ເນື່ອງໃນໂອກາດນີ້, ທ່ານ ຫວູຫາຍຮ່າ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການຢ້ຽມຢາມ, ໂດຍເນັ້ນໜັກວ່າ ການຢ້ຽມຢາມແມ່ນປະສົບຜົນສຳເລັດຢ່າງຈົບງາມ, ສຳເລັດທຸກເປົ້າໝາຍ, ຄຳຮຽກຮ້ອງຕ້ອງການທີ່ໄດ້ວາງອອກ, ສ້າງຂີດໝາຍສຳຄັນໃນປະຫວັດສາດການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາຜູ້ແທນປະຊາຊົນທົ່ວປະເທດຈີນ.

ນັກຂ່າວ: ທ່ານຕີລາຄາຄືແນວໃດຕໍ່ໝາກຜົນການຢ້ຽມຢາມຈີນ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ?

ທ່ານປະທານ ຫວູຫາຍຮ່າ: ດ້ວຍການເຄື່ອນໄຫວທາງການຂັ້ນສູງກວ່າ 40 ຄັ້ງ ແລະຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ການຢ້ຽມຢາມ ສປ ຈີນຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະຕິບັດສໍາເລັດເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ.

ການຢ້ຽມຢາມແມ່ນຂີດໝາຍສຳຄັນໃນປະຫວັດສາດການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ໂດຍຜ່ານການລົງນາມໃນສັນຍາຮ່ວມມືສະບັບໃໝ່ລະຫວ່າງສອງອົງການນິຕິບັນຍັດ ແລະ 2 ອົງການເປັນເສນາທິການ, ຮັບໃຊ້, ສ້າງພື້ນຖານນິຕິກຳເພື່ອຍົກສູງລະດັບການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດສົມກັບລະດັບສູງຂອງການພົວພັນລະຫວ່າງສອງປະເທດ, ນຳການພົວພັນຮ່ວມມືລັດຖະສະພາໃຫ້ກາຍເປັນເສົາຄ້ຳສຳຄັນໃນການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ.

leftcenterrightdel
ທ່ານ ຫວູຫາຍຮ່າ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ. ພາບ: Quochoi.vn

ນັກຂ່າວ: ການຢ້ຽມຢາມບັນລຸໄດ້ໝາກຜົນລະອຽດຄືແນວໃດ, ຮຽນທ່ານ?

ທ່ານປະທານ ຫວູຫາຍຮ່າ: ການນຳຂັ້ນສູງຂອງພັກ ແລະລັດຈີນ ໄດ້ເອົາໃຈໃສ່ເປັນພິເສດເຖິງການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ. ຜົນສຳເລັດຂອງການຢ້ຽມຢາມກ່ອນອື່ນໝົດແມ່ນສະແດງໃຫ້ເຫັນຢູ່ໃນການຕ້ອນຮັບຢ່າງສົມກຽດ, ລອບຄອບຖີ່ຖ້ວນ; ສົມທົບກັນຈັດລາຍການ, ການເຄື່ອນໄຫວມີຫຼາຍເນື້ອໃນທີ່ອຸດົມສົມບູນ  ແລະຫຼາກຫຼາຍ, ເຊິ່ງບໍ່ເຄີຍມີມາກ່ອນໃນວຽກງານການຕ່າງປະເທດຂອງສະພາຜູ້ແທນປະຊາຊົນທົ່ວປະເທດຈີນ.

ການນຳຈີນ ລ້ວນແຕ່ຢືນຢັນວ່າ ຈີນສະໜັບສະໜູນຫວຽດນາມ ເດີນຕາມເສັ້ນທາງສັງຄົມນິຍົມ ເພື່ອໃຫ້ສອດຄ່ອງກັບສະພາບການຂອງປະເທດ, ຖືຫວຽດນາມ ແມ່ນທິດທາງບຸລິມະສິດໃນນະໂຍບາຍລວມການຕ່າງປະເທດບ້ານໃກ້ເຮືອນຄຽງ; ພ້ອມທັງເປັນເຈົ້າການສະເໜີຫຼາຍເນື້ອໃນການຮ່ວມມືລະອຽດ, ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບທ່າທີທີ່ຕັ້ງໜ້າ ແລະຕັ້ງຄວາມຫວັງສູງຕໍ່ແງ່ຫວັງການຮ່ວມມືລະຫວ່າງສອງຝ່າຍ.  ບົນເນື້ອໃນຈິດໃຈດັ່ງກ່າວນັ້ນ, ສອງຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບບາງຈຸດສຸມ ເພື່ອຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ ຄື: ຮັກສາການພົບປະຂັ້ນສູງ ແລະຂັ້ນຕ່າງໆ; ຍົກສູງປະສິດທິຜົນຂອງກົນໄກຮ່ວມມື; ຊຸກຍູ້ບັນດາຂົງເຂດຮ່ວມມືໃຫ້ແທດຈິງ; ເປີດກວ້າງການແລກປ່ຽນປະຊາຊົນ ແລະເພີ່ມທະວີການຮ່ວມມືຫຼາຍຝ່າຍ...

ພິເສດ, ທ່ານເວືອງດິ່ງເຫວະ ແລະທ່ານ Zhao Leji ໄດ້ລົງນາມໃນສັນຍາຮ່ວມມືໃໝ່ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາປະຊາຊົນທົ່ວປະເທດຈີນ, ສ້າງຕັ້ງກຳມາທິການຮ່ວມມືໂດຍທ່ານປະທານສະພາແຫ່ງຊາດຫວຽດນາມ ແລະປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ເປັນປະທານຮ່ວມ, ປະກອບຄຳເຫັນ ແລະຂໍ້ສະເໜີແນະໃນການປະຕິບັດການຮ່ວມມືໃນຂົງເຂດວຽກງານນິຕິບັນຍັດຂອງສອງປະເທດປະກອບສ່ວນຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການຮ່ວມມືກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ໃຫ້ມີຄວາມໝາຍຍຸດທະສາດ.

ໃນຂອບເຂດການຢ້ຽມຢາມ, ທັງຢູ່ນະຄອນຫຼວງປັກກິ່ງ ແລະນະຄອນຊຽງໄຮ້, ແຂວງຢຸນນານ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ລ້ວນແຕ່ສະຫຼະເວລາຕ້ອນຮັບການນຳບັນດາວິສາຫະກິດຂະໜາດໃຫຍ່ຂອງຈີນ ໃນຂົງເຂດກໍ່ສ້າງ, ພະລັງງານໄຟຟ້າ, ທາງລົດໄຟ, ໂທລະຄົມ; ຢ້ຽມຢາມ ແລະສຳຫຼວດວິສາຫະກິດ, ຮາກຖານເສດຖະກິດ, ວັດທະນະທຳ ແລະສັງຄົມຈຳນວນໜຶ່ງຢູ່ຈີນ.

ເວທີປາໄສນະໂຍບາຍ, ກົດໝາຍໄດ້ຊຸກຍູ້ການຮ່ວມມືດ້ານການຄ້າຫວຽດນາມ - ຈີນ, ການໂອ້ລົມສົນທະນາກ່ຽວກັບການປະຕິຮູບລັດວິສາຫະກິດ ແລະການຄຸ້ມຄອງທຶນຂອງລັດຢູ່ວິສາຫະກິດຫວຽດນາມ - ຈີນ, ການແລກປ່ຽນຜູ້ຊົງຄຸນວຸດທິມິດຕະພາບ, ການສຳຫຼວດຕົວຈິງສອງຝ່າຍໄດ້ສົມທົບກັນກະກຽມ, ມີຈຸດສຸມ, ຈຸດໃຈກາງໄດ້ຮັບການຕອບສະໜອງ, ການເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ, ຕັ້ງໜ້າຂອງສອງຝ່າຍ, ປະກອບສ່ວນເຮັດໃຫ້ເນື້ອໃນ ແລະໝາກຜົນລວມຂອງການຢ້ຽມຢາມອຸດົມສົມບູນ. ບັນດາວິສາຫະກິດນຳໜ້າຂອງຈີນ ໄດ້ຕີລາຄາສູງຕໍ່ການພັດທະນາກໍຄືສະພາບແວດລ້ອມແຫ່ງການລົງທຶນ ແລະດຳເນີນທຸລະກິດຂອງຫວຽດນາມ, ປາດຖະໜາຢາກເພີ່ມທະວີການຮ່ວມມື ແລະລົງທຶນຢູ່ຫວຽດນາມ ຜ່ານບັນດາໂຄງການທີ່ດີເດັ່ນໃຫ້ແກ່ການພັດທະນາລະດັບສູງຂອງຈີນ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ເວືອງດິ່ງເຫວະ ພ້ອມກັບຄະນະຍັງໄດ້ລົງເລິກຊອກຮູ້ກ່ຽວກັບເນື້ອໃນທີ່ຫວຽດນາມ ມີຄວາມສົນໃຈຫຼາຍທີ່ສຸດໃນປະຈຸບັນ ແລະຈີນ ຍັງມີບົດຮຽນປະສົບການຫຼາຍ ຄື: ການປະຕິຮູບລັດວິສາຫະກິດ, ກອບນິຕິກຳ, ກົນໄກເຄື່ອນໄຫວເຂດທົດລອງດ້ານການຄ້າເສລີ,  ການກໍ່ສ້າງພື້ນຖານໂຄງລ່າງ, ພິເສດແມ່ນເຊື່ອມຕໍ່ທາງລົດໄຟໄດ້ມາດຕະຖານລະຫວ່າງຫວຽດນາມ ແລະຈີນ; ການຮ່ວມມືໃນຂົງເຂດໃໝ່ເຊັ່ນ: ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ວັດທະນະທຳ, ການສຶກສາ ແລະບຳລຸງສ້າງ...

ສື່ມວນຊົນຈີນໄດ້ເອົາໃຈໃສ່, ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ,  ພິເສດແມ່ນເລື່ອງສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ ແລະເຫັນດີເປັນເອກະພາບກ່ຽວກັບມາດຕະການ ເພື່ອຊຸກຍູ້ການພົວພັນຮອບດ້ານລະຫວ່າງສອງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ໄຊນີດາ