leftcenterrightdel
ຫວຽດນາມ - ນິວຊີແລນ ວາງຄາດໝາຍໃຫ້ວົງເງິນການຄ້າສອງຝ່າຍບັນລຸ 2 ຕື້ໂດລາສະຫະລັດ. ພາບ: moit.gov.vn

ໃນນັ້ນ, ຫວຽດນາມ ແມ່ນປະເທດສົ່ງອອກໄປຍັງຕະຫຼາດນິວຊີແລນໃຫຍ່ອັນດັບທີ 13, ກວມ 1,3% ສ່ວນແບ່ງຕະຫຼາດນຳເຂົ້າຂອງ ນິວຊີແລນ ແລະແມ່ນປະເທດນຳເຂົ້າໃຫຍ່ອັນດັບທີ 17 ຂອງນິວຊີແລນ, ກວມ 1,4% ຕະຫຼາດສົ່ງອອກຂອງປະເທດນີ້. ນິວຊີແລນ ແມ່ນຄູ່ຄ້າທີ 38 ຂອງຫວຽດນາມ ແລະເປັນປະເທດສົ່ງອອກໃຫຍ່ອັນດັບທີ 51 ຂອງຫວຽດນາມ ແລະຕະຫຼາດນຳເຂົ້າໃຫຍ່ອັນດັບທີ 58 ຂອງຫວຽດນາມ. ສັນຍາຮ່ວມມືດ້ານເສດຖະກິດການຄ້າລະຫວ່າງກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະກະຊວງການຕ່າງປະເທດ, ການຄ້ານິວຊີແລນ ໄດ້ລົງນາມເມື່ອບໍ່ດົນມານີ້ຈະປັບປຸງພື້ນຖານນິຕິກຳ ເພື່ອຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືຢ່າງລະອຽດໃນຂົງເຂດເສດຖະກິດ ແລະການຄ້າລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ພິເສດແມ່ນມຸ່ງໄປສູ່ເປົ້າໝາຍວົງເງິນການຄ້າສອງຝ່າຍບັນລຸ 2 ຕື້ໂດລາສະຫະລັດ ໃນປີ 2024.

ໂດຍ: ກວຽດເຕີມ