ຕອນບ່າຍວັນທີ 14 ມີນາ, ຢູ່ນະຄອນຝູກ໊ວກ, ຄະນະກຳມະການປະຊາຊົນແຂວງກຽນຢາງ ໄດ້ຈັດຕັ້ງພິທີກະກຽມກອງປະຊຸມສຸດຍອດການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2027.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ພິທີປຸກລະດົມ. ພາບ: vov.vn

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງໃຫ້ການນຳແຂວງກຽນຢາງ, ນະຄອນ ຝູກ໊ວກ ແລະບັນດາກະຊວງ, ຂະແໜງການສູນກາງເລັ່ງລັດສ້າງຕັ້ງຄະນະຊີ້ນຳຈັດຕັ້ງສັບປະດາສຸດຍອດ APEC 2027; ປະຕິບັດວຽກງານກະກຽມການລົງທຶນ, ຮັບປະກັນຄວາມໝັ້ນຄົງໃຫ້ບັນດາໂຄງການຮັບໃຊ້ APEC ເປັນຢ່າງດີ; ຍູ້ແຮງວຽກງານສົ່ງເສີມການລົງທຶນ, ດຶງດູດນັກລົງທຶນຍຸດທະສາດພາຍໃນປະເທດ ແລະສາກົນເຂົ້າຮ່ວມເຂົ້າບັນດາໂຄງການໂຄງລ່າງຮັບໃຊ້ APEC 2027 ແລະຍາວນານແມ່ນຮັບໃຊ້ໃຫ້ວິວັດການພັດທະນາເສດຖະກິດ-ສັງຄົມ ຂອງ ຝູກ໊ວກ.

leftcenterrightdel
ການນໍາກົດປຸ່ມປຸກລະດົມກະກຽມສັບປະດາຍຸດສອດ APEC ຢູ່ ຝູກ໊ວກ. ພາບ: vov.vn

ທ່ານ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: “ພວກເຮົາຕ້ອງກໍານົດຢ່າງຈະແຈ້ງເລື່ອງຈັດຕັ້ງສັບປະດາສຸດຍອດ APEC 2027 ແມ່ນຄວາມຮັບຜິດຊອບ, ແມ່ນໜ້າທີ່ໜັກໜ່ວງທີ່ສຸດ, ພ້ອມທັງນີ້ກໍ່ແມ່ນໂອກາດພິເສດເພື່ອຊ່ວຍຝູກ໊ວກ ກາຍເປັນຈຸດສຸມຂອງໂລກ, ຢືນຢັນວ່າ ທີ່ຕັ້ງຂອງໜຶ່ງໃນບັນດາສະຫວັນແຫ່ງທ່ອງທ່ຽວດີງາມທີ່ສຸດໂລກ, ພິສູດໃຫ້ເຫັນຄວາມສາມາດຈັດຕັ້ງເຫດການສໍາຄັນລະດັບໂລກຂອງຫວຽດນາມ, ກຽນຢາງ ແລະຝູກ໊ວກ”.

ເພື່ອກະກຽມໃຫ້ສັບປະດາຍຸດສອດ APEC 2027, ໃນໄລຍະຜ່ານມາ, ແຂວງກຽນຢາງ ໄດ້ປະຕິບັດການກວດກາຄືນບັນຊີລາຍຊື່ໂຄງການ, ກິດຈະການຈຸດສຸມຮັບໃຊ້ APEC ສໍາເລັດ. ແຂວງຈະເປີດກວ້າງທ່າອາກາດສະຍານສາກົນຝູກ໊ວກ, ທ່າກໍາປັ່ນທະເລອາເທີ໊ຍ, ສ້າງກິດຈະການຮັບໃຊ້ເຫດການລະດັບສາກົນ...

ໂດຍ: ໄຊນີດາ