    |
 |
ທ່ານ Philippe ເຈົ້າຊີວິດແຫ່ງລາຊະອານາຈັກແບນຊິກ ແລະພະມະເຫສີ Mathilde. ພາບ: Brussels Times |
ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງເຈົ້າຊີວິດ ແລະພະມະເຫສີ ແຫ່ງ ລາຊະອານາຈັກແບນຊິກ ແຕ່ວັນທີ 31 ມີນາ ຫາວັນທີ 4 ເມສາ ຕາມຄຳເຊີນຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະລາຊະອານາຈັກແບນຊິກ. ຂໍໃຫ້ທ່ານນາງຮອງລັດຖະມົນຕີ ແບ່ງປັນກ່ຽວກັບຈຸດປະສົງ, ຄວາມໝາຍ ແລະຄວາມສໍາຄັນຂອງການຢ້ຽມຢາມຄັ້ງນີ້?
ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງເຈົ້າຊີວິດ ແລະພະມະເຫສີແຫ່ງ ລາຊະອານາຈັກແບນຊິກ ແມ່ນການຢ້ຽມຢາມທີ່ພິເສດ, ມີຄວາມໝາຍສຳຄັນຕໍ່ການພົວພັນລະຫວ່າງ 2 ປະເທດ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດພາຍຫຼັງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ, ພິເສດແມ່ນໃນສະພາບການທີ່ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່; ເປັນຂີດໝາຍປະຫວັດສາດທີ່ສຳຄັນ, ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ໄລຍະພັດທະນາໃໝ່, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ສູງກວ່າ, ການຮ່ວມມືໄດ້ຮັບການຊຸກຍູ້ຢ່າງແທດຈິງ, ມີປະສິດທິຜົນກວ່າ.
ມີ 4 ຈຸດພົ້ນເດັ່ນກ່ຽວກັບການຢ້ຽມຢາມ ຄືດັ່ງນີ້:
ທີໜຶ່ງ, ການຢ້ຽມຢາມສະແດງໃຫ້ເຫັນນ້ຳໃຈຄວາມຮັກແພງອັນເປັນພິເສດຂອງເຈົ້າຊີວິດ Philippe ແລະພະມະເຫສີ Mathilde ທີ່ມີຕໍ່ຫວຽດນາມ. ກ່ອນໜ້ານີ້, ທັງເຈົ້າຊີວິດ ແລະພະມະເຫສີໄດ້ໄປຢ້ຽມຢາມຫວຽດນາມ ຫຼາຍຄັ້ງໃນຖານະທີ່ແຕກຕ່າງກັນ ແລະໄດ້ສ້າງຄວາມປະທັບໃຈຫຼາຍຢ່າງ. ເຖິງວ່ານີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຢູ່ຫວຽດນາມ ກໍຕາມ, ແຕ່ແທ້ຈິງແລ້ວແມ່ນການ “ກັບຄືນ” ຫວຽດນາມ, ກັບຄືນສູ່ປະເທດທີ່ເຈົ້າຊີວິດ ແລະພະມະເຫສີໄດ້ມີຄວາມຊົງຈຳ ແລະຄວາມຮູ້ສຶກຫຼາຍຢ່າງໃນການຢ້ຽມຢາມຄັ້ງກ່ອນ.
ທີສອງ, ການຕ້ອນຮັບເຈົ້າຊີວິດ ແລະພະມະເຫສີແຫ່ງລາຊະອານາຈັກ ແບນຊິກ ມາຢ້ຽມຢາມ ຫວຽດນາມ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາຂອງການຜັນຂະຫຍາຍແນວທາງການຕ່າງປະເທດທີ່ສອດຄ່ອງຂອງຫວຽດນາມ ກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງກວ້າງຂວາງ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງຫວຽດນາມ ຕໍ່ແບນຊິກ, ຄູ່ຮ່ວມມືສຳຄັນຂອງຫວຽດນາມ ໃນສະຫະພາບເອີລົບ.
ຝ່າຍແບນຊິກ, ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງເຈົ້າຊີວິດແບນຊິກ, ໃນຂະນະທີ່ເຈົ້າຊີວິດແບນຊິກ ບໍ່ຄ່ອຍເດີນທາງໄປປະຕິບັດງານຢູ່ບັນດາປະເທດນອກເອີລົບ ໃນປີ, ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນພິເສດຂອງແບນຊິກ ທີ່ມີຕໍ່ຫວຽດນາມ ແລະທີ່ຕັ້ງ ບົດບາດຂອງຫວຽດນາມ ໃນພາກພື້ນອາຊີ - ປາຊີຟິກ.
ທີສາມ, ການຢ້ຽມຢາມໄດ້ຢືນຢັນຄວາມປາດຖະໜາ ແລະຄວາມຕັດສິນໃຈຂອງສອງຝ່າຍ ເພື່ອນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ - ເຊິ່ງເປັນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ.
ການຢ້ຽມຢາມກໍ່ສືບຕໍ່ເຮັດໃຫ້ກອບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ແບນຊິກກ່ຽວກັບກະສິກໍາທີ່ສອງປະເທດໄດ້ສ້າງຕັ້ງໃນປີ 2018 ເລິກເຊິ່ງກວ່າ, ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດບຸລິມະສິດ ແລະຄວາມສາມາດບົ່ມຊ້ອນອື່ນ, ຄື: ການສຶກສາ - ບໍາລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ - ສິລະປະ.
ທີສີ່, ຜ່ານການຢ້ຽມຢາມ, ຫວຽດນາມ ສືບຕໍ່ສະເໜີໃຫ້ຝ່າຍແບນຊິກ ເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ 13.000 ຄົນດຳລົງຊີວິດ, ສຶກສາຮ່ຳຮຽນ ແລະທຳມາຫາກິນຢູ່ປະເທດປະຈໍາຖິ່ນ, ເສີມຂະຫຍາຍຈິດໃຈສາມາຄີ, ມຸ່ງໄປເຖິງປະເທດຊາດ, ຕັ້ງໜ້າເຊື່ອມໂຍງກັບສັງຄົມແບນຊິກ, ປະກອບສ່ວນບົດບາດແມ່ນຂົວເຊື່ອມຕໍ່, ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນຫວຽດນາມ-ແບນຊິກ.
ກວ່າ 5 ທົດສະວັດຜ່ານມາ, ການພົວພັນລະຫວ່າງຫວຽດນາມ ແລະລາຊະອານາຈັກແບນຊິກ ຍາມໃດກໍ່ໄດ້ຮັບການຮັກສາ ແລະມີບາດກ້າວພັດທະນາໃໝ່. ຂໍຮຽນທ່ານນາງຮອງລັດຖະມົນຕີ ແບ່ງປັນກ່ຽວກັບການພັດທະນາທີ່ຕັ້ງໜ້າໃນການພົວພັນຫວຽດນາມ - ແບນຊິກ ໃນໄລຍະຜ່ານມາ?
ຫວຽດນາມ ແລະແບນຊິກ ສ້າງຕັ້ງການພົວພັນທາງການທູດໃນປີ 1973 ແລະສ້າງຕັ້ງກອບຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳໃນປີ 2018. ໃນໄລຍະທີ່ຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະແບນຊິກ ໄດ້ຮັບການຮັກສາ ແລະພັດທະນາຢ່າງດີງາມ.
ທາງດ້ານການເມືອງ ແລະການທູດ, 2 ຝ່າຍໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນ ແລະກັນ ໂດຍຜ່ານຫຼາຍການພົວພັນຂັ້ນສູງ ແລະທຸກຂັ້ນ; ຜັນຂະຫຍາຍຂອບເຂດ ແລະກົນໄກການຮ່ວມມືຢ່າງມີປະສິດທິຜົນ, ຄື: ການປຶກສາຫາລືດ້ານການເມືອງຢູ່ຂັ້ນຮອງລັດຖະມົນຕີການຕ່າງປະເທດ, ຄະນະກຳມະການປະສົມເສດຖະກິດຫວຽດນາມ - ແບນຊິກ ແລະຄະນະກຳມະການປະສົມກ່ຽວກັບການຮ່ວມມືວິທະຍາສາດ - ເຕັກໂນໂລຢີຫວຽດນາມ-ແບນຊິກ; ການປະສານສົມທົບຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສ ແລະກົນໄກຫຼາຍຝ່າຍ.
ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນລະຫວ່າງສອງປະເທດໄດ້ດຳເນີນໄປຢ່າງມີຊີວິດຊີວາດ້ວຍຫລາຍໝາກຜົນທີ່ຕັ້ງໜ້າ. ແບນຊິກແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບ 6 ຂອງຫວຽດນາມ ຢູ່ເອີລົບ. ຫວຽດນາມແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງແບນຊິກໃນອາຊຽນ. ວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸໄດ້ 4,45 ຕື້ໂດລາສະຫະລັດ.
ເຊິ່ງແມ່ນຄູ່ຮ່ວມມືຍຸດທະສາດດ້ານກະສິກຳ, 2 ປະເທດພວມຜັນຂະຫຍາຍຫຼາຍໂຄງການຮ່ວມມືດ້ານເຕັກນິກລະຫວ່າງສະຖາບັນຄົ້ນຄວ້າກະສິກຳ ແລະໂຮງຮຽນຢ່າງຕັ້ງໜ້າ; ພັດທະນາລະບົບການຂົນສົ່ງທາງນ້ຳ ເພື່ອຮັບໃຊ້ການສົ່ງອອກຜະລິດຕະພັນກະເສດຈາກຫວຽດນາມ ໄປຍັງເອີຣົບ; ຊຸກຍູ້ການຜັນຂະຫຍາຍລະບົບ logistics ຄວາມເຢັນອັດສະລິຍະ, ການຮ່ວມມືພັດທະນາຂະແໜງກາກາວ, ຄວາມປອດໄພດ້ານສະບຽງອາຫານ...
ສ່ວນດ້ານອື່ນໆເຊັ່ນ: ການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ ແລະການຮ່ວມມືລະຫວ່າງທ້ອງຖິ່ນກໍມີຫຼາຍຈຸດພົ້ນເດັ່ນ. ສອງປະເທດໄດ້ສ້າງຕັ້ງການຮ່ວມມືກ່ຽວກັບການແກ້ໄຂລະເບີດ, ໝາກມິ່ນ, ການແພດການທະຫານ, ວິທະຍາສາດເຕັກໂນໂລຢີການທະຫານ, ແລກປ່ຽນ ແລະບຳລຸງສ້າງນັກສຶກສາການທະຫານ; ຊອກຫາໂອກາດຊຸກຍູ້ການຮ່ວມມືໃນບັນດາຂົງເຂດປັນຍາປະດິດ (AI), ເຕັກໂນໂລຢີສີຂຽວ, ນະວັດຕະກຳ, ເຕັກໂນໂລຊີສູງ, ຊຸກຍູ້ລະບົບນິເວດການເລີ່ມທຸລະກິດ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂດຍສະເພາະແມ່ນໃນຂົງເຂດອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ.
… ແຕ່ລະປີ, ລັດຖະບານແບນຊິກ ໄດ້ມອບທຶນການສຶກສາລະດັບເໜືອປະລິນຍາຕີ 40 ທຶນໃຫ້ນັກສຶກສາຫວຽດນາມ ຜ່ານບັນດາໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າ. ບັນດາທ້ອງຖິ່ນຂອງຫວຽດນາມ, ຄື: ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ເທື່ອທຽນເຫ້ວ, ເກິ່ນເທີ... ປະຈຸບັນມີການຮ່ວມມືຫຼາຍດ້ານກັບບັນດາເຂດ, ຊຸມຊົນ, ທ້ອງຖິ່ນຂອງແບນຊິກ ເຊັ່ນ: Wallonie - Bruxelles, Flanders, Liege, Namur...
ດ້ວຍພື້ນຖານການຮ່ວມມືອັນດີງາມທີ່ມີຢູ່ແລ້ວ, ພ້ອມກັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຂອງການນຳ 2 ປະເທດ ແລະ ຄວາມປາດຖະໜາຂອງປະຊາຊົນຫວຽດນາມ-ແບນຊິກ, ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງເຈົ້າຊີວິດ ແລະພະມະເຫສີ ແຫ່ງລາຊະອານາຈັກແບນຊິກຈະປະສົບຜົນສໍາເລັດຢ່າງຈົບງາມ, ບັນລຸໄດ້ຫຼາຍໝາກຜົນອັນຕັ້ງໜ້າ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ, ນຳການພົວພັນຫວຽດນາມ - ແບນຊິກ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!
ໂດຍ: ໄຊນີດາ