ໃນບັ້ນຮົບລະດູໜາວ-ລະດູບານໃໝ່ 1953-1954, ທະຫານ ແລະປະຊາຊົນເຂດທົ່ງພຽງພາກເໜືອ ໄດ້ເສີມຂະຫຍາຍກຳລັງແຮງທ່າຮົບສົງຄາມປະຊາຊົນ, “ທ່າຮົບໃນໃຈປະຊາຊົນ”, ສົມທົບຢ່າງມີປະສິດທິຜົນກັບສະໜາມຮົບຕົ້ນຕໍ, ປະກອບສ່ວນຍາດໄດ້ໄຊຊະນະດ້ຽນບຽນຝູ. ທ່ານພົນຕີ ຫງວຽນກວາງເກື່ອງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 3 ໄດ້ມີການແລກປ່ຽນກັບນັກຂ່າວໜັງສືພິມກອງທັບປະຊາຊົນ ກ່ຽວກັບເນື້ອໃນນີ້.

ນັກຂ່າວ: ຂໍຮຽນສະຫາຍ! ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ, ເພື່ອເປັນເຈົ້າຂອງບໍລິເວນເທື່ອລະກ້າວ, ຮັດແຄບເຂດຕັ້ງທັບຂອງສັດຕູ, ທະຫານ ແລະປະຊາຊົນເຂດທົ່ງພຽງພາກເໜືອ ໄດ້ດຳເນີນການກໍ່ສ້າງ, ປັບປຸງທ່າຮົບສົງຄາມປະຊາຊົນຄືແນວໃດ?

ທ່ານພົນຕີ ຫງວຽນກວາງເກື່ອງ: ກ້າວເຂົ້າສູ່ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ, ພາຍໃຕ້ການນຳພາຂອງຄະນະພັກທຸກຂັ້ນ, ທະຫານ ແລະປະຊາຊົນເຂດທົ່ງພຽງພາກເໜືອ ໄດ້ເສີມຂະຫຍາຍມູນເຊື້ອຕ້ານສັດຕູເພື່ອປົກປັກຮັກສາປະເທດຊາດ, ອອກແຮງສ້າງສາ ແລະປັບປຸງທ່າຮົບສົງຄາມປະຊາຊົນ, ເປັນເຈົ້າຂອງບໍລິເວນເຂດທົ່ງພຽງເທື່ອລະກ້າວ, ຮັດແຄບເຂດຕັ້ງທັບຂອງພວກສັດຕູ. ຕົ້ນປີ 1953, ຢູ່ເຂດທົ່ງພຽງພາກເໜືອ, ທ່າຮົບສົງຄາມປະຊາຊົນ ໄດ້ຮັບການປັບປຸງຢ່າງໝັ້ນແກ່ນ; ເຂດກອງຫຼອນ, ຖານທີ່ໝັ້ນກອງຫຼອນໄດ້ຮັບການເປີດກວ້າງ, ຂະບວນການກໍ່ສ້າງບ້ານຕໍ່ສູ້ໄດ້ພັດທະນາຢ່າງກວ້າງຂວາງ, ສ້າງເງື່ອນໄຂໃຫ້ສົງຄາມກອງຫຼອນພັດທະນາ.

leftcenterrightdel
ການນຳທະຫານເຂດ 3 ເປັນສັກຂີພິຍານບັນດາອົງການທະຫານເຂດເຊັນຄຳໝັ້ນສັນຍາແຂ່ງຂັນທີ່ພິທີເຄື່ອນທັບຝຶກແອບປີ 2024. ພາບ: ດຶກຫວຽດ

ວັນທີ 23 ກຸມພາ 1954, ກົມການເມືອງ ໄດ້ອອກຄໍາສັ່ງຍົກໃຫ້ເຫັນໜ້າທີ່ຂອງທະຫານ ແລະປະຊາຊົນຢູ່ເຂດທົ່ງພຽງພາກເໜືອ: “ສວຍໃຊ້ທຸກໂອກາດເພື່ອຕີນ້ອຍ, ທຳລາຍການຄົມມະນາຄົມ, ສາງ, ທຳລາຍຂົວທາງ ເພື່ອກີດກັ້ນການຂົນສົ່ງຂອງສັດຕູ...”. ໂດຍປະຕິບັດຕາມຄຳສັ່ງດັ່ງກ່າວ, ທະຫານ ແລະປະຊາຊົນຢູ່ເຂດທົ່ງພຽງພາກເໜືອ ໄດ້ຍູ້ແຮງການເຮັດສົງຄາມກອງຫຼອນ, ສົມທົບກັບສະໜາມຮົບດ້ຽນບຽນຝູ. ເປີດສາກແມ່ນການບຸກໂຈມຕີສະໜາມບິນ ຢາເລິມ (ສະໜາມບິນທີ່ມີຄວາມສຳຄັນທີ່ສຸດຢູ່ທິດເໜືອອິນດູຈີນ, ທຳລາຍເຮືອບິນ ໄດ້ 18 ລຳ, ຂ້າສັດຕູໄດ້ 16 ຄົນ. ວັນທີ 7 ມີນາ 1954, ໜ່ວຍສູ້ຮົບລວມມີທະຫານຈຳນວນ 32 ຄົນ ຂອງແຂວງ ກ໊ຽນອານ (ປະຈຸບັນແມ່ນນະຄອນຫາຍຝ່ອງ) ໄດ້ບຸກໂຈມຕີສະໜາມບິນ ກາດບີ, ເຮືອບິນຈໍານວນ 59 ລໍາພ້ອມດ້ວຍອາວຸດ ແລະພາຫະນະຫຼາຍປະເພດຂອງສັດຕູຖືກທໍາລາຍ. ສັດຕູ ຖືກເສຍຫາຍຢ່າງໜັກໜ່ວງ, ປະສົບກັບຄວາມຫຍຸ້ງຍາກໃນການນຳໃຊ້ທະຫານອາກາດເພື່ອລຳລຽງໄປຍັງສະໜາມຮົບແຫ່ງຕ່າງໆ.

ໃນການບຸກໂຈມຕີຍຸດທະສາດລະດູໜາວ-ລະດູບານໃໝ່ 1953-1954, ພ້ອມກັບທະຫານ ແລະປະຊາຊົນໃນທົ່ວປະເທດ, ທະຫານ ແລະປະຊາຊົນເຂດ III, ເຂດຕາງ້ານ (ທະຫານເຂດ 3 ປະຈຸບັນ) ໄດ້ກໍ່ສ້າງ ແລະເສີມຂະຫຍາຍກຳລັງແຮງ “ທ່າຮົບໃນໃຈປະຊາຊົນ” ໄດ້ເປັນຢ່າງດີ, ສ້າງອໍານາດການປົກຄອງໃໝ່, ເປັນເຈົ້າການມາດຕະການ, ແຜນການສູ້ຮົບ; ຕັ້ງໜ້າຕີສັດຕູ, ກວາດລ້າງ, ຮັດແຄບເຂດຢຶດຄອງຂອງພວກມັນ, ສ້າງເງື່ອນໄຂໃຫ້ບັນດາກຳລັງເຂົ້າຮ່ວມບັ້ນຮົບເຄື່ອນທີ່, ຜັນຂະຫຍາຍ, ສ້າງທ່າຮົບ; ພ້ອມທັງສົມທົບກັບທະຫານຫຼວງປາບປາມພວກລູກແຫຼ້ງຕີນມືຂອງສັດຕູ, ປົກປັກຮັກສາບໍລິເວນ, ປົກປ້ອງບັນດາເຄືອຂ່າຍຄົມມະນາຄົມສຳຄັນ. ທະຫານ ແລະປະຊາຊົນຢູ່ເຂດທົ່ງພຽງພາກເໜືອ ໄດ້ເປັນເຈົ້າການບຸກໂຈມຕີ ຍາດໄດ້ໄຊຊະນະຫຼາຍຄັ້ງ, ດັບສູນສັດຕູໄດ້ຈຳນວນ 40.000 ຄົນ; ຍິງເຮືອບິນຕົກ ແລະທຳລາຍໄດ້ 82 ລຳ; ຢຶດ ແລະທຳລາຍອາວຸດ, ພາຫະນະສົງຄາມໄດ້ຫຼາຍປະເພດ ເຮັດໃຫ້ສັດຕູບໍ່ສາມາດເຄື່ອນທີ່, ຖອນກຳລັງເພື່ອເພີ່ມທະວີໃຫ້ບັນດາສະໜາມຮົບ.

ນັກຂ່າວ: ສະຫາຍ ອາດຈະສັງລວມບັນດາໝາກຜົນ, ການປະກອບສ່ວນທີ່ພົ້ນເດັ່ນຂອງທະຫານ ແລະປະຊາຊົນເຂດທົ່ງພຽງພາກເໜືອ ໃນບັ້ນຮົບດ້ຽນບຽນຝູ?

ທ່ານພົນຕີ ຫງວຽນກວາງເກື່ອງ: ກ້າວເຂົ້າສູ່ບັ້ນຮົບດ້ຽນບຽນຝູ, ດ້ວຍຈິດໃຈ “ທຸກສິ່ງທຸກຢ່າງແມ່ນເພື່ອສະໜາມຮົບ”, “ທຸກສິ່ງທຸກຢ່າງແມ່ນເພື່ອໄຊຊະນະ”, ທະຫານ ແລະປະຊາຊົນເຂດທົ່ງພຽງພາກເໜືອ ປະຕິບັດໜ້າທີ່ຢ່າງມີໄຊ, ໄດ້ປະກອບກຳລັງແຮງຄົນ, ກຳລັງແຮງວັດຖຸເພື່ອລຳລຽງໃຫ້ແນວໜ້າ, ໂດຍສະເພາະແມ່ນສະໜາມຮົບໄຕບັ໊ກ-ດ້ຽນບຽນຝູ. ຊຸມເດືອນຕົ້ນປີ 1954, ຊາວໜຸ່ມເກືອບໜຶ່ງໝື່ນຄົນໄດ້ເຂົ້າເປັນທະຫານ; ກຳລັງແຮງງານເກນຈາກບັນດາແຂວງຢູ່ເຂດທົ່ງພຽງເຂດ III, ເຂດຕາງ້ານ ໄດ້ເຂົ້າຮ່ວມການລຳລຽງຂົນສົ່ງປືນ, ລູກປືນ, ສະບຽງອາຫານໄປຍັງແນວໜ້າ. ພິເສດ, ຢູ່ແຂວງນິງບິ່ງ ແລະແຂວງຮວ່າບິ່ງ ແມ່ນຕັ້ງຢູ່ເສັ້ນທາງລຳລຽງເຂດ III, ເຂດ IV ໄປຍັງໄຕບັ໊ກ, ທະຫານ ແລະປະຊາຊົນບັນດາເມືອງປົດປ່ອຍໄດ້ສ້າງຕູບ, ສາງເກັບມ້ຽນເຄື່ອງຫຼາຍຮ້ອຍຫຼັງ, ສ້າງ ແລະປົກປັກຮັກສາປ້ອມແນວໜ້າເລກ 1 ຂອງກົມໃຫຍ່ສະໜອງ. ເຖິງວ່າປະສົບໄພອຶດຫິວກໍ່ຕາມ, ແຕ່ວ່່າປະຊາຊົນທີ່ຢູ່ແຂວງເຂດທົ່ງພຽງພາກເໜືອ ກໍ່ສະໝັກໃຈປະກອບສະບຽງອາຫານຫຼາຍພັນໂຕນໃຫ້ລັດ, ຫຼາຍທ້ອງຖິ່ນປະກອບເກີນກຳນົດ. ເຂດ III, ເຂດຕາງ້ານ ໄດ້ສະໜອງເຂົ້າສານ 1.464 ໂຕນ, ຊີ້ນ 64 ໂຕນ, ເກືອ 266 ໂຕນ, ພັກແຫ້ງ 51,66 ໂຕນ, ແຮງງານເກນ 6.400 ຄົນ, ລົດຖີບ 1.712 ຄັນ, ລົດກວຽນ, ລົດມ້າ 736 ຄັນ... ໃຫ້ບັ້ນຮົບດ້ຽນບຽນຝູ ປະກອບສ່ວນເຂົ້າໃນໄຊຊະນະຂອງບັ້ນຮົບດ້ຽນບຽນຝູ (7-5-1954). ໄຊຊະນະນີ້ບໍ່ພຽງແຕ່ແມ່ນວິລະກໍາຂອງບັນດາກຳລັງໃນສະໜາມຮົບເທົ່ານັ້ນ ຫາກຍັງແມ່ນການປະກອບສ່ວນຂອງພໍ່ແມ່ປະຊາຊົນໃນທົ່ວປະເທດອີກດ້ວຍ, ໃນນັ້ນມີການປະກອບສ່ວນອັນໃຫຍ່ຫຼວງຂອງທະຫານ ແລະປະຊາຊົນຢູ່ເຂດທົ່ງພຽງພາກເໜືອ, ຖອດຖອນໄດ້ບົດຮຽນຢ່າງເລິກເຊິ່ງກ່ຽວກັບການກໍ່ສ້າງ ແລະເສີມຂະຫຍາຍ “ທ່າຮົບໃນໃຈປະຊາຊົນ”.

ນັກຂ່າວ: ສະນັ້ນ, ການປະກອບສ່ວນຂອງທະຫານ ແລະປະຊາຊົນຢູ່ເຂດທົ່ວພຽງພາກເໜືອໃນບັ້ນຮົບດ້ຽນບຽນຝູ ມີຄວາມໝາຍຄືແນວໃດຕໍ່ກັບກຳລັງປະກອບອາວຸດທະຫານເຂດ 3 ໃນການກໍ່ສ້າງ “ທ່າຮົບໃນໃຈປະຊາຊົນ” ໃນປະຈຸບັນ, ຂໍຮຽນສະຫາຍ?

ທ່ານພົນຕີ ຫງວຽນກວາງເກື່ອງ: ຕໍ່ໜ້າຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ຍິ່ງກວ່າເວລາໃດໝົດ, ກຳລັງປະກອບອາວຸດ, ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນຢູ່ບໍລິເວນທະຫານເຂດ 3 ໄດ້ກຳນົດສືບຕໍ່ສ້າງ “ທ່າຮົບໃນໃຈປະຊາຊົນ”, ສ້າງພື້ນຖານໝັ້ນແກ່ນໃນການສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ແລະທົ່ວປວງຊົນປ້ອງກັນຄວາມສະຫງົບ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ປະຕິບັດໜ້າທີ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງສາ ແລະປົກປັກຮັກສາປະເທດຊາດ.

ກ່ອນອື່ນໝົດ, ຄະນະພັກ, ກອງບັນຊາການທະຫານເຂດ 3 ໄດ້ສຸມໃສ່ຊີ້ນຳ, ນຳພາບັນດາອົງການ, ກົມກອງຊາບຊຶມທັດສະນະຂອງລັດທິມາກ-ເລນິນ, ແນວຄິດປະທານໂຮ່ຈີມິນ ກ່ຽວກັບການເຮັດສົງຄາມປະຊາຊົນຢ່າງເລິກເຊິ່ງ, ສ້າງພື້ນຖານທົ່ວປວງຊົນ, ທ່າຮົບທົ່ວປວງຊົນປ້ອງກັນຊາດ ຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ. ຊີ້ນຳບັນດາອົງການ, ກົມກອງເຮັດວຽກງານໂຄສະນາ, ສຶກສາໃຫ້ເປັນຢ່າງດີ ເພື່ອຍົກສູງຄວາມຮັບຮູ້ໃຫ້ຖັນແຖວພະນັກງານທຸກຂັ້ນ, ທຸກຂະແໜງການ, ກຳລັງປະກອບອາວຸດ ແລະທົ່ວປວງຊົນກ່ຽວກັບແນວທາງ, ທັດສະນະ, ຈິນຕະນາການໃໝ່ຂອງພັກ ກ່ຽວກັບການປົກປັກຮັກສາປະເທດຊາດ; ຮັບຮູ້ກົນອຸບາຍ, ເລລ່ຽມ “ການຜັນແປໂດຍສັນຕິ”, ການຈະລາຈົນໂຄ່ນລົ້ມຂອງພວກສັດຕູ, ກຳລັງປໍລະປັກ. ເອົາໃຈໃສ່ກໍ່ສ້າງອົງການຈັດຕັ້ງພັກ, ອຳນາດການປົກຄອງທຸກຂັ້ນໃຫ້ມີກຳລັງຄວາມສາມາດນຳພາ, ກຳລັງແຮງສູ້ຮົບຢ່າງພຽງພໍ; ຜັນຂະຫຍາຍການປະຕິບັັດວຽກງານຂົນຂວາຍມະຫາຊົນ, ສ້າງພື້ນຖານການເມືອງທ້ອງຖິ່ນໃຫ້ມີຄວາມໝັ້ນແກ່ນ. ຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈໃຫ້ປະຊາຊົນ, ໂດຍສະເພາະແມ່ນຢູ່ບໍລິເວນເຂດຊາຍແດນ, ທະເລ, ໝູ່ເກາະ, ບໍລິເວນເຂດເສດຖະກິດ-ສັງຄົມ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຊາວເຜົ່າສ່ວນໜ້ອຍ ແລະຈຸດສຸມທາງສາສະໜາ. ຜັນຂະຫຍາຍຂະບວນການ “ຕອບບຸນແທນຄຸນ” ຢ່າງເລິກເຊິ່ງກວ້າງຂວາງ, ຮັບປະກັນຊີວິດສັງຄົມ ແລະປັບປຸງ “ທ່າຮົບໃນໃຈປະຊາຊົນ” ໃຫ້ນັບມື້ນັບໝັ້ນແກ່ນ.

ຍົກສູງຄຸນນະພາບສັງລວມຂອງກຳລັງປະກອບອາວຸດທະຫານເຂດຕາມທິດປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ມີການບັນຈຸຢ່າງກະທັດຮັດ, ເຂັ້ມແຂງ, ຈຳນວນເໝາະສົມ, ມີຄຸນທາດການເມືອງໝັ້ນແກ່ນ, ຄຸນນະພາບສັງລວມ ແລະລະດັບກຽມພ້ອມສູ້ຮົບສູງ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ