ເນື່ອງໃນໂອກາດນີ້, ທ່ານ ເຈິ່ນເຟືອກແອັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສິງກະໂປ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍ່ຄືບັນດາບາດກ້າວເດີນ ເຊິ່ງຫວຽດນາມ ແລະສິງກະໂປ ພວມຊຸກຍູ້ເພື່ອຫັນຄວາມສາມາດບົ່ມຊ້ອນຂອງການຮ່ວມມືໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ສອງຝ່າຍຫາກໍ່ຍົກລະດັບເນື່ອງໃນໂອກາດການຢ້ຽມຢາມສິງກະໂປຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ.
ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານ ຕີລາຄາຄືແນວໃດກ່ຽວກັບຄວາມໝາຍການຢ້ຽມຢາມຫວຽດນາມ ຂອງທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ?
ທ່ານ ເຈິ່ນເຟືອກແອັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ: ທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ ໄດ້ຮັບຕໍາແໜ່ງໃນເດືອນພຶດສະພາ 2024 ແລະຕາມທຳນຽມ, ເມື່ອການນຳບັນດາປະເທດອາຊຽນ ຫາກໍ່ຮັບຕຳແໜ່ງຈະມີການຢ້ຽມຢາມ ເພື່ອເຂົ້າຢ້ຽມຂ່ຳນັບ, ສະເໜີຕົວຕໍ່ການນຳບັນດາປະເທດໃນອາຊຽນ. ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີສິງກະໂປ ກໍ່ນອນໃນຄວາມໝາຍຄືແນວນັ້ນ.
ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຄິດວ່າ ໄລຍະດຳເນີນການຢ້ຽມຢາມຍັງມີຄວາມໝາຍອື່ນ. ທີໜຶ່ງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ ກໍ່ຄືການຖືເປັນສຳຄັນຂອງສິງກະໂປ ຕໍ່ກັບການຮ່ວມມືກັບຫວຽດນາມ. ໃນສະພາບການໂລກ ແລະພາກພື້ນປະຈຸບັນມີການຫັນປ່ຽນຢ່າງວ່ອງໄວ ແລະເລິກເຊິ່ງ, ການເພີ່ມທະວີການພົວພັນລະຫວ່າງການນຳບັນດາປະເທດ, ຢູ່ທີ່ນີ້ລະອຽດແມ່ນການນຳ ສິງກະໂປ ແລະຫວຽດນາມ, ມີຄວາມໝາຍ ແລະບົດບາດສຳຄັນທີ່ສຸດ.
    |
 |
ທ່ານ ເຈິ່ນເຟຶອກແອັງ ໃຫ້ຮູ້ວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ ມີຫຼາຍຄວາມໝາຍ. ພາບ: ສໍານັກຂ່າວສານຫວຽດນາມ |
ທີສອງ, ການຢ້ຽມຢາມກໍ່ແມ່ນຈຸດພົ້ນເດັ່ນ ຍ້ອນວ່າ 2025 ແມ່ນປີທີ່ພິເສດໃນການພົວພັນລະຫວ່າງຫວຽດນາມ ແລະສິງກະໂປ. ນອກຈາກເລື່ອງສອງປະເທດຫາກໍ່ຖະແຫຼງ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແລ້ວ, ປິນີ້ ສິງກະໂປ ສະເຫຼີມສະຫຼອງ 60 ປີແຫ່ງວັນເອກະລາດ ແລະຫວຽດນາມ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ. ຄຽງຄູ່ກັນນັ້ນຍັງມີຫຼາຍເຫດການສຳຄັນອື່ນໆໃນການພັດທະນາຂອງສອງປະເທດ.
ຄວາມໝາຍໜຶ່ງອີກແມ່ນການຢ້ຽມຢາມໄດ້ດຳເນີນໄປພາຍຫຼັງການຢ້ຽມຢາມສິງກະໂປ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ພຽງແຕ່ອາທິດກວ່າເທົ່ານັ້ນ, ຂ້າພະເຈົ້າ ຄິດວ່ານີ້ກໍ່ແມ່ນບາດກ້າວເພື່ອຜັນຂະຫບາຍຄວາມຮັບຮູ້ ກໍ່ຄືຂໍ້ຕົກລົງເຊິ່ງການນຳຂັ້ນສູງສອງປະເທດບັນລຸໄດ້ໃນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່.
ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດແລ້ວ, ສິງກະໂປ ມີຄວາມຫວັງຫຍັງແດ່ຕໍ່ການຮ່ວມມືແທດຈິງ ແລະມີປະສິດທິຜົນກັບຫວຽດນາມ?
ທ່ານ ເຈິ່ນເຟືອກແອັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສິງກະໂປ: ຂ້າພະເຈົ້າຄິດວ່າ ຫວຽດນາມ ແລະ ສິງກະໂປ ໄດ້ສ້າງຕັ້ງການພົວພັນທາງການທູດເປັນເວລາ 52 ປີ ແລະມີຄວາມເຂົ້າອົກເຂົ້າໃຈກັນແລ້ວ. ການພົວພັນລະຫວ່າງບັນດານັກລົງທຶນ, ປະຊາຊົນລະຫວ່າງສອງປະເທດ ກໍ່ມີຄວາມເລິກເຊິ່ງ, ສະນັ້ນ ພວກເຮົາບໍ່ແມ່ນຄົນແປກໜ້າກັນ. ເຖິງຢ່າງໃດກໍ່ຕາມ, ເພື່ອການພັດທະນາຂອງສອງປະເທດເວົ້າສະເພາະ ແລະພາກພື້ນເວົ້າລວມ, ຝ່າຍສິງກະໂປ ຄອງຄອຍຕໍ່ກັບຫວຽດນາມ ກໍ່ຄືຂອງຫວຽດນາມ ຕໍ່ກັບສິງກະໂປ ມີຄວາມຊັດເຈນພໍສົມຄວນ, ຊ່ວຍນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ທັງສອງປະເທດ ແລະພາກພື້ນ.
ຄືແນວນັ້ນ, ສິງກະໂປ ຄອງຄອຍຫຍັງຕໍ່ກັບຫວຽດນາມ? ຂ້າພະເຈົ້າ ຄິດວ່າມີຫຼາຍຂົງເຂດທີ່ ສິງກະໂປ ປາດຖະໜາຢາກຊຸກຍູ້ຕໍ່ກັບຫວຽດນາມ. ຕົວຢ່າງດ້ານຄວາມໝັ້ນຄົງດ້ານສະບຽງອາຫານ ແລະຄວາມໝັ້ນຄົງດ້ານພະລັງງານ. ດ້ວຍເງື່ອນໄຂຂອງສິງກະໂປ ແມ່ນມີເນື້ອທີ່ໜ້ອຍ, ແຫຼ່ງຊັບພະຍາກອນທຳມະຊາດຈຳກັດ, ໃນຂະນະທີ່ຫວຽດນາມ ມີຕະຫຼາດທີ່ໃຫຍ່ກວ້າງພໍສົມຄວນ, ແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ຫວຽດນາມ ສາມາດສະໜອງ ແລະຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະພະລັງງານໃຫ້ແກ່ສິງກະໂປ. ສະນັ້ນ, ບັນດາໂຄງການ ຄືພະລັງງານແຮງລົມຢູ່ນອກຝັ່ງ ຫຼືດ້ານສະບຽງອາຫານ, ຂ້າພະເຈົ້າຄິດວ່າ ສິງກະໂປ ມີຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ. ນອກຈາກນັ້ນຍັງມີບັນດາໂຄງການຄືເຂດອຸດສາຫະກຳຫວຽດນາມ-ສິງກະໂປ (VSIP), ຫຼືໂຄງການສູນຂໍ້ມູນຂ່າວສານ. ສູນການເງິນກໍ່ແມ່ນຂົງເຂດເຊິ່ງຫວຽດນາມ ປາດຖະໜາຢາກພັດທະນາ ແລະ ສິງກະໂປ ກໍມີປະສົບການໃນຂົງເຂດນີ້.
ສະນັ້ນ, ຂ້າພະເຈົ້າ ຄິດວ່າ ສິງກະໂປ ກໍ່ກຽມພ້ອມຮ່ວມມືກັບຫວຽດນາມ, ນຳເອົາຜົນປະໂຫຍດມາໃຫ້ການພົວພັນສອງຝ່າຍ. ຍັງມີແງ່ມູມອື່ນ ເຊິ່ງຂ້າພະເຈົ້າ ຄິດວ່າຫວຽດນາມ ກໍ່ຄອງຄອຍຈາກສິງກະໂປ, ນັ້ນແມ່ນການໜູນຊ່ວຍກ່ຽວກັບການບຳລຸງສ້າງ, ບໍ່ພຽງແຕ່ແມ່ນການນຳຢູ່ຂັ້ນຍຸດທະສາດເທົ່ານັ້ນ ຫາກຍັງແມ່ນບັນດານັກຊ່ຽວຊານທີ່ເຮັດວຽກ, ພະນັກງານ, ລັດຖະກອນ, ນັກຮຽນ, ນັກສຶກສາ... ສິງກະໂປ ແມ່ນສູນບຳລຸງສ້າງທີ່ມີຄຸນນະພາບສູງຂອງໂລກ ແລະໄລຍະຫ່າງລະຫວ່າງ ສິງກະໂປ ກັບຫວຽດນາມ ກໍບໍ່ໄກປານໃດ, ເພາະສະນັ້ນວຽກດັ່ງກ່າວນັ້ນຈະນຳເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ, ທັງຕອບສະໜອງຄວາມຫວັງຂອງ ສິງກະໂປ, ທັງຕອບສະໜອງຄວາມຕ້ອງການຂອງຫວຽດນາມ.
ຂ້າພະເຈົ້າ ຄິດວ່າ ຄວາມຄອງຄອຍໜຶ່ງອີກແມ່ນມາຈາກທັງສອງຝ່າຍ, ນັ້ນແມ່ນໃນຂອບເຂດການຮ່ວມມືຂອງອາຊຽນ. ທັງສອງປະເທດລ້ວນແຕ່ແມ່ນສະມາຊິກທີ່ຕັ້ງໜ້າ, ຂະຫຍັນຂັນເຄື່ອນ ແລະຖື ອາຊຽນ ແມ່ນຊາຍຄາລວມເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ສອງປະເທດສືບຕໍ່ພັດທະນາ. ສິງກະໂປ ຕ້ອງການຮ່ວມມືກັບບັນດາປະເທດ, ໃນສະເພາະໜ້າແມ່ນບັນດາປະເທດໃນພາກພື້ນອາຊຽນ, ເພື່ອພັດທະນາ. ສຳລັບຫວຽດນາມ, ສິງກະໂປ ກໍ່ແມ່ນຕະຫຼາດອັນໃຫຍ່ກວ້າງເພື່ອບືນຕົວອອກສູ່ພາຍນອກ, ເພື່ອຕອບສະໜອງບັນດາຜົນປະໂຫຍດແຫ່ງຊາດ, ນັ້ນແມ່ນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ກາລະໂອກາດ ແລະຄວາມສາມາດພັດທະນາ, ຄວາມສາມາດເປີດກວ້າງ ເພື່ອຍົກຖານະທີ່ຕັ້ງ, ອິດທິພົນຊື່ສຽງ ກໍ່ຄືຜົນສະທ້ອນຂອງຫວຽດນາມ ໃນພາກພື້ນ ແລະໃນເວທີສາກົນ.
ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດ, ຫວຽດນາມ ແລະສິງກະໂປ ຕ້ອງເຮັດຫຍັງແດ່ເພື່ອສືບຕໍ່ຊຸກຍູ້ການພົວພັນສອງຝ່າຍ ໃຫ້ພັດທະນາສົມກັບຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ?
ທ່ານ ເຈີ່ນເຟືອກແອັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ: ຂ້າພະເຈົ້າ ຄິດວ່າ ສິ່ງທຳອິດແມ່ນການສົມທົບກ່ຽວກັບແຜນນະໂຍບາຍ ແລະນະໂຍບາຍ, ດ້ວຍບົດບາດແມ່ນສະມາຊິກທີ່ມີຄວາມຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ຂອງພາກພື້ນອາຊຽນ. ມີຫຼາຍບັນຫາຂອງພາກພື້ນ, ຂອງໂລກ ຕ້ອງມີການຮ່ວມແຮງຮ່ວມໃຈຈາກທັງສອງປະເທດຫວຽດນາມ ແລະສິງກະໂປ ກໍ່ຄືບັນດາສະມາຊິກອື່ນໆໃນອາຊຽນ. ການນຳສອງປະເທດໄດ້ພົບປະ, ແລກປ່ຽນນຳກັນ ຢູ່ບັນດາເວທີປາໄສພາກພື້ນ ຫຼືຫຼາຍຝ່າຍເປັນປະຈຳ. ການແລກປ່ຽນເພື່ອໃຫ້ລຸໂລ່ງກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ເພື່ອມີທັດສະນະຕໍ່ກັບບັນຫາຂອງພາກພື້ນ ແລະໂລກ, ຕາມຂ້າພະເຈົ້າແລ້ວ ແມ່ນມີຄວາມສຳຄັນທີ່ສຸດ.
ທີສອງແມ່ນການສົມທົບ ແລະການຮ່ວມມືຢ່າງແໜ້ນແຟ້ນໃນການຜັນຂະຫຍາຍເນື້ອໃນ, ໂຄງການຮ່ວມມືຂອງການພົວພັນຮ່ວມມືຍຸດທະສາດຮອບດ້ານ. ເຖິງວ່າມີຫຼາຍຂົງເຂດໃໝ່ແຕ່ສອງປະເທດກໍໄດ້ສຸມໃສ່ທີ່ສຸດ ແລະກໍຍ້ອນວ່າຍັງໃໝ່, ສະນັ້ນບາງເທື່ອພື້ນຖານນິຕິກຳ ແລະບັນດາເງື່ອນໄຂ, ຫຼືຄວາມລຸໂລ່ງນຳກັນ ຍັງບໍ່ທັນໄດ້ຄືຄວາມຕ້ອງການ, ສະນັ້ນຂ້າພະເຈົ້າຄິດວ່າ ການແລກປ່ຽນ, ການສົມທົບກັນຢ່າງແໜ້ນແຟ້ນສວມບົດບາດສຳຄັນທີ່ສຸດ. ທີສາມ, ການສຸມແຫຼ່ງກຳລັງໃຫ້ແກ່ການຜັນຂະຫຍາຍບັນດາເນື້ອໃນ, ໝາຍຄວາມວ່າ ເຫັນຄວາມສຳຄັນຂອງຄວາມຮັບຮູ້ລວມແລ້ວ, ແຕ່ວ່າເລື່ອງພວກເຮົາສຸມໃສ່ແຫຼ່ງກຳລັງແມ່ນມີຄວາມສຳຄັນທີ່ສຸດ ເພື່ອຜັນຂະຫຍາຍຢ່າງລະອຽດ ແລະນຳມາເຊິ່ງຜົນປະໂຫຍດ.
ໂດຍ: ແສງເດືອນ