ນັກຂ່າວ: ບັນດານັກຍຸດທະສາດຕາເວັນຕົກ ຕີລາຄາຄືແນວໃດກ່ຽວກັບທີ່ຕັ້ງຂອງ ອິນດູຈີນ ໃນຍຸດທະສາດທົ່ວໂລກຂອງອາເມລິກາ, ຂໍຮຽນທ່ານ?

ທ່ານພົນຕີ ຫງວຽນງອັກວັນ: ຕົ້ນເດືອນເມສາ - 1954, ທ່ານປະທານາທິບໍດີອາເມລິກາ Eisenhower ໄດ້ຝາກຈົດໝາຍໃຫ້ທ່ານນາຍົກລັດຖະມົນຕີ ອັງກິດ Churchill, ໃນນັ້ນມີຕອນຂຽນວ່າ: “...(ຖ້າວ່າ), ອິນດູຈີນຕົກຢູ່ໃນກຳມືຄອມມູນິດ, ຈະສົ່ງຜົນກະທົບຕົ້ນຕໍໃສ່ທ່າຍຸດທະສາດທົ່ວໂລກຂອງພວກຂ້າພະເຈົ້າ ແລະພວກທ່ານພ້ອມກັບອາຊີ ແລະປາຊີຟິກ ບາງເທື່ອກໍ່ຈະແສນສາຫັດ...”.

leftcenterrightdel
ທ່ານພົນຕີ ຫງວຽນງອັກວັນ.

ບັນດາເຈົ້າໜ້າທີ່ຂອງ ອາເມລິກາ ຕົກລົງວ່າ, ອິນດູຈີນ ແລະພິເສດແມ່ນຫວຽດນາມ ແມ່ນຫຼັກແຫຼ່ງແກ່ນສານໃນການປົກປັກຮັກສາອາຊີຕາເວັນອອກສ່ຽງໃຕ້. ເຂົາເຈົ້າຢັ້ງຢືນວ່າ ຖ້າອິນດູຈີນ ຖືກປະລາໄຊນັ້ນບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ ທີ່ຍັງເຫຼືອຈະຖືກນາບຂູ່. ຊ້ຳບໍ່ໜຳ, ເສຍ ອິນດູຈີນ ຈະມີຄວາມສ່ຽງເຮັດໃຫ້ທົ່ວພາກພື້ນຖືກລົ້ມລະລາຍ, ພ້ອມດ້ວຍບັນດາຜົນຮ້າຍຢ້ອນຫຼັງດ້ານການເມືອງ, ເສດຖະກິດ ແລະຍຸດທະສາດບໍ່ດີຕໍ່ກັບອາເມລິກາ. ນາຍພົນ Lattre de Tassigny, ຜູ້ບັນຊາການສູງສຸດຂອງກອງທັບຝລັ່ງ ທັງເປັນຂ້າຫຼວງໃຫຍ່ ຝລັ່ງ ປະຈຳ ອິນດູຈີນ ຖະແຫຼງວ່າ: “ຖ້າເສຍ ອິນດູຈີນ ນັ້ນລັດທິກອມມູນິດຈະເຂົ້າໄປຮອດຄອງ Suez, ເຊິ່ງບໍ່ສາມາດສະກັດກັ້ນໄດ້”. ສະນັ້ນ, ທັງ ຝລັ່ງ ແລະອາເມລິກາ ຕ້ອງຢຶດຄອງບັນດາປະເທດຢູ່ແຫຼມອິນດູຈີນ ໃຫ້ໄດ້.

ພາຍຫຼັງແຜນການ Navarre ບໍ່ມີທາງອອກ, ຝລັ່ງ ແລະອາເມລິກາ ໄດ້ຊອກຫາທາງອອກໃນ “ແຜນການທີສອງ”. ນັ້ນແມ່ນ ດ້ຽນບຽນຝູ - ໃຈກາງຂອງແຜນການ Navarre, ບ່ອນທີ່ນາຍພົນ Navarre ຫວັງວ່າ ຈະເປັນບ່ອນຕໍ່ສູ້ກັນດ້ານຍຸດທະສາດເພື່ອດັບສູນກຳລັງປະກອບອາວຸດປະຕິວັດຂອງປະຊາຊົນຫວຽດນາມ. ແຕ່ວ່າ, ນັ້ນພັດເປັນບ່ອນຝັງກົນອຸບາຍຮຸກຮານຂອງພວກລ່າເມືອງຂຶ້ນ ຝລັ່ງ ແລະຈັກກະພັດ ອາເມລິກາ.

ນັກຂ່າວ: ຕາມສະຫາຍ, ຕໍ່ໜ້າການປະລາໄຊຂອງ ຝລັ່ງ ຢູ່ດ້ຽນບຽນຝູ, ອາເມລິກາ ໄດ້ຮັບຮູ້ສິ່ງໃດແດ່?

ທ່ານພົນຕີ ຫງວຽນງອັກວັນ: ໄຊຊະນະດ້ຽນບຽນຝູ ບໍ່ພຽງແຕ່ເຮັດໃຫ້ແຜນການການທະຫານ ຝລັ່ງ ຖືກປະລາໄຊເທົ່ານັ້ນ ຫາກຍັງສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ຈັກກະພັດອາເມລິກາ, ປະກອບສ່ວນພາໃຫ້ເກີດວິກິດໃນຍຸດທະສາດການທະຫານ ແລະກໍ່ແມ່ນບາດຄ້ອນທັບມ້າງຍຸດທະສາດທົ່ວໂລກຂອງອາເມລິກາ.

ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ Harry S. Truman ແລະ Eisenhower, ອາເມລິກາ ໄດ້ປະຕິບັດຍຸດທະສາດການທະຫານ “ສະກັດກັ້ນ-ຄອບງຳ” ແລະ “ໂຕ້ຕອບຢ່າງຮຸນແຮງ” ເພື່ອສະກັດກັ້ນ, ດັບສູນລັດທິກອມມູນິດໃນໂລກ, ອີງໃສ່ທ່າໄດ້ປຽບອາວຸດນິວເຄຼຍຍຸດທະສາດ: ລູກສອນໄຟ, ເຮືອບິນຖິ້ມລະເບີດຍຸດທະສາດ ແລະກຳປັ່ນດຳນ້ຳນິວເຄຼຍທີ່ມີລູກສອນໄຟຍຸດທະສາດ. ແຕ່ກາງທົດສະວັດ 1940 ຫາກາງທົດສະວັດ 1950, ອາເມລິກາ ໄດ້ກໍານົດເປົ້າໝາຍຍຸດທະສາດແມ່ນໂຊຫວຽດ ແລະຈີນ. ສ່ວນການຮັບມືກັບຂະບວນການປົດປ່ອຍຊາດແມ່ນໜ້າທີ່ຂອງບັນດາຈັກກະພັດທີ່ເປັນພັນທະມິດ. ອາເມລິກາ ປະຕິບັດລັດທິລ່າເມືອງຂຶ້ນແບບໃໝ່, ຢືນຢູ່ທາງຫຼັງເພື່ອຊ່ວຍໃຫ້ບັນດາປະເທດຈັກກະພັດອື່ນ ດ້ວຍການອຸປະຖຳ ແລະຄ່ອຍໆເຂົ້າມາແທນທີ່ພັດທະມິດຂອງຕົນຢູ່ພາກພື້ນນີ້ເທື່ອລະກ້າວ.

ແຕ່ວ່າການປະລາໄຊຂອງ ຝລັ່ງ ຢູ່ ດ້ຽນບຽນຝູ ໄດ້ເຮັດໃຫ້ ອາເມລິກາ ເຫັນຂໍ້ບົກພ່ອງໃນຍຸດທະສາດການທະຫານ ແລະຍຸດທະສາດຂອງເຂົາເຈົ້າ. ໃນຂະນະທີ່ຍຸດທະສາດ “ສະກັດກັ້ນ-ຄອບງຳ” ຂອງທ່ານປະທານາທິບໍດີ Truman ແລະຍຸດທະສາດ “ໂຕ້ຕອບຢ່າງຮຸນແຮງ” ຂອງທ່ານປະທານາທິບໍດີ Eisenhower ແມ່ນເພື່ອສະກັດກັ້ນການພັດທະນາຂອງລັດທິກອມມູນິດ.

ໄຊຊະນະດ້ຽນບຽນຝູ ແລະສັນຍາເຊີແນວ ກ່ຽວກັບອິນດູຈີນ ໄດ້ລົງນາມໃນເດືອນກໍລະກົດ 1954 ໄດ້ເຮັດໃຫ້ການຄິດໄລ່ຍຸດທະສາດຂອງອາເມລິກາ ບໍ່ບັນລຸຕາມເປົ້າໝາຍ. ອາເມລິກາ ບໍ່ສາມາດສະກັດກັ້ນລັດທິກອມມູນິດ ທີ່ຍາດໄດ້ໄຊຊະນະຢູ່ອິນດູຈີນ.

ສາມາດເວົ້າໄດ້ວ່າ “ສຽງຟ້າຮ້ອງດ້ຽນບຽນຝູ” ໄດ້ເຮັດໃຫ້ທໍານຽບຂາວສັ່ນຄອນ”. ນັ້ນແມ່ນການສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຍຸດທະສາດການທະຫານ ແລະຍຸດທະສາດທົ່ວໂລກຂອງຈັກກະພັດອາເມລິກາ. ອາເມລິກາ ຖືກປະລາໄຊ ຢູ່ ສປປ ເກົາຫຼີ ກັບການປະລາໄຊຂອງ ຝລັ່ງ ແລະອາເມລິກາ ຢູ່ອິນດູຈີນ, ຢູ່ດ້ຽນບຽນຝູ ໄດ້ຍູ້ຍຸດທະສາດການທະຫານທົ່ວໂລກ “ສະກັດກັ້ນ” ຂອງອາເມລິກາ ຢູ່ອາຊີ ຕົກຢູ່ໃນທ່າບໍ່ສະດວກ, ບັງຄັບໃຫ້ວົງການກຳອຳນາດອາເມລິກາ ຕ້ອງພິຈາລະນາຄືນໃໝ່ເພື່ອປ່ຽນທິດຍຸດທະສາດໃໝ່. ນີ້ກໍ່ແມ່ນໄລຍະຍຸດທະສາດການທະຫານທົ່ວໂລກ “ສະກັດກັ້ນ” ຂອງອາເມລິກາ ຖືກທຳລາຍ.

ນັກຂ່າວ: ຂໍຮຽນສະຫາຍ, ພາຍຫຼັງ “ສຽງຟ້າຮ້ອງດ້ຽນບຽນຝູ”, ອາເມລິກາ ໄດ້ວາງຍຸດທະສາດໃໝ່ອອກຄືແນວໃດ?

ທ່ານພົນຕີ ຫງວຽນງອັກວັນ: ຈາກການປະລາໄຊຂອງ ຝລັ່ງ ແລະການແຊກແຊງຂອງ ອາເມລິກາ ຢູ່ດ້ຽນບຽນຝູ ພ້ອມກັບຜົນກະທົບຂອງມັນ, ການລຸກຮື້ຂຶ້ນຕໍ່ສູ້ປົດປ່ອຍຊາດໃນທົ່ວໂລກເກີດຂຶ້ນຢ່າງເປັນຂະບວນຟົດຟື້ນ. ວົງການນັກວາງແຜນຍຸດທະສາດການທະຫານ ແລະຍຸດທະສາດທົ່ວໂລກຂອງອາເມລິກາ ເຫັນວ່າຕ້ອງປັບປຸງ, ແກ້ໄຂຂໍ້ບົກພ່ອງ ແລະຈຸດອ່ອນ. ຖ້າວ່າvຄືກ່ອນໜ້ານີ້, ອາເມລິກາ ພຽງແຕ່ເອົາໃຈໃສ່ພັດທະນາຊຸດອາວຸດນິວເຄຼຍຍຸດທະສາດ 3 ຊະນິດ ແລະເອົາໃຈໃສ່ເຖິງສອງກຳລັງທະຫານເຮືອ ແລະທະຫານອາກາດນັ້ນ ພາຍຫຼັງ “ສຽງຟ້າຮ້ອງດ້ຽນບຽນຝູ”, ດ້ານໜຶ່ງ, ອາເມລິກາ ສືບຕໍ່ລົງທຶນໃສ່ການພັດທະນາອາວຸດນິວເຄຼຍ, ມຸ່ງໄປສູ່ການບຸກໂຈມຕີ ໂຊວຽດ ແລະຈີນ; ອີກດ້ານໜຶ່ງ, ອາເມລິກາ ສຸມໃສ່ພັດທະນາກຳລັງທະຫານບົກພ້ອມດ້ວຍບັນດາອາວຸດຍຸດທະພັນຂອງກຳລັງນີ້; ເອົາໃຈໃສ່ຄົ້ນຄວ້າຍຸດທະສາດ, ທິດສະດີ ແລະພຶດຕິກຳຕົວຈິງສິລະປະບັ້ນຮົບ, ຍຸດທະວິທີ, ຈັດຕັ້ງການກໍ່ສ້າງກຳລັງ; ພັດທະນາອາວຸດທຳມະດາປະເພດຕ່າງໆ ເພື່ອຍາດເອົາໄຊຊະນະຕໍ່ກັບບັນດາ “ຄູ່ແຂ່ງນ້ອຍ” ແລະບັນດາ “ສົງຄາມຂະໜາດນ້ອຍ”...

leftcenterrightdel
ທ່ານຮອງປະທານາທິບໍດີອາເມລິກາ Richard Nixon ມາຫວຽດນາມ ເພື່ອກວດກາ ແລະລະດົມກຳລັງໃຈທະຫານຝລັ່ງ, ເດືອນຕຸລາ 1953. ພາບເອກະສານ.

ນັກຂ່າວ: ສະຫາຍອາດຈະໃຫ້ຮູ້ຢ່າງລະອຽດກວ່າກ່ຽວກັບການຜັນຂະຫຍາຍຍຸດທະສາດໃໝ່ຂອງອາເມລິກາ ພາຍຫຼັງໄຊຊະນະດ້ຽນບຽນຝູ ຂອງຫວຽດນາມ 1954?

ທ່ານພົນຕີ ຫງວຽນງອັກວັນ: ດ້ຽນບຽນຝູ ໄດ້ສອນໃຫ້ວົງການນັກວາງແຜນຍຸດທະສາດ ອາເມລິກາ ບົດຮຽນໜຶ່ງ. ນັ້ນແມ່ນຄວາມສ່ຽງທີ່ນາບຂູ່ໂດຍກົງເຖິງຄວາມເປັນຕາຍ, ກຽດສັກສີ ແລະຜົນປະໂຫຍດຂອງອາເມລິກາ ນັ້ນຍັງບໍ່ທັນແມ່ນ ໂຊວຽດ, ຈີນ, ສົງຄາມນິວເຄຼຍ, ແຕ່ແມ່ນສົງຄາມປົດປ່ອຍຊາດ, ອາເມລິກາ ເອີ້ນວ່າ “ສົງຄາມລຸກຮື້ຂຶ້ນ”. ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອາເມລິກາ ຄືນໃໝ່, ດ້ານໜຶ່ງ, John Fitzgerald Kennedy ໄດ້ອອກຄໍາສັ່ງສ້າງກໍາລັງນິວເຄຼຍ ແລະລູກສອນໄຟທາງໄກ ເພື່ອສ້າງກຳລັງຄວາມສາມາດນາບຂູ່ຢ່າງແທ້ຈິງ ຕໍ່ກັບກຳລັງແຮງນິວເຄຼຍຂອງໂຊວຽດ; ອີກດ້ານໜຶ່ງ, ທ່ານປະທານາທິບໍດີຄົນນີ້ ກໍ່ອອກຄຳສັ່ງພັດທະນາ ແລະຫັນກຳລັງການທະຫານອາເມລິກາ ເປັນທັນສະໄໝ ເພື່ອຕອບໂຕ້ຢ່າງມີໄຫວພິບຕໍ່ຫຼາຍຮູບແບບ ແລະລະດັບການບຸກໂຈມຕີ ເຊິ່ງ John Fitzgerald Kennedy ແລະທີ່ປຶກສາຂອງທ່ານຫຼາຍຄົນຮູ້ວ່າ “ບັນດາປະເທດພວມລຸກຮື້ຂຶ້ນ” ຈະແມ່ນສະໜາມຮົບຕົ້ນຕໍ, ໃນນັ້ນກຳລັງການທະຫານອາເມລິກາ ຈະປະທະກຳລັງກັບກຳລັງປະກອບອາວຸດຂອງບັນດາປະເທດໃນຂະບວນການປົດປ່ອຍຊາດ. ອຳນາດການປົກຄອງອາເມລິກາ ໄດ້ເອົາໃຈໃສ່ເຖິງການພັດທະນາຄວາມສາມາດໂຕ້ຕອບຢ່າງມີປະສິດທິຜົນກັບສົງຄາມກອງຫຼອນ. ຍຸດທະສາດການທະຫານທົ່ວໂລກຫາກໍ່ກຳເນີດຂຶ້ນໂດຍມີຊື່ວ່າ “ໂຕ້ຕອບຢ່າງມີໄຫວພິບ” ຂອງທິດສະດີ Kennedy ມີໜ້າທີ່ທັບມ້າງສົງຄາມປົດປ່ອຍຊາດ, ຮັບມືກັບບັນດາຮູບແບບ ແລະລະດັບການບຸກໂຈມຕີຂອງຄູ່ແຂ່ງ.

ພາຍຫຼັງ ຝລັ່ງ ຖືກປະລາໄຊຢູ່ດ້ຽນບຽນຝູ, ອາເມລິກາ ໄດ້ໂດດເຂົ້າມາອິນດູຈີນ, ປັດເຂ່ຍ ຝລ່ັງ, ຍາດເອົາອຳນາດຊີ້ນຳສົງຄາມຢູ່ ອິນດູຈີນ, ດຳເນີນສົງຄາມຕ້ານປະຊາຊົນຫວຽດນາມໂດຍກົງ, ເພື່ອ “ສະກັດກັ້ນການລຸກຮື້ຂຶ້ນຂອງລັດທິກອມມູນິດ” ທີ່ແຜ່ລາມລົງໄປສູ່ອາຊີຕາເວັນອອກສ່ຽງໃຕ້. ແຕ່ວ່າພວກມັນຖືກປະລາໄຊ ຢູ່ບັ້ນຮົບ “ດ້ຽນບຽນຝູ ທາງອາກາດ” ທ້າຍປີ 1972 ແລະບັ້ນຮົບໂຮ່ຈີມິນ ປະຫວັດສາດລະດູບານໃໝ່ 1975.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ