ນັກຂ່າວ: ຂໍຮຽນທ່ານນາງຮອງລັດຖະມົນຕີ ຂໍທ່ານນາງແບ່ງປັນຈຸດປະສົງ, ຄວາມໝາຍ ແລະຄວາມສໍາຄັນຂອງການຢ້ຽມຢາມຄັ້ງນີ້?
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງພະມາຫາກະສັດ ແລະພະມາເຫສີ ແບນຊິກ ແມ່ນການຢ້ຽມຢາມທີ່ພິເສດ, ມີຄວາມໝາຍສຳຄັນທີ່ສຸດຕໍ່ການພົວພັນລະຫວ່າງສອງປະເທດ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດ ພາຍຫຼັງທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ພິເສດແມ່ນໃນສະພາບການທີ່ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່; ເປັນຂີດໝາຍປະຫວັດສາດທີ່ສຳຄັນ, ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ໄລຍະພັດທະນາໃໝ່, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ສູງຂຶ້ນ ແລະການຮ່ວມມືທີ່ໄດ້ຮັບການຊຸກຍູ້ຢ່າງແທດຈິງ ແລະມີປະສິດທິຜົນກວ່າ. ມີ 4 ຈຸດພົ້ນເດັ່ນກ່ຽວກັບການຢ້ຽມຢາມດັ່ງນີ້:
ທີ່ໜຶ່ງ, ການຢ້ຽມຢາມສະແດງໃຫ້ເຫັນອາລົມຈິດແບບພິເສດຂອງພະມາຫາກະສັດ Philippe ແລະພະມາເຫສີ Mathilde ທີ່ມີຕໍ່ຫວຽດນາມ.
    |
 |
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: mofa.gov.vn |
ທີສອງ, ການຕ້ອນຮັບພະມະຫາກະສັດ ແລະພະມະເຫສີ ແບນຊິກ ມາຢ້ຽມຢາມຫວຽດນາມ ເປັນພະຍານຫຼັກຖານທີ່ມີຊີວິດຊີວາຂອງການຜັນຂະຫຍາຍແນວທາງການທູດສະເໝີຕົ້ນຮສະເໝີປາຍຂອງຫວຽດນາມກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນການທູດເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມືຮອບດ້ານ, ເລິກເຊິ່ງເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ສະແດງຄວາມຖືເປັນສໍາຄັນຂອງຫວຽດນາມ ທີ່ມີຕໍ່ແບນຊິກ, ຄູ່ຮ່ວມມືສໍາຄັນຂອງຫວຽດນາມ ໃນສະຫະພາບເອີລົບ (ອີຢູ).
ທີສາມ, ການຢ້ຽມຢາມໄດ້ຢືນຢັນຄວາມປາດຖະໜາ ແລະຄວາມຕັດສິນໃຈຂອງສອງຝ່າຍເພື່ອນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຕື່ມອີກ, ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ - ເສົາຄ້ຳສຳ ຄັນໃນການພົວພັນສອງຝ່າຍ. ການຢ້ຽມຢາມກໍ່ສືບຕໍເຮັດໃຫ້ຂອບເຂດຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ແບນຊິກ ກ່ຽວກັບກະສິກຳ ທີ່ສອງປະເທດໄດ້ສ້າງຕັ້ງ ໃນປີ 2018 ເລິກເຊິ່ງກວ່າອີກ, ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດບຸລິມະສິດ ແລະມີທ່າແຮງບົ່ມຊ້ອນ, ຄື: ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ - ສິລະປະ.
ຄາດວ່າ, ໄປນໍາພະມະຫາກະສັດ ແລະພະມະເຫສີ ແບນຊິກ ໃນການຢ້ຽມຢາມຄັ້ງນີ້ມີ CEO ຂອງບັນດາກຸ່ມບໍລິສັດ ແລະວິສາຫະກິດແຖວໜ້າຂອງແບນຊິກ ແລະອີຢູ 34 ທ່ານ ໃນຂົງເຂດພະລາທິການ, ທ່າເຮືອ, ການຫັນປ່ຽນພະລັງງານ, ... ແລະການນໍາມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າແຖວໜ້າຂອງ ແບນຊິກ 16 ທ່ານ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງແບນຊິກ ໃນການພ້ອມກັບ ຫວຽດນາມ ປັບປຸງພື້ນຖານການຮ່ວມມືທີ່ມີຢູ່ແລ້ວ, ພ້ອມນັ້ນຊອກຫາ ແລະຂຸດຄົ້ນບັນດາກາລະໂອກາດຮ່ວມມືໃໝ່, ໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນເຊິ່ງ ແບນຊິກ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ.
ທີສີ່, ຜ່ານການຢ້ຽມຢາມ, ຫວຽດນາມ ສືບຕໍ່ສະເໜີໃຫ້ຝ່າຍ ແບນຊິກ ເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ 13.000 ຄົນທ່ີ່ດຳລົງຊີວິດ, ຮໍ່າຮຽນ ແລະທໍາມາຫາກິນ, ເສີມຂະຫຍາຍຈິດໃຈສາມັກຄີ, ມຸ່ງໜ້າເມືອຫາປະເທດຊາດ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສັງຄົມແບນຊິກ, ສວມບົດບາດເປັນຂົວຕໍ່, ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ການພັດທະນາ ຂອງການພົວພັນຫວຽດນາມ- ແບນຊິກ.
ນັກຂ່າວ: ຂໍຮຽນທ່ານນາງຮອງລັດຖະມົນຕີ ຂໍທ່ານນາງແບ່ງປັນກ່ຽວກັບການພັດທະນາຢ່າງຕັ້ງໜ້າໃນການພົວພັນຫວຽດນາມ - ແບນຊິກ ໃນໄລຍະຜ່ານມາຕື່ມອີກ?
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ຫວຽດນາມ ແລະແບນຊິກ ໄດ້ສ້າງຕັ້ງການພົວພັນທາງການທູດໃນປີ 1973 ແລະສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳໃນປີ 2018. ໃນໄລຍະຜ່ານມາ, ການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ແບນຊິກ ໄດ້ຮັບການຮັກສາ ແລະພັດທະນາເປັນຢ່າງດີ.
ກ່ຽວກັບດ້ານການເມືອງ-ການທູດ, ສອງຝ່າຍໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນ ແລະກັນຜ່ານຫຼາຍການເຄື່ອນໄຫວພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນ; ຜັນຂະຫຍາຍບັນດາຂອບເຂດ, ກົນໄກການຮ່ວມມືຢ່າງມີປະສິດທິຜົນ, ຄື: ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ, ຄະນະກຳມະການປະສົມກ່ຽວກັບເສດຖະກິດຮ່ວມຫວຽດນາມ - ແບນຊິກ...
ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນລະຫວ່າງສອງປະເທດໄດ້ຮັບການດໍາເນີນຢ່າງຟົດຟື້ນດ້ວຍບັນດາໝາກຜົນຢ່າງຕັ້ງໜ້າ. ແບນຊິກ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບ 6 ຂອງຫວຽດນາມ ຢູ່ເອີລົບ. ຫວຽດນາມ ແມ່ນຄູ່ການຄ້າໃຫຍ່ທີ່ສຸດຂອງແບນຊິກ ໃນອາຊຽນ.
ໂດຍເປັນຄູ່ຮ່ວມມືຍຸດທະສາດດ້ານກະສິກຳ, ສອງປະເທດຕັ້ງໜ້າຜັນຂະຫຍາຍຫຼາຍໂຄງການຮ່ວມມືເຕັກນິກລະຫວ່າງບັນດາໂຮງຮຽນ ແລະສະຖາບັນຄົ້ນຄວ້າກະສິກຳ; ພັດທະນາລະບົບພະລາທິການທາງນ້ຳ ເພື່ອຮັບໃຊ້ການສົ່ງອອກກະສິກຳຈາກຫວຽດນາມ ໄປຍັງເອີຣົບ; ຊຸກຍູ້ການຜັນຂະຫຍາຍລະບົບຕ່ອງໂສ້ ໂລຈິດສະຕິກ ເຄື່ອງເຢັນອັດສະລິຍະ, ຮ່ວມມືພັດທະນາອຸດສາຫະກຳ ໂກໂກ້ ແລະຄວາມປອດໄພດ້ານສະບຽງອາຫານ.
ບັນດາຂົງເຂດອື່ນໆເຊັ່ນ: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ ແລະເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດຄິດສ້າງ, ວັດທະນະທຳ, ການສຶກສາ ແລະບຳລຸງສ້າງ, ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນມີຫຼາຍຈຸດພົ້ນເດັ່ນ.
ສອງຝ່າຍໄດ້ແລກປ່ຽນຄະນະສິລະປະ, ຈັດຕັ້ງງານວາງສະແດງ, ສັບປະດາຮູບເງົາ, ສົມທົບກັນຈັດຕັ້ງຫຼາຍໂຄງການກ່ຽວກັບພາສາ, ຍົກສູງຄວາມສາມາດຄົ້ນຄ້ວາວິທະຍາສາດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ... ຢ່າງເປັນປະຈຳ
ດ້ວຍພື້ນຖານການຮ່ວມມືອັນດີງາມທີ່ມີຢູ່ແລ້ວ, ພ້ອມກັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຂອງການນໍາສອງປະເທດ ແລະຄວາມປາດຖະໜາຂອງປະຊາຊົນຫວຽດນາມ-ແບນຊິກ, ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງພະມະຫາກະສັດ ແລະພະມະເຫສີ ແບນຊິກ ຈະປະສົບຜົນສໍາເລັດອັນດີງາມ, ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ນຳການພົວພັນ ຫວຽດນາມ - ແບນຊິກ ຂຶ້ນສູ່ການພັດທະນາໃໝ່, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!
ໂດຍ: ທະນາພອນ