ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ເນັ້ນໜັກວ່າ, ເຖິງວ່າເປັນປະເທດນ້ອຍກໍ່ຕາມ, ແຕ່ແບນຊິກ ມີທີ່ຕັ້ງຍຸດທະສາດສຳຄັນຢູ່ໃຈກາງເອີລົບ, ແມ່ນບ່ອນຕັ້ງສໍານັກງານຂອງອົງການບໍລິຫານການເມືອງຂອງ ອີຢູ. ດ້ວຍພື້ນຖານເສດຖະກິດພັດທະນາຢ່າງແຂງແຮງ ແລະຂຶ້ນກັບກຸ່ມບັນດາປະເທດມີລາຍຮັບສູງໃນ ອີຢູ, ແບນຊິກ ໄດ້ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ນັບແຕ່ປີ 1973, ເປີດກາລະໂອກາດໃຫ້ການຮ່ວມມືຍາວນານລະຫວ່າງສອງປະເທດ.
    |
 |
ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງ ສະຫະພາບເອີລົບ (ອີຢູ). ພາບ: ສໍານັກຂ່າວສານຫວຽດນາມ |
ໃນ 50 ກວ່າປີຜ່ານມາ, ການພົວພັນລະຫວ່າງສອງປະເທດບັນລຸໄດ້ບັນດາຜົນງານດີພໍສົມຄວນໃນຫຼາຍຂົງເຂດ. ເຖິງຢ່າງໃດກໍ່ຕາມ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ກໍ່ຢືນຢັນວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງຫວຽດນາມ ແລະອີຢູ ເວົ້າລວມ, ລະຫວ່າງຫວຽດນາມ ກັບແບນຊິກ ເວົ້າສະເພາະ ຍັງໃຫຍ່ຫຼວງທີ່ສຸດ. ສະນັ້ນ, ການຢ້ຽມຢາມຂັ້ນສູງເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະສ້າງຂອບເຂດການຮ່ວມມືໃໝ່ແມ່ນສຳຄັນທີ່ສຸດ. ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ໃສ່ໃຈວ່າ, ການຢ້ຽມຢາມຂອງກະສັດແບນຊິກ, ຖືວ່າແມ່ນໜຶ່ງໃນສອງການຢ້ຽມຢາມທາງລັດຖະກິດຂອງເຈົ້າຊີວິດແບນຊິກ ໃນແຕ່ລະປີ, ໄດ້ສະແດງໃຫ້ເຫັນຄວາມສຳຄັນພິເສດຂອງຫວຽດນາມ ໃນການພົວພັນກັບແບນຊິກ. ນີ້ກໍ່ແມ່ນກາລະໂອກາດສຳຄັນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະລາຊະອານາຈັກແບນຊິກ, ພ້ອມທັງແມ່ນການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະອີຢູ.
ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ໃຫ້ຮູ້ວ່າ ໃນຕະຫຼອດ 50 ປີແຫ່ງວັນສ້າງການພົວພັນທາງການທູດລະຫວ່າງຫວຽດນາມ ແລະແບນຊິກ, ການພົວພັນນີ້ໄດ້ພັດທະນາຢ່າງແຂງແຮງ, ພິເສດແມ່ນໃນ 10 ປີຜ່ານມາ, ເມື່ອຫວຽດນາມ ມີບາດກ້າວກະໂດດຂັ້ນກ່ຽວກັບກໍາລັງແຮງບົ່ມຊ້ອນເສດຖະກິດ. ປະຈຸບັນ, ມີວິສາຫະກິດແບນຊິກຫຼາຍແຫ່ງພວມສົນໃຈມາຫວຽດນາມ, ຄະນະທີ່ຮ່ວມເດີນທາງມານຳເຈົ້າຊີວິດ ແບນຊິກ ໃນການຢ້ຽມຢາມຄັ້ງນີ້ລວມມີຜູ້ອໍານວຍການໃຫຍ່ຂອງກຸ່ມບໍລະສັດຂະໜາດໃຫຍ່ 34 ທ່ານ ແລະຜູ້ອຳນວຍການມະຫາວິທະຍາໄລແບນຊິກ 18 ທ່ານ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມສົນໃຈຫວຽດນາມ ທີ່ນັບມື້ນັບເພີ່ມຂຶ້ນຂອງແບນຊິກ ໃນຖານະເປັນຄູ່ຮ່ວມມືຍຸດທະສາດໃນຫຼາຍຂົງເຂດ, ໃນນັ້ນມີບັນດາຂົງເຂດເຊິ່ງສອງປະເທດລ້ວນແຕ່ມີທ່າແຮງ ແລະມີຄວາມຕ້ອງການຮ່ວມມື.
ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ເນັ້ນໜັກເຖິງ 3 ຂົງເຂດຮ່ວມມືທີ່ພົ້ນເດັ່ນລະຫວ່າງສອງປະເທດ. ທີໜຶ່ງ, ແບນຊິກ ມີທ່າແຮງກ່ຽວກັບເຕັກໂນໂລຢີພັດທະນາຄົມມະນາຄົມສີຂຽວ ແລະຫວຽດນາມ ໄດ້ສົ່ງຄະນະລັດຖະມົນຕີຄົມມະນາຄົມຂົນສົ່ງໄປ ແບນຊິກ ເພື່ອຊອກຮູ້ຮໍ່າຮຽນກາລະໂອກາດຮ່ວມມືໃນການພັດທະນາຄົມມະນາຄົມສີຂຽວ. ທີສອງ, ການຮ່ວມມືໃນຂົງເຂດກະສິກຳແບບຍືນຍົງ, ດ້ວຍເປົ້າໝາຍພັດທະນາກະສິກຳບໍ່ພຽງແຕ່ດ້ານຜະລິດຕະພາບເທົ່ານັ້ນ, ຫາກຍັງກ່ຽວກັບຄວາມຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແລະການນຳໃຊ້ເຕັກໂນໂລຢີຊີວະສາດຂອງແບນຊິກ. ການຮ່ວມມືນີ້ກໍ່ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ ແລະປ້ອງກັນການຢຸດສະງັກຂອງຕ່ອງໂສ້ການສະໜອງ.
ສຸດທ້າຍ, ແບນຊິກ ຍັງມີກໍາລັງແຮງບົ່ມຊ້ອນຢ່າງແຂງແຮງໃນຂະແໜງພະລັງງານທົດແທນ, ລວມທັງພະລັງງານລົມ, ພະລັງງານແສງຕາເວັນ, ໄຮໂດເຈນສີຂຽວ ແລະຊີວະມວນ (biomass). ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນຂົງເຂດພະລັງງານຊີວະມວນ ແລະການຮ່ວມມືກັບແບນຊິກ ໃນຂົງເຂດນີ້ຈະຊ່ວຍພັດທະນາແຫຼ່ງພະລັງງານທົດແທນ...
ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ໃຫ້ຮູ້ວ່າ ໃນອະນາຄົດ, ການພົວພັນລະຫວ່າງຫວຽດນາມ ແລະແບນຊິກ ຈະເປີດກາລະໂອກາດຮ່ວມມືສຳຄັນຫຼາຍຢ່າງ. ໜຶ່ງໃນບັນດາກາລະໂອກາດໃຫຍ່ກວ່າໝູ່ແມ່ນສອງປະເທດລ້ວນແຕ່ບັນລຸໄດ້ລະດັບພັດທະນາຢ່າງຕັ້ງໜ້າ ແລະໃນສະພາບການສາກົນປະຈຸບັນ, ທັງຫວຽດນາມ ແລະແບນຊິກ ລ້ວນແຕ່ຕ້ອງຫັນເປັນຫຼາຍຮູບຫຼາຍແບບ ແລະເປີດກວ້າງການພົວພັນຮ່ວມມື. ສຳລັບຫວຽດນາມ, ແບນຊິກ ສວມບົດບາດເປັນປະຕູສຳຄັນເຂົ້າສູ່ຕະຫຼາດ ອີຢູ, ແມ່ນພາກພື້ນທີ່ກວ້າງໃຫຍ່ມີພົນລະເມືອງປະມານ 450 ລ້ານຄົນ ແລະ GDP ເກືອບ 17.000 ຕື້ເອີໂຣ. ນີ້ແມ່ນຕະຫຼາດທີ່ມີກຳລັງຊື້ຢ່າງແຂງແຮງ ແລະຄວາມຕ້ອງການນຳເຂົ້າຢ່າງຫຼວງຫຼາຍ, ປະມານ 3.000 ຕື້ເອີໂຣຕໍ່ປີ. ສະນັ້ນ, ຜ່ານແບນຊິກ, ຫວຽດນາມ ສາມາດເຂົ້າເຖິງຕະຫຼາດ ອີຢູ ໄດ້ຢ່າງງ່າຍດາຍ, ເປັນຕົ້ນແມ່ນເມື່ອໄດ້ລົງນາມສັນຍາ EVFTA.
ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ກໍ່ໃຫ້ຮູ້ວ່າ, ຄວາມຕ້ອງການນຳເຂົ້າສິນຄ້າຈາກຫວຽດນາມ ໄປຍັງ ອີຢູ ແມ່ນຍັງໃຫຍ່ຫຼວງ, ນີ້ກໍ່ແມ່ນເຫດຜົນທີ່ຫວຽດນາມ ປະຈຸບັນແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ອີຢູ ໃນອາຊຽນ. ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ເຊື່ອໝັ້ນວ່າ, ດ້ວຍການຍູ້ແຮງການຮ່ວມມືກວ່າອີກ, ວົງເງິນການຄ້າລະຫວ່າງສອງປະເທດຈະບໍ່ພຽງແຕ່ຮັກສາລະດັບປະຈຸບັນເທົ່ານັ້ນ, ຫາກຍັງຈະສືບຕໍ່ເຕີບໂຕຢ່າງແຂງແຮງໃນອະນາຄົດ. ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ເຊື່ອໝັ້ນວ່າ, ເມື່ອຮ່ວມມື, ທັງຫວຽດນາມ ແລະແບນຊິກ ຈະມີກາລະໂອກາດຊຸກຍູ້ການພັດທະນາຢ່າງແຂງແຮງໃນຫຼາຍຂົງເຂດສຳຄັນ.
ຄຽງຂ້າງນັ້ນ, ແບນຊິກ ແມ່ນປະເທດພັດທະນາ ແລະຂຶ້ນກັບອີຢູ, ມີລະບົບກົດໝາຍທີ່ເຂັ້ມງວດ, ມີມາດຕະຖານສູງ, ພິເສດແມ່ນໃນຂົງເຂດພັດທະນາສີຂຽວ ແລະຫຼຸດຜ່ອນກາກບອນ. ສະນັ້ນ, ເພື່ອແຊກຊຶມເຂົ້າຕະຫຼາດແບນຊິກ, ບັນດາວິສາຫະກິດຫວຽດນາມ ຕ້ອງປັບຕົວ ແລະຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດນີ້. ເຖິງຢ່າງໃດກໍ່ຕາມ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ເຊື່ອໝັ້ນວ່າ ເມື່ອວິສາຫະກິດຫວຽດນາມ ກະກຽມໃຫ້ດີ ແລະບັນລຸມາດຕະຖານຂອງຕະຫຼາດແບນຊິກ ແລະອີຢູ, ສິນຄ້າຂອງຫວຽດນາມ ຈະມີກາລະໂອກາດອອກສູ່ໂລກ.
ໃນສະພາບການຮ່ວມມືສາກົນນັບມື້ນັບພັດທະນາ, ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງເຈົ້າຊີວິດແບນຊິກ ແລະພະມະເຫສີ ພ້ອມດ້ວຍຄະນະຜູ້ຕາງໜ້າລາຊະອານາຈັກແບນຊິກ ໄດ້ຮັບຄວາມຫວັງວ່າຈະແມ່ນບາດລ້ຽວສໍາຄັນໃນການຮັດແໜ້ນການພົວພັນລະຫວ່າງສອງປະເທດ.
ໂດຍ: ເຈິ່ນຮວ່ຽນ