ທ່ານນາງ ສາດສະດາຈານ Ruhanas Harun - ພະແນກພົວພັນຕ່າງປະເທດ, ມະຫາວິທະຍາໄລປ້ອງກັນຊາດ ມາເລເຊຍ (UPNM) ໄດ້ໃຫ້ຂໍ້ສັງເກດຄືດັ່ງກ່າວໃນການໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາຢູ່ກົວລາລໍາເປີ ກ່ຽວກັບການປະກອບສ່ວນອັນພົ້ນເດັ່ນຂອງຫວຽດນາມ ໃຫ້ແກ່ອາຊຽນ ໃນໄລຍະ 30 ປີຜ່ານມາ. ຕາມທ່ານນາງ Ruhanas Harun ແລ້ວ, ນີ້ກໍ່ແມ່ນບາດກ້າວໃຫຍ່ເພື່ອມຸ່ງໄປເຖິງການເປີດກວ້າງຂອງອາຊຽນ ແລະເລື່ອງຫວຽດນາມ ເຂົ້າຮ່ວມອາຊຽນ ກໍ່ເປັນການກະຕຸ້ນໃຫ້ແກ່ການເປີດກວ້າງນີ້ຢ່າງແທ້ຈິງ.

ທ່ານນາງ Ruhanas ຖືວ່າ ເລື່ອງຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ໄດ້ສ້າງເງື່ອນໄຂໃຫ້ແກ່ບັນດາປະເທດ, ຄື: ລາວ, ກຳປູເຈຍ ແລະມຽນມາ ເຂົ້າຮ່ວມອາຊຽນ ແລະນີ້ແມ່ນການປະກອບສ່ວນອັນພົ້ນເດັ່ນທີ່ສຸດ. ເຫດການທີ່ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດໃນປີ 1998 ເມື່ອເປັນສະມາຊິກໃໝ່ໄດ້ແຕ່ 3 ປີກໍໄດ້ສະແດງໃຫ້ເຫັນບົດບາດນຳພາຂອງຫວຽດນາມ. ນີ້ແມ່ນເຫດການໃຫຍ່ທີ່ສຸດ, ສະແດງໃຫ້ເຫັນການປະກອບສ່ວນອັນໃຫຍ່ຫຼວງຂອງຫວຽດນາມ ໃຫ້ແກ່ອາຊຽນ ດ້ວຍແຜນດໍາເນີນງານຮ່າໂນ້ຍ ປີ 1998. ຫຼັງຈາກນັ້ນ, ຫວຽດນາມ ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມ ແລະກອງປະຊຸມສຸດຍອດຕ່າງໆ, ຊ່ວຍປັບປຸງກົນໄກອາຊຽນ.

leftcenterrightdel
ທ່ານນາງ ສາດສະດາຈານ Ruhanas Harun - ພະແນກພົວພັນຕ່າງປະເທດ, ມະຫາວິທະຍາໄລປ້ອງກັນຊາດ ມາເລເຊຍ (UPNM) ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາຢູ່ມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Ruhanas ຕີລາຄາວ່າ ນີ້ແມ່ນການປະກອບສ່ວນຢ່າງລະອຽດ, ໂດຍກົງໄປຄຽງຄູ່ກັບການປະກອບສ່ວນໂດຍທາງອ້ອມ ເຊັ່ນ: ການສ້າງນໍ້າໃຈມິດຕະພາບລະຫວ່າງບັນດາປະເທດສະມາຊິກ. ການປະກອບສ່ວນດັ່ງກ່າວຂອງຫວຽດນາມ ແມ່ນບໍ່ສາມາດປະຕິເສດໄດ້ ແລະເປັນໜ້າເຄົາລົບນັບຖື.

ເມື່ອເຕື້ອງເຖິງໂອກາດໃນຖານະທີ່ເປັນສະມາຊິກອາຊຽນ ນຳມາໃຫ້ຫວຽດນາມ, ທ່ານນາງ Ruhanas ຖືວ່າ ຄວນຕ້ອງພິຈາລະນາ 3 ເສົາຄໍ້າຂອງປະຊາຄົມອາຊຽນ. ໃນນັ້ນ, ເສົາຄ້ຳທີສອງແມ່ນປະຊາຄົມເສດຖະກິດອາຊຽນ ບາງທີອາດຈະແມ່ນເສົາຄ້ຳທີ່ບັນລຸໄດ້ຍາກທີ່ສຸດໃນໄລຍະສັ້ນເພາະບັນດາປະເທດສະມາຊິກອາຊຽນ ມີລະດັບການເຕີບໂຕທາງດ້ານເສດຖະກິດ ແລະການພັດທະນາເສດຖະກິດທີ່ແຕກຕ່າງກັນ.

ທ່ານນາງ Ruhanas ຍົກຕົວຢ່າງວ່າ, ກ່ອນທີ່ຫວຽດນາມ ຈະເຂົ້າເປັນສະມາຊິກອາຊຽນ, ມາເລເຊຍ ໄດ້ນຳເຂົ້າເຂົ້າສານຈາກໄທ ເປັນຕົ້ນຕໍ. ແຕ່ມາໃນປັດຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດທີ່ສົ່ງອອກເຂົ້າສານຂອງໂລກ, ຖັດຈາກໄທ. ຄຽງຂ້າງນັ້ນ, ຫວຽດນາມ ຍັງສົ່ງອອກກາເຟ ແລະຜະລິດຕະພັນກະເສດອີກຫຼາຍຢ່າງ. ຄູ່ຄ້າມາເລເຊຍຫຼາຍຄົນ ໄດ້ມາຊື້ຜະລິດຕະພັນ, ເຄື່ອງຕ່ຳແຜ່ນຕັດຫຍິບຢູ່ນະຄອນໂຮ່ຈີມິນ... ນຳມາເຊິ່ງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ການພົວພັນດ້ານເສດຖະກິດ.

ໃນເວລາ 30 ປີແຫ່ງການເຂົ້າເປັນສະມາຊິກອາຊຽນ, ຫວຽດນາມ ມີກາລະໂອກາດຫຼາຍຢ່າງໃນການພັດທະນາເສດຖະກິດ. ເພື່ອໃຫ້ເສດຖະກິດຫວຽດນາມ ພັດທະນາ ແລະເຊື່ອມໂຍງເຂົ້າກັບອາຊຽນ ຢ່າງເລິກເຊິ່ງກວ່າອີກນັ້ນ, ທ່ານນາງ Ruhanas ຖືວ່າ ຕ້ອງຊັ່ງຊາບັນດາປັດໄຈດັ່ງນີ້: ທີໜຶ່ງແມ່ນລະດັບການພັດທະນາເສດຖະກິດທີ່ແຕກຕ່າງກັນ ແລະຄວາມມານະພະຍາຍາມຂອງບັນດາປະເທດ ເພື່ອບັນລຸລະດັບລວມໃຫ້ແກ່ທົ່ວກຸ່ມ. ທີສອງ, ຕ້ອງພິຈາລະນາບັນດາປັດໄຈພາຍນອກທີ່ອາດຈະກີດຂວາງວິວັດການພັດທະນາເສດຖະກິດ ຫຼື ການເຊື່ອມໂຍງໃນປັດຈຸບັນ, ຕົວຢ່າງຄືນະໂຍບາຍອັດຕາພາສີຂອງອາເມລິກາ.

ຕາມທ່ານນາງ Ruhanas ແລ້ວ, ອາຊຽນ ສາມາດຊ່ວຍໃຫ້ບັນດາປະເທດສະມາຊິກອື່ນຮຽນຮູ້ປະສົບການພັດທະນາເສດຖະກິດຂອງຫວຽດນາມ. ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ພັດທະນາຈາກພື້ນຖານເສດຖະກິດການວາງແຜນລວມສູນສັງຄົມນິຍົມໄປສູ່ພື້ນຖານເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມ. ໃນໄລຍະເວລານັ້ນ, ເຖິງວ່າສາມາດເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດຕະຫຼາດໄດ້ກໍ່ຕາມ, ແຕ່ຫວຽດນາມ ກໍ່ມີຄວາມລະມັດລະວັງ ເພື່ອບໍ່ຕ້ອງສະຫຼະ ຫຼືຍອມຈໍານົນຕໍ່ຄວາມກົດດັນຈາກພາຍນອກ, ຍ້ອນນະໂຍບາຍພັດທະນາຂອງຕົນເພື່ອແນໃສ່ນໍາເອົາສະຫວັດດີການໃດໜຶ່ງມາໃຫ້ປະຊາຊົນ. ຍົກຕົວຢ່າງ, ຄື: ເລື່ອງຫວຽດນາມ ໄດ້ປະຕິບັດການຮັກສານະໂຍບາຍກະສິກຳເປັນຢ່າງດີ, ການປູກເຂົ້າແບບຍືນຍົງ, ທັງໄປຄຽງຄູ່ກັບການພັດທະນາຕົວເມືອງ.

ໂດຍ: ໄຊຊະນະ