ພ້ອມກັບໄຊຊະນະດ້ຽນບຽນຝູ, ສັນຍາເຊີແນວ ໄດ້ລະດົມກຳລັງໃຈບັນດາປະເທດທີ່ຖືກກົດຂີ່ຂູດຮີດລຸກຮື້ຂຶ້ນຕໍ່ສູ້ປົດປ່ອຍຊາດ, ເປີດສາກໃຫ້ແກ່ໄລຍະຖືກລົ້ມລະລາຍຂອງລັດທິລ່າ ເມືອງຂຶ້ນໃນທົ່ວໂລກ. ນີ້ກໍ່ແມ່ນໝາກຜົນຂອງແນວທາງຖືກຕ້ອງ-ແນວທາງປະຕິວັດ, ແນວທາງຕໍ່ສູ້, ແນວທາງພົວພັນຕ່າງປະເທດພາຍໃຕ້ການນຳພາຢ່າງສະຫຼາດສ່ອງໃສຂອງພັກ ແລະປະທານໂຮ່ຈີມິນ. ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການຕອບສຳພາດສື່ມວນຊົນ.

ນັກຂ່າວ: ຂໍສະຫາຍຕີລາຄາໝາກຜົນ, ຄວາມໝາຍຂອງກອງປະຊຸມ ເຊີແນວ ປີ 1954?

ທ່ານລັດຖະມົນຕີ ບຸ່ຍແທັງເຊີິນ: ວັນທີ 21 ກໍລະກົດ 1954, ສັນຍາເຊີແນວ ໄດ້ລົງນາມພາຍຫຼັງດຳເນີນການເຈລະຈາເປັນເວລາ 75 ວັນຢ່າງເຄັ່ງຕຶງ ແລະສັບສົນ. ຖືກຄືດັ່ງການຕີລາຄາຂອງປະທານໂຮ່ຈີມິນ: “ກອງປະຊຸມ ເຊີແນວ ໄດ້ສິ້ນສຸດ. ການທູດຂອງເຮົາຍາດໄດ້ໄຊຊະນະອັນໃຫຍ່ຫຼວງ”, ເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດຫວຽດນາມ, ບັນດາສິດຂອງຊາດໂດຍພື້ນຖານຂອງຫວຽດນາມ ແມ່ນເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນໄດ້ຢັ້ງຢືນໃນສົນທິສັນຍາສາກົນ, ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ ເຊີແນວ ໄດ້ຮັບຮອງເອົາ ແລະເຄົາລົບ. ນີ້ກໍ່ແມ່ນໝາກຜົນຕໍ່ສູ້ຢ່າງພິລະອາດຫານຂອງປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກໃນຕະຫຼອດການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນຢ່າງຍືດເຍື້ອຍາວນານ ເຊິ່ງຈຸດສູງແມ່ນໄຊຊະນະດ້ຽນບຽນຝູ “ດັງກ້ອງກັນວານໄປທົ່ວຫ້າທະວີບ, ສັ່ນສະເທື່ອນໄປທົ່ວໂລກ”.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ຢັ້ງຢືນສັນຍາເຊີແນວ ແມ່ນຂີດໝາຍປະຫວັດສາດຂອງຊາດ. ພາບ: ກະຊວງການຕ່າງປະເທດ.

ພ້ອມກັບໄຊຊະນະດ້ຽນບຽນຝູ, ສັນຍາເຊີແນວ ໄດ້ສິ້ນສຸດການປົກຄອງຂອງລັດທິລ່າເມືອງຂຶ້ນແບບເກົ່າທີ່ແກ່ຍາວໃນເວລາເກືອບ 100 ປີຢູ່ປະເທດຫວຽດນາມ, ສ້າງປະຫວັດສາດໜ້າໃໝ່ໃນພາລະກິດປົດປ່ອຍຊາດ, ນັ້ນແມ່ນ, ການກໍ່ສ້າງລັດທິສັງຄົມນິຍົມຢູ່ພາກເໜືອ, ພ້ອມທັງດຳເນີນການປະຕິວັດຊາດປະຊາທິປະໄຕປະຊາຊົນຢູ່ພາກໃຕ້ ເພື່ອກ້າວໄປເຖິງການປະຕິບັດເປົ້າໝາຍເອກະລາດ, ທ້ອນໂຮມປະເທດຊາດເອກະພາບຢ່າງສົມບູນ.

ເລື່ອງເຊັນສັນຍາເຊີແນວ ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດຂອງຊາດຫວຽດນາມ ເທົ່ານັ້ນຫາກຍັງມີຄວາມໝາຍຍຸກສະໄໝ. ຍ້ອນວ່ານີ້ແມ່ນໄຊຊະນະລວມຂອງ 3 ຊາດ ອິນດູຈີນ ແລະປະຊາຊົນທີ່ຮັກຫອມສັນຕິພາບໃນໂລກ. ສັນຍານີ້ກໍ່ແມ່ນໄຊຊະນະດ້ຽນບຽນຝູ ທີ່ໄດ້ລະດົມກຳລັງໃຈໃຫ້ບັນດາຊາດທີ່ຖືກກົດຂີ່ຂູດຮີດລຸກຮື້ຂຶ້ນຕໍ່ສູ້ປົດປ່ອຍຊາດ, ເປີດສາກໃຫ້ແກ່ໄລຍະຖືກລົ້ມລະລາຍຂອງລັດທິລ່າເມືອງຂຶ້ນໃນທົ່ວໂລກ.

ສຳລັບພື້ນຖານພົວພັນຕ່າງປະເທດຂອງປະເທດຫວຽດນາມ, ສັນຍາເຊີແນວ ແມ່ນສົນທິສັນຍາສາກົນຫຼາຍຝ່າຍທຳອິດທີ່ຫວຽດນາມ ເຂົ້າຮ່ວມເຈລະຈາ, ລົງນາມ ແລະປະຕິບັດ, ບໍ່ພຽງແຕ່ເປັນການຢືນຢັນຖານະບົດບາດຂອງປະເທດເອກະລາດ ແລະມີອະທິປະໄຕຂອງຫວຽດນາມ ໃນເວທີປາໄສສາກົນເທົ່ານັ້ນ, ຫາກຍັງແມ່ນຂີດໝາຍສຳຄັນໃນການພັດທະນາຂອງພື້ນຖານການພົວພັນຕ່າງປະເທດແຫ່ງການປະຕິວັດຂອງຫວຽດນາມ ອີກດ້ວຍ, ຖອດຖອນໄດ້ຫຼາຍບົດຮຽນອັນລ້ຳຄ່າ ແລະຫຼໍ່ຫຼອມນັກການທູດດີເດັ່ນໄດ້ຫຼາຍທ່ານໃນຍຸກສະໄໝໂຮ່ຈີມິນ.

ນັກຂ່າວ: ຂໍທ່ານລັດຖະມົນຕີ ໃຫ້ຮູ້ເລື່ອງເຊັນສັນຍາເຊີແນວ ຖອດຖອນໄດ້ບົດຮຽນໃດແດ່ສຳລັບພື້ນຖານການພົວພັນຕ່າງປະເທດຫວຽດນາມ, ພິເສດແມ່ນເມື່ອຫວຽດນາມ ໄດ້ມານະພະຍາຍາມສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ເຂັ້ມຂຸນໄປດ້ວຍສີສັນ “ໄມ້ໄຜ່ ຫວຽດນາມ” ປະຈຸບັນ?

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ: ສາມາດເວົ້າວ່າ ວິວັດການເຈລະຈາ, ການລົງນາມ ແລະປະຕິບັດສັນຍາເຊີແນວ ແມ່ນປື້ມຄູ່ມືທີ່ມີຄ່າເຫຼັ້ມ 1  ກ່ຽວກັບການພົວພັນຕ່າງປະເທດ ແລະການທູດຫວຽດນາມ ເຊິ່ງພັກຄອມມູນິດຫວຽດນາມ ໄດ້ສືບທອດ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະພັດທະນາໃນການເຈລະຈາ, ເຊັນ ແລະປະຕິບັດສັນຍາ ປາຣີ ປີ 1973 ກໍ່ຄືໃນການຜັນຂະຫຍາຍວຽກງານການທູດໃນປະຈຸບັນ.

ຄຽງຂ້າງບັນດາບົດຮຽນກ່ຽວກັບຫຼັກການປຽບເໝືອນດັ່ງການຮັບປະກັນການນຳພາທີ່ເປັນເອກະພາບ, ເດັດຂາດຂອງພັກ, ຢຶດໝັ້ນເອກະລາດ, ເປັນເຈົ້າຕົນເອງບົນພື້ນຖານຜົນປະໂຫຍດຂອງປະເທດ-ຂອງຊາດ, ສັນຍາເຊີແນວ ຖອດຖອນໄດ້ຫຼາຍບົດຮຽນ ແລະຍັງຄົງຮັກສາຄຸນຄ່າເດີມໄວ້ຄືເກົ່າກ່ຽວກັບມາດຕະການ ແລະສິລະປະການທູດທີ່ເຂັ້ມຂຸ້ນໄປດ້ວຍ ສີສັນການທູດຫວຽດນາມ ໃນຍຸກສະໄໝໂຮ່ຈີມິນ.

ນັ້ນແມ່ນບົດຮຽນກ່ຽວກັບການສົມທົບກຳລັງແຮງຂອງຊາດກັບກຳລັງແຮງແຫ່ງຍຸກສະໄໝ, ສາມັກຄີຊົນຊາດຕິດພັນກັບສາມັກຄີສາກົນສ້າງເປັນ “ກຳລັງແຮງທີ່ຊະນະເລີດ”. ໃນວິວັດການເຈລະຈາສັນຍາເຊີແນວ, ຫວຽດນາມໄດ້ເປີດກວ້າງຄວາມສາມັກຄີກັບສາກົນຢ່າງບໍ່ຢຸດຢັ້ງ, ຍາດແຍ່ງເອົາການສະໜັບສະໜູນຂອງປະຊາຊົນໃນໂລກສຳລັບພາລະກິດຕໍ່ສູ້ທີ່ເປັນທຳຂອງປະຊາຊົນຫວຽດນາມ.

ນັ້ນແມ່ນບົດຮຽນກ່ຽວກັບການຖືເປັນສຳຄັນວຽກງານຄົ້ນຄວ້າ, ຕີລາຄາ ແລະການຄາດຄະເນສະພາບການ, ຕ້ອງ “ຮູ້ເຂົາ”, “ຮູ້ເຮົາ”, “ຮູ້ສະຖານະການ”, “ຮູ້ສະພາບການ” ຈາກນັ້ນ “ຮູ້ກ້າວຂຶ້ນ”, “ຮູ້ຖອຍຫຼັງ”. ນີ້ກໍ່ແມ່ນບົດຮຽນຢ່າງເລິກເຊິ່ງທີ່ຍັງຮັກສາຄຸນຄ່າດັ້ງເດີມໃນສະຖານະການໂລກປະຈຸບັນພວມຜັນແປຢ່າງສັບສົນ ແລະຄາດເດົາໄດ້ຍາກ.

ນັ້ນແມ່ນບົດຮຽນກ່ຽວກັບການນຳໃຊ້ການສົນທະນາ ແລະການເຈລະຈາໂດຍສັນຕິວິທີເພື່ອແກ້ໄຂຄວາມບໍ່ລົງລອຍກັນ, ການປະທະກັນໃນການພົວພັນສາກົນ. ນີ້ກໍ່ແມ່ນບົດຮຽນທີ່ມີລັກສະນະຍຸກສະໄໝ, ໂດຍສະເພາະແມ່ນເມື່ອມີຫຼາຍການປະທະກັນທີ່ສັບສົນພວມເກີດຂຶ້ນໃນໂລກຄືປະຈຸບັນ.

ນັກຂ່າວ: ທ່ານລັດຖະມົນຕີ ຕີລາຄາຄືແນວໃດກ່ຽວກັບການໜູນຊ່ວຍ, ຊ່ວຍເຫຼືອ, ສະໜັບສະໜູນຂອງເພື່ອນມິດກ້າວໜ້າໃນໂລກທີ່ສະຫງວນໃຫ້ແກ່ປະຊາຊົນຫວຽດນາມ ໃນວິວັດການເຂົ້າຮ່ວມ ແລະລົງນາມໃນສັນຍາເຊີແນວ?

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ: ການຕໍ່ສູ້ທີ່ເປັນທຳເພື່ອສັນຕິພາບ, ເອກະລາດ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະຊາຊົນຫວຽດນາມ ແມ່ນເໝາະສົມກັບທ່າອ່ຽງຂອງຍຸກສະໄໝ ແລະຄວາມມຸ່ງມາດປາດຖະໜາລວມຂອງປະຊາຊົນທີ່ກ້າວໜ້າໃນໂລກ. ເພາະສະນັ້ນ, ໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບເວົ້າລວມ, ໃນການເຈລະຈາ, ລົງນາມ ແລະປະຕິບັດສັນຍາເຊີແນວ ເວົ້າສະເພາະ, ຍາມໃດຫວຽດນາມ ກໍ່ໄດ້ຮັບການສະໜັບສະໜູນອັນໃຫຍ່ຫຼວງ ແລະລ້ຳຄ່າທັງດ້ານວັດຖຸ ແລະຈິດໃຈຈາກເພື່ອນມິດສາກົນ, ກ່ອນອື່ນໝົດແມ່ນຈາກລາວ, ກຳປູເຈຍ, ບັນດາປະເທດສັງຄົມນິຍົມ ແລະປະຊາຊົນທີ່ຮັກຫອມສັນຕິພາບໃນໂລກ.

ໃນກິດຈະການປ່ຽນແປງໃໝ່, ປະຕິບັດແນວທາງພົວພັນຕ່າງປະເທດຢ່າງຖືກຕ້ອງຂອງພັກ, ຫວຽດນາມສືບຕໍ່ຮັບໄດ້ການສະໜັບສະໜູນ ແລະການຮ່ວມມືອັນລ້ຳຄ່າຈາກປະຊາຄົມສາກົນບົນພື້ນຖານສະເໝີພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບ ແລະຈົດຈຳການສະໜັບສະໜູນ ແລະການຊ່ວຍເຫຼືອຂອງເພື່ອນມິດສາກົນ, ພ້ອມທັງໃນຄວາມສາມາດຂອງຕົນ, ຍາມໃດກໍ່ສະໜັບສະໜູນ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະຄວາມກ້າວໜ້າໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ!

ໂດຍ: ແສງເດືອນ