ສິງກະໂປ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງຫວຽດນາມ

ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ: ຫວຽດນາມ ຖືສິງກະໂປ ເປັນສໍາຄັນບໍ່ພຽງແຕ່ແມ່ນຮ່ວມໃນກຸ່ມອາຊຽນ ເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືຫຼັກແຫຼ່ງ, ຮ່ວມເດີນທາງໃນວິວັດການພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ອີກດ້ວຍ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Lawrence Wong  ນາຍົກລັດຖະມົນຕີ ສິງກະໂປ. ພາບ: qdnd.vn

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ 6 ເສົາຄ້ຳຮ່ວມມືໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດລ້ວນແຕ່ມີຄວາມໝາຍສຳຄັນທີ່ສຸດ; ສະເໜີຍູ້ແຮງການຮ່ວມມືລະຫວ່າງສອງພັກກຳອຳນາດ ແລະເຫັນດີເປັນເອກະພາບຕໍ່ບັນດາທິດທາງຍຸດທະສາດໃນການບໍາລຸງກໍ່ສ້າງພະນັກງານ; ຊົມເຊີຍ, ສະໜັບສະໜູນຂໍ້ສະເໜີຮ່ວມມືກັບສິງກະໂປ ໃນຂົງເຂດພະລັງງານສີຂຽວ ກໍ່ຄືຕາໜ່າງໄຟຟ້າສີຂຽວໃນພາກພື້ນ; ຍົກລະດັບລະບົບບັນດາເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ຕາມທິດຂຽວກວ່າ, ອັັດສະລິຍະກວ່າ ແລະເຊື່ອມຕໍ່ກວ່າ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານນາຍົກລັດຖະມົນຕີ Lawrence Wong ເຫັນດີເປັນເອກະສັນກັບບັນດາທິດທາງຍຸດທະສາດສຳຄັນໃຫ້ແກ່ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງໂດຍທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ, ໂດຍສະເພາະແມ່ນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະສົມທົບກັນດ້ານຍຸດທະສາດຜ່ານການແລກປ່ຽນທຸກຂັ້ນລະຫວ່າງພັກ, ລັດຖະບານ ແລະສະພາແຫ່ງຊາດຢ່າງບໍ່ຢຸດຢັ້ງ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະສ້າງບັນດາກົນໄກໃໝ່ທີ່ເໝາະສົມກັບລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ;... ເຫັນດີຕໍ່ການເພີ່ມທະວີການປຶກສາຫາລື, ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ທ່ານນາຍົກລັດຖະມົນຕີ Lawrence Wong ຢືນຢັນຄືນໃໝ່ຫຼັກໝັ້ນຂອງສິງກະໂປ ຕໍ່ການຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ແລະສາກົນອີງໃສ່ກົດໝາຍສາກົນ, ປັບປຸງຄວາມສາມັກຄີ, ເປັນເອກະພາບໃນອາຊຽນ, ຮັກສາບົດບາດໃຈກາງຂອງອາຊຽນ ຢູ່ພາກພື້ນ.

*ກໍ່ໃນວັນດຽວດກັນ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ Lawrence Wong  ນາຍົກລັດຖະມົນຕີສິງກະໂປ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພົບປະກັບທ່ານ Lawrence Wong  ນາຍົກລັດຖະມົນຕີສິງກະໂປ. ພາບ: qdnd.vn

ທີ່ການພົບປະ, ການນຳສອງທ່ານໄດ້ຕີລາຄາສູງບັນດາຜົນການຮ່ວມມືທີ່ພົ້ນເດັ່ນໃນທຸກຂົງເຂດໄລຍະຜ່ານມາ; ເຫັນດີເປັນເອກະພາບວ່າ ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະແບ່່ງປັນຜົນປະໂຫຍດ ແລະວິໄສທັດໃນຫຼາຍຂົງເຂດຈະຊ່ວຍສອງປະເທດສະໜິດຕິດພັນ, ເຊື່ອມຕໍ່ຢ່າງຮອບດ້ານກວ່າ, ຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ແລະມີປະສິດທິຜົນ, ນັບທັງສອງຝ່າຍ ກໍ່ຄືໃນບັນດາບັນຫາຍຸດທະສາດພາກພື້ນ. ສອງຝ່າຍເຫັນດີເປັນເອກະສັນກັນວ່າ ຫວຽດນາມ ແລະສິງກະໂປ ຕ້ອງເສີມຂະຫຍາຍປະສິດທິຜົນຄວາມສາມາດຮ່ວມມື, ດ້ວຍພື້ນຖານເສດຖະກິດທີ່ມີລັກສະນະເພີ່ມເຕີມເຊິ່ງກັນ ແລະກັນ; ສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍບັນດາເນື້ອແທ້ຂອງຂອບການພົວພັນໃໝ່ຢ່າງມີປະສິດທິຜົນ. ການນຳສອງທ່ານເຫັນດີເປັນເອກະພາບຖືວ່າ ຫວຽດນາມ ແລະສິງກະໂປ ຕ້ອງສືບ ຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນ ອາຊຽນ ແລະສະຫະປະຊາຊາດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ; ຮັກສາຄວາມສາມັກຄີ ແລະຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ສຳຄັນ, ໃນນັ້ນມີບັນຫາທະເລຕາເວັນອອກ, ຊຸກຍູ້ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 (UNCLOS).

ນໍາການຮ່ວມມືຫວຽດນາມ - ສິງກະໂປ ກາຍເປັນແບບຢ່າງພົ້ນເດັ່ນໃນພາກພື້ນ

ຕອນເຊົ້າວັນທີ 26 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ. ພາຍຫຼັງພິທີຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ ໄດ້ດຳເນີນການພົບປະເຈລະຈາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ທີ່ການພົບປະເຈລະຈາ, ການນຳສອງທ່ານມີຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາຢ່າງແຮງໃນການພົວພັນສອງຝ່າຍ, ພ້ອມທັງເຫັນດີເປັນເອກະພາບຕໍ່ບັນດາມາດຕະການ “ເດັດຂາດ, ທັນການ” ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງບາດກ້າວບຸກທະລຸໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ສອງຝ່າຍເປັນເອກະພາບຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ປັບປຸງການຮ່ວມມືດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບກວ່າອີກ. ນາຍົກລັດຖະມົນຕີສອງຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີການເຊື່ອມຕໍ່ເສດຖະກິດ ແລະເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງອື່ນໆ, ຄື: ການສຶກສາ, ບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ…

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ສອງຝ່າຍໄດ້ຕີລາຄາສູງເລື່ອງສອງປະເທດສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນເປັນປະຈໍາໃນການເລືອກຕັ້ງ ແລະສະໝັກເລືອກຕັ້ງເຂົ້າບັນດາອົງການ, ອົງການຈັດຕັ້ງຂອງສະຫະປະຊາຊາດ; ເຫັນດີເປັນເອກະພາບສົມທົບກັບບັນດາປະເທດອາຊຽນ ເພື່ອຮັບປະກັນຄວາມສາມັກຄີ, ເປັນເອກະພາບ, ຮັກສາບົດບາດໃຈກາງຂອງອາຊຽນ; ຊຸກຍູ້ການພັດທະນາແບບຍືນຍົງອະນຸພາກພື້ນ, ລວມທັງອະນຸພາກພື້ນແມ່ນໍ້າຂອງ. ນາຍົກລັດຖະມົນຕີ 2 ທ່ານເຫັນດີຮັກສາຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ; ເນັ້ນໜັກເຖິງຄວາມສຳຄັນຂອງເສລີພາບ ແລະຄວາມປອດໄພໃນການເດີນເຮືອ ແລະການບິນ; ຮັບປະກັນປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນແລະມີປະສິດທິຜົນ; ສ້າງສະພາບແວດລ້ອມທີ່ສະດວກ ແລະສູ້ຊົນສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີ Lawrence Wong ໄດ້ເປັນສັກຂີພິຍານພິທີເຊັນເອກະສານຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີຈົດໜາຍເຫດກ່ຽວກັບການຮ່ວມມືສ້າງໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະບັນດາຂໍ້ຕົກລົງໃນຂົງເຂດການຄ້າໄຟຟ້າພະລັງງານແຮງລົມ, ການຊຳລະຂ້າມຊາຍແດນນຳໃຊ້ລະຫັດ QR, ການພັດທະນາດີຈີຕອນ ແລະນະວັດຕະກຳ, ການພົບປະແລກປ່ຽນປະຊາຊົນ.

*ຕອນບ່າຍວັນທີ 26 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ Lawrence Wong.

leftcenterrightdel
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານນາຍົກລັດຖະມົນຕີ Lawrence Wong. ພາບ: qdnd.vn

ການນຳສອງທ່ານເຫັນດີນຳກັນວ່າ, ສະພາແຫ່ງຊາດສອງປະເທດຕ້ອງສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະບົດຮຽນ, ປະສົບການທີ່ດີຂອງແຕ່ລະປະເທດໃນການປັບປຸງລະບອບລະບຽບການ, ນະໂຍບາຍ, ລະບົບກົດໝາຍໃຫ້ສົມບູນແບບ; ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ພົບປະແລກປ່ຽນລະຫວ່າງບັນດາຄະນະກາມາທິການ, ອົງການຂອງສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງຂອງສອງປະເທດ; ສືບຕໍ່ຊຸກຍູ້ການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ການທ່ອງທ່ຽວ, ແຮງງານ ແລະການພົບປະແລກປ່ຽນປະຊາຊົນ... ກໍ່ຄືຫຼາຍຂົງເຂດທີ່ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາການປຶກສາຫາລື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ.

ໂດຍ: ທະນາພອນ