ໃນນັ້ນ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ເນັ້ນໜັກວ່າ ການຢ້ຽມຢາມຈະປະກອບສ່ວນເຮັດໃຫ້ເລິກເຊິ່ງ ແລະຍົກສູງປະສິດທິຜົນການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ; ຢັ້ງຢືນບົດບາດສຳຄັນທີ່ສຸດຂອງວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ສໍາລັບພາລະກິດພັດທະນາປະເທດຊາດ.

ນັກຂ່າວ: ສະເໜີທ່ານເອກອັກຄະລັດຖະທູດ ໃຫ້ຮູ້ກ່ຽວກັບຈຸດປະສົງ ແລະຄວາມໝາຍຂອງການຢ້ຽມຢາມຈີນ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ?

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ໂດຍໄດ້ຮັບຄຳເຊີນຂອງທ່ານ ຈ້າວ ເລີ້ຈີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການ ແຕ່ວັນທີ 7 ຫາວັນທີ 12 ເມສາ.

ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີຄວາມໝາຍສຳຄັນໃນການຮັກສາການພົບປະແລກປ່ຽນ, ການພົບປະຂັ້ນສູງ, ກໍານົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍ, ຫັນຄວາມຮັບຮູ້ລວມລະຫວ່າງການນຳສູງສຸດສອງພັກ, ສອງລັດເປັນລະອຽດ; ຢັ້ງຢືນວ່າ ຫວຽດນາມ ຖືການພັດທະນາການພົວພັນກັບຈີນ ແມ່ນບຸລິມະສິດແຖວໜ້າ ແລະແມ່ນຍຸດທະສາດເລືອກຕັ້ງໃນນະໂຍບາຍການພົວພັນຕ່າງປະເທດ. ການຢ້ຽມຢາມກໍ່ແນໃສ່ຫັນ 6 ທິດທາງຮ່ວມມືໃຫຍ່ລະຫວ່າງສອງປະເທດເປັນລະອຽດ, ພິເສດແມ່ນຊຸກຍູ້ “ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ສູງກວ່າ” ແລະປັບປຸງ “ພື້ນຖານສັງຄົມໃຫ້ໝັ້ນແກ່ນກວ່າ”, ປະກອບສ່ວນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຈີນ. ພາບ: ກະຊວງການຕ່າງປະເທດ

ນັກຂ່າວ: ສະເໜີທ່ານເອກອັກຄະລັດຖະທູດ ຕີລາຄາກ່ຽວກັບການພົວພັນສອງປະເທດ ໃນໄລຍະມໍ່ໆມານີ້?

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ຫວຽດນາມ ແລະຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີຫຼາຍຈຸດຄ້າຍຄືກັນທາງດ້ານວັດທະນະທຳ, ລະບອບການເມືອງ ແລະເສັ້ນທາງພັດທະນາ. ໃນໄລຍະຜ່ານມາ, ພາຍໃຕ້ຄວາມມານະພະຍາຍາມລວມຂອງສອງຝ່າຍ, ການພົວພັນສອງພັກ, ສອງລັດ ໄດ້ຮັກສາຢູ່ໃນທ່າພັດທະນາຢ່າງຕັ້ງໜ້າ ແລະບັນລຸໄດ້ບັນດາຜົນງານທີ່ສຳຄັນໃນທຸກຂົງເຂດ, ສະແດງອອກໃຫ້ເຫັນໃນຫຼາຍດ້ານ. ໜຶ່ງແມ່ນ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນໄດ້ຮັບການເພີ່ມທະວີ. ການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະແນວໂຮມປະເທດຊາດສອງປະເທດຜ່ານຮູບການຢ່າງມີໄຫວພິບ, ການພົບປະ, ແລກປ່ຽນຢ່າງແໜ້ນແຟ້ນ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງພື້ນຖານການເມືອງຂອງການພົວພັນລະຫວ່າງສອງພັກ, ສອງລັດ.

ຈຸດພົ້ນເດັ່ນທີ່ສຸດໃນການພົບປະແມ່ນ ສອງຝ່າຍລ້ວນແຕ່ຢັ້ງຢືນການຖືປະເທດອື່ນແມ່ນບຸລິມະສິດໃນນະໂຍບາຍການພົວພັນຕ່າງປະເທດຂອງປະເທດຕົນ. ຫວຽດນາມ ຖືການພັດທະນາການພົວພັນກັບ ຈີນ ແມ່ນບຸລິມະສິດແຖວໜ້າ ແລະແມ່ນການຄັດເລືອກຍຸດທະສາດ, ຍາມໃດກໍ່ປາດຖະໜາຢາກພ້ອມກັບ ຈີນ ຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາໝັ້ນຄົງ, ປອດໃສ ແລະຍືນຍົງ, ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອພາລະກິດສັນຕິພາບ ແລະຄວາມຄືບໜ້າຂອງມວນມະນຸດ. ຈີນ ໄດ້ເນັ້ນໜັກເຖິງນະໂຍບາຍມິດຕະພາບກັບຫວຽດນາມ, ຖືຫວຽດນາມ ແມ່ນທິດບຸລິມະສິດໃນການຕ່າງປະເທດບ້ານໃກ້ເຮືອນຄຽງ.

ສອງແມ່ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນໄດ້ເຂົ້າສູ່ລວງເລິກ, ແທດຈິງຢ່າງບໍ່ຢຸດຢັ້ງ ແລະກາຍເປັນຈຸດພົ້ນເດັ່ນໃນການພົວພັນສອງປະເທດໃນໄລຍະຜ່ານມາ.

ສາມແມ່ນ, ການຮ່ວມມືໃນຂົງເຂດອື່ນໆ, ຄື: ວັດທະນະທໍາ, ການສຶກສາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນບັນລຸໄດ້ຜົນງານແທດຈິງຫຼາຍຢ່າງ, ປະກອບສ່ວນປັງປຸງພື້ນຖານສັງຄົມຂອງການພົວພັນສອງປະເທດ.

ສີ່ແມ່ນ, ສອງຝ່າຍບັນລຸໄດ້ຜົນງານຫຼາຍຢ່າງໃນການສ້າງເສັ້ນຊາຍແດນຫວຽດນາມ-ຈີນ ໃຫ້ມີສັນຕິພາບ, ມິດຕະພາບ ແລະການຮ່ວມມື, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນຊາຍແດນ. ສອງຝ່າຍກໍ່ມານະພະຍາຍາມຮັກສາການແລກປ່ຽນ, ຄວບຄຸມຄວາມບໍ່ລົງລອຍກັນຢູ່ທະເລ, ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍສາກົນ, ລວມມີ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ຕັ້ງໜ້າຜັນຂະຫຍາຍກົນໄກເຈລະຈາກ່ຽວກັບບັນຫາຢູ່ທະເລ, ຊຸກຍູ້ການປະຕິບັດ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສູ້ຊົນສ້າງ COC ໃຫ້ແທດຈິງ, ມີປະສິດທິພາບ, ປະສິດທິຜົນ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະພາກພື້ນ.

ນັກຂ່າວ: ສະຖານທູດຫວຽດນາມ ປະຈໍາ ຈີນ ໄດ້ຜັນຂະຫຍາຍກະກຽມໃຫ້ແກ່ການຢ້ຽມຢາມທີ່ມີຄວາມສຳຄັນນີ້ຄືແນວໃດ? ທ່ານເອກອັກຄະລັດຖະທູດ ໄດ້ຕັ້ງຄວາມຄາດຫວັງຫຍັງແດ່ຕໍ່ໝາກຜົນທີ່ຈະບັນລຸໄດ້ໃນການຢ້ຽມຢາມກັບການພົວພັນສອງຝ່າຍໃນອະນາຄົດ?

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ສະຖານທູດຫວຽດນາມ ປະຈໍາ ຈີນ ໄດ້ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມຄະນະປະຕິບັດງານລ່ວງໜ້າ, ຮັກສາການພົວພັນຢ່າງໃກ້ຊິດກັບອົງການທີ່ກ່ຽວຂ້ອງຂອງສອງຝ່າຍເພື່ອເຊື່ອມຕໍ່, ແລກປ່ຽນກ່ຽວກັບລາຍການຢ້ຽມຢາມ ແລະເນື້ອໃນການຢ້ຽມຢາມ, ຄວາມຄືບໜ້າໃນການຜັນຂະຫຍາຍວຽກງານກະກຽມ, ຮັບປະກັນການຢ້ຽມຢາມຈີນ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ປະສົບຜົນສໍາເລັດ.

ຜ່ານການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າຫວັງວ່າ ສອງຝ່າຍຈະບັນລຸໄດ້ບັນດາໝາກຜົນທີ່ແທດຈິງ, ລະອຽດແມ່ນ: ທີໜຶ່ງ, ຊຸກຍູ້ການພົວພັນສອງພັກ, ສອງລັດ, ສອງສະພາແຫ່ງຊາດໃຫ້ສືບຕໍ່ພັດທະນາໃນໄລຍະຈະມາເຖິງ, ປະກອບສ່ວນເຂົ້າໃນການຜົນສໍາເລັດໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ. ທີສອງ, ຍູ້ແຮງການພົບປະ, ແລກປ່ຽນບົດຮຽນກ່ຽວກັບວຽກງານນິຕິບັນຍັດ, ກໍ່ຄືການປັບປຸງພື້ນຖານສັງຄົມ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ. ທີສາມ, ເສີມຂະຫຍາຍບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ຢ່າງຕັ້ງໜ້າ. ທີສີ່, ເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສລະຫວ່າງລັດຖະສະພາພາກພື້ນ ແລະໂລກ, ສົມທົບກັນຮັບປະກັນການປະຕິບັດສົນທິສັນຍາສາກົນທີ່ສອງຝ່າຍເຂົ້າຮ່ວມ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ