ເນື່ອງໃນໂອກາດນີ້, ທ່ານ ບຸ່ຍເລຖ໊າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸງກາຣີ ໄດ້ແບ່ງປັນກັບນັກຂ່າວກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍຄືເຫດການພົ້ນເດັ່ນທີ່ຈະດໍາເນີນໃນປີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (3/2/1950 – 3/2/2025).

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານຕີລາຄາຄືແນວໃດກ່ຽວກັບຄວາມໝາຍແຫ່ງການຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງຂອງທ່ານ Szijjarto Peter ລັດຖະມົນຕີການຕ່າງປະເທດ ແລະເສດຖະກິດຕ່າງປະເທດຮຸງກາຣີ ທີ່ມີຕໍ່ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ຮຸງກາຣີ, ພິເສດແມ່ນໃນໂອກາດສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ?

ທ່ານ ບຸ່ຍເລຖ໊າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸງກາຣີ: ການຢ້ຽມຢາມຫວຽດນາມ ຂອງທ່ານ Szijjarto Peter ລັດຖະມົນຕີການຕ່າງປະເທດ ແລະເສດຖະກິດຕ່າງປະເທດຮຸງກາຣີ ດໍາເນີນໄປກົງກັບໂອກາດສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະນັ້ນມີຄວາມໝາຍສໍາຄັນທີ່ສຸດ, ບໍ່ພຽງແຕ່ສະແດງໃຫ້ເຫັນການຖືເປັນສໍາຄັນຂອງຮຸງກາຣີ ໃນການພົວພັນກັບຫວຽດນາມ ເທົ່ານັ້ນ, ຫາກຍັງເປີດກາລະໂອກາດຮ່ວມມືໃໝ່, ປະກອບສ່ວນປັບປຸງ ແລະພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ, ເຮັດໃຫ້ການພົວພັນນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Viktor Orbán ນາຍົກລັດຖະມົນຕີຮຸງກາຣີ ເປັນສັກຂີພິຍານພິທີລົງນາມເອກະສານການຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ກັບກະຊວງການຕ່າງປະເທດ ແລະເສດຖະກິດຕ່າງປະເທດຮຸງກາຣີ ຢູ່ນະຄອນຫຼວງ Budapest, ເດືອນມັງກອນ ປີ 2024. ພາບ: baochinhphu.vn

ການຢ້ຽມຢາມແມ່ນໂອກາດ ເພື່ອໃຫ້ສອງຝ່າຍໄດ້ຫວນຄືນການຮ່ວມມືທຸກດ້ານລະຫວ່າງສອງປະເທດໃນໄລຍະຜ່ານມາ, ຕີລາຄາການປະຕິບັດຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ, ເປັນຕົ້ນແມ່ນບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນການຢ້ຽມຢາມຮຸງກາຣີ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເມື່ອເດືອນມັງກອນ 2024; ແລກປ່ຽນກ່ຽວກັບວຽກງານກະກຽມຈັດຕັ້ງກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ-ຮຸງກາຣີ ເພື່ອແນໃສ່ວາງອອກມາດຕະການເພີ່ມທະວີການພົວພັນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ.

ຄາດວ່າ ໃນປີ 2025, ຫວຽດນາມ ແລະຮຸງກາຣີ ຈະຈັດຕັ້ງຫຼາຍກິດຈະກຳທີ່ແທດຈິງເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ລວມມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຈັດຕັ້ງບັນດາເຫດການວັດທະນະທຳ, ສົ່ງເສີມການຄ້າ ແລະການລົງທຶນ. ການຢ້ຽມຢາມຂອງທ່ານ Szijjarto Peter ຈະປະກອບສ່ວນຊຸກຍູ້ ແລະກະກຽມໃຫ້ແກ່ບັນດາກິດຈະກໍາເຄື່ອນໄຫວດັ່ງກ່າວ.

ນັກຂ່າວ: ຮຸງກາຣີ ເປັນຄູ່ຮ່ວມມືຮອບດ້ານທຳອິດຂອງຫວຽດນາມ ຢູ່ເອີລົບຕາເວັນອອກກາງ. ອັນໃດແມ່ນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍໃນ 7 ທົດສະວັດຜ່ານມາ, ພິເສດແມ່ນນັບແຕ່ເມື່ອຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2018 ?

ທ່ານ ບຸ່ຍເລຖ໊າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸງກາຣີ: ການພົວພັນລະຫວ່າງສອງປະເທດໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງເລິກເຊິ່ງ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ໄດ້ຮັບການຮັກສາ ແລະເພີ່ມພູນຄູນສ້າງໃນຕະຫຼອດໄລຍະຕໍ່ສູ້ປົດປ່ອຍຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບຂອງຫວຽດນາມ ແລະໃນໄລຍະປ່ຽນແປງໃໝ່ ແລະສ້າງສາປະເທດຊາດໃນປະຈຸບັນ.

leftcenterrightdel
ທ່ານ Sulyok Tamás ປະທານາທິບໍດີຮຸງກາຣີ ຕ້ອນຮັບທ່ານ ບຸ່ຍເລຖ໊າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ, ເດືອນມັງກອນ ປີ 2025. ພາບ: baochinhphu.vn

ໃນໄລຍະກວ່າ 7 ທົດສະວັດຜ່ານມາ, ການພົວພັນລະຫວ່າງສອງປະເທດໄດ້ມີບາດກ້າວພັດທະນາກະໂດດຂັ້ນ, ຈຸດພົ້ນເດັ່ນແມ່ນເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນເດືອນກັນຍາ 2018 ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມຮຸງກາຣີ, ນໍາປະເທດຮຸງກາຣີ ກາຍເປັນຄູ່ຮ່ວມມືຮອບດ້ານທໍາອິດຂອງຫວຽດນາມ ຢູ່ເອີຣົບຕາເວັນອອກກາງ, ເປີດໄລຍະພັດທະນາໃໝ່ໃນການພົວພັນຂອງສອງປະເທດ.

ນັບແຕ່ເມື່ອຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ວົງເງິນການຄ້າສອງສົ້ນໄດ້ເພີ່ມຂຶ້ນຢ່າງເຫັນໄດ້ຊັດ, ລື່ນກາຍລະດັບ 1 ຕື້ໂດລາສະຫະລັດ,  ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຮຸງກາລີ ຢູ່ອາຊີຕາເວັນອອກສ່ຽງໃຕ້.

ຮຸງກາຣີ ຖື ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ດ້ວຍຄຳໝັ້ນສັນຍາໜູນຊ່ວຍທຶນ 440 ລ້ານເອີໂຣ (ປະມານ 465 ລ້ານໂດລາສະຫະລັດ) ເພື່ອປະຕິບັດບັນດາໂຄງການໃນຂົງເຂດຮ່ວມມືບຸລິມະສິດຂອງສອງປະເທດ.

ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ, ຮຸງກາຣີ ແມ່ນໜຶ່ງໃນບັນດາປະເທດທຳອິດໜູນຊ່ວຍວັກຊິນໃຫ້ຫວຽດນາມ ດ້ວຍ 200.000 ໂດສ ແລະອຸປະກອນການແພດຫຼາຍຢ່າງ, ປະກອບສ່ວນຊ່ວຍໃຫ້ຫວຽດນາມ ຄວບຄຸມໂລກພະຍາດນີ້ໂດຍໄວ.

ປະຈຸບັນ, ຮຸງກາລີ ແມ່ນປະເທດທີ່ສະໜອງທຶນສຶກສາຫຼາຍທີ່ສຸດໃຫ້ນັກສຶກສາຫວຽດນາມ ຢູ່ພາກພື້ນເອີລົບຕາເວັນອອກກາງໃນແຕ່ລະປີ ດ້ວຍປະມານ 200 ທຶນສຶກສາ. ຮຸງກາຣີ ກໍ່ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ແລະແມ່ນປະເທດທຳອິດຂອງອີຢູ ທີ່ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA).

ຄຽງຂ້າງນັ້ນ, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມືຫຼາຍສະບັບໃນເກືອບທຸກຂົງເຂດ, ສ້າງຂອບນິຕິກຳສຳຄັນ ແລະພື້ນຖານອັນໜັກແໜ້ນເພື່ອປັບປຸງ ແລະນໍາການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ພິເສດແມ່ນພັກກອມມູນິດຫວຽດນາມ ແລະພັກ Fidesz - ສະຫະພັນພົນລະເມືອງຮຸງກາຣີ ກໍາລັງກໍາອໍານາດຢູ່ຮຸງກາຣີ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການຮ່ວມມືລະຫວ່າງສອງພັກໃນປີ 2017 ແນໃສ່ສ້າງພື້ນຖານດ້ານການເມືອງຢ່າງໝັ້ນຄົງໃຫ້ແກ່ການພົວພັນລະຫວ່າງສອງລັດຫວຽດນາມ ແລະຮຸງກາຣີ.

ນອກຈາກນັ້ນ, ບັນດາກົນໄກແລກປ່ຽນເປັນປະຈຳ ແລະປະຈຳໄລຍະລະຫວ່າງສອງປະເທດ, ຄື: ການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ, ກອງປະຊຸມຄະນະກໍາມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ-ຮຸງກາຣີ ໄດ້ຮັບການຮັກສາ, ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທຳ, ກິລາ ແລະທ່ອງທ່ຽວໄດ້ດໍາເນີນຢ່າງຟົດຟື້ນ ແລະອຸດົມສົມບູນ.

ນັກຂ່າວ: ຮຸງກາຣີ ຍາມໃດກໍ່ໜູນຊ່ວຍຫວຽດນາມ ຢ່າງຕັ້ງໜ້າໃນວິວັດການເຈລະຈາ ແລະລົງນາມໃນ EVFTA ແລະແມ່ນປະເທດທຳອິດ ໃນອີຢູ ໃຫ້ສັດຕະຍາບັນ EVIPA. ການນໍາສອງຝ່າຍຍັງກໍານົດການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ. ສະນັ້ນສອງປະເທດໄດ້ ແລະກໍາລັງຜັນຂະຫຍາຍມາດຕະການໃດແດ່ເພື່ອເສີມຂະຫຍາຍ ແລະເພີ່ມທະວີເສົາຄໍ້ານີ້ດ້ວຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ?

ທ່ານ ບຸ່ຍເລຖ໊າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸງກາຣີ: ຫວຽດນາມ ຖື ຮຸງກາຣີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຢູ່ ເອີລົບຕາເວັນອອກກາງ ແລະຮຸງກາຣີ ດ້ວຍນະໂຍບາຍ “ມຸ່ງໄປເຖິງຕາເວັນອອກ” ກໍຖືຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດ ຢູ່ອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Viktor Orbán ນາຍົກລັດຖະມົນຕີຮຸງກາຣີ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ຮຸງກາຣີ ຢູ່ນະຄອນຫຼວງ Budapest, ເດືອນມັງກອນ ປີ 2024. ພາບ: baochinhphu.vn

ຮຸງກາລີ ແມ່ນປະເທດສະມາຊິກທຳອິດໃນອີຢູ ທີ່ໃຫ້ສັດຕະຍາບັນ EVIPA, ສິ່ງດັ່ງກ່າວສະແດງໃຫ້ເຫັນຄໍາໝັ້ນສັນຍາຢ່າງແຂງແຮງຂອງລັດຖະບານຮຸງກາຣີ ໃນການປົກປັກຮັກສາສິດຂອງນັກລົງທຶນ ແລະສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ໝັ້ນຄົງ ແລະໂປ່ງໃສ. ສິ່ງດັ່ງກ່າວໄດ້ສົ່ງເສີມໃຫ້ບັນດາວິສາຫະກິດຮຸງກາຣີ ເອົາໃຈໃສ່, ລົງທຶນເຂົ້າຫວຽດນາມ ແລະກົງກັນຂ້າມ.

ວິສາຫະກິດຮຸງກາລີ ຫຼາຍແຫ່ງ ສະແດງຄວາມປາດຖະໜາຢາກຍາດແຍ່ງກາລະໂອກາດທີ່ EVFTA ນຳມາໃຫ້, ປາດຖະໜາຢາກມາຫວຽດນາມ ເພື່ອຊອກຫາຕະຫຼາດ, ລົງທຶນ, ດຳເນີນທຸລະກິດ. ມາຮອດປະຈຸບັນ, ເງິນລົງທຶນໂດຍກົງ (FDI) ຂອງຮຸງກາຣີ ຢູ່ຫວຽດນາມ ບັນລຸ 72,36 ລ້ານໂດລາສະຫະລັດ, ຢືນອັນດັບທີ 55 ໃນຈຳນວນ 149 ປະເທດ ແລະເຂດແຄວ້ນລົງທຶນເຂົ້າຫວຽດນາມ.

ກົງກັນຂ້າມ, ຫວຽດນາມ ລົງທຶນຢູ່ ຮຸງກາຣີ ໃນ 2 ໂຄງການດ້ວຍຍອດຈຳນວນທຶນ 5,8 ລ້ານໂດລາສະຫະລັດ ແລະໃນປະຈຸບັນມີໂຄງການລົງທຶນຂະໜາດໃຫຍ່ດ້ວຍມູນຄ່າກວ່າ 80 ລ້ານໂດລາສະຫະລັດ ພວມຢູ່ໃນໄລຍະຂໍໃບອະນຸຍາດລົງທຶນ. ບັນດາຄວາມມານະພະຍາຍາມຂອງສອງປະເທດໄດ້ ແລະກໍາລັງປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະເພີ່ມທະວີເສົາຄ້ຳການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງ ຫວຽດນາມ-ຮຸງກາຣີ.

ນັກຂ່າວ: ມະນຸດແມ່ນປັດໄຈເຊື່ອມຕໍ່ສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະຮຸງກາຣີ. ໃນປີທີ່ມີຄວາມໝາຍພິເສດນີ້, ສອງປະເທດໄດ້ມີການເຄື່ອນໄຫວໃດແດ່ເພື່ອຊຸກຍູ້ການພົບປະແລກປ່ຽນປະຊາຊົນ ໃຫ້ນັບມື້ນັບສະໜິດຕິດພັນ?

ທ່ານ ບຸ່ຍເລຖ໊າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸງກາຣີ: ໃນປີ 2025, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະຮຸງກາຣີ, ສອງປະເທດໄດ້ມີແຜນການຜັນຂະຫຍາຍຫຼາຍກິດຈະກຳເຄື່ອນໄຫວເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ຮັດແໜ້ນສາຍພົວພັນມິດຕະພາບ ແລະຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ.

ກ່ອນອື່ນໝົດ, ສອງປະເທດສືບຕໍ່ຮັກສາການຢ້ຽມຢາມຂອງການນຳຂັ້ນສູງ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ. ສະຖານທູດຫວຽດນາມ ປະຈຳ ຮຸງກາຣີ ຍັງມີແຜນການຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 135 ປີ, ທາງສະຖານທູດ ຈະສົມທົບກັບອໍານາດການປົກຄອງນະຄອນ Zalaegerszeg ເຊິ່ງແມ່ນສະຖານທີ່ທີ່ມີປູຊະນີຍະສະຖານຕັ້ງຮູບປັ້ນລຸງໂຮ່ ເພື່ອຈັດຕັ້ງກອງປະຊຸມສຳມະນາກ່ຽວກັບແນວຄິດສັນຕິພາບ, ເອກະລາດ, ອິດສະຫຼະພາບ ແລະຄວາມຜາສຸກຂອງປະທານໂຮ່ຈີມິນ.

ນອກຈາກນັ້ນ, ສະຖານທູດ ຍັງຊຸກຍູ້ການເຊື່ອມຕໍ່ການຮ່ວມມືລະຫວ່າງບາງທ້ອງຖິ່ນຂອງສອງປະເທດ, ຜ່ານນັ້ນເພີ່ມທະວີການພົບປະແລກປ່ຽນປະຊາຊົນ ແລະເປີດກາລະໂອກາດຮ່ວມມືທຸກດ້ານລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຂັ້ນສູງ ແລະບັນດາກິດຈະກຳເຄື່ອນໄຫວດັ່ງກ່າວຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ກໍຄືຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ປັບປຸງນໍ້າໃຈມິດຕະພາບອັນແໜ້ນແຟ້ນລະຫວ່າງຫວຽດນາມ ແລະ ຮຸງກາຣີ ໃນປີພິເສດນີ້.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ທູຈາງ