50 ປີແຫ່ງການພົວພັນທີ່ເຕີບໃຫຍ່ຂະຫຍາຍຕົວ

ນັບແຕ່ສ້າງຕັ້ງການພົວພັນທາງການທູດໃນປີ 1973 ແລະຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2018, ການພົວພັນສອງປະເທດໄດ້ພັດທະນາຢ່າງແຮງ, ຮອບດ້ານ, ມີລະດັບຍຸດທະສາດໃນທຸກຂົງເຂດ.

ພົ້ນເດັ່ນແມ່ນໃນຂົງເຂດເສດຖະກິດ-ການຄ້າ-ການລົງທຶນ, ຫວຽດນາມ ພົ້ນເດັ່ນກາຍເປັນພື້ນຖານເສດຖະກິດຂະຫຍັນຂັນເຄື່ອນຢູ່ອາຊີ ດ້ວຍຕະຫຼາດພັດທະນາໂດຍໄວ ແລະກຳລັງແຮງງານທີ່ມີລັກສະນະແກ່ງແຍ້ງ. ວົງເງິນການຄ້າສອງສົ້ນບັນລຸໄດ້ 13,8 ຕື້ໂດລາສະຫະລັດ ໃນປີ 2023, ນຳ ອົດສະຕາລີ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 10 ຂອງ ຫວຽດນາມ, ໃນຂະນະນັ້ນຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 7 ຂອງອົດສະຕາລີ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະເຈລະຈາກັບທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ, ວັນທີ 7 ມີນາ. ພາບ: ຕ໊ວນແອັງ.

ການພົວພັນລົງທຶນລະຫວ່າງສອງປະເທດກໍ່ດີຂຶ້ນ ແລະຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ດ້ວຍເກືອບ 600 ໂຄງການລົງທຶນຂອງອົດສະຕາລີ ເຂົ້າຫວຽດນາມ, ຍອດເງິນທຶນບັນລຸກວ່າ 2 ຕື້ໂດລາສະຫະລັດ ແລະການລົງທຶນຂອງຫວຽດນາມ ເຂົ້າອົດສະຕາລີ ບັນລຸ 600 ລ້ານໂດລາສະຫະລັດ. ອົດສະຕາລີ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຊ່ວຍເຫຼືອລ້າສອງຝ່າຍໃຫຍ່ທີ່ສຸດໃຫ້ຫວຽດນາມ, ດ້ວຍແຫຼ່ງທຶນ ODA ບັນລຸ 92,8 ລ້ານ AUD/ປີໃນໄລຍະ 2022-2023.

ຄຽງຂ້າງນັ້ນ, ການພົບປະແລກປ່ຽນປະຊາຊົນ ກໍ່ສວມບົດບາດຈຳເປັນຊ່ວຍຮັດແໜ້ນການພົວພັນມິດຕະພາບລະຫວ່າງສອງປະເທດ. ປະຈຸບັນ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ມີປະມານ 350.000 ຄົນ, ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດປະຈຳຖິ່ນ ແລະກາຍເປັນຂົວຕໍ່ສຳຄັນ, ປະກອບສ່ວນເພີ່ມທະວີເຂົ້າອົກເຂົ້າໃຈກັນດ້ານວັດທະນະທຳ ແລະການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ເຮັດໃຫ້ເລິກເຊິ່ງ ແລະຂະຫຍາຍຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ

ຖະແຫຼງການຮ່ວມໃນວັນທີ 7 ມີນາ ກ່ຽວກັບການສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອົດສະຕາລີ ແມ່ນໝາກຜົນ ແລະບາດກ້າວພັດທະນາແບບທຳມະຊາດ, ສົມເຫດສົມຜົນຂອງໄລຍະທາງ 50 ປີຜ່ານມາ, ເໝາະສົມກັບຄວາມຕ້ອງການ, ຜົນປະໂຫຍດ ແລະຄວາມມຸ່ງມາດປາດຖະໜາລວມຂອງສອງປະເທດ. ນີ້ແມ່ນຂອບການພົວພັນສຳຄັນແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງສອງປະເທດ.

ຫວຽດນາມ ມີກາລະໂອກາດ ແລະເງື່ອນໄຂນຳການພົວພັນກັບອົດສະຕາລີ, ຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ, ຮັບໃຊ້ເປົ້າໝາຍພັດທະນາ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງປະເທດຄືດັ່ງເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

ສຳລັບ ອົດສະຕາລີ, ນັ້ນແມ່ນກາລະໂອກາດເພີ່ມທະວີການພົວພັນກັບຫວຽດນາມ, ໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າໃນພາກພື້ນກວ່າອີກ, ຜ່ານນັ້ນເພີ່ມທະວີການພົວພັນກັບອາຊຽນ ແລະບັນດາປະເທດໃນພາກພື້ນເວົ້າລວມ, ຍາດແຍ່ງບັນດາກາລະໂອກາດໃໝ່ເພື່ອຍົກສູງຖານະບົດບາດຂອງອົດສະຕາລີ ຢູ່ພາກພື້ນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານ  Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ ມອບ-ຮັບເອກະສານກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ວັນທີ 7 ມີນາ. ພາບ: ຕ໊ວນແອັງ.

ກໍ່ເຊັ່ນດ່ຽວກັບການພົວພັນອື່ນໆ, ການຍົກລະດັບສາຍພົວພັນໄດ້ຊ່ວຍໃຫ້ສອງປະເທດເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າອົກເຂົ້າໃຈກັນ; ສ້າງກຳລັງໜູນທີຕັ້ງໜ້າ, ຍົກສູງຄວາມເຫັນດີເຫັນພ້ອມຢູ່ແຕ່ລະປະເທດ, ສ້າງເງື່ອນໄຂລະດົມ ແລະສຸມແຫຼ່ງກຳລັງໃຫ້ບັນດາບຸລິມະສິດຮ່ວມມືເຊິ່ງທັງສອງຝ່າຍຕ່າງມີຜົນປະໂຫຍດ, ພິເສດດ້ານເສດຖະກິດ, ວິທະຍາສາດ-ເຕັກໂນໂລຢີ, ການພັດທະນາແບບຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ອາດສາມາດເຫັນໄດ້ວ່າ 6 ຂົງເຂດບຸລິມະສິດຂອງຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຢາກພັດທະນາທັງດ້ານຄຸນນະພາບ ແລະຈຳນວນກວ່າອີກເມື່ອທຽບໃສ່ກັບ 5 ຂົງເຂດບຸລິມະສິດຂອງຂອບເຂດຄູ່ຮ່ວມມືຍຸດທະສາດປີ 2018. ພົ້ນເດັ່ນທີ່ສຸດແມ່ນເນື້ອໃນຈິດໃຈຂອງການຮ່ວມມືເພື່ອພັດທະນາໂດຍໄວ, ຍືນຍົງ, ຂອງໃນການເຊື່ອມຕໍ່ເສດຖະກິດ, ການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງ, ການຫັນປ່ຽນດີຈີຕອນ, ການຫັນປ່ຽນສີຂຽວ. ອາດສາມາດຖືວ່າ ນີ້ແມ່ນໜຶຶ່ງໃນບັນດາບຸລິມະສິດສູງ ແລະກຳລັງໜູນທີ່ມີຄວາມໝາຍຍຸດທະສາດຂອງການພົວພັນສອງປະເທດ.

ການສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອົດສະຕາລີ ພ້ອມກັບ 6 ໃນບັນດາປະເທດມະຫາອຳນາດແຖວໜ້າໃນໂລກ ແລະແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ (ລວມມີ: ຈີນ, ລັດເຊຍ, ອິນເດຍ, ສ. ເກົາຫຼີ, ອາເມລິກາ, ຍີ່ປຸ່ນ) ອີກເທື່ອໜຶ່ງຢັ້ງຢືນຄວາມຖືກຕ້ອງ ແລະແມ່ນໝາກຜົນສຳຄັນພົ້ນເດັ່ນຂອງແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື, ພັດທະນາ, ຫັນເປັນຫຼາຍຮູບ, ຫຼາຍແບບ, ຫຼາຍຝ່າຍ, ນະໂຍບາຍດ້ານປ້ອງກັນຊາດ “ສີ່ບໍ່” ຂອງຫວຽດນາມ.

ໝາກຜົນດັ່ງກ່າວພ້ອມດ້ວຍຄວາມເປັນເຈົ້າການ, ຕັ້ງໜ້າຊຸກຍູ້ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພາກພື້ນ, ບັນດາຄູ່ຮ່ວມມືໃຫຍ່, ສຳຄັນ, ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອໄດ້ຮັບການປັບປຸງການພົວພັນຕ່າງປະເທດເປີດກວ້າງ, ສະດວກ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ, ຊຸກຍູ້ບັນດາເປົ້າໝາຍພັດທະນາເຖິງປີ 2030, ວິໄສທັດ 2045 ຂອງກອງປະຊຸມໃຫຍ່ ຄັ້ງທີ XIII ໃຫ້ປະກົດຜົນເປັນຈິງ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນ.

ພ້ອມກັນສ້າງວິໄສທັດລວມກ່ຽວກັບພາກພື້ນ

ເລື່ອງບາງຄຳເຫັນຖືວ່າ ພາກພື້ນມະຫາສະໝຸດອິນເດຍ-ອາຊີ-ປາຊີຟິກ, ຄື: “ສະໜາມແຂ່ງຂັນ” ຂອງບັນດາປະເທດໃຫຍ່ ຫຼື ເປັນພູມສາດການເມືອງເພື່ອແກ່ງແຍ້ງສິດອຳນາດຈະບໍ່ມີຜົນປະໂຫຍດໃຫ້ແກ່ຄວາມປາດຖະໜາລວມກ່ຽວກັບຄວາມໝັ້ນຄົງຮອບດ້ານ, ການພັດທະນາແບບຍືນຍົງ, ກວມລວມ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຖືປະຊາຊົນເປັນໃຈກາງ. ບໍ່ມີສັນຕິພາບ, ສະຖຽນລະພາບຈະບໍ່ສາມາດ ແລະບໍ່ມີເງື່ອນໄຂ, ແຫຼ່ງກຳລັງເພື່ອພັດທະນາແບບຍືນຍົງ.

ບັນດາຫຼັກການແບ່ງປັນວິໄສທັດລວມກ່ຽວກັບພາກພື້ນໃນຖະແຫຼງການຮ່ວມ 7 ມີນາ ກໍ່ແມ່ນບັນດາຫຼັກການໃນການພົວພັນສາກົນ ແລະກົດໝາຍສາກົນທີ່ໄດ້ສ່ອງແສງໃນສົນທິສັນຍາສະຫະປະຊາຊາດ, ວິໄສທັດອາຊຽນກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP) ແລະຖະແຫຼງການຮ່ວມ Melbourne ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ-ອົດສະຕາລີ.

ນັ້ນແມ່ນຄວາມມຸ່ງມາດປາດຖະໜາລວມ, ແມ່ນ “ເລື່ອງລາວໃໝ່ອ່ຽມ” ເຊິ່ງບັນດາປະເທດໄດ້ເຕື້ອງເຖິງເພື່ອສົ່ງສານກ່ຽວກັບພາກພື້ນສັນຕິພາບ, ສະຖຽນລະພາບ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນ, ເຄົາລົບກົດໝາຍສາກົນ, ຕັ້ງໜ້າເຈລະຈາ ແລະສ້າງຄວາມໄວ້ເນື້ອເຊື່ອໃຈ.

ດ້ວຍການຊຸກຍູ້ວິໄສທັດໃໝ່, ຖືພາກພື້ນມະຫາສະໝຸດອິນເດຍ-ອາຊີ-ປາຊີຟິກ ຄືດັ່ງເຮືອນລວມຂອງຫຼາຍປະເທດ, ຮ່ວມດຳລົງຊີວິດຢ່າງສັນຕິບົນຈິດໃຈເຄົາລົບກັນ ແລະກົດໝາຍສາກົນ, ສອງປະເທດຫວຽດນາມ ແລະອົດສະຕາລີ ພ້ອມກັບບັນດາຄູ່ຮ່ວມມືສ້າງອະນາຄົດແບບຍືນຍົງ ແລະສະເໝີພາບ, ບ່ອນທີ່ທຸກປະເທດ, ເຖິງວ່າໃຫຍ່ ຫຼື ນ້ອຍກໍ່ຕາມລ້ວນແຕ່ມີທັດສະນະ ແລະມີສິດໄດ້ພັດທະນາ, ວັດທະນາຖາວອນ.

ໂດຍ: ແສງເດືອນ