ຫວຽດນາມ ແລະສີລັງກາ ຊອກຫາວິທີການຍົກສູງການຮ່ວມມືສອງຝ່າຍ
ໂດຍຕອບສະໜອງຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ສີລັງກາ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນດຶກຫ໋າຍ ໄດ້ໄປຢ້ຽມຢາມ ສີລັງກາ ຢ່າງເປັນທາງການໃນລະຫວ່າງວັນທີ 19 - 22 ມີນາ.
    |
 |
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ພົບປະກັບທ່ານນາງນາຍົກລັດຖະມົນຕີ ສີລັງກາ Harini Amarasuriya. ພາບ: vov.vn |
ວັນທີ 20 ມີນາ, ຢູ່ນະຄອນຫຼວງ Colombo, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ໄດ້ໃຫ້ການພົບປະກັບທ່ານນາງນາຍົກລັດຖະມົນຕີ ສີລັງກາ Harini Amarasuriya, ພົບປະກັບປະທານສະພາແຫ່ງຊາດ ສີລັງກາ Jagath Wickramaratne, ໂອ້ລົມສົນທະນາກັບທ່ານຮອງປະທານສະພາແຫ່ງຊາດ ສີລັງກາ Lanka Rizvie Salih.
ທີ່ການພົບປະກັບທ່ານນາງນາຍົກລັດຖະມົນຕີ ສີລັງກາ Harini Amarasuriya, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ຫຼາຍກວ່າອີກ, ພະຍາຍາມນຳວົງເງິນການຄ້າສອງສົ້ນບັນລຸຄາດໝາຍ 1 ຕື້ ໂດລາສະຫະລັດ, ພິຈາລະນາເຈລະຈາການເຊັນສັນຍາການຄ້າເສລີໂດຍໄວ ແລະຊຸກຍູ້ຄວາມສາມາດມີເສັ້ນທາງການບິນໂດຍກົງ ເພື່ອສ້າງຄວາມສະດວກໃຫ້ແກ່ການພົບປະແລກປ່ຽນ, ການຄ້າ, ການທ່ອງທ່ຽວ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ.
ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດ ສີລັງກາ Jagath Wickramaratne ສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບອົງການສະພາແຫ່ງຊາດສອງປະເທດຄວນເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນປະສົບການ, ເປັນຕົ້ນແມ່ນການສ້າງລະບອບລະບຽບການ, ບູລະນະລະບົບກົດໝາຍໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນ.
ໃນການໂອ້ລົມສົນທະນາລະຫວ່າງທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ແລະຄູ່ຮ່ວມຕຳແໜ່ງສີລັງກາ ທ່ານ Rizvie Salih, ສອງຝ່າຍໄດ້ເນັ້ນໜັກວ່ານີ້ແມ່ນຈຸດເວລາສະດວກເພື່ອເພີ່ມເຕີມບັນດາກຳລັງໜູນໃໝ່ແນໃສ່ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ