ນັກຂ່າວ: ສະເໜີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ໃຫ້ຮູ້ໝາກຜົນພົ້ນເດັ່ນຂອງການຢ້ຽມຢາມ?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ: ສືບຕໍ່ຜັນຂະຫຍາຍແນວທາງພົວພັນຕ່າງປະເທດເປັນເຈົ້າການ, ຕັ້ງໜ້າ ເຊື່ອມໂຍງສາກົນຂອງພັກ, ລັດ, ແຜນນະໂຍບາຍ ຖືເປັນສຳຄັນການພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະບັນດາປະເທດໃນພາກພື້ນ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ, ຢ້ຽມຢາມຄະນະເລຂາອາຊຽນ ຢ່າງເປັນ ທາງການໃນລະຫວ່າງວັນທີ 9 ຫາວັນທີ 13 ມີນາ. ການຢ້ຽມຢາມປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ບັນດາເປົ້າໝາຍວາງອອກຢູ່ລະດັບສູງ. ທັງສອງປະເທດ ແລະຄະນະເລຂາອາຊຽນ ລ້ວນແຕ່ຖືເປັນສຳຄັນການຢ້ຽມຢາມຄັ້ງນີ້, ຕ້ອນຮັບທ່ານເລຂາທິການໃຫຍ່, ພັນລະຍາ ພ້ອມດ້ວຍຄະນະ ດ້ວຍພິທີການສູງສຸດດ້ວຍລາຍການເຮັດວຽກຢ່າງອຸດົມສົມບູນ, ມີເນື້ອແທ້. ຄຽງຄູ່ກັນນັ້ນ, ບັນດາສະມາຊິກໃນຄະນະກໍ່ໄດ້ພົບປະ ແລະເຮັດວຽກຢ່າງມີປະສິດທິຜົນກັບບັນດາຄູ່ຮ່ວມມືຢູ່ທັງສອງປະເທດ.

ນີ້ແມ່ນການຢ້ຽມຢາມ ອິນໂດເນເຊຍ ຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ ພາຍຫຼັງເວລາເກືອບ 8 ປີ (ນັບແຕ່ເດືອນສິງຫາ 2017), ຢ້ຽມຢາມ ສິງກະໂປ ພາຍຫຼັງເວລາເກືອບ 13 ປີ (ນັບແຕ່ເດືອນກັນຍາ 2012) ແລະເປັນຄັ້ງທຳອິດຢ້ຽມຢາມຄະນະເລຂາອາຊຽນ ຢ່າງເປັນທາງການ. ການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດເມື່ອຫວຽດນາມ ໄດ້ຍົກລະດັບການພົວພັນກັບສອງປະເທດໃນອາຊຽນ, ເພື່ອຈາກນັ້ນເຮັດໃຫ້ການພົວພັນຮ່ວມມືຂອງຫວຽດນາມ ກັບສອງປະເທດໃຫ້ເລິກເຊິ່ງກວ່າອີກ, ປະກອບສ່ວນຢ່າງມີປະສິດທິຜົນກວ່າອີກໃຫ້ຊາຍຄາລວມ ອາຊຽນ. ຈົນຮອດປະຈຸບັນ, ຫວຽດນາມ ແມ່ນປະເທດໜຶ່ງດຽວໃນອາຊຽນ ເຊິ່ງ ອິນໂດເນເຊຍ ແລະສິງກະໂປ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຄວາມໝາຍປະຫວັດສາດຂອງການຢ້ຽມຢາມຄັ້ງນີ້ຍັງນອນຢູ່ບ່ອນວ່າເປັນຄັ້ງ ທຳອິດທີ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ ມາຢ້ຽມຢາມຄະນະເລຂາອາຊຽນ, ສະແດງຄວາມສຳຄັນຍຸດທະສາດຂອງອາຊຽນ ຕໍ່ກັບ ຫວຽດນາມ, ພ້ອມທັງຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນປະກອບສ່ວນຢ່າງເປັນເຈົ້າການ ແລະມີຄວາມຮັບຜິດຊອບກວ່າຕໍ່ພາລະກິດລວມຂອງອາຊຽນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: qdnd.vn

ໃນເວລາ 5 ວັນ, ທ່ານເລຂາທິການໃຫຍ່ ໄດ້ມີກວ່າ 40 ກິດຈະກຳດ້ວຍການພົບປະ, ພົບປະເຈລະຈາ, ແລກປ່ຽນກັບບັນດາວົງການ, ກ່າວຄຳເຫັນນະໂຍບາຍ, ພົບປະປະຊາຄົມຊາວຫວຽດນາມ ຢູ່ທັງສອງປະເທດ ແລະຢ້ຽມຢາມບາງຫົວໜ່ວຍເສດຖະກິດ, ວັດທະນະທຳ. ເນື່ອງໃນໂອກາດນີ້, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຫວຽດນາມ ແລະສອງປະເທດ ໄດ້ລົງນາມຫຼາຍຂໍ້ຕົກລົງຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການສຶກສາ-ກໍ່ສ້າງ, ປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ, ສິນໃນນ້ຳ, ເສດຖະກິດດີຈີຕອນ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ການເງິນ...

ອາດສາມາດເວົ້າວ່າ, ການຢ້ຽມຢາມໄດ້ປະກອບສ່ວນປັບປຸງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ. ອິນໂດເນເຊຍ ແລະສິງກະໂປ, ດ້ວຍຖານະແມ່ນປະເທດ ກໍ່ຕັ້ງ ອາຊຽນ ແລະແມ່ນບັນດາພື້ນຖານເສດຖະກິດພັດທະນາທີ່ສຸດໃນກຸ່ມ, ສະເພາະ ອິນໂດເນເຊຍ ຍັງແມ່ນສະມາຊິກຂອງກຸ່ມ G20, ລ້ວນແຕ່ແມ່ນບັນດາຄູ່ຮ່ວມມືສຳຄັນໃນຄວາມມານະພະຍາຍາມຮັກສາຄວາມສະໜິດຕິດພັນຂອງອາຊຽນ ຕໍ່ໜ້າສິ່ງທ້າທາຍຈາກພາຍນອກ. ການຢ້ຽມຢາມຄັ້ງນີ້ເປີດອອກກາລະໂອກາດເພື່ອຫວຽດນາມ ແລກປ່ຽນ, ແບ່ງປັນບົດຮຽນພັດທະນາແຕ່ທັງສອງປະເທດ. ອິນໂດເນເຊຍ, ດ້ວຍຍຸດທະສາດພັດທະນາໂດຍອີງໃສ່ຕະຫຼາດພາຍໃນປະເທດທີ່ ກວ້າງໃຫຍ່ ແລະສິງກະໂປ ດ້ວຍຮູບແບບເສດຖະກິດເປີດ, ກຳນົດທິດສົ່ງອອກ ແລະເຕັກໂນໂລຢີສູງ, ດ້ວຍຖານະບົດບາດແມ່ນສູນແຫ່ງການປ່ຽນແປງໃໝ່ປະດິດສ້າງຂອງ ພາກພື້ນ, ສາມາດໜູນຊ່ວຍຫວຽດນາມ ໃນສັງກາດບືນຕົວຂຶ້ນ. ການຢ້ຽມຢາມຄັ້ງນີ້ກໍ່ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກກຳອຳນາດ ແລະບັນດາພັກການເມືອງຢູ່ ອິນໂດເນເຊຍ ແລະສິງກະໂປ, ສ້າງພື້ນຖານການເມືອງສຳຄັນໃຫ້ການພົວພັນລະຫວ່າງຫວຽດນາມ ແລະສອງປະເທດ.

ນັກຂ່າວ: ສະເໜີທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ບັນດາມາດຕະການຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຈາກການຢ້ຽມຢາມເພື່ອຫັນບັນດາຄວາມຫວັງຈາກການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນໂດເນເຊຍ ແລະສິງກະໂປ ໃຫ້ປະກົດຜົນເປັນຈິງ, ປະກອບສ່ວນໃຫ້ແກ່ອາຊຽນ ຫຼາຍກວ່າອີກ?

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ: ດ້ວຍບັນດາໝາກຜົນແທດຈິງຂອງການຢ້ຽມຢາມ, ໜ້າທີ່ທຳອິດແມ່ນຫັນຂອບເຂດການພົວພັນໃໝ່ໃຫ້ປະກົດຜົນເປັນຈິງ, ສ້າງແຜນການດຳເນີນງານສັງລວມຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສອງປະເທດ.

ທີສອງ, ບົນພື້ນຖານບັນດາແຜນການດຳເນີນງານ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງສ້າງລາຍການຮ່ວມມືລະອຽດໂດຍໄວ ເພື່ອເຮັດວຽກກັບບັນດາຄູ່ຮ່ວມມືເລີຍ; ສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ພ້ອມທັງຖືເປັນສຳຄັນບັນດາເນື້ອໃນໃໝ່, ຂົງເຂດໃໝ່, ຄື: ເສດຖະກິດສີຂຽວ, ປ່ຽນແປງໃໝ່ປະດິດສ້າງ, ວິທະຍາສາດ-ເຕັກໂນໂລຢີ, ຫັນປ່ຽນດີຈີຕອນ, ພະລັງງານທົດແທນ...

ທີສາມ, ຕ້ອງກວດກາຄືນ, ກະຕຸກຊຸກຍູ້, ກວດກາການຜັນຂະຫຍາຍການປະຕິບັດບັນດາແຜນການ, ລາຍການເພື່ອບັນດາຂໍ້ຕົກລົງໃຫ້ເຂົ້າສູ່ຊີວິດ, ເສີມຂະຫຍາຍປະສິດທິຜົນ, ຮັບໃຊ້ເປົ້າໝາຍພັດທະນາໃນໄລຍະໃໝ່ໃຫ້ດີທີ່ສຸດ.

ສຳລັບອາຊຽນ, ພວກເຮົາ ຕ້ອງສືບຕໍ່ຜັນຂະຫຍາຍບົດບາດເປັນເຈົ້າການ ແລະມີຄວາມຮັບຜິດຊອບ, ພ້ອມກັບບັນດາປະເທດປັບປຸງຄວາມສາມັກຄີ, ເພິ່ງຕົນເອງ ແລະບົດບາດໃຈກາງຂອງອາຊຽນ, ເຮັດໃຫ້ວິວັດທະນາການເຊື່ອມຕໍ່ພາກພື້ນຜ່ານບັນດາຂອບເຂດຮ່ວມມືໃຫ້ເລິກເຊິ່ງກວ່າ, ໃນນັ້ນມີວິໄສທັດປະຊາຄົມອາຊຽນ 2045 ພ້ອມກັບ ບັນດາແຜນການຍຸດທະສາດ ຈະເລີ່ມຜັນຂະຫຍາຍແຕ່ປີ 2026, ກໍ່ຄືຊຸກຍູ້ບັນດາຂໍ້ລິ ເລີ່ມໂດຍພວກເຮົາສະເໜີ, ໃນນັ້ນມີເວທີປາໄສອະນາຄົດອາຊຽນ. ດ້ວຍການເຂົ້າເຖິງ "ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ ແລະເປົ້າໝາຍຂອງວິວັດທະນາການກໍ່ສ້າງປະຊາຄົມ", ພວກເຮົາຕ້ອງສືບຕໍ່ສະຫງວນບຸລິມະສິດສູງກວ່າໃນການນຳປະຊາຄົມອາຊຽນ ມາປະຊາຊົນ, ວິສາຫະກິດ ແລະທ້ອງຖິ່ນໃຫ້ໃກ້ກວ່າ, ຂຸດຄົ້ນຢ່າງມີປະສິດທິຜົນບັນດາຜົນປະໂຫຍດ ເຊິ່ງ ອາຊຽນ ນຳເອົາມາ, ພິເສດກ່ຽວກັບການເປີດກວ້າງການຮ່ວມມືລົງທຶນ, ການຄ້າທັງພາຍໃນກຸ່ມ ແລະນອກກຸ່ມ, ລະດົມທຸກແຫຼ່ງກຳລັງເພື່ອຮັບໃຊ້ເປົ້າໝາຍພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ!

ໂດຍ: ແສງເດືອນ