ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ແມ່ນກົນໄກຂອງສະມັດຊາໃຫຍ່ ສະຫະພັນລັດຖະສະພາສາກົນ IPU ບົນພື້ນຖານການຮ່ວມມືຢ່າງແໜ້ນແຟ້ນກັບສະຫະປະຊາຊາດ. ກອງປະຊຸມໄດ້ຕີລາຄາວ່າແມ່ນເວທີປາໄສການທູດລັດຖະສະພາທີ່ມີຄວາມສຳຄັນທີ່ສຸດໃນຂອບເຂດທົ່ວໂລກ, ຍ້ອນວ່ານີ້ແມ່ນບ່ອນເຕົ້າໂຮມບັນດາການນຳລັດຖະສະພາທີ່ມາຈາກບັນດາທະວີບ ເປັນຈຳນວນຫຼວງຫຼາຍ, ເພື່ອພ້ອມກັນປຶກສາຫາລືກ່ຽວກັບບັນດານະໂຍບາຍຍຸດທະສາດ, ກຳນົດການຮ່ວມມືລັດຖະສະພາທົ່ວໂລກ ເພື່ອຮັບມືກັບບັນດາສິ່ງທ້າທາຍໃຫຍ່ຂອງຍຸກສະໄໝ, ນັບແຕ່ສັນຕິພາບ, ຄວາມໝັ້ນຄົງ, ພັດທະນາແບບຍືນຍົງຈົນຮອດການຊຸກຍູ້ສິດທິມະນຸດ ແລະຄວາມສະເໝີພາບ ລະຫວ່າງຍິງ-ຊາຍ.
ບໍ່ແມ່ນໂດຍບັງເອີນ ເຊີແນວ-ບ່ອນທີ່ຕັ້ງສຳນັກງານຂອງສະຫະປະຊາຊາດ, ອົງການອະນາໄມໂລກ ແລະຫຼາຍອົງການຈັດຕັ້ງສາກົນສຳຄັນຕ່າງໆ ທີ່ໄດ້ເລືອກເປັນບ່ອນຈັດຕັ້ງກອງປະຊຸມທີ່ມີລັກສະນະ “ສຸດຍອດ” ຂອງຊ່ອງທາງການທູດລັດຖະສະພາ. ຍ້ອນວ່າ ຢູ່ທີ່ນີ້, ບັນດາຄຸນຄ່າຫຼັກແຫຼ່ງ, ຄື: ເຄົາລົບກົດໝາຍ, ຄວາມເມດຕາ ແລະຍຸຕິທຳ ໄດ້ຫຼໍ່ລ້ຽງຜ່ານຫຼາຍຮຸ່ນ. ກອງປະຊຸມຄັ້ງນີ້ດ້ວຍຫົວຂໍ້: ໂລກແຫ່ງໜຶ່ງຖືກວຸ້ນວາຍ: ການຮ່ວມມືລັດຖະສະພາ ແລະລັດທິຫຼາຍຝ່າຍເພື່ອສັນຕິພາບ, ຄວາມສະເໝີພາບ ແລະວັດທະນາຖາວອນ ສຳລັບປະຊາຊົນທຸກຄົນ” - ຫົວຂໍ້ທີ່ໄດ້ຮັບການຕີລາຄາວ່າຈໍາເປັນຕ້ອງໃນສະພາບການໂລກປະເຊີນໜ້າກັບຄວາມແຕກແຍກກ່ຽວກັບພູມສາດການເມືອງ, ການ ປ່ຽນແປງຂອງດິນຟ້າອາກາດຢ່າງຮ້າຍແຮງ. ບັນດາສິ່ງທ້າທາຍນີ້ທີ່ຂ້າມທຸກຊາຍແດນ, ບໍ່ຈຳແນກປະເທດຮັ່ງມີ ແລະທຸກຍາກ, ພັດທະນາ ຫຼືກຳລັງພັດທະນາ ແລະວາງອອກຄວາມຮຽກຮ້ອງຮີບດ່ວນກ່ຽວກັບການຮ່ວມມືທົ່ວໂລກອີງໃສ່ຄວາມຮັບຜິດຊອບລວມ ແລະການກະທຳລວມໝູ່.
    |
 |
ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດ ແລະຜູ້ແທນເຂົ້າຮ່ວມພິທີຕ້ອນຮັບບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດ ໂລກ ຄັ້ງທີ 6. ພາບ: ສຳນັກຂ່າວສານຫວຽດນາມ |
ແລະກໍ່ທີ່ນີ້, ບັນດາຄວາມຊົງຈຳປະຫວັດສາດ ແລະຄວາມຄາດຫວັງຢາກຈິງໃຈຂອງປະເທດຮັກຫອມສັນຕິພາບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຢຶດໝັ້ນເຕື້ອງເຖິງທັດສະນະຢ່າງແຮງຂອງຫວຽດນາມ ທີ່ວ່າ ສະພາແຫ່ງຊາດຫວຽດນາມ ກ່ຽວກັບເສັ້ນທາງພັດທະນາໂດຍອີງໃສ່ຄວາມເມດຕາ, ຍຸຕິທຳ ແລະຫຼັກການເຄົາລົບກົດໝາຍ: “ບັນດາລັດຖະສະພາ ຕ້ອງຮັບປະກັນວ່າ ບັນດານະໂຍບາຍ ແລະກົດໝາຍ ໄດ້ກໍ່ສ້າງອີງໃສ່ບັນດາຄຸນຄ່າຫຼັກແຫຼ່ງ: ສັນຕິພາບ, ຍຸຕິທຳ ແລະຄວາມສະເໝີພາບ”. ນັ້ນບໍ່ພຽງແຕ່ແມ່ນທັດສະນະຂອງປະເທດພວມພັດທະນາເທົ່ານັ້ນ ຫາກຍັງແມ່ນຄຳຢັ້ງຢືນຢ່າງແຂງແຮງກ່ຽວກັບວິໄສທັດ: ພັດທະນາແບບຍືນຍົງຕ້ອງເລີ່ມຈາກການເຈລະຈາ ແລະເຄົາລົບລະບຽບກົດໝາຍລວມ, ຕັ້ງຜົນປະໂຫຍດຂອງປະຊາຊົນເປັນໃຈກາງ ແລະສັນຕິພາບໂລກເປັນເປົ້າໝາຍອັນສູງສົ່ງ.
ພ້ອມທັງ, ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ: “ສັນຕິພາບ, ຍຸຕິທຳ ແລະວັດທະນາຖາວອນພຽງແຕ່ບັນລຸໄດ້ເມື່ອທຸກປະເທດ, ເຖິງວ່າໃຫຍ່ ຫຼືນ້ອຍ ກໍ່ຕ້ອງເຄົາລົບກົດໝາຍສາກົນ, ການຮ່ວມມືສະເໝີພາບ ແລະຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງ”, ອີກເທື່ອໜຶ່ງ, ຫວຽດນາມ ຢືນຢັນຢ່າງຈະແຈ້ງວ່າ “ບໍ່ມີປະເທດໃດ, ເຖິງວ່າຮັ່ງມີເຂັ້ມແຂງຊ່ຳໃດທີ່ສາມາດຮັບມືກັບບັນດາສິ່ງທ້າທາຍທົ່ວໂລກເປັນລຳພັງຝ່າຍດຽວໄດ້. ໃນໄລຍະທີ່ມີການຜັນແປຫຼາຍຢ່າງ, ພຽງແຕ່ມີການເຈລະຈາ, ຮ່ວມມື ແລະເຄົາລົບກົດໝາຍສາກົນ, ການປະສານສົມທົບລະຫວ່າງບັນດາລັດຖະສະພາ-ຕາງໜ້າໃຫ້ທັດສະນະຂອງປະຊາຊົນ ຈຶ່ງສ້າງຄວາມເຫັນດີເຫັນພ້ອມສາກົນແບບຍືນຍົງ ແລະກວມລວມ, ແມ່ນເສັ້ນທາງຖືກຕ້ອງເພື່ອກ້າວສູ່ສັນຕິພາບ ແລະວັດທະນາລວມ.
ຫວຽດນາມ ໄດ້ມີວິວັດທະນາການບືນຕົວຂຶ້ນສ້າງຄວາມປະທັບໃຈ. ຈາກປະເທດທຸກຍາກ, ຫຼ້າຫຼັງຍ້ອນຜົນຮ້າຍຢ້ອນຫຼັງຈາກສົງຄາມ, ປະຈຸບັນ, ຫວຽດນາມ ໄດ້ກາຍເປັນພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະມີແງ່ຫວັງແຖວໜ້າຢູ່ພາກພື້ນອາຊີ-ປາຊີຟິກ. ໃນຕະຫຼອດ 3 ທົດສະວັດຜ່ານມາ, ການເຕີບໂຕຂອງຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍທຸກປີຂອງຫວຽດນາມ ບັນລຸປະມານ 6-7%, ບໍ່ຫົວຊາບັນດາສິ່ງທ້າທາຍທົ່ວໂລກ, ຄື: ພະຍາດໂຄວິດ-19. ຈົນຮອດປີ 2024, ຂອບຂະໜາດພື້ນຖານເສດຖະກິດຫວຽດນາມ ບັນລຸກວ່າ 476 ຕື້ໂດລາສະຫະລັດ, ຢືນອັນດັບທີ 4 ໃນອາຊຽນ; ບືນຕົວຂຶ້ນນອນໃນທອັບ 40 ພື້ນຖານເສດຖະກິດແຖວໜ້າໃນໂລກ. ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງຫຼາຍຢ່າງ. ແຕ່ປະເທດອຶດຫິວ, ທຸກຍາກ ກ້າວເຂົ້າກຸ່ມບັນດາປະເທດທີ່ມີລາຍຮັບປານກາງສູງ. ຊຸມປີຕົ້ນທົດສະວັດ 1990, ອັດຕາສ່ວນອຶດຫິວທຸກຍາກຢູ່ລະດັບ 58% ຈົນຮອດປີ 2024, ອັດຕາສ່ວນທຸກຍາກໃນທົ່ວໂລກມີພຽງແຕ່ 4,06% ເທົ່ານັ້ນ; GDP ສະເລ່ຍໃສ່ຫົວຄົນຂອງຫວຽດນາມ ບັນລຸປະມານ 4.700 ຕື້ໂດລາສະຫະລັດ. ຫວຽດນາມ ໄດ້ ແລະຈະສືບຕໍ່ກ້າວເຂົ້າສູ່ເສັ້ນທາງພັດທະນາວັດທະນາຖາວອນ ແລະຍືນຍົງ, ກ້າວເຖິງເປົ້າໝາຍທີ່ຖືຜົນປະໂຫຍດຂອງປະຊາຊົນແມ່ນສຳຄັນທີ່ສຸດ.
ດ້ວຍທັດສະນະສະເໝີຕົ້ນສະເໝີປາຍດັ່ງກ່າວ, ຈາກເວທີປາໄສລັດຖະສະພາສູງສຸດໃນໂລກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຮຽກຮ້ອງບັນດາລັດຖະສະພາ ສືບຕໍ່ກະທຳເພື່ອປະຊາຊົນ-ບໍ່ພຽງແຕ່ຂອງປະເທດໃດໜຶ່ງເທົ່ານັ້ນ ຫາກຍັງຂອງມວນມະນຸດອີກດ້ວຍ. ນັ້ນແມ່ນການເພີ່ມທະວີການເຈລະຈາ ແລະກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ຄວາມຍຸຕິທຳ ແລະຄວາມສະເໝີພາບ, ກະທຳເພື່ອສິ່ງແວດລ້ອມ ແລະພັດທະນາແບບຍືນຍົງ.
ສານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ສ້າງຄວາມປະທັບໃຈໃນປະຊາຄົມລັດຖະສະພາສາກົນ ຜ່ານການຕົບມືຊົມເຊີຍ. ສິ່ງນີ້ສະແດງໃຫ້ເຫັນວ່າ, ຫວຽດນາມ ໄດ້ ແລະກຳລັງແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຮ່ວມເດີນທາງ, ນຳພາ ແລະກະທຳເພື່ອໂລກແຫ່ງສັນຕິພາບ, ສະເໝີພາບ ແລະຍືນຍົງ.
ໃນທ່າມກາງໂລກຖືກວຸ້ນວາຍ, ຫວຽດນາມ-ແມ່ນປະເທດພັດທະນາດ້ວຍສັນຕິພາບ, ການຮ່ວມມືໄດ້ຢັ້ງຢືນຕົນເອງດ້ວຍການກະທຳທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ສານຈາກຫວຽດນາມ ແມ່ນການຢັ້ງຢືນທີ່ວ່າ: ພ້ອມກັນ, ບັນດາລັດຖະສະພາ ຈະສາມາດຜ່ານຜ່າທຸກສິ່ງທ້າທາຍເພື່ອສ້າງໂລກແຫ່ງນີ້ໃຫ້ດີງາມກວ່າ, ສະເໝີພາບກວ່າ, ເມດຕາກວ່າ.
ໂດຍ: ແສງເດືອນ