"ຄວາມເອກອ້າງທະນົງໃຈຂອງຫວຽດນາມ

ທ່ານນາງ ຄຳເຜົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຕີລາຄາວ່າ ໄຊຊະນະດ້ຽນບຽນຝູ ແມ່ນບັ້ນຮົບໃຫຍ່ຢູ່ອິນດູຈີນ, ສິ້ນສຸດດ້ວຍໄຊຊະນະອັນສະຫງ່າລາສີຂອງກອງທັບ ແລະປະຊາຊົນຫວຽດນາມ. ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໃນມໍ່ໆມານີ້, ທ່ານນາງ ຄຳເຜົາ ເອີນທະວັນ ຢັ້ງຢືນວ່າ ໄຊຊະນະດ້ຽນບຽນຝູ ແມ່ນໄຊຊະນະດ້ານການເມືອງ-ການທະຫານພາຍໃຕ້ການນຳພາຢ່າງຖືກຕ້ອງ, ສະຫຼາດສະຫຼຽວຂອງພັກກອມມູນິດຫວຽດນາມ, ຜູ້ນຳແມ່ນປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່; ສະແດງໃຫ້ເຫັນຈິດໃຈກ້າຫານ, ຕໍ່ສູ້ຢ່າງພິລະອາດຫານເພື່ອເອກະລດ, ເສລີພາບຂອງປະເທດຫວຽດນາມ; ໄດ້ປະຊາຊົນຜູ້ທີ່ຮັກຫອມສັນຕິພາບໃນໂລກນິຍົມນັບຖື ແລະຍ້ອງຍໍສັນລະເສີນ.

leftcenterrightdel
ພາບປະກອບຄັດຈາກ AFP

ຕາມ AFP, ນັກປະຫວັດສາດຄົນອັງກິດ Martin Windrow ຖືວ່າ ບັ້ນຮົບດ້ຽນບຽນຝູ ເປັນຂີດໝາຍ "ເປັນຄັ້ງທຳອິດຂະບວນການຕໍ່ສູ້ຍາດເອົາເອກະລາດຢູ່ນອກ ເອີລົບ ໄດ້ພັດທະນາດ້ວຍຫຼາຍໄລຍະ, ແຕ່ກຸ່ມກອງຫຼອນຈົນຮອດກອງທັບທີ່ມີໂຄງປະກອບການຈັດຕັ້ງ, ກຳລັງປະກອບອາວຸດ, ໄດ້ຕີເອົາຊະນະຈາກສັດຕູຜູ້ຮຸກຮານຕາເວັນຕົກທັນສະໄໝໃນການຕໍ່ສູ້ຢ່າງດຸເດືອດ. AFP  ເນັ້ນໜັກວ່າ ການຕໍ່ສູ້ທີ່ຍືດເຍື້ອຍາວນານເປັນເວລາ 56 ວັນ ແລະຄືນ ຢູ່ດ້ຽນບຽນຝູ ໄດ້ພິສູດໃຫ້ເຫັນວ່າ ກອງທັບ ຝະລັ່ງ ຖືກປະລາໄຊໃນບັ້ນຮົບທີ່ມີລັກສະນະບາດລ້ຽວ, ນຳຫວຽດນາມ ກາຍເປັນປະເທດເອກະລາດ", "ເປີດສາກການລົ້ມລະລາຍຂອງລະບອບລ່າເມືອງຂຶ້ນ", ພ້ອມທັງແມ່ນ "ໄຊຊະນະປະຫວັດສາດ", "ໄຊຊະນະເປັນຄຳ", "ໄຊຊະນະພິເສດ" ຂອງປະເທດຫວຽດນາມ.

ຊ່ອງໂທລະພາບ France 24 ຮັບຮູ້ວ່າ ບັ້ນຮົບດ້ຽນບຽນຝູ ແມ່ນ "ສັນຍາລັກຂອງຄວາມເຈັບຊ້ຳລະກຳໃຈ" ກ່ຽວກັບ "ປະລາໄຊໜັກໜ່ວງ" ຕໍ່ກັບກອງທັບຝະລັ່ງ ແມ່ນຂີດໝາຍປະຫວັດສາດສຳຄັນຂອງຫວຽດນາມ, ແມ່ນຄວາມເອກອ້າງທະນົງໃຈຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ນີ້. ໜັງສືພິມ South China Morning Post  ຊີ້ແຈ້ງວ່າ ໃນຫຼາຍປີຜ່ານມາ, ສຳລັບປະຊາຊົນຫວຽດນາມ, ຈິດໃຈໄຊຊະນະດ້ຽນບຽນຝູ ຍັງຄົງຕົວ. ຕາມໜັງສືພິມລາຍວັນຂອງ ຈີນ, ໄຊຊະນະດ້ຽນບຽນຝູ ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດຂອງຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນ "ພະຍານຫຼັກຖານຂອງການເສຍສະຫຼະຊີວິດຢ່າງພິລະອາດຫານຂອງປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ນຳໜ້າແມ່ນປະທານ ໂຮ່ຈີມິນ ອີກດ້ວຍ. ໜັງສືພິມ China Daily ໃຫ້ຂໍ້ສັງເກດວ່າ ດ້ຽນບຽນຝູ ແມ່ນບ່ອນ "ປະເທດ ອິນດູຈີນ ຂະໜາດນ້ອຍຄືຫວຽດນາມ ໄດ້ຕີເອົາໄຊຊະປະເທດມະຫາອຳນາດຄືລ່າເມືອງຂຶ້ນຝະລັ່ງ ທີ່ໄດ້ໂລກຮັບຮູ້".

ໜັງສືພິມ web scribd.com,  ທ່ານ ສຈ Carl Thayer ສັງກັດມະຫາວິທະຍາໄລ New South Wales (ອົດສະຕາລີ) ຕີລາຄາວ່າ "ໄຊຊະນະດ້ຽນບຽນຝູ ແມ່ນໄຊຊະນະດ້ານການທະຫານ, ຍຸດທະສາດ ແລະການເມືອງ" ຂອງຫວຽດນາມ. ໃນຂະນະນັ້ນ, ໜັງສືພິມ History.com  ຖືບັ້ນຮົບດ້ຽນບຽນຝູ ແມ່ນ "ໄຊຊະນະດ້ານການທະຫານທີ່ມີລັກສະນະຕັດສິນ" ຂອງຫວຽດນາມ, ແມ່ນປະລາໄຊຂອງກອງທັບຝະລັ່ງ. CNN ຖືວ່າ ໄຊຊະນະດ້ຽນບຽນຝູ ໄດ້ສ້າງພື້ນຖານສໍາລັບການເຊັນສັນຍາເຊີແນວ ກ່ຽວກັບການສິ້ນສຸດສົງຄາມ, ສ້າງສັນຕິພາບຢູ່ອິນດູຈີນ, ສະຖາບັນຄົ້ນຄວ້າ Hoover ຂອງມະຫາວິທະຍາໄລ Stanford (ອາເມລິກາ) ຢັ້ງຢືນວ່າ ບັ້ນຮົບດ້ຽນບຽນຝູ ດ້ວຍການປະລາໄຊຂອງ ຝະລັ່ງ ແມ່ນ "ເຫດການການທະຫານ ສຳຄັນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນສະຕະວັດ 20" ແລະ "ເຮັດໃຫ້ສະຖານະການການເມືອງໂລກມີການປ່ຽນແປງ".

"ຄວາມຜິດທີ່ມີລັກສະນະປະຫວັດສາດ"

ໜັງສືພິມ War History Online  ຖືວ່າ ນາຍພົນ Henri Navarre-ຜູ້ບັນຊາການໃຫຍ່ ຂອງກອງທັບ ຝະລັ່ງ ຢູ່ ອິນດູຈີນ ໄດ້ "ເລືອກເອົາດ້ຽນບຽນຝູ ສ້າງຖານທັບແມ່ນຄວາມຜິດທີ່ມີລັກສະນະປະຫວັດສາດແລ້ວ. ນີ້ກໍ່ແມ່ນສິ່ງທີ່ກອງທັບຕາເວັນອອກ ເຮັດຄືແນວນັ້ນໃນກາງທ້າຍສະຕະວັດ 20". ໜັງສືພິມ War History Online  ຢັ້ງຢືນວ່າ ກອງທັບ ຝະລັ່ງ ຖືກປະລາໄຊຍ້ອນ "ການໝີ່ນປະມາດ ແລະຄວາມອ່ອນເພຍຂອງເຂົາເຈົ້າ".

leftcenterrightdel
ພາບປະກອບຄັດຈາກ AFP

ຕາມ AFP, ກອງທັບຝະລັ່ງ ມີພຶດຕິກຳຜິດທີ່ມີລັກສະນະປະຫວັດສາດ" ກ່ຽວກັບຄວາມສາມາດຂອງຄູ່ແຂ່ງໃນບັ້ນຮົບດ້ຽນບຽນຝູ. ໄຊຊະນະດ້ຽນບຽນຝູ ໃນວັນທີ 7 ພຶດສະພາ 1954 ບໍ່ພຽງແຕ່ຂີດໝາຍສະຫງ່າລາສີໃນປະຫວັດສາດຂອງປະເທດຫວຽດນາມ ເທົ່ານັ້ນຫາກຍັງລະດົມໃຫ້ຂະບວນຕໍ່ສູ້ ປົດປ່ອຍຊາດໃນໂລກອີກດ້ວຍ. ໜັງສືພິມ Global Policy Forum ໃຫ້ຮູ້ວ່າ ການປະລາໄຊຂອງ ຝະລັ່ງ ຢູ່ດ້ຽນບຽນຝ ເປັນ "ການສິ້ນສຸດຂອງໄລຍະລ່າເມືອງຂຶ້ນ, ເປີດສ້າງຍຸກສະໄໝເອກະລາດຂອງໂລກ". ໜັງສືພິມ AFP ຢັ້ງຢືນວ່າ ບັ້ນຮົບດ້ຽນບຽນຝູ ແມ່ນຂີດໝາຍປະຫວັດສາດຂອງຂະບວນການປົດປ່ອຍຊາດໃນໂລກ, ສ້າງກຳລັງໜູນສຳລັບຂະບວນການຕໍ່ສູ້ປົດປ່ອຍຊາດຂອງບັນດາປະເທດອານານິຄົມ.

ໂດຍ: ແສງເດືອນ