ໂດຍຮັບຄຳເຊີນຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ, ທ່ານ Luiz Inácio Lula da Silva ປະທານາທິບໍດີ ບຣາຊິນ ຈະຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 27-29 ມີນາ.

ແບ່ງປັນກັບສື່ມວນຊົນກ່ອນການຢ້ຽມຢາມ, ທ່ານ Marco Farani ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ ຢືນຢັນວ່າ ເຫດການນີ້ມີຄວາມໝາຍສຳຄັນຕໍ່ການພົວພັນສອງຝ່າຍລະຫວ່າງສອງປະເທດ. ບຣາຊິນ ແລະ ຫວຽດນາມ ຢູ່ຫ່າງໄກກັນດ້ານພູມສາດ, ແຕ່ສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນ ແລະມີອາລົມຈິດພິເສດຕໍ່ກັນ.

ກ້າວເຖິງແຜນການກະທຳລວມ

ທ່ານເອກອັກຄະລັດຖະທູດ ບຣາຊິນ ຖືວ່າ ການຢ້ຽມຢາມຄັ້ງນີ້ມີຄວາມສຳຄັນທີ່ສຸດຍ້ອນວ່າຫວຽດນາມ ໄດ້ກາຍເປັນປະເທດທີ່ມີບົດບາດພໍສົມຄວນໃນເວທີສາກົນ. ປະຊາຄົມສາກົນຮັບຮອງຄວາມສຳຄັນຂອງພູມສາດການເມືອງກໍ່ຄື ຕີລາຄາສູງຕໍ່ນະໂຍບາຍຄ່ອງແຄ້ວ ແລະມີປະສິດທິຜົນຂອງຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Luiz Inácio Lula da Silva ປະທານາທິບໍດີ ບຣາຊິນ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວຽດນາມ ໄດ້ຫັນເປັນປະເທດອຸດສາຫະກຳໂດຍໄວ ແລະເຊື່ອມໂຍງເຂົ້າກັບຕະຫຼາດສາກົນຢ່າງແຮງ, ດ້ວຍການລົງນາມໃນບັນດາສັນຍາການຄ້າເສລີ (FTA) ກັບ 64 ປະເທດ. ຍ້ອນເຫດນັ້ນ, ຫວຽດນາມ ພວມຄ່ອຍໆກາຍເປັນສູນຜະລິດ ແລະສົ່ງອອກສຳຄັນ, ບໍ່ພຽງແຕ່ພາຍໃນພາກພື້ນເທົ່ານັ້ນຫາກຍັງມຸ່ງໄປເຖິງຕະຫຼາດໃຫຍ່, ຄື: ເອີລົບ, ຈີນ ແລະອິນເດຍ.

ຄຽງຄູ່ກັນນັ້ນ, ຄວາມໝັ້ນຄົງດ້ານການເມືອງ ແລະນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ ເປັນປັດໄຈສຳຄັນທີ່ສຸດ ເຊິ່ງບັນດານັກລົງທຶນຊອກຫາ: ຄວາມປອດໄພ ແລະຄວາມໝັ້ນຄົງ. ບໍ່ພຽງແຕ່ແມ່ນຄວາມປອດໄພໃນສັງຄົມເທົ່ານັ້ນ ຫາກຍັງແມ່ນການຮັບປະກັນສະພາບແວດລ້ອມການລົງທຶນ, ການຜະລິດ ແລະການສົ່ງອອກ.

ທ່ານເອກອັກຄະລັດຖະທູດ Marco Farani ໃຫ້ຂໍ້ສັງເກດວ່າ “ການຢ້ຽມຢາມຂອງທ່ານປະທານາທິບໍດີ Luiz Inácio Lula da Silva ໄດ້ດຳເນີນໃນສະຖານະການນີ້ຈະເປີດກາລະໂອກາດເພື່ອໃຫ້ຫວຽດນາມ ເພີ່ມທະວີການພົວພັນກັບປະເທດນອນໃນກຸ່ມບັນດາປະເທດກຳລັງພັດທະນາຂອງພາກພື້ນເຄິ່ງໂລກໃຕ້”.

leftcenterrightdel
ທ່ານ Marco Farani ເອກອັກຄະລັດຖະທູດ ບຣາຊິນ ປະຈໍາ ຫວຽດນາມ ແບ່ງປັນກ່ອນການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີ ບຣາຊິນ. ພາບ: Vietnam+

ປະຈຸບັນ, ບຣາຊິນ ແມ່ນພື້ນຖານເສດຖະກິດໃຫຍ່ທີ່ສຸດໃນກຸ່ມບັນດາປະເທດກຳລັງພັດທະນາຢູ່ເຄິ່ງໂລກໃຕ້, ດ້ວຍ GDP ບັນລຸ 2,5 ຕື້ໂດລາສະຫະລັດ. ບຣາຊິນ ກໍ່ມີພື້ນຖານອຸດສາຫະກຳພັດທະນາຢ່າງແຮງ, ພ້ອມດ້ວຍທ່າແຮງດ້ານກະສິກຳ. ເພາະສະນັ້ນ, ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ສອງປະເທດສາມາດໜູນຊ່ວຍ, ຮ່ຳຮຽນເຊິ່ງກັນ ແລະກັນ ແລະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

ທ່ານເອກອັກຄະລັດຖະທູດ Marco Farani ໃຫ້ຮູ້ວ່າ “ຄາດວ່າ, ທ່ານປະທານາທິບໍດີ Luiz Inácio Lula da Silva ແລະທ່ານນາຍົກລັດຖະມົນຕີຫວຽດນາມ ຈະລົງນາມໃນແຜນການກະທຳໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ. ຂ້າພະເຈົ້າຖືວ່າ ນີ້ແມ່ນຂີດໝາຍສຳຄັນ, ຍ້ອນວ່າແຜນການກະທຳຈະກຳນົດບັນດາຂົງເຂດຮ່ວມມືເຊິ່ງສອງປະເທດສາມາດເພີ່ມທະວີ ແລະເຮັດໃຫ້ເລິກເຊິ່ງກວ່າ”.

ຄຽງຂ້າງການຮ່ວມມືດ້ານການເມືອງ, ການທູດປະຊາຊົນ ແລະວັດທະນະທຳ, ບຣາຊິນ ກຳນົດ 4 ຂົງເຂດຮ່ວມມືເຕັກນິກສຳຄັນໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດນີ້.

ທີໜຶ່ງແມ່ນກະສິກຳ. ສອງປະເທດຈະມີແຜນການກະທຳລະອຽດກ່ຽວກັບກະສິກຳ, ຕາມນັ້ນແລ້ວບັນດາລັດຖະມົນຕີກະສິກຳ ຈະພົບປະກັນຢ່າງໜ້ອຍສຸດປີລະຄັ້ງ ເພື່ອປຶກສາຫາລືກ່ຽວກັບກາລະໂອກາດຮ່ວມມື, ຊຸກຍູ້ການຄ້າ ແລະເຂົ້າເຖິງຕະຫຼາດຂອງກັນ.

ທີສອງແມ່ນວິທະຍາສາດ ແລະເຕັກໂນໂລຢີ. ຫວຽດນາມ ພວມຍູ້ແຮງການພັດທະນາເຕັກໂນໂລຢີ, ພິເສດແມ່ນໃນຂົງເຂດທາດເຊມິຄອນດັກເຕີ ແລະຫັນເປັນດີຈີຕອນ. ບຣາຊິນ ກໍ່ມີຂະແໜງອຸດສາຫະກຳ ເຊມິຄອນດັກເຕີ ພັດທະນາ ແລະແມ່ນປະເທດກ້າວໜ້າໃນຂົງເຂດຫັນເປັນດີຈີຕອນ. ນີ້ຈະແມ່ນສອງຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຮ່ວມມືຢ່າງແຮງລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Lula da Silva ປະທານາທິບໍດີ ບຣາຊິນ ເປັນສັກຂີພິຍານພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານກະສິກຳລະຫວ່າງກະຊວງກະສິກຳ ແລະພັດທະນາຊົນນະບົດກັບກະຊວງກະສິກຳ ແລະລ້ຽງສັດ ບຣາຊິນ ໃນຕອນເຊົ້າວັນທີ 25 ກັນຍາ 2023 (ເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ Brasilia. (ພາບ: ສຳນັກຂ່າວສານ ຫວຽດນາມ).

ທີສາມແມ່ນການຮ່ວມມືດ້ານປ້ອງກັນຊາດ. ບຣາຊິນ ສາມາດຮ່ວມມືກັບຫວຽດນາມ ໃນຂົງເຂດນີ້ເພື່ອເປີດກວ້າງການຮ່ວມມືດ້ານຄວາມໝັ້ນຄົງ ແລະອຸດສາຫະກຳປ້ອງກັນຊາດ.

ສຸດທ້າຍແມ່ນການຫັນປ່ຽນພະລັງງານ. ບຣາຊິນ ແມ່ນປະເທດ ນຳໜ້າໃນການຜະລິດ ແລະນຳໃຊ້ ethanol ໃນຂະແໜງຄົມມະນາຄົມຂົນສົ່ງໃນຕະຫຼອດ 50 ປີຜ່ານມາ. Ethanol ສາມາດຜະລິດຈາກຕົ້ນອ້ອຍ ຫຼືຕົ້ນສາລີ -ຕົ້ນໄມ້ປະເພດຕ່າງໆ ເຊິ່ງຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາ ແລະແມ່ນແຫຼ່ງພະລັງງານທົດແທນເປັນມິດກັບສິ່ງແວດລ້ອມ.

ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຫວຽດນາມ, ເວທີປາໄສເສດຖະກິດ ບຣາຊິນ-ຫວຽດນາມ ຈະດຳເນີນດ້ວຍການເຂົ້າຮ່ວມຂອງບໍລິສັດຂະໜາດໃຫຍ່ຈຳນວນ 50 ແຫ່ງ ທີ່ມາຈາກ ບຣາຊິນ ແລະວິສາຫະກິດຫວຽດນາມ ໜ້ອຍສຸດແມ່ນ 100 ແຫ່ງ. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານປະທານາທິບໍດີ Luiz Inácio Lula da Silva ກໍ່ມີບົດກ່າວປາໄສສໍາຄັນ, ທ່ານຖືວ່ານີ້ແມ່ນເຫດການສຳຄັນ, ຊ່ວຍເຊື່ອມຕໍ່ວິສາຫະກິດສອງປະເທດ, ສ້າງກາລະໂອກາດປຶກສາຫາລື ແລະເປີດກວ້າງການຮ່ວມມືເສດຖະກິດ, ການຄ້າ.

ການຢ້ຽມຢາມຄັ້ງນີ້ຍິ່ງມີຄວາມໝາຍກວ່າໃນສະພາບການຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງສັນຍາການຄ້າເສລີກັບບັນດາປະເທດໃນກຸ່ມຕະຫຼາດລວມ ອາເມລິກາໃຕ້  (MERCOSUR) ແລະທ່ານປະທານາທິບໍດີ Luiz Inácio Lula da Silva ຈະຮັບດຳລົງຕຳແໜ່ງປະທານໝູນວຽນຂອງ MERCOSUR ໃນເຄິ່ງທ້າຍປີນີ້.

ທ່ານເອກອັກຄະລັດຖະທູດ ແບ່ງປັນວ່າ “ປະມຸກລັດ 2 ທ່ານ ຈະແລກປ່ຽນຕື່ມອີກກ່ຽວກັບຂະບວນວິວັດການເຈລະຈາ FTA ກັບ MERCOSUR. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສັນຍາການຄ້າດີຈະນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ”.

ຄວາມປະເອີບໃຈຕໍ່ແງ່ຫວັງເສດຖະກິດຂອງຫວຽດນາມ

ທ່ານ Marco Farani ສະແດງຄວາມປິຕິຊົມຊື່ນ ແລະຄວາມເປັນກຽດເມື່ອຮັບດໍາລົງຕຳແໜ່ງຢູ່ຫວຽດນາມ ໃນໄລຍະນີ້, ເມື່ອປະເທດພວມມີການປ່ຽນແປງຢ່າງແຮງ ແລະຕັ້ງໜ້າດ້ານເສດຖະກິດ.

ທ່ານເວົ້າວ່າ “ຂ້າພະເຈົ້າ ເຊື່ອໝັ້ນວ່າ ຫວຽດນາມ ພວມໄປຖືກທິດທາງເພື່ອກາຍເປັນປະເທດພັດທະນາຮອບດ້ານໃນຮອບເວລາ 15 ປີຈະມາເຖິງ. ປີກາຍນີ້, ເສດຖະກິດ ຫວຽດນາມ ມີລະດັບເຕີບໂຕ 7%, ປີນີ້ເປົ້າໝາຍສາມາດບັນລຸ 8% ແລະໃນສອງປີຈະມາເຖິງອາດຈະບັນລຸລະດັບ 10%. ນີ້ແມ່ນຕົວເລກເປັນໜ້າປະທັບໃຈ”.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະເຈລະຈາກັບທ່ານ Luiz Inácio Lula da Silva ປະທານາທິບໍດີ ບຣາຊິນ ໃນຕອນບ່າຍວັນທີ 17 ພະຈິກ 2024, ເວລາທ້ອງຖິ່ນ (ຮຸ່ງເຊົ້າວັນທີ 18 ພະຈິກ, ເວລາຮ່າໂນ້ຍ). ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານເອກອັກຄະລັດຖະທູດ Marco Farani ແລ້ວ, ຫວຽດນາມ ແມ່ນປະເທດທີ່ຮັກຫອມສັນຕິພາບ. ຫວຽນາມ ເຄີຍຕໍ່ສູ້ເພື່ອປົກປັກຮັກສາເອກະລາດ, ອະທິປະໄຕຂອງຕົນ. ປະຈຸບັນ, ຫວຽດນາມ ແມ່ນປະເທດທີ່ມີອຳນາດອະທິປະໄຕຢ່າງໝັ້ນແກ່ນ, ຖອດຖອນໄດ້ຫຼາຍບົດຮຽນຈາກສົງຄາມ ແລະຍາມໃດກໍ່ມຸ່ງໄປເຖິງສັນຕິພາບ.

ຫວຽດນາມ ແລະ ບຣາຊິນ ມີຫຼາຍທັດສະນະທີ່ຄ້າຍຄືກັນໃນບັນຫາທົ່ວໂລກ. ດ້ວຍຖານະທີ່ຕັ້ງຍຸດທະສາດຂອງຕົນ, ຫວຽດນາມ ເຂົ້າໃຈຢ່າງຈະແຈ້ງວ່າ ສັນຕິພາບ ແລະການຮ່ວມມືແມ່ນເສັ້ນທາງດີທີ່ສຸດເພື່ອພັດທະນາແບບຍືນຍົງ.

ຫວຽດນາມ ພວມກ້າວເຂົ້າ “ສັງກາດບືນຕົວຂຶ້ນຂອງຊາດ” ເປັນຂີດໝາຍອະນາຄົດວັດທະນາຖາວອນ, ປ່ຽນແປງໃໝ່ ແລະເຊື່ອມໂຍງຢ່າງກົມກຽວເຂົ້າກັບທົ່ວໂລກ. ທ່ານ Marco Farani ໃຫ້ຂໍ້ສັງເກດວ່າການພັດທະນານີ້ບໍ່ພຽງແຕ່ນໍາມາເຊິ່ງຄວາມກ້າວໜ້າຢ່າງຈະແຈ້ງໃນຂົງເຂດສະຫວັດດີການສັງຄົມເທົ່ານັ້ນ ຫາກຍັງສ້າງກຳລັງໜູນຊຸກຍູ້ການພົວພັນສອງຝ່າຍໃຫ້ນັບມື້ນັບພັດທະນາຢ່າງແຮງ ແລະມີປະສິດທິຜົນ.

ໂດຍ: ແສງເດືອນ