ວັນທິີ 14 ມີນາ, ທີ່ສໍານັກງານ Rome, ອີິຕາລີ, ມີຜູ້ແທນກວ່າ 120 ຄົນທີ່ມາຈາກບັນດາອົງການການທູດ, ອໍານາດການປົກຄອງ ແລະວິສາຫະກິດເຂົ້າຮ່ວມກອງປະຊຸມ “ພົບປະອາຊີ” ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຫຼັກແຫຼ່ງໃນການພົວພັນສອງຝ່າຍ, ພິເສດແມ່ນການຄ້າ, ວັດທະນະທໍາ ແລະການທ່ອງທ່ຽວ.

leftcenterrightdel
ທ່ານ ເຢືອງຫາຍຮືງ ເອກອັກຄະລັດຖະທູດ ກ່າວຄໍາເຫັນທີ່ກອງປະຊຸມ “ພົບປະອາຊີ”. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຢືອງຫາຍຮືງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອີຕາລີ ເນັ້ນໜັກວ່າການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອີຕາລີ ໄດ້ພັດທະນາຢ່າງແຂງແຮງ. ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອີຕາລີ ໃນອາຊຽນ ດ້ວຍວົງເງິນການຄ້າສອງສົ້ນປີກ່າຍບັນລຸ 6,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,1% ເມື່ອທຽບໃສ່ປີກັບນັ້ນ. ການມີໜ້າຂອງກຸ່ມບໍລິສັດ Leonardo ພ້ອມກັບບັນດາອົງການສິນເຊື່ອ SACE ແລະ Simest ຢູ່ ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ການຄ້າ ແລະການລົງທຶນລະຫວ່າງສອງປະເທດ ແລະຊຸກຍູ້ບັນດາຜະລິດຕະພັນ Made in Italia ຢູ່ຕະຫຼາດຫວຽດນາມ.

ທີ່ກອງປະຊຸມ, ບັນດານັກຊ່ຽວຊານຈຸມສຸມໄດ້ປຶກສາຫາລືກ່ຽວກັບວັດທະນະທໍາ, ມູນເຊື້ອຂອງ 4 ປະເທດອາຊີມີການພົວພັນສະໜິດສະໜົມ ກັບອີຕາລີ ແມ່ນຫວຽດນາມ, ໄທ, ຈີນ ແລະຍີ່ປຸ່ນ. ທ່ານນາງ Francesca Leoncini ຕາງໜ້າສະພານະຄອນ Rome, ຢືນຢັນວ່າອາຊີ ພວມແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຕໍ່ວິສາຫະກິດອີຕາລີ. ໃນນັ້ນ, ຫວຽດນາມ ແມ່ນປະເທດທີ່ມີຄວາມສາມາດບົ່ມຊ້ອນເຕີບໂຕອັນໃຫຍ່ຫຼວງ, ໄດ້ Rome ແລະອີຕາລີ ພິເສດຖືເປັນສໍາຄັນໃນຍຸດທະສາດພັດທະນາການພົວພັນຄູ່ຮ່ວມມື.

ໂດຍ: ໄຊນີດາ