ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຊົມເຊີຍທ່ານ Vladimir Putin ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສະຫະພັນລັດເຊຍ ອາຍຸການ 2024-2030 ດ້ວຍຈຳນວນຄະແນນສຽງສູງສະຖິຕິ; ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ Vladimir Putin, ລັດເຊຍ ຈະສືບຕໍ່ການພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft, ສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຫວຽດນາມ - ລັດເຊຍໃນທຸກຂົງເຂດ, ສອງຝ່າຍສືບຕໍ່ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ. ໃນບັນດາຜົນງານແຫ່ງການພົວພັນມິດຕະພາບອັນດີງາມທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ການຮ່ວມມືດ້ານນ້ຳມັນອາຍແກັສແມ່ນເສົາຄ້ຳ, ບັນລຸປະສິດທິຜົນສູງ.

ຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft ຂອບອົກຂອບໃຈທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ໄດ້ສະຫຼະເວລາໃນການຕ້ອນຮັບ; ໂດຍໃຫ້ຮູ້ວ່່າ ພາຍຫຼັງກວ່າ 40 ປີ, ການຮ່ວມມືລະຫວ່າງບໍລິສັດ Zarubezhneft ແລະກຸ່ມບໍລິສັດນ້ຳມັນອາຍແກັສຫວຽດນາມ (Petrovietnam) ຜ່ານບໍລິສັດຮ່ວມທຸລະກິດ Vietsovpetro ແລະ Rusvietpetro ບັນລຸໄດ້ຜົນສຳເລັດຫຼາຍຢ່າງ ໃນວຽກງານຂຸດຄົ້ນທໍລະນີສາດ, ຂຸດຄົ້ນນ້ຳມັນອາຍແກັສ, ສ້າງວຽກເຮັດງານທຳ ແລະປະກອບສ່ວນເຂົ້າງົບປະມານຂອງແຕ່ລະປະເທດ. ບໍລິສັດ Zarubezhneft ແລະ Petrovietnam ພວມສົມທົບກັນປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດໃນຂົງເຂດການຮ່ວມມືດ້ານນ້ຳມັນອາຍແກັສ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ຫວັງວ່າ ຝ່າຍລັດເຊຍ ຈະໜູນຊ່ວຍ ແລະແກ້ໄຂບັນດາບັນຫາທີ່ຄົງຄ້າງໃນການຮ່ວມມືດ້ານນ້ຳມັນອາຍແກັສລະຫວ່າງສອງປະເທດ; ສ້າງເງື່ອນໄຂໃຫ້ Petrovietnam ເປີດກວ້າງການລົງທຶນຢູ່ລັດເຊຍ; ຮຽກຮ້ອງໃຫ້ Zarubezhneft ແລະ Petrovietnam ສ້າງຕັ້ງກຸ່ມປະຕິບັດງານ ເພື່ອຊຸກຍູ້ການແກ້ໄຂບັນດາບັນຫາ, ພ້ອມທັງຄົ້ນຄວ້າ, ເປັນເສນາທິການ ແລະສະເໜີບັນດາເນື້ອໃນການຮ່ວມມືທີ່ເໝາະສົມ.

ໂດຍ: ໄຊນີດາ