ນີ້ແມ່ນໜຶ່ງໃນບັນດາເຫດການການພົວພັນຕ່າງປະເທດຫຼາຍຝ່າຍທີ່ສຳຄັນທີ່ສຸດເຊິ່ງ ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງໃນປີ 2024. ກ່ອນຈະໄຂເວທີປາໄສ, ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ສຳພາດຕໍ່ນັກຂ່າວ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາມາຍັງທ່ານຜູ້ອ່ານ.

ນັກຂ່າວ: ຕາມທ່ານຮອງລັດຖະມົນຕີແລ້ວ, ບ່ອນໃດແມ່ນຈຸດແຕກຕ່າງໆ ລະຫວ່າງ AFF ກັບບັນດາເວທີປາໄສສາກົນອື່ນຄື: ການເຈລະຈາ Shangri-La, ກອງປະຊຸມອະນາຄົດອາຊີ, ການເຈລະຈາ Raisina? ພວກເຮົາຕັ້ງຄວາມຫວັງຫຍັງແດ່ຕໍ່ໝາກຜົນຂອງເວທີປາໄສຄັ້ງນີ້?

ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ: ນີ້ແມ່ນຄຳຖາມທີ່ພວກຂ້າພະເຈົ້າໄດ້ຕັ້ງຂຶ້ນ ແລະເປັນຫ່ວງຫຼາຍທີ່ສຸດນັບແຕ່ມີແນວຄວາມຄິດນີ້ຂຶ້ນມາ. ແລະຄຳຕອບສັ້ນທີ່ສຸດໃຫ້ແກ່ຄຳຖາມນີ້ແມ່ນຄຳວ່າ ອາຊຽນ ໃນຊື່ຂອງເວທີປາໄສຄື: “ເວທີປາໄສອະນາຄົດອາຊຽນ”. ທຸກໆເວທີປາໄສ ອາດມີຫຼາຍຫົວຂໍ້ທີ່ແຕກຕ່າງກັນ, ມີຂະໜາດພູມສັນຖານທີ່ແຕກຕ່າງກັນ, ມີເນື້ອໃນທີ່ແຕກຕ່າງກັນຫຼາຍ, ເປົ້າໝາຍທີ່ເຂົ້າຮ່ວມກໍ່ແຕກຕ່າງກັນ, ແຕ່ບໍ່ມີເວທີປາໄສໃດທີ່ມີຫົວຂໍ້ຕົ້ນຕໍແມ່ນອາຊຽນ, ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຢາກຊຸກຍູ້ບົດບາດໃຈກາງຂອງອາຊຽນ.

ສະນັ້ນ, ພວກຂ້າພະເຈົ້າເຫັນວ່າ ຕ້ອງມີເວທີປາໄສໃຫ້ອາຊຽນ ໂດຍສະເພາະ, ຂອງອາຊຽນ, ເພື່ອອາຊຽນ ແລະເພື່ອປະຊາຊົນຂອງອາຊຽນ. ນັ້ນແມ່ນຄວາມແຕກຕ່າງທີ່ໃຫຍ່ທີ່ສຸດຂອງ AFF.

ພວກຂ້າພະເຈົ້າຫວັງວ່າ, ດ້ວຍລັກສະນະເປີດກ້ວາງ ແລະກວມລວມຂອງເວທີປາໄສ, ທັງມີການເຂົ້າຮ່ວມຂອງລັດຖະບານ, ທັງມີການເຂົ້າຮ່ວມຂອງວົງການນັກຮຽນຮູ້ ແລະວິສາຫະກິດ, ເວທີປາໄສຈະສ້າງພື້ນຖານເພື່ອໃຫ້ທຸກຝ່າຍທີ່ກ່ຽວຂ້ອງສາມາດແບ່ງປັນແນວຄວາມຄິດໃໝ່ ແລະມີຫົວຄິດປະດິດສ້າງ. ຈາກນັ້ນ, ການນຳບັນດາປະເທດອາຊຽນ ສາມາດທາບທາມກ່ຽວກັບວິວັດການສ້າງຍຸດທະສາດ, ວິໄສທັດຂອງອາຊຽນ ໃນໄລຍະຈະມາເຖິງ, ປະກອບສ່ວນນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນອາຊຽນ.

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີໃຫ້ຮູ້ກ່ຽວກັບການເຂົ້າຮ່ວມຂອງການນໍາ, ນັກຊ່ຽວຊານ, ນັກຮຽນຮູ້ ແລະປະຊາຄົມວິສາຫະກິດໃນ AFF ຄັ້ງນີ້?

ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ: ປະຈຸບັນ, ຄະນະຈັດຕັ້ງໄດ້ຮັບການລົງທະບຽນເຂົ້າຮ່ວມໂດຍກົງຈາກຜູ້ແທນເກືອບ 400 ຄົນ. ພວກເຮົາໄດ້ຮັບການຢືນຢັນເຂົ້າຮ່ວມຂອງບັນດານັກບັນລະຍາຍທີ່ເປັນການນໍາຂັ້ນລັດຖະບານ, ຂັ້ນລັດຖະມົນຕີບັນດາປະເທດອາຊຽນ ເປັນຈຳນວນຫຼວງຫຼາຍ. ພິເສດ, ພວກເຮົາມີຄວາມປິຕິຊົມຊື່ນເມື່ອມີການເຂົ້າຮ່ວມຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ - ປະເທດປະທານອາຊຽນ ປີ 2024, ທ່ານ Retno Marsudi ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ, ທ່ານ Erywan Yusof ລັດຖະມົນຕີການຕ່າງປະເທດບຣູໄນ ແລະທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ. ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ແລະທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ ແລະທ່ານ Srettha Thavisin ນາຍົກລັດຖະມົນຕີໄທ ຈະສົ່ງສານທີ່ອັດເປັນຄຼິບ ເຖິງເວທີປາໄສ.

ຄຽງຂ້າງນັ້ນ, ນັກບັນລະຍາຍແຖວໜ້າຫຼາຍຄົນໃນພາກພື້ນ ແລະສາກົນກໍ່ໄດ້ຢືນຢັນວ່າຈະເຂົ້າຮ່ວມ, ໃນນັ້ນມີອະດີດເຈົ້າໜ້າທີ່ທີ່ມີຊື່ສຽງຫຼາຍຄົນເຊັ່ນ: ອະດີດລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Marty Natalegawa, ອະດີດລັດຖະມົນຕີການຕ່າງປະເທດສິງກະໂປ George Yeo. ທ່ານ Tony Blair ອະດີດນາຍົກລັດຖະມົນຕີອັງກິດ ຈະສົ່ງສານທີ່ອັດເປັນຄຼິບ ເຖິງເວທີປາໄສ...

leftcenterrightdel
ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ. ພາບ: ຈາງຫງວຽນ

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີໃຫ້ຮູ້ ໝາກຜົນຂອງ AFF 2024 ຈະສົ່ງເຖິງບັນດາຜູ້ນໍາອາຊຽນ ແລະປະຊາຊົນອາຊຽນ ຄືແນວໃດ?

ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ:  ການເຂົ້າຮ່ວມ AFF 2024 ເປັນຈຳນວນຫຼວງຫຼາຍ ແມ່ນໜຶ່ງໃນບັນດາວິທີການທີ່ສຳຄັນເພື່ອສົ່ງສານສະບັບຕ່າງໄປເຖິງປະຊາຊົນອາຊຽນ ຢ່າງກວ້າງຂວາງ. ພິເສດ, ຂ້າພະເຈົ້າຫວັງວ່າ ຜ່ານຊ່ອງສື່ສານ, ສື່ມວນຊົນ, ບັນດາໝາກຜົນດັ່ງກ່າວຈະໄດ້ຮັບການແຜ່ຂະຫຍາຍຢ່າງກວ້າງຂວາງເຖິງບັນດາການນຳລັດຖະບານ ກໍ່ຄືປະຊາຊົນອາຊຽນ.

ຄາດວ່າຈະມີບົດສະຫຼຸບກ່ຽວກັບຄວາມເຫັນທີ່ແລກປ່ຽນ, ກ່າວຄຳເຫັນທີ່ເວທີປາໄສເພື່ອສົ່ງຜ່ານຊ່ອງທີ່ເປັນທາງການຂອງອາຊຽນ, ຈາກຊ່ອງຂອງບັນດາເຈົ້າໜ້າທີ່ຂັ້ນສູງຈົນເຖິງຊ່ອງລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີລົງເລິກຂະແໜງ ແລະສົ່ງເຖິງບັນດາການນໍາຂັ້ນສູງອາຊຽນ. ຄຽງຂ້າງນັ້ນ, ພວກຂ້າພະເຈົ້າຍັງຕັ້ງຄວາມຫວັງໄວ້ວ່າຈະມີບົດຖະແຫຼງຂ່າວ, ຂໍ້ສະເໜີລວມຂອງອາຊຽນ ເພື່ອສົ່ງເຖິງສະຫະປະຊາຊາດ, ສະແດງໃຫ້ເຫັນວ່າ, ນີ້ແມ່ນໜຶ່ງໃນບັນດາການປະກອບສ່ວນຂອງພາກພື້ນອາຊຽນ ຕໍ່ຂະບວນການຈັດຕັ້ງກອງປະຊຸມສຸດຍອດອະນາຄົດຂອງສະຫະປະຊາຊາດ ທີ່ຄາດວ່າຈະຈັດຂຶ້ນໃນເດືອນກັນຍານີ້. ໃນເວັບໄຊຂອງເວທີປາໄສ, ພວກຂ້າພະເຈົ້າໄດ້ເປີດລາຍການ "ສຽງຂອງປະຊາຊົນອາຊຽນ" ດ້ວຍຄວາມຫວັງຈະດຶງດູດການປະກອບສ່ວນຂອງປະຊາຊົນ. ຂອງວົງການຕ່າງໆໃນອາຊຽນ ສໍາລັບບັນດາຫົວຂໍ້ທີ່ປຶກສາຫາລືຂອງເວທີປາໄສ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ການຮ່ວມມືດ້ານເສດຖະກິດລົງທຶນ ຈະສະແດງໃຫ້ເຫັນຄືແນວໃດໃນ AFF 2024? ບັນດາວິສາກະກິດຈະຊອກຫາກາລະໂອກາດອັນໃດໃນເວລາເຂົ້າຮ່ວມເວທີປາໄສ?

ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ: ດ້ວຍຫົວຂໍ້ພັດທະນາຢ່າງວ່ອງໄວ ແລະຍືນຍົງ, ຖືປະຊາຊົນເປັນໃຈກາງ, ເວທີປາໄສຄັ້ງນີ້ຍັງມີການເຂົ້າຮ່ວມຂອງບາງວິສາຫະກິດນຳໜ້າຢູ່ ຫວຽດນາມ ແລະພາກພື້ນ. ເພື່ອການພັດທະນາຢ່າງວ່ອງໄວ ແລະຍືນຍົງ, ບັນດາບັນຫາທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະການຄ້າດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດຈະມີຄວາມໝາຍສຳຄັນຢ່າງຈະແຈ້ງ.

ຄຽງຂ້າງບັນດາກອງປະຊຸມຄົບຄະນະແລ້ວ, ພວກຂ້າພະເຈົ້າຍັງຈະຈັດຕັ້ງກອງປະຊຸມສະເພາະໃຫ້ແກ່ບັນດາວິສາຫະກິດດ້ວຍຫົວຂໍ້ການນໍາໃຊ້ກາລະໂອກາດເພື່ອພັດທະນາໃນສະພາບການຫັນເປັນດີຈີຕອນໃນປະຈຸບັນ. ກອງປະຊຸມຄັ້ງນີ້ໂດຍແມ່ນທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານໃນຂົງເຂດນີ້ ກໍ່ຄືຫຼາຍວິສາຫະກິດຫວຽດນາມ, ອາຊຽນ ແລະບັນດາປະເທດຄູ່ຮ່ວມມື. ຂ້າພະເຈົ້າຄິດວ່າ ນີ້ຈະແມ່ນກາລະໂອກາດອັນລ້ຳຄ່າເພື່ອໃຫ້ບັນດາວິສາຫະກິດໄດ້ແລກປ່ຽນ, ແບ່ງປັນກ່ຽວກັບບັນດາຂໍ້ດີ, ຂໍ້ເສຍ ກໍ່ຄືກາລະໂອກາດທີ່ບັນດາວິສາຫະກິດສາມາດຍາດແຍ່ງເອົາຜົນປະໂຫຍດໃນສະພາບການຫັນເປັນດີຈີຕອນໃນປະຈຸບັນ, ພ້ອມທັງເປັນໂອກາດທີ່ດີໃຫ້ແກ່ວິສາຫະກິດເຊື່ອມໂຍງ, ກໍ່ສ້າງເຄືອຂ່າຍໃໝ່, ນໍາໃຊ້ກາລະໂອກາດຈາກການຫັນເປັນດີຈີຕອນ ນໍາມາໃຫ້ແກ່ການດໍາເນີນທຸລະກິດຂອງຕົນ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ຫົວຂໍ້ທີ່ເລືອກມາໃນເວທີປາໄສຄັ້ງນີ້ ມີຄວາມໝາຍສໍາຄັນແນວໃດຕໍ່ອາຊຽນ ໃນສະພາບການທີ່ພາກພື້ນ ແລະໃນໂລກພວມປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ? ເຫດການນີ້ມີຄວາມໝາຍສຳຄັນຫຍັງໃນການຢືນຢັນບົດບາດຂອງຫວຽດນາມ ໃນພາກພື້ນອາຊຽນ?

ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ: ຂ້າພະເຈົ້າຖືວ່າ ບັນຫາການພັດທະນາຢ່າງວ່ອງໄວ ແລະຍືນຍົງ, ຖືປະຊາຊົນເປັນໃຈກາງ, ແມ່ນຄວາມເອົາໃຈໃສ່ລວມຂອງທົ່ວໂລກ ແລະຂອງບັນດາປະເທດອາຊຽນ.

ນີ້ແມ່ນຄວາມຮຽກຮ້ອງຕ້ອງການພື້ນຖານ ແລະຈໍາເປັນຂອງອາຊຽນ ໃນສະພາບທີ່ພວກເຮົາພວມປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ ກໍ່ຄືສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ພະຍາດລະບາດ, ບັນຫາການຂາດແຄນຕ່ອງໂສ້ການສະໜອງ... ສະນັ້ນ ເວທີປາໄສຄັ້ງນີ້ຈະສຸມໃສ່ການປຶກສາຫາລື ເຮັດແນວໃດເພື່ອໃຫ້ມີຄວາມສົມດຸນກັນລະຫວ່າງການພັດທະນາ ແລະການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນຊີວິດສັງຄົມ ແລະເຮັດແນວໃດ ເພື່ອໃຫ້ປະຊາຊົນຍາມໃດກໍ່ເປັນໃຈກາງໃນທຸກລັດຖະນະໂຍບາຍກ່ຽວກັບການພັດທະນາຂອງແຕ່ລະປະເທດກໍ່ຄືຂອງພາກພື້ນ.

ສຳລັບ ຫວຽດນາມ, ຄາດວ່າ ນີ້ແມ່ນເຫດການຫຼາຍຝ່າຍໃຫຍ່ທີ່ສຸດທີ່ພວກເຮົາເປັນເຈົ້າພາບຈັດຕັ້ງໃນປີ 2024. ຂໍ້ລິເລີ່ມນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງໃຫ້ເຫັນການເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ, ຄວາມປາດຖະໜາຢາກປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືພາກພື້ນ ແລະປາດຖະໜາຢາກເສີມຂະຫຍາຍບົດບາດນຳໜ້າ, ຫຼັກແຫຼ່ງຂອງ ຫວຽດນາມ ໃນການຮ່ວມມືໃນພາກພື້ນ ກໍ່ຄືໃນຂອບເຂດທົ່ວໂລກ. ຂ້າພະເຈົ້າເຊື່ອໝັ້ນວ່າ AFF 2024 ຈະປະສົບຜົນສໍາເລັດ ແລະຈະສ້າງທ່ວງທ່າເພື່ອໃຫ້ພວກເຮົາຮັກສາການຈັດຕັ້ງເວທີປາໄສໃນຫຼາຍປີຕໍ່ໜ້າ.

ເນື່ອງໃນໂອກາດນີ້, ຂ້າພະເຈົ້າຕີລາຄາສູງຕໍ່ການກະກຽມ, ສົມທົບກັນຢ່າງແໜ້ນແຟ້ນຂອງບັນດາອົງການທີ່ກ່ຽວຂ້ອງໃນວຽກງານຈັດຕັ້ງ, ຄະນະຜູ້ແທນ, ການຕ້ອນຮັບ, ພະລາທິການ, ຖະແຫຼງຂ່າວ, ເພື່ອໃຫ້ພວກເຮົາມີຄວາມໝັ້ນໃຈຕໍ່ຜົນສຳເລັດຂອງເຫດການສຳຄັນນີ້.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ