນດາສະມາຊິກອື່ນເພື່ອແນໃສ່ພັດທະນາປະຊາຄົມອາຊຽນ ?

ທ່ານນາງ ເອກອັກຄະລັດຖະທູດລາວ: ຄວາມມານະພະຍາຍາມຂອງຫວຽດນາມ ໃນການຮ່ວມມືກັບບັນດາສະມາຊິກອາຊຽນອື່ນແມ່ນກຳລັງໜູນຊຸກຍູ້ການປະຕິບັດເປົ້າໝາຍຂອງປະຊາຄົມອາຊຽນ, ຊຸກຍູ້ການເຊື່ອມໂຍງເສດຖະກິດ ແລະການຮ່ວມມືພາກພື້ນ. ບາງຂີດໝາຍທີ່ພົ້ນເດັ່ນໃນບົດບາດຂອງຫວຽດນາມ ທີ່ແນໃສ່ພັດທະນາປະຊາຄົມອາຊຽນ ລວມມີ:

ຖານະສະມາຊິກ ແລະຄຳໝັ້ນສັນຍາ: ຫວຽດນາມ ໄດ້ເຂົ້າເປັນສະມາຊິກອາຊຽນ ຢ່າງເປັນທາງການໃນວັນທີ 28 ກໍລະກົດ 1995. ນັບແຕ່ນັ້ນມາ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມຂໍ້ລິເລີ່ມ ແລະສັນຍາຂອງອາຊຽນ. ເລື່ອງ ຫວຽດນາມ ເຂົ້າຮ່ວມສັນຍາທີ່ແຕກຕ່າງກັນຂອງອາຊຽນ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາໃນການຮ່ວມມືດ້ານເສດຖະກິດ, ການຄ້າເສລີ ແລະເປີດປະຕູພື້ນຖານເສດຖະກິດ.

ການເຕີບໂຕທາງດ້ານເສດຖະກິດ ແລະການປະຕິຮູບ: ການເຕີບໂຕທາງດ້ານເສດຖະກິດທີ່ໜ້າປະທັບໃຈຂອງຫວຽດນາມ ໃນຊຸມປີຜ່ານມາແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນກຳລັງໜູນທີ່ແຂງແຮງມຸ່ງໄປເຖິງການປະຕິຮູບດ້ານເສດຖະກິດ. ວິວັດການປ່ຽນແປງໃໝ່ທີ່ລິເລີ່ມໃນປີ 1986, ໄດ້ເປີດທາງໃຫ້ວິວັດການຫັນປ່ຽນຂອງຫວຽດນາມ ຈາກເສດຖະກິດແຜນການໄປເປັນເສດຖະກິດຕະຫຼາດ. ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຫຼັ່ງໄຫຼເຂົ້າຫວຽດນາມ. ຜົນຜະລິດອຸດສາຫະກໍາກໍ່ມີລະດັບເຕີບໂຕດີພໍສົມຄວນ.

ການພົວພັນດ້ານການຄ້າ ແລະສາກົນ: ການຄ້າສາກົນຂອງຫວຽດນາມ ໄດ້ເປີດກວ້າງຢ່າງວ່ອງໄວດ້ວຍປະເພດສິນຄ້າສົ່ງອອກຕົ້ນຕໍທີ່ຫຼາກຫຼາຍຮູບແບບ, ລວມມີ: ນໍ້າມັນດິບ, ເຄື່ອງຕໍ່າແຜ່ນຕັດຫຍິບ, ເຂົ້າສານ, ກາເຟ ແລະຜະລິດຕະພັນອື່ນໆ.

ການສະໜັບສະໜູນ ແລະການທູດ: ຫວຽດນາມ ສະໜັບສະໜູນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງອາຊຽນ ແລະສປຊ ໃນການແກ້ໄຂບັນຫາພາກພື້ນ. ໃນຖະແຫຼງການ ແລະທຸກການກະທຳໃນພຶດຕິກຳຕົວຈິງ, ຫວຽດນາມ ຍາມໃດກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືໃນການແກ້ໄຂບັນຫາລວມ ແລະຄວາມມານະພະຍາຍາມໜູນຊ່ວຍດ້ານມະນຸດສະທຳ.

ການປ່ຽນແປງບົດບາດຂອງຫວຽດນາມ: ບົດບາດຂອງຫວຽດນາມ ໃນອາຊຽນໄດ້ຫັນຈາກການຮັບມືໄປເປັນເຈົ້າການ. ຄຳໝັ້ນສັນຍາເພື່ອສະຖຽນລະພາບໃນພາກພື້ນ, ການເຕີບໂຕດ້ານເສດຖະກິດ ແລະລັກສະນະກວມລວມໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນປະເທດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມສ້າງປະຊາຄົມອາຊຽນ.

ນັກຂ່າວ: ຂອບໃຈທ່ານນາງ ເອກອັກຄະລັດຖະທູດ!

ໂດຍ: ເຈິ່ນຮວ່ຽນ