ນີ້ແມ່ນຂໍ້ລິເລີ່ມໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ປະກາດເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ຢູ່ ອິນໂດເນເຊຍ (ເດືອນກັນຍາ 2023), ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຄວາມຕັ້ງໜ້າຂອງຫວຽດນາມ, ປາດຖະໜາຢາກປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືພາກພື້ນໃຫ້ຫຼາຍກວ່າອີກ. AFF 2024 ມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ, ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ-ປະທານອາຊຽນ 2024, ລັດຖະມົນຕີບັນດາປະເທດອາຊຽນ, ເລຂາທິການໃຫຍ່ ອາຊຽນ Kao Kim Hourn, ວົງການລັດຖະບານ, ຜູ້ຕາງໜ້າບັນດາອົງການການທູດ, ວິສາຫະກິດ, ບັນດານັກຮຽນຮູ້ແຖວໜ້າໃນພາກພື້ນອາຊຽນ, ບັນດາປະເທດຄູ່ຮ່ວມມື ແລະສາກົນ.

ອາຊຽນ ບໍ່ເຄີຍມີຖານະບົດບາດດີຄືປະຈຸບັນ

ກ່າວຄຳເຫັນທີ່ AFF 2024, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ ພາຍຫຼັງໄດ້ຮັບການກຳເນີດ ແລະພັດທະນາເປັນເວລາເກືອບ 6 ທົດສະວັດ, ສາມາດຢັ້ງຢືນວ່າ ອາຊຽນ ບໍ່ເຄີຍມີຖານະບົດບາດດີຄືປະຈຸບັນ ແລະອາຊຽນ ບໍ່ເຄີຍປະເຊີນໜ້າກັບສິ່ງທ້າທາຍຫຼາຍສິ່ງຫຼາຍຢ່າງຄືໃນປະຈຸບັນ. ອາຊຽນ ແມ່ນແກ່ນສານຊຸກຍູ້ການເຈລະຈາ, ຮ່ວມມື ແລະພັດທະນາ, ແມ່ນຈຸດສຸມຂອງຫຼາຍຂໍ້ລິເລີ່ມ, ການຮ່ວມສຳພັນຢູ່ພາກພື້ນແຕ່ກໍ່ແມ່ນຈຸດສຸມຂອງການແກ່ງແຍ້ງຍຸດທະສາດຢ່າງຂ້ຽວຂາດ. ບົດບາດໃຈກາງຂອງອາຊຽນ ໄດ້ຮັບຮູ້ຢ່າງກວ້າງຂວາງແຕ່ວ່າມີບາງເທື່ອ, ມີບາງບ່ອນຍັງບໍ່ທັນມີປະສິດທິຜົນຢ່າງແທ້ຈິງ. ອາຊຽນ ແມ່ນກຸ່ມເສດຖະກິດໃຫຍ່ອັນດັບທີ 5 ໃນໂລກແຕ່ວ່າຍັງມີການຫຼຸດລື່ນກັນກ່ຽວກັບລະດັບພັດທະນາ. ລະດັບການຮ່ວມມື, ຮ່ວມສຳພັນພາຍໃນກຸ່ມຍັງບໍ່ທັນແໜ້ນແຟ້ນຢ່າງແທ້ຈິງ. ສະພາບຕົວຈິງນັ້ນ, ໄດ້ຮຽກຮ້ອງໃຫ້ອາຊຽນ ຍິ່ງຕ້ອງມີວິໄສທັດຍຸດທະສາດ, ຮອບດ້ານ, ຍົກສູງຄວາມເປັນເຈົ້າການ, ຄວາມສາມາດຮັບມື ເພື່ອກຳແໜ້ນກາລະໂອກາດ, ແກ້ໄຂສິ່ງທ້າທາຍ, ພັດທະນາຢ່າງໝັ້ນຄົງ, ຍືນຍົງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ມາເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024. ພາບ: ຫວຽດຈູງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນວ່າ ເຂົ້າເປັນສະມາຊິກຂອງອາຊຽນ ເປັນເວລາເກືອບ 3 ທົດສະວັດ, ຫວຽດນາມ ຍາມໃດກໍ່ຖືອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ມີບົດບາດ, ຖານະທີ່ຕັ້ງນັບມື້ນັບສູງໃນພາກພື້ນ ແລະໃນໂລກ. ເສັ້ນທາງພັດທະນາຂອງຫວຽດນາມ ໃນວິວັດທະນາການປ່ຽນແປງໃໝ່, ເຊື່ອມໂຍງຍາມໃດກໍ່ຕິດພັນກັບອາຊຽນ ແລະບັນລຸໄດ້ຜົນງານສຳຄັນຫຼາຍຢ່າງໃນທຸກຂົງເຂດ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ກໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງຍ້ອນວ່າແມ່ນປະເທດພວມພັດທະນາ. ນີ້ກໍ່ແມ່ນສິ່ງທ້າທາຍລວມ ເຊິ່ງຫຼາຍປະເທດ ອາຊຽນ ຕ້ອງປະເຊີນໜ້າໃນວິວັດທະນາພັດທະນາ; ຮຽກຮ້ອງຕ້ອງມີຄວາມສາມັກຄີ, ມີຄວາມໄວ້ເນື້ອເຊື່ອໃຈກັນ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນຂອງທຸກປະເທດສະມາຊິກພ້ອມດ້ວຍການຮ່ວມມື, ໜູນຊ່ວຍຂອງບັນດາຄູ່ຮ່ວມມື, ເພື່ອນມິດສາກົນ.

5 ເພີ່ມທະວີ

ອາຊຽນ ພວມມຸ່ງໄປເຖິງບັນດາເປົ້າໝາຍຮອດປີ 2045 ດ້ວຍຄວາມຄາດຫວັງກ່ຽວກັບປະຊາຄົມພັດທະນາຢ່າງຂະຫຍັນຂັນເຄື່ອນ, ສະໜິດຕິດພັນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ເພື່ອປະຕິບັດວິໄສທັດ ອາຊຽນ 2045, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ປະຕິບັດ 5 ເພີ່ມທະວີ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ແລະຜູ້ແທນເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024. ພາບ: ຫວຽດຈູງ

ທີໜຶ່ງ, ເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ເຫັນດີເປັນເອກະພາບໃນຫຼາຍຮູບຫຼາຍແບບ, ຍົກສູງນ້ຳໃຈເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າຕົນເອງທາງດ້ານຍຸດທະສາດຂອງອາຊຽນ. ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ; ພ້ອມທັງເຄົາລົບຄວາມແຕກຕ່າງກັນ, ຮັບປະກັນຄວາມກົມກຽວຂອງຜົນປະໂຫຍດ; ຢຶດໝັ້ນຕໍ່ຫຼັກໝັ້ນ, ຫຼັກການຂອງອາຊຽນ ກ່ຽວກັບບັນຫາຄວາມໝັ້ນຄົງ, ການພັດທະນາຂອງພາກພື້ນ ແລະໃນໂລກ. ທີສອງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ຍຸດທະສາດໃນອາຊຽນ ແລະໃນການພົວພັນກັບບັນດາຄູ່ຮ່ວມມື; ປະກອບສ່ວນສະກັດກັ້ນການປະທະກັນ, ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ. ທີສາມ, ເພີ່ມທະວີການຫັນເປັນດີຈີຕອນ, ພັດທະນາສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ; ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ເລີ່ມທຸລະກິດ, ສ້າງກຳລັງໜູນເຕີບໂຕໃໝ່, ຍືນຍົງໃຫ້ແກ່ອາຊຽນ ໃນໄລຍະຈະມາເຖິງ, ພ້ອມກັບການເຮັດວຽກແບບໃໝ່ກ່ຽວກັບກຳລັງໜູນເຕີບໂຕທີ່ເປັນມູນເຊື້ອ. ທີສີ່, ເພີ່ມທະວີການພັດທະນາໃຫ້ມີຄວາມກົມກຽວ, ຍືນຍົງ, ກວມລວມ, ຖືປະຊາຊົນເປັນໃຈກາງ, ກຳລັງໜູນ, ແຫຼ່ງກຳລັງ ແລະແມ່ນເປົ້າໝາຍຂອງການພັດທະນາ. ທີຫ້າ, ເພີ່ມທະວີການລະດົມທຸກແຫຼ່ງກຳລັງໃນສັງຄົມ, ໂດຍສະເພາະແມ່ນການຮ່ວມມືທັງພາກລັດ ແລະພາກເອກະຊົນ; ສ້າງຄວາມບຸກທະລຸຍຸດທະສາດກ່ຽວກັບລະບອບ, ບຸກຄະລາກອນ, ພື້ນຖານໂຄງລ່າງ ແລະການບໍລິຫານປະເທດ, ຊ່ວຍອາຊຽນພັດທະນາໄວ ແລະຍືນຍົງ. “ພວກເຮົາເຊື່ອໝັ້ນວ່າ ອາຊຽນ ໄດ້, ພວມ ແລະຈະປະກອບສ່ວນນັບມື້ນັບເປັນເຈົ້າການ, ຕັ້ງໜ້າກວ່າ ເພື່ອພ້ອມກັບປະຊາຄົມສາກົນກຳນົດອະນາຄົດຂອງໂລກ.

AFF 2024 ມີສອງກອງປະຊຸມຄົບຄະນະ, ສຸມໃສ່ປຶກສາຫາລືບັນດາຫົວຂໍ້ “ອາຊຽນ ພັດທະນາໄວເພື່ອອະນາຄົດຍືນຍົງ” ແລະ “ຮັບປະກັນຄວາມໝັ້ນຄົງຮອບດ້ານເພື່ອປະຊາຄົມອາຊຽນ ຖືປະຊາຊົນເປັນໃຈກາງ”.

ນຳອາຊຽນ ກາຍເປັນຕົວແບບໃນການຫັນປ່ຽນດີຈີຕອນໃນທົ່ວໂລກ

ໃນຂອບເຂດ AFF 2024, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາກັບວິສາຫະກິດບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມືດ້ວຍຫົວຂໍ້ “ປະຊາຄົມວິສາຫະກິດ ອາຊຽນ ສະໜິດຕິດພັນ, ສ້າງຄວາມເຂັ້ນແຂງດ້ວຍຕົນເອງ ແລະຍືນຍົງ: ກໍາແໜ້ນກາລະໂອກາດໃນຍຸກດີຈີຕອນ”.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມການໂອ້ລົມສົນທະນາກັບວິສາຫະກິດບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມື. ພາບ: ຫວຽດຈູງ

ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຖືວ່າ: ການຫັນປ່ຽນດີຈີຕອນພວມເກີດຂຶ້ນຢ່າງແຮງບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນຫາກຍັງໃນທົ່ວໂລກອີກດ້ວຍ, ໄດ້ດຳເນີນໄປໃນທຸກດ້ານຂອງການດຳລົງຊີວິດສັງຄົມ. ສະນັ້ນ, ຕ້ອງມີການຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກລະຫວ່າງບັນດາປະເທດ, ໃນນັ້ນມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາວິສາຫະກິດ, ກຸ່ມວິສາຫະກິດກັບລັດຖະບານບັນດາປະເທດ ແລະລະຫວ່າງບັນດາປະເທດນຳກັນ. ຜ່ານນັ້ນ, ກຳແໜ້ນຜົນປະໂຫຍດຢ່າງສຸດຂີດ, ພ້ອມທັງຈຳກັດ, ແກ້ໄຂສິ່ງທ້າທາຍໂດຍເຕັກໂນໂລຢີນຳມາໃຫ້.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ຖືວ່າ ໂລກໃນໄລຍະປະຈຸບັນ, ພ້ອມດ້ວຍການຫັນປ່ຽນສີຂຽວ, ຫັນປ່ຽນດີຈີຕອນໄດ້ກາຍເປັນ ທ່າອ່ຽງທີ່ກຳເນີດເກີດຂຶ້ນຢ່າງພາວະວິໄສ, ແມ່ນກໍາລັງໜູນເຕີບໂຕໃໝ່ສໍາລັບການພັດທະນາໄວ, ຍືນຍົງ, ເພື່ອອະນາຄົດທີ່ວັດທະນາຖາວອນຂອງອາຊຽນ, ພາກພື້ນ ແລະທົ່ວໂລກ. ສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງອາຊຽນ; ການຕັດສິນໃຈ, ເປັນຈິດໜຶ່ງໃຈດຽວກັນຂອງລັດຖະບານ, ປະຊາຄົມວິສາຫະກິດ, ປະຊາຊົນ; ການຮ່ວມມື, ຄວາມສະໜິດຕິດພັນຢ່າງສະໜິດແໜ້ນຂອງບັນດາຄູ່ຮ່ວມມືພາກພື້ນ, ສາກົນກ່ຽວກັບປະຊາຄົມອາຊຽນ ຫັນເປັນດີຈີຕອນໃນອະນາຄົດອັນໃກ້ໆນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີ 3 ການກຳນົດທິດບຸກທະລຸເພື່ອນຳອາຊຽນ ກາຍເປັນຕົວແບບໃນການຫັນປ່ຽນດີຈີຕອນໃນທົ່ວໂລກ. ໃນນັ້ນ, ຊຸກຍູ້ການເຂົ້າເຖິງຢ່າງສະເໝີພາບໃນການຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນບົນຫຼັກການ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ”, ຮັບປະກັນຄວາມກະຈ່າງແຈ້ງ, ປອດໄພ, ກວມລວມ, ຍືນຍົງ, ເພື່ອປະຊາຊົນທຸກຄົນ, ວິສາຫະກິດ, ປະຊາຄົມລ້ວນແຕ່ເຂົ້າຮ່ວມ ແລະຊົມໃຊ້ຜົນງານ.

ຖືວ່າການຫັນປ່ຽນດີຈີຕອນບໍ່ພຽງແຕ່ແມ່ນເຕັກໂນໂລຢີເທົ່ານັ້ນ ຫາກຍັງແມ່ນການປ່ຽນແປງຢ່າງເລິກເຊິ່ງທີ່ມີລັກສະນະທົ່ວໂລກ, ທົ່ວປວງຊົນ, ຮອບດ້ານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຊື່ອໝັ້ນວ່າ ປະຊາຄົມວິສາຫະກິດຂອງອາຊຽນ ແລະບັນດາປະເທດຄູ່ຮ່ວມມືຈະກຳແໜ້ນກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ມານະພະຍາຍາມສ້າງຄວາມສະໜິດຕິດພັນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າຕົນເອງ, ສືບຕໍ່ຢັ້ງຢືນບົດບາດນຳໜ້າໃນການຫັນປ່ຽນດີຈີຕອນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາໄວ, ຍືນຍົງ, ກວມລວມຂອງແຕ່ລະປະເທດສະມາຊິກຂອງອາຊຽນ, ພາກພື້ນ ແລະໃນໂລກ.

ສະແດງວິໄສທັດຍຸດທະສາດຂອງຫວຽດນາມ

ວັນທີ 23 ເມສາ, ເນື່ອງໃນໂອກາດ AFF 2024, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ. ພາບ: ຫວຽດຈູງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງໃຫ້ເຫັນເຖິງການຕີລາຄາສູງຕໍ່ການປະກອບສ່ວນຂອງຄະນະເລຂາອາຊຽນ ແລະໃນນາມສ່ວນຕົວທ່ານເລຂາທິການໃຫຍ່ Kao Kim Hourn ເຂົ້າໃນວຽກງານລວມຂອງປະຊາຄົມອາຊຽນ; ຢັ້ງຢືນວ່າ ພາຍຫຼັງໄດ້ຮັບການສ້າງຕັ້ງ ແລະເຕີບໃຫຍ່ຂະຫຍາຍຕົວມາເປັນເວລາເກືອບ 6 ທົດສະວັດ, ອາຊຽນ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ; ເນັ້ນນັກວ່າ ອາຊຽນ ຕ້ອງສືບຕໍ່ໃຫ້ບຸລິມະສິດຮັກສາຄວາມສາມັກຄີ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະປັບຕົວໃຫ້ແທດເໝາະກັບສະພາບແວດລ້ອມຂອງພາກພື້ນ ແລະສາກົນທີ່ເຕັມໄປດ້ວຍການຜັນແປ, ຮັບປະກັນການສ້າງປະຊາຄົມໃຫ້ພັດທະນາໄວ, ຍືນຍົງ, ເໝາະສົມກັບທ່າອ່ຽງຂອງຍຸກສະໄໝ; ຖືວ່າອາຊຽນ ຕ້ອງຊຸກຍູ້ການພົວພັນເຈລະຈາກັບບັນດາປະເທດຄູ່ຮ່ວມມື, ໂດຍສະເພາະແມ່ນບັນດາປະເທດໃຫຍ່, ຕາມທິດດຸນດ່ຽງ, ຫັນເປັນຫຼາຍຮູບແບບ, ຫຼາຍທິດ, ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ ເພື່ອເປົ້າໝາຍສ້າງສະພາບແວດລ້ອມແຫ່ງສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະເພື່ອອາຊຽນ ໝັ້ນຄົງເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການໃນການຮັບມື.

ທ່ານເລຂາທິການໃຫຍ່ Kao Kim Hourn ຢັ້ງຢືນວ່າ AFF ແມ່ນຂໍ້ລິເລີ່ມທີ່ມີຄວາມສໍາຄັນ, ສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ຄືຂອງ ຫວຽດນາມ ໃນການຊຸກຍູ້ການສ້າງຕັ້ງເວທີປາໄສຂອງອາຊຽນ ກ່ຽວກັບອະນາຄົດຂອງອາຊຽນ, ປະກອບສ່ວນສ້າງປະຊາຄົມອາຊຽນ ພັດທະນາໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ, ປັບຕົວໃຫ້ແທດເໝາະກັບການຜັນແປກທາງດ້ານພູມສາດການເມືອງ ກໍ່ຄືການແກ່ງແຍ້ງຍາດຊິງລະຫວ່າງບັນດາປະເທດໃຫຍ່ໃນພາກພື້ນ.

ສູ້ຊົນນຳວົງເງິນການຄ້າຫວຽດນາມ-ອິນໂດເນເຊຍ ໃຫ້ບັນລຸ 18 ຕື້ໂດລາສະຫະລັດ

ວັນທີ 23 ເມສາ, ເນື່ອງໃນໂອກາດ AFF 2024, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ. ພາບ: ຫວຽດຈູງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາວ່າການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອິນໂດເນເຊຍ ໄດ້ຮັບການພັດທະນາຢ່າງແຂງແຮງ, ເລິກເຊິ່ງໃນທຸກຂົງເຂດ, ໃນນັ້ນການຮ່ວມມືດ້ານເສດຖະກິດແມ່ນຈຸດພົ້ນເດັ່ນ. ບົນພື້ນຖານຜົນງານທີ່ບັນລຸໄດ້ ແລະເພື່ອສ້າງກຳລັງໜູນໃໝ່, ສະໜິດຕິດພັນກວ່າໃຫ້ແກ່ການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາງລັດຖະມົນຕີ Retno Marsudi ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມືເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຂຶ້ນລະດັບສູງໃໝ່; ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງ, ທຸກຂັ້ນ; ຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ, ຂໍ້ຕົກລົງຂັ້ນສູງ, ເອກະສານທີ່ໄດ້ລົງນາມໃຫ້ມີປະສິດທິຜົນ; ເຫັນດີເປັນເອກະພາບສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 18 ຕື້ໂດລາສະຫະລັດ ໃນປີ 2028 ແລະຕາມທິດດຸນດ່ຽງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາງລັດຖະມົນຕີ Retno Marsudi ກໍ່ຢັ້ງຢືນເຖິງການເພີ່ມທະວີການຮ່ວມມືໃນທຸກຂົງເຂດສຳຄັນ, ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືທາງທະເລ; ສືບຕໍ່ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມສອງປະເທດ ແລະຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ. ຕີລາຄາສູງຕໍ່ບົດບາດນຳພາຂອງ ອິນໂດເນເຊຍ ໃນການຮ່ວມມືອາຊຽນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາງລັດຖະມົນຕີ Retno Marsudi ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມື, ປັບປຸງຄວາມສາມັກຄີ, ບົດບາດໃຈກາງຂອງອາຊຽນ, ໃນນັ້ນມີການສະໜັບສະໜູນລາວ ດຳລົງຕຳແໜ່ງປະທານອາຊຽນ 2024 ໃຫ້ປະສົບຜົນສຳເລັດ, ຮັກສາຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ.

ໂດຍ: ແສງເດືອນ