ຢ້ອນອາດີດ "ໄວໝຸ່ມທີ່ມີຊີວິດຊີວາ"

ເມື່ອລົດຕ່າງນັກຮົບດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ແຮງງານເກນ 139 ຄົນ ມາຈອດຢູ່ຕໍ່ໜ້າປະຕູສະໂມສອນ ສູນປະຊຸມວັດທະນະທຳແຂວງ ດ້ຽນບຽນ, ກໍ່ແມ່ນຈຸດເວລາທີ່ພະນັກງານ, ນັກຮົບກໍາລັງປະກອບອາວຸດ, ສະມາຊິກຊາວໜຸ່ມ, ຊາວໜຸ່ມທ້ອງຖິ່ນນັບສິບຄົນໄດ້ເດີນກ້າວໄປຫາ ແລະໂຈມແຂນແຕ່ລະຄົນເຂົ້າໄປໃນສູນປະຂຸມຢ່າງນີ້ມນວນ. ນັກຮົບເກົ່າເກືອບທັງໝົດແມ່ນມີອາຍຸສູງແລ້ວ, ແຕ່ເມື່ອກັບຄືນສູ່ດິນແດນປະຫວັດສາດ ດ້ຽນບຽນ, ໃຜໆກໍ່ຮູ້ສຶກຂຶງຂັງ, ແຂງແຮງຂຶ້ນກວ່າເກົ່າ; ເມື່ອໄດ້ພົບກັນອີກ, ທຸກຄົນໄດ້ຈັບມືກັນ, ໜ້າຕາຊື່ນບານ, ນ້ຳຕາຍື່ງປໍ້ເຕັມໄປດ້ວຍຄວາມຮູ້ສຶກ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍບັນດາການນຳພັກ, ລັດ ໄດ້ມີການໂອ້ລົມສົນທະນາຢ່າງສະໜິດສະໜົມ, ຖາມໄຖ່ກ່ຽວກັບສຸຂະພາບ, ສ້າງບັນຍາກາດອົບອຸ່ນ, ແຜ່ຂະຫຍາຍ...

ແມ່ຕູ້ ຟານທິໄບ, ອາຍຸ 95 ປີ, ເປັນຊາວໜຸ່ມຕະລຸມບອນຂອງຕາແສງ ເຮືອງທຸຍ (ເຮືອງເຄ, ຮ່າຕິ້ງ), ຍ້ອນມີຜົນງານດີເດັ່ນຫຼາຍຢ່າງໃນການເຂົ້າຮ່ວມການຂົນສົ່ງສະບຽງອາຫານ, ລູກປືນເພື່ອຮັບໃຊ້ບັ້ນຮົບ ດ້ຽນບຽນຝູ. ປີ 1979, ແມ່ຕູ້ໄດ້ຕັດສິນໃຈກັບຄືນເມືອດ້ຽນບຽນ ກັບຜົວ, ສ້າງເຂດເສດຖະກິດແຫ່ງໃໝ່ ແລະມີຄວາມຜູກພັນກັບເຂດດິນແດນແຫ່ງນີ້.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະບັນດາຜູ້ແທນມອບຂອງຂວັນໃຫ້ບັນດານັກຮົບດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ແຮງງານເກນທີ່ການພົບປະ. ພາບ: qdnd.vn

ນັກຮົບດຽນບຽນ ເຢືອງຈີກີ່ ໃຫ້ຮູ້ວ່າ: “ດ້ວຍຈິດໃຈ ແລະບັນຍາກາດໃໝ່ຂອງໄວໜຸ່ມ, ພວກຂ້າພະເຈົ້າໄດ້ດຳລົງຊີວິດ, ອຸທິດຕົນ ແລະເຕີບໂຕ. ມີເພື່ອນຮ່ວມກົມກອງຂອງພວກຂ້າພະເຈົ້າຫຼາຍຄົນໄດ້ເສຍສະຫຼະຊີວິດ ຫຼືຖືກບາດເຈັບໃນສົງຄາມເພື່ອຄວາມຍືນຍົງຄົງຕົວຂອງປະເທດຊາດ. ສະນັ້ນ, ພວກຂ້າພະເຈົ້າຈຶ່ງຢາກໃຫ້ລຸ້ນໜຸ່ມໃນປະຈຸບັນ ຍາມໃດກໍ່ຕັ້ງໜ້າຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳ, ປະຕິບັດຕາມແບບຢ່າງຂອງວິລະຊົນໃນຍຸກສະໄໝກ່ອນ; ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີ ແລະເຂັ້ມແຂງຂຶ້ນຕື່ມໃນແຕ່ລະວັນ”.

ຕາມທ່ານ ໂດວັນຈຽນ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລ້ວ, ໃນບັ້ນຮົບ ດ້ຽນບຽນຝູ, ການປະກອບສ່ວນຂອງນັກຮົບດ້ຽນບຽນ, ຊາວໜຸ່ມຕະລຸມບອນ ແລະແຮງງານເກນແມ່ນໃຫຍ່ຫຼວງ. ສໍາເລັດໜ້າທີ່ສູ້ຮົບ, ຮັບໃຊ້ການສູ້ຮົບ, ສ່ວນຫຼາຍເຂົາເຈົ້າໄດ້ກັບຄືນສູ່ການດຳລົງຊີວິດປະຈໍາວັນ, ຮໍ່າຮຽນ, ເຮັດວຽກ, ອອກແຮງງານທຳການຜະລິດ. ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ເຂົາເຈົ້າຍັງຮັກສາທາດແທ້ຄຸນສົມບັດ, ກາຍເປັນພະນັກງານທີ່ດີ, ພົນລະເມືອງທີ່ເປັນແບບຢ່າງ, ສືບຕໍ່ປະກອບສ່ວນເຫື່ອແຮງສ້າງສາບ້ານເກີດເມືອງນອນ, ເປັນແບບຢ່າງທີ່ໃສແຈ້ງໃຫ້ລູກຫຼານໄດ້ຮ່ຳຮຽນ ແລະເຮັດຕາມ.

ເອົາໃຈໃສ່, ເບິ່ງແຍງດູແລໃຫ້ແກ່ຜູ້ທີ່ມີຄຸນງາມຄວາມດີ

ກ່າວຄຳເຫັນທີ່ການພົບປະ, ດ້ວຍອາລົມຈິດຢ່າງເລິກເຊິ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຂໍຖືເປັນກຽດສົ່ງເຖິງບັນດາຜູ້ອາວຸດໂສປະຕິວັດ, ແມ່ຫວຽດນາມ ວິລະຊົນ, ວິລະຊົນກໍາລັງປະກອບອາວຸດປະຊາຊົນ,  ນັກຮົບດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ແຮງງານເກນ ດ້ວຍຄວາມຮູ້ສຶກທີ່ຈິງໃຈ, ການຮູ້ບຸນຄຸນຢ່າງເລິກເຊິ່ງ, ຄຳຢ້ຽມຢາມຖາມຂ່າວອັນສະໜິດສະໜົມ, ຮັກແພງ ແລະຄໍາອວຍພອນອັນດີງາມທີ່ສຸດ.

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລ້ວ, ພັກ, ລັດ ແລະປະຊາຊົນຂອງພວກຫວຽດນາມ ຍາມໃດກໍ່ບໍ່ໄດ້ຫຼົງລືມບັນດາແບບຢ່າງວິລະຊົນ, ຄວາມສະຫຼາດຫຼັກແຫຼມ, ມີຫົວຄິດປະດິດສ້າງ, ເຊີດຊູມູນເຊື້ອຮັກຊາດຂອງປະເທດ. ພິເສດແມ່ນພາບພົດຂອງປະຊາຊົນຫວຽດນາມ ຈາກຊົນນະບົດເຖິງຕົວເມືອງ, ຈາກເຂດພູດອຍເຖິງເຂດທົ່ງພຽງ, ຈາກທະເລ, ໝູ່ເກາະເຖິງເຂດດິນຕໍ່ແຜ່ນ, ຜູ້ເຖົ້າຜູ້ແກ່, ຊາວໜຸ່ມ, ຍິງ, ຊາຍ ລ້ວນແຕ່ປະຕິບັດຕາມຄຳຮຽກຮ້ອງຂອງພັກ ແລະລຸງໂຮ່ ອອກແຮງແຂ່ງຂັນກັນສ້າງແນວຫຼັງທີ່ເຂັ້ມແຂງ, ຂ້າສັດຕູສ້າງວິລະກໍາ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ: ໃນຊຸມປີຜ່ານມາ, ພັກ, ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດ, ນຳພາ, ຊີ້ນຳປະຕິບັດວຽກງານ “ຕອບແທນບຸນຄຸນ” ດ້ວຍຄວາມຮັບຜິດຊອບ, ເຄົາລົບນັບຖື, ຮູ້ບຸນຄຸນຢ່າງເລິກເຊິ່ງ ເປັນຢ່າງດີ; ໄດ້ປະກາດໃຊ້, ຜັນຂະຫຍາຍຫຼາຍແຜນນະໂຍບາຍ, ນະໂຍບາຍຢ່າງມີປະສິດທິຜົນເພື່ອໜູນຊ່ວຍຢ່າງລະອຽດ, ແທດຈິງໃຫ້ແກ່ທະຫານເສຍອົງຄະ, ຍາດພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຖືນີ້ແມ່ນໜ້າທີ່ການເມືອງທີ່ສຳຄັນ, ເປັນປົກກະຕິ ແລະມີຄວາມຮູ້ບຸນຄຸນ, ມີຄວາມຮັບຜິດຊອບຢ່າງເລິກເຊິ່ງ ແລະມະນຸດສະທຳ.

ຕາງໜ້າການນໍາພັກ, ລັດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ ແລະທ້ອງຖິ່ນສືບຕໍ່ປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດເປັນຢ່າງດີ, ຍູ້ແຮງການເບິ່ງແຍງດູແລບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ປະຕິບັດນະໂຍບາຍບຸລິມະສິດຢ່າງກົງໄປກົງມາ ແລະມີປະສິດທິຜົນໃຫ້ແກ່ຜູ້ທີ່ມີຄຸນງາມຄວາມດີ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ຜູ້ທີ່ມີຄຸນງາມຄວາມດີຢ່າງບໍ່ຢຸດຢັ້ງ.

ໂດຍ: ຈາງຫງວຽນ