ຫວຽດນາມ ແລະອາເມລິກາ ລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດພະລັງງານທີ່ມີມູນຄ່າກວ່າ 4 ຕື້ໂດລາສາຫະລັດ
ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ເສົາຄ້ຳດຳເນີນທຸລະກິດ - ການຄ້າ - ການລົງທຶນສວມບົດບາດເປັນກຳລັງຫຼັກແຫຼ່ງຊຸກຍູ້ການພົວພັນລວມຂອງສອງຝ່າຍ.
ໃນຂອບເຂດການປະຕິບັດງານຢູ່ອາເມລິກາ, ເມື່ອເຮັດວຽກກັບບັນດາອົງການຕາງໜ້າດ້ານການຄ້າອາເມລິກາ (USTR), ກະຊວງພະລັງງານ (DOE) ແລະບັນດາອົງການທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 13 ມີນາ, ຢູ່ນະຄອນ ວໍຊິງຕັນ, ທູດພິເສດຂອງທ່ານນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຫງວຽນຮົ່ງຢຽນ, ໄດ້ເຂົ້າຮ່ວມພິທີລົງນາມ ແລະປະກາດບັນດາຂໍ້ຕົກລົງຮ່ວມມື, ສັນຍາຊື້ຂາຍລະຫວ່າງບັນດາວິສາຫະກິດຫວຽດນາມ ແລະອາເມລິກາ.
    |
 |
ຫວຽດນາມ ແລະອາເມລິກາ ລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດພະລັງງານທີ່ມີມູນຄ່າກວ່າ 4 ຕື້ ໂດລາສະຫະລັດ. ພາບ: vov.vn |
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ເສົາຄ້ຳດຳເນີນທຸລະກິດ - ການຄ້າ - ການລົງທຶນສວມບົດບາດເປັນກຳລັງຫຼັກແຫຼ່ງຊຸກຍູ້ການພົວພັນລວມຂອງສອງຝ່າຍ.
ອາເມລິກາ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ແລະແມ່ນໜຶ່ງໃນບັນດາຕະຫຼາດສົ່ງອອກສຳຄັນທີ່ສຸດຂອງຫວຽດນາມ ແລະ ພວມກາຍເປັນແຫຼ່ງສະໜອງບັນດາຜະລິດຕະພັນເຄື່ອງຈັກ, ອາໄຫຼ່, ວິທະຍາສາດເຕັກໂນໂລຢີ, ພະລັງງານໃຫ້ແກ່ ຫວຽດນາມ.
ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາໃຫ້ ອາເມລິກາ ສືບຕໍ່ສ້າງເງື່ອນໄຂ, ໜູນຊ່ວຍວິສາຫະກິດສອງປະເທດເປີດກວ້າງການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ພິເສດແມ່ນບັນດາໂຄງການວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ.
ພາຍໃຕ້ການເປັນສັກຂີພິຍານຂອງທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ, ມີຂໍ້ຕົກລົງຮ່ວມມືຫຼາຍສະບັບລວມມູນຄ່າ 4,15 ຕື້ໂດລາສະຫະລັດໄດ້ຮັບການລົງທຶນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ