ເຊີດຊູບັນດາບົດຂຽນທີ່ດີເດັ່ນ

ລາຍການໄດ້ຮັບການຖ່າຍທອດສົດທາງຊ່ອງໂທລະພາບປ້ອງກັນຊາດຫວຽດນາມ (ສູນກະຈາຍສຽງ-ໂທລະພາບກອງທັບ); ຖ່າຍທອດສົດທາງອິນເຕີເນັດຂອງໜັງສືພິມກອງທັບປະຊາຊົນຫວຽດນາມເອເລັກໂຕນິກ. ລາຍການມີການສົມທົບກັນລະຫວ່າງບົດສາລະຄະດີກ່ຽວກັບການແຂ່ງຂັນ ແລະການສະແດງສິລະປະທີ່ເປັນເອກະລັກສະເພາະດ້ວຍບັນດາບົດເພງປະຕິວັດທີ່ຍ້ອງຍໍພັກ, ລຸງໂຮ່ ແລະຄວາມຮັກຕໍ່ບ້ານເກີດເມືອງນອນດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ ຫຼາຍຄົນຂອງກອງສິລະປະກອງທັບ, ນັກຮ້ອງ ຕຸ່ງເຢືອງ, ນັກສິລະປະກອນ ຫວູຖັງເລີ້ຍ ແລະກຸ່ມເດັກນ້ອຍທີ່ມາຈາກສະໂມສອນດາວເຍົາໄວ.

leftcenterrightdel
ບັນດາຜູ້ແທນມອບດອກໄມ້ໃຫ້ບັນດານັກສິລະປິນທີ່ສະແດງໃນລາຍການ. ພາບ: ຫວຽດຈຸງ

ກ່າວຄຳເຫັນທີ່ພິທີມອບລາງວັນ, ຕາງໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຈິ້ງວັນກວຽດ ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາການແຂ່ງຂັນ ຢືນຢັນວ່າ ບັນດາບົດຂຽນທີ່ດີເດັ່ນເຊິ່ງຄະນະຈັດຕັ້ງໄດ້ຄັດເລືອກມອບລາງວັນ ແລະເຊີດຊູນັ້ນ, ແມ່ນຈິດໃຈ, ປັນຍາ, ຄຸນນະທາດ, ສະແດງໃຫ້ເຫັນການຊອກຮູ້, ການອອກແຮງງານຢ່າງມີຫົວຄິດປະດິດສ້າງ, ດ້ວຍຈີນຕະນາການດ້ານການເມືອງທີ່ແຫຼມຄົມ ແລະຄວາມຮັບຜິດຊອບສູງຂອງບັນດານັກປະພັນ, ກຸ່ມນັກປະພັນທີ່ມີຕໍ່ໜ້າທີ່ປົກປັກຮັກສາພື້ນຖານແນວຄິດຂອງພັກ.

ຄຽງຂ້າງຄວາມໝາຍເຊີດຊູບັນດາບົດຂຽນທີ່ດີເດັ່ນ, ພິທີສະຫຼຸບ ແລະມອບລາງວັນຄັ້ງນີ້ ສືບຕໍ່ຍົກສູງຖານະບົດບາດຂອງການແຂ່ງຂັນແມ່ນເວທີປາໄສວິທະຍາສາດ, ເວທີປາໄສການເມືອງທີ່ມີອິດທິພົນຊື່ສຽງ, ສະແດງໃຫ້ເຫັນຄວາມຮັບຜິດຊອບ, ຄວາມໄວ້ເນື້ອເຊື່ອໃຈຕໍ່ພັກຂອງບັນດານັກປະພັນ.

ຄວາມສຸດອົກສຸດໃຈ, ພູມປັນຍາ, ຄຸນນະທາດຂອງຜູ້ຂຽນ

ດ້ວຍການແຂ່ງຂັນຂຽນ, ຄຸນນະພາບຂອງບົດຂຽນຍັງຄົງເປັນປັດໄຈຕັດສິນເພື່ອຕີລາຄາຜົນສໍາເລັດ. ການປົກປັກຮັກສາພື້ນຖານແນວຄິດຂອງພັກແມ່ນຫົວຂໍ້ທີ່ຂຽນຍາກ, ຄຽງຂ້າງຄຸນນະທາດການເມືອງອັນໝັ້ນແກ່ນ, ຮຽກຮ້ອງໃຫ້ບັນດາຜູ້ຂຽນຕ້ອງມີພື້ນຖານທິດສະດີການເມືອງທີ່ເລິກເຊິ່ງ, ແລະຕິດແທດກັບຊີວິດຕົວຈິງເພື່ອມີປະຕິກິລິຍາງຢ່າງວ່ອງໄວຕໍ່ກົນອຸບາຍ, ເລ່ລ່ຽມຕ້ານທຳລາຍພື້ນຖານແນວຄິດຂອງພັກຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ.

ຈຸດໃໝ່ຂອງການແຂ່ງຂັນຂຽນຄັ້ງນີ້ແມ່ນນອກຈາກມີຫຼາຍບົດຂຽນ ສືບຕໍ່ລົງເລິກໄຈ້ແຍກ, ອະທິບາຍກ່ຽວກັບການປົກປັກຮັກສາພື້ນຖານແນວຄິດຂອງພັກຄື: ຄຸນຄ່າພື້ນຖານ, ໝັ້ນຄົງຂອງລັດທິ ມາກ - ເລນິນ, ແນວຄິດໂຮ່ຈີມິນ, ໂຄງການການເມືອງຂອງພັກກອມມູນິດຫວຽດນາມ, ຮັກສາການນຳພາໂດຍກົງຂອງພັກໃນວຽກງານທຸກດ້ານຂອງກໍາລັງປະກອບອາວຸດ; ຜູ້ຂຽນຫຼາຍຄົນໄດ້ຊອກຫາວິທີເຂົ້າເຖິງໃໝ່, ລົງເລິກອະທິບາຍບັນດາບັນຫາລະອຽດ, ແທດຈິງ, ດຶງດູດໃຈ.

ທີ່ພິທີ, ບັນດາສະຫາຍການນຳໄດ້ມອບລາງວັນໃຫ້ນັກປະພັນທີ່ມີບົດຂຽນດີເດັ່ນຄື: 3 ລາງວັນທີ 1, 7 ລາງວັນທີ 2, 13 ລາງວັນທີ 3, ແລະ 15 ລາງວັນຊົມເຊີຍ.

leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນໂບ້ ປຸກລະດົມການແຂ່ງຂັນຂຽນ “ປົກປັກຮັກສາພື້ນຖານແນວຄິດຂອງພັກໃນສະພາບການໃໝ່” ຄັ້ງທີ 4 (2024-2025). ພາບ: ຫວຽດຈຸງ

ຄະນະຈັດຕັ້ງໄດ້ມອບໃບຍ້ອງຍໍໃຫ້ 5 ອົງການສື່ມວນຊົນທີ່ຕັ້ງໜ້າເຂົ້າຮ່ວມການແຂ່ງຂັນ ຄື: ໜັງສືພິມປ້ອງກັນຊາດນະຄອນຫຼວງ, ໜັງສືພິມທະຫານຊາຍແດນ, ໜັງສືພິມວິ້ງຟຸກ, ວາລະສານທິດສະດີການເມືອງ ແລະສື່ສານ (ສະຖາບັນສື່ມວນຊົນ ແລະໂຄສະນາ), ວາລະສານວິທະຍາສາດການເມືອງການທະຫານ (ໂຮງຮຽນນາຍທະຫານການເມືອງ). ສືບຕໍ່ຜົນສຳເລັດຂອງການແຂ່ງຂັນ ຄັ້ງທີ 3, ຕາງໜ້າຄະນະຈັດຕັ້ງ, ທ່ານພົນຈັດຕະວາ ດວ່ານຊວນໂບ້, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຈັດຕັ້ງໄດ້ປຸກລະດົມການແຂ່ງຂັນຂຽນ “ປົກປັກຮັກສາພື້ນຖານແນວຄິດຂອງພັກໃນສະພາບການໃໝ່” ຄັ້ງທີ 4, ເພື່ອແນໃສ່ຊົມເຊີຍບັນດາວັນບຸນໃຫຍ່ຂອງພັກ, ປະເທດ, ກອງທັບໃນ ປີ 2024-2025; ພ້ອມທັງ, ສືບຕໍ່ຜັນຂະຫຍາຍການປະຕິບັດມະຕິເລກທີ 35-NQ/TW ລົງວັນທີ 22 ຕຸລາ 2018 ຂອງກົມການເມືອງກ່ຽວກັບ “ເພີ່ມທະວີການປົກປັກຮັກສາພື້ນຖານແນວຄິດຂອງພັກ, ຕ້ານທັດສະນະທີ່ຜິດພາດ, ເປັນປໍລະປັກໃນສະພາບການໃໝ່” ຢ່າງມີປະສິດທິຜົນ.

ເພື່ອໃຫ້ການແຂ່ງຂັນ ຄັ້ງທີ 4 ສືບຕໍ່ໄດ້ຮັບຜົນສຳເລັດຕື່ມອີກ, ຄະນະຈັດຕັ້ງຫວັງວ່າ ບັນດາອົງການສື່ມວນຊົນ, ນັກຂ່າວ, ຜູ້ຮ່ວມງານ, ເປັນຕົ້ນແມ່ນບັນດາສະຫາຍຫົວໜ້າ, ຄຸ້ມຄອງ ແລະນັກວິທະຍາສາດໃນທົ່ວປະເທດສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມເດີນທາງ, ຕັ້ງໜ້າເຂົ້າຮ່ວມການແຂ່ງຂັນຜ່ານບັນດາບົດຂຽນທີ່ຕິດແທດກັບສະພາບຕົວຈິງ, ມີລັກສະນະວິທະຍາສາດ, ລັກສະນະຕໍ່ສູ້ ແລະດຶງດູດໃຈ.

ໂດຍ: ຈາງຫງວຽນ