ເຂົ້າຮ່ວມພິທີປິດມີບັນດາສະຫາຍ: ຫງວຽນຈ້ອງເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ເຈິ່ນລຶວກວາງ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ; ທ່ານ ເລກ໊ວກມິງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຫົວໜ້າບັນນາທິການໜັງສືພິມເຍີນເຢີນ, ປະທານສະຫະພັນນັກຂ່າວ ຫວຽດນາມ.

ສື່ມວນຊົນປະຕິວັດຢູ່ນະຄອນໃສ່ຊື່ລຸງໂຮ່

ຟົດຟື້ນ, ປະທັບໃຈ, ເອກະລັກສະເພາະ ແລະຈັບອົກຈັບໃຈແມ່ນຄວາມຮູ້ສຶກລວມກ່ຽວກັບງານບຸນສື່ມວນຊົນປີນີ້ ເຊິ່ງຜູ້ຊົມໄດ້ແບ່ງປັນໃນຊຸມວັນຜ່ານມາ. ແວ່ຊົມງານບຸນສື່ມວນຊົນ, ມະຫາຊົນອາດສາມາດຮູ້ສຶກໄດ້ການເຄື່ອນໄຫວຂອງສື່ມວນຊົນປະຕິວັດ, ເຊິ່ງສະແດງໃຫ້ເຫັນຜ່ານການຫັນປ່ຽນ, ຮ່ວມເດີນທາງກັບການພັດທະນາຂອງປະເທດ. ບັນດາຮ້ານວາງສະແດງບໍ່ພຽງແຕ່ໄດ້ຮັບການອອກແບບຢ່າງງາມຕາ, ປະດິດສ້າງເທົ່ານັ້ນ ຫາກຍັງມີບັນດາການເຄື່ອນໄຫວຢ່າງຟົດຟື້ນອີກດ້ວຍ... ຕາມນັກຂ່າວ ຕື່ເລືອງ, ຜູ້ອຳນວຍການສູນ ໂທລະພາບຫວຽດນາມ ປະຈຳ ນະຄອນໂຮ່ຈີມິນ ແລ້ວ, ຮ້ານວາງສະແດງຂອງ VTV ຈັດຕັ້ງການແລກປ່ຽນກັບ MC, ດ້ວຍຫຼາຍແບບວິທີ ແລະການເຂົ້າຮ່ວມຕົວຈິງ ເພື່ອໃຫ້ທຸກຄົນຮູ້ສຶກໄດ້ຈິດໃຈຮັບໃຊ້ຜູ້ຊົມຂອງໜ່ວຍຈັດທຳລາຍການໂທລະພາບຢ່າງຄົບຖ້ວນກວ່າ. ສະຖານີໂທລະພາບນະຄອນໂຮ່ຈີມິນ ວາງສະແດງບັນດາເຕັກໂນໂລຢີໂທລະພາບລຸ້ນໃໝ່ ແລະເນື້ອໃນເຊິ່ງສະຖານີໂທລະພາບພວມຜັນຂະຫຍາຍ, ຢັ້ງຢືນບາດກ້າວຫັນປ່ຽນດີຈີຕອນຢ່າງແຮງໃນຂົງເຂດໂທລະພາບ. ຫໍພິພິທະພັນສື່ມວນຊົນຫວຽດນາມ ດຶງດູດຜູ້ມາຊົມດ້ວຍຮ້ານວາງສະແດງທີ່ມີຫົວຂໍ້ “ສື່ມວນຊົນປະຕິວັດຫວຽດນາມ 1925-2024: 99 ເລື່ອງລາວກ່ຽວກັບອາຊີບ” ເວົ້າເຖິງການອຸທິດສ່ວນ ແລະການສະຫຼະຊີວິດ, ການອອກແຮງງານ ແລະການປະດິດສ້າງຂອງນັກຂ່າວ-ນັກຮົບຮຸ່ນຕ່າງໆ, ເປັນພະຍານຫຼັກຖານສະແດງໃຫ້ເຫັນບັນດາຜົນງານຂອງພື້ນຖານສື່ມວນຊົນທີ່ຫັນປ່ຽນຢ່າງແຮງ, ນຳໜ້າ, ປ່ຽນແປງໃໝ່ເພື່ອພາລະກິດຂອງພັກ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ແລະທ່ານ ເລກ໊ວກມິງ ປະທານສະຫະພັນນັກຂ່າວ ຫວຽດນາມ ມອບລາງວັນໃຫ້ບັນດາອົງການຍາດໄດ້ລາງວັນຮ້ານວາງສະແດງດີເດັ່ນ. ພາບ: qdnd.vn

ກຸ່ມສື່ມວນຊົນກອງທັບ ເຂົ້າຮ່ວມງານບຸນສື່ມວນຊົນດ້ວຍຫົວຂໍ້ “ສື່ມວນຊົນກອງທັບ ຈົ່ງຮັກພັກດີ, ປ່ຽນແປງໃໝ່, ປະດິດສ້າງ, ເພື່ອຜົນປະໂຫຍດຂອງປະເທດ ແລະປະຊາຊົນ” ໄດ້ສ້າງຄວາມດຶງດູດຢ່າງແຮງດ້ວຍເຂດວາງສະແດງເຕັມໄປດ້ວຍຄຸນທາດຂອງທະຫານ, ສະແດງຜົນງານ, ການປ່ຽນແປງໃໝ່ຂອງບັນດາອົງການສື່ມວນຊົນຂອງກຳລັງປະກອບອາວຸດ ແລະນັກຂ່າວ-ນັກຮົບ ໃນທ່າອ່ຽງປ່ຽນແປງໃໝ່, ເຊື່ອມໂຍງສາກົນ, ພິເສດແມ່ນສອງອົງການຫຼັກແຫຼ່ງແມ່ນໜັງສືພິມກອງທັບປະຊາຊົນ ແລະສູນວິທະຍຸກະຈາຍສຽງ-ໂທລະພາບກອງທັບ. ພ້ອມກັບເຂດວາງສະແດງທີ່ງາມຕາ, ປະດິດສ້າງ, ມີລັກສະນະສິລະປະສູງນັ້ນ, ໃນຊຸມວັນບຸນສື່ມວນຊົນໄດ້ດຳເນີນຫຼາຍກິດຈະກຳ, ຄື: ຈັດຕັ້ງໃຫ້ພະນັກງານ, ນັກຮົບໄປຢ້ຽມຊົມ, ມອບປຶ້ມໃຫ້ທະຫານ ແລະເພື່ອນຜູ້ອ່ານຈັດການພົບປະບັນດາສິລະປິນນັກຖ່າຍຮູບ, ສະແດງສິລະປະ, ຜູ້ຊົມຖ່າຍຮູບຮ້ານວາງສະແດງ, ຖ່າຍຮູບເປັນທີ່ລະນຶກກັບນັກຂ່າວ-ນັກຮົບ...

leftcenterrightdel
ທ່ານພົນຈັດຕະວາ ດ່ວານຊວນໂບ້, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ແລະສະຫາຍ ຕົ໊ງວັນແທັງ, ຫົວໜ້າກົມສື່ມວນຊົນ-ພິມຈຳໜ່າຍ, ຄະນະໂຄສະນາສຶກສາສູນກາງມອບລາງວັນໜ້າປົກໜັງສືພິມ ເຕັດທີ່ສ້າງຄວາມປະທັບໃຈໃຫ້ແກ່ອົງການຕ່າງໆ. ພາບ: ຊວນເກື່ອງ

ຕາມນັກຂ່າວ ຫງວຽນດຶກເລີ້ຍ, ຮອງປະທານຜູ້ປະຈຳການສະຫະພັນນັກຂ່າວຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານບຸນສື່ມວນຊົນ ແລ້ວ, ງານບຸນສື່ມວນຊົນຄັ້ງນີ້ໄດ້ຕ້ອນຮັບຫຼາຍສະຫາຍການນຳສູນກາງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດານັກຂ່າວອາວຸໂສພ້ອມກັບແຂກສາກົນມາຢ້ຽມຊົມ ແລະພົບປະແລກປ່ຽນ. ນັກຂ່າວຫຼາຍພັນຄົນ, ມວນຊົນຫຼາຍພັນເທື່ອຄົນທີ່ໄດ້ມາຢ້ຽມຊົມບັນດາກິດຈະກຳທີ່ເປັນເອກະລັກສະເພາະ, ຈັບໃຈ. ຈິດໃຈແລກປ່ຽນ, ພົບປະແລກປ່ຽນ ໄດ້ເຮັດໃຫ້ການເຊື່ອມຕໍ່ລະຫວ່າງບັນດານັກຂ່າວເພີ່ມຂຶ້ນ, ເຊື່ອມຕໍ່ບັນດາອົງການສື່ມວນຊົນກັບມະຫາຊົນສື່ມວນຊົນ, ເພີ່ມຄວາມສະໜິດຕິດພັນລະຫວ່າງນັກຂ່າວ ແລະເພື່ອນຜູ້ອ່ານ.

ໃກ້ຊິດຕິດແທດກັບຊີວິດການເປັນຢູ່, ສ້າງສັນ, ແຜ່ຂະຫຍາຍຄຸນຄ່າທີ່ດີງາມ

ຈິດໃຈປ່ຽນແປງໃໝ່, ປະດິດສ້າງ, ອຸທິດສ່ວນຂອງສື່ມວນຊົນຫວຽດນາມ ໄດ້ສ້າງຜົນສຳເລັດຂອງງານບຸນສື່ມວນຊົນປີນີ້, ເຊິ່ງສະແດງອອກຜ່ານແບບວິທີການຈັດຕັ້ງ,  ອັນໄດ້ຮັບການຕອບສະໜອງຢ່າງແຮງຈາກວົງການສື່ມວນຊົນ ແລະມະຫາຊົນ. ຈຸດໃໝ່ບໍ່ພຽງແຕ່ແມ່ນຂອບຂະໜາດໃຫຍ່ທີ່ສຸດ, ຈັດຕັ້ງເປັນຄັ້ງທຳອິດຢູ່ນະຄອນໂຮ່ຈີມິນ-ບ່ອນທີ່ສື່ມວນຊົນເຄື່ອນໄຫວຢ່າງຟົດຟື້ນ ເທົ່ານັ້ນ, ຫາກຍັງສ້າງຂີດໝາຍທີ່ເປັນເອກະລັກສະເພາະ, ໃໝ່ອ່ຽມຂອງບັນດາອົງການເຂົ້າຮ່ວມອີກດ້ວຍ.

leftcenterrightdel
ທ່ານພັນເອກພິເສດ ເລງອັກລອງ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ເປັນຜູ້ຕາງໜ້າໜັງສືພິມກອງທັບປະຊາຊົນຮັບລາງວັນ C ລາງວັນສຳລັບໜ້າປົກໜັງສືພິມເຕັດທີ່ສ້າງຄວາມປະທັບໃຈ. ພາບ: qdnd.vn

ສະຫາຍ ຫງວຽນຈ້ອງເຫງ້ຍ ແບ່ງປັນວ່າ “ຂ້າພະເຈົ້າ ມີຄວາມປະທັບໃຈຕໍ່ກັບຫົວຂໍ້ຂອງງານບຸນສື່ມວນຊົນປີນີ້. ນຳໜ້າ ແລະປ່ຽນແປງໃໝ່ແມ່ນສອງຄຳສັບທີ່ນຳໃຊ້ໃນບໍລິບົດ “ເພື່ອພາລະກິດປະຕິວັດຂອງພັກ ແລະປະຊາຊົນ”. ສິ່ງນີ້ອາດສາມາດເຂົ້າໃຈໄວ້ວ່າ ຍົກສູງບົດບາດຂອງສື່ມວນຊົນປະຕິວັດຫວຽດນາມ ເພື່ອຍາມໃດກໍ່ນຳໜ້າໃນການໂຄສະນາຂໍ້ມູນ ແລະສະໜັບສະໜູນນະໂຍບາຍຂອງພັກ, ລັດ ກໍ່ຄືເນັ້ນໜັກຄວາມສຳຄັນຂອງການປ່ຽນແປງໃໝ່ສື່ມວນຊົນປະຕິວັດຫວຽດນາມ ເພື່ອຍາມໃດກໍ່ຊຸກຍູ້ການພັດທະນາເສດຖິດ-ສັງຄົມຂອງປະເທດ. ເພາະສະນັ້ນ, ງານບຸນສື່ມວນຊົນທົ່ວປະເທດ ປີ 2024 ດ້ວຍຫົວຂໍ້ “ສື່ມວນຊົນຫວຽດນາມ- ນຳໜ້າ, ປ່ຽນແປງໃໝ່ ເພື່ອພາລະກິດປະຕິວັດຂອງພັກ ແລະປະຊາຊົນ” ໄດ້ກາຍເປັນຈຸດພົ້ນເດັ່ນກ່ຽວກັບລັກສະນະອາຊີບ, ມະນຸດສະທຳ, ທັນສະໄໝຂອງສື່ມວນຊົນປະຕິວັດຫວຽດນາມ, ສະແດງໃຫ້ເຫັນຄຸນນະທາດ, ຂະໜາດຂອງການເຄື່ອນໄຫວວິຊາການ, ກິດຈະກຳວາງສະແດງ ກໍ່ຄືບັນດາລາຍການວັດທະນະທຳ, ສິລະປະທີ່ມີເປັນເອກະລັກສະເພາະ, ໄດ້ສ່ອງແສງຮູບພາບທີມີຊີວິດຊີວາຂອງປະເທດໃນປີຜ່ານມາ”.

ໂດຍ: ແສງເດືອນ