ທີ່ການຕ້ອນຮັບ, ທ່ານ ຟ້າມດັງຄວາ ຜູ້ອຳນວຍການກຸ່ມບໍລິສັດເຕັກໂນໂລຢີ CodeHQ - ຜູ້ກໍ່ຕັ້ງກຸ່ມບໍລິສັດ ແລະບັນດາສະມາຊິກໄດ້ນຳສະເໜີກ່ຽວກັບຂະແໜງອຸດສາຫະກຳເຕັກໂນໂລຢີຢູ່ນິວຊີແລນ; ທິດທາງພັດທະນາໃນອະນາຄົດ ແລະກາລະໂອກາດຮ່ວມມືລະຫວ່າງສອງປະເທດໃນຂົງເຂດເຕັກໂນໂລຢີການແພດ, ເຕັກໂນໂລຢີການສຶກສາ...; ກໍ່ຄືແນະນຳກ່ຽວກັບ VietTechNZ, ປະຊາຄົມນັກຊ່ຽວຊານເຕັກໂນໂລຢີຫວຽດນາມ ຢູ່ນິວຊີແລນ, ພາລະກຳ, ວິໄສທັດ ແລະແຜນການພັດທະນາ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ເຮັດວຽກ. ພາບ: ດວ່ານບັ໊ກ

ກ່າວຄຳເຫັນທີ່ເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊຸກຍູ້, ສະເໜີບັນດາອົງການຝ່າຍນິວຊີແລນ ຮັບຮອງເອົາສະຖານະພາບດ້ານກົດໝາຍຂອງເຄືອຂ່າຍ; ຫວັງວ່າ VietTechNZ ແລະບັນດາສະມາຊິກດ້ວຍເຄືອຂ່າຍຂອງຕົນຈະຍູ້ແຮງການເຄື່ອນໄຫວ, ປະກອບຄຳເຫັນໃສ່ນະໂຍບາຍ, ເປັນຂົວເຊື່ອມຕໍ່ ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາຄູ່ຮ່ວມມື, ອົງການຈັດຕັ້ງຂອງສອງປະເທດ, ສຸມໃສ່ຫຼາຍຂົງເຂດ, ຄື: ການເຊື່ອມຕໍ່ລະຫວ່າງລະບົບການສຶກສາສອງປະເທດ, ນຳນັກສຶກສາ, ນັກຮຽນຫວຽດນາມ ໄປ ນິວຊີແລນ; ສືບຕໍ່ສາມັກຄີ, ເປັນເອກະພາບ, ຮ່ວມແຮງຮ່ວມໃຈພັດທະນາປະຊາຄົມ, ແບ່ງປັນປະສົບການ, ຕັ້ງໜ້າຊ່ວຍເຫຼືອຊາວຫວຽດນາມ ທີ່ຫາກໍ່ໄປນິວຊີແລນ ໃໝ່...

ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບສາດສະດາຈານ (ສຈ) Neil Quigley, ອະທິການບໍດີມະຫາວິທະຍາໄລ Waikato ທັງເປັນປະທານສະພາສະມາຊິກທະນາຄານສຳຮອງ (ທະນາຄານສູນກາງ) ນິວຊີແລນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບ ສຈ Neil Quigley, ອະທິການບໍດີມະຫາວິທະຍາໄລ Waikato ທັງເປັນປະທານສະພາສະມາຊິກທະນາຄານສຳຮອງ (ທະນາຄານສູນກາງ) ນິວຊີແລນ. ພາບ: ດວ່ານບັ໊ກ

ທີ່ການຕ້ອນຮັບ, ສຈ Neil Quigley ຕີລາຄາວ່າ ຫວຽດນາມ ມີທີ່ຕັ້ງບົດບາດນັບມື້ນັບສູງ ແລະຢັ້ງຢືນວ່າ ຫວຽດນາມ ແມ່ນບໍລິເວນບຸລິມະສິດຂອງ Waikato ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. Waikato ໃຫ້ຄຳໝັ້ນສັນຍາວ່າ ຈະສຸມໃສ່ແຫຼ່ງກຳລັງ ແລະເຄື່ອນໄຫວຍາວນານຢູ່ຫວຽດນາມ ແລະປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ ກ່ຽວກັບບາງຂົງເຂດ, ຄື: fintech, ປັນຍາປະດິດ, ການປ້ອງກັນ, ຕ້ານການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ, ຮັກສາຄວາມລັບດ້ານຂໍ້ມູນ. ສຈ Neil Quigley ຕີລາຄາສູງບັນດາມາດຕະການ ແລະໝາກຜົນການບໍລິຫານເສດຖະກິດມະຫາພາກ, ນະໂຍບາຍເງິນຕາ, ການຄວບຄຸມໄພເງິນເຟີ້ຂອງຫວຽດນາມ. ພິເສດແມ່ນເລື່ອງຫວຽດນາມ ຫຼຸດອັດຕາດອກເບ້ຍລົງໃນໄລຍະຜ່ານມາໃນຂະນະທີ່ຫຼາຍປະເທດເພີ່ມອັດຕາດອກເບ້ຍຂຶ້ນ ແລະຫວຽດນາມ ອາດຈະໃຫ້ບຸລິມະສິດແກ່ການເຕີບໂຕໄວກວ່າຫຼາຍປະເທດທີ່ເຫັນວ່ານະໂຍບາຍບໍລິຫານແມ່ນຖືກຕ້ອງທີ່ສຸດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ດວ່ານບັ໊ກ

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ ນິວຊີແລນ ເວົ້າລວມ ແລະມະຫາວິທະຍາໄລ Waikato ເວົ້າສະເພາະ ສືບຕໍ່ຍູ້ແຮງການຮ່ວມມືກັບຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນໃນບັນດາຂະແໜງການຫາກໍ່ພົ້ນເດັ່ນ, ເຕັກໂນໂລຢີດີຈີຕອນ…; ເພີ່ມທະວີການແລກປ່ຽນຄູອາຈານ ແລະນັກສຶກສາ... ທ່ານນາຍົກລັດຖະມົນຕີ ກໍ່ສະເໜີວ່າ ດ້ວຍປະສົບການ ແລະບົດບາດເປັນປະທານສະພາສະມາຊິກທະນາຄານສຳຮອງນິວຊີແລນ, ສຈ Neil Quigley ຈະມີຫຼາຍການເຄື່ອນໄຫວຮ່ວມມື ແລະແບ່ງປັນປະສົບການ, ປະກອບຄໍາເຫັນກັບຫວຽດນາມ ໃນຂົງເຂດຄຸ້ມຄອງເສດຖະກິດມະຫາພາກ, ການເງິນ ແລະການທະນາຄານ.

ຕອນເຊົ້າວັນທີ 10 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານ Simon Bridges ປະທານສະພາທຸລະກິດ Auckland ແລະການນຳບາງວິສາຫະກິດແຖວໜ້າຂອງນິວຊີແລນ. ຕີລາຄາສູງສະພາບແວດລ້ອມ ແລະຄວາມສາມາດບົ່ມຊ້ອນລົງທຶນຢູ່ຫວຽດນາມ, ບັນດາວິສາຫະກິດນິວຊີແລນ ປາດຖະໜາວ່າ ລັດຖະບານຈະສືບຕໍ່ສ້າງເງື່ອນໄຂ, ຊຸກຍູ້ບັນດາວິສາຫະກິດມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດ, ຄື: ພະລັງງານທົດແທນ, ອະສັງຫາລິມະຊັບ, ການບິນ, ການສົ່ງອອກຜັກ, ໝາກໄມ້...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ Simon Bridges ປະທານສະພາທຸລະກິດ Auckland ແລະການນຳບາງວິສາຫະກິດແຖວໜ້າຂອງ ນິວຊີແລນ. ພາບ: ດວ່ານບັ໊ກ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກ, ຍາມໃດກໍ່ຈະປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງນັກລົງທຶນ ເພື່ອໃຫ້ນັກລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະຍືນຍົງຍາວນານຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ບັນດາວິສາຫະກິດນິວຊີແລນ ສືບຕໍ່ເຮັດວຽກກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ເພື່ອຜັນຂະຫຍາຍໂຄງການລະອຽດ. ຢັ້ງຢືນວ່າ ຄວາມສາມາດບົ່ມຊ້ອນຮ່ວມມືດ້ານການລົງທຶນ, ດຳເນີນທຸລະກິດລະຫວ່າງຫວຽດນາມ-ນິວຊີແລນ ຍັງໃຫຍ່ຫຼວງຢູ່, ທ່ານນາຍົກລັດຖະມົນຕີ ຖືວ່າ ຕ້ອງມີຄວາມຕັດສິນໃຈສູງ, ມານະພະຍາຍາມຢ່າງໃຫຍ່ຫຼວງ ແລະມີມາດຕະການຢ່າງລະອຽດເພື່ອຊຸກຍູ້ການຮ່ວມມືພັດທະນາໃນໄລຍະໃໝ່, ກ່ອນອື່ນໝົດແມ່ນແກ້ໄຂລະບົບສະໜອງທີ່ຖືກຕັດຂາດ, ນໍາວົງເງິນການຄ້າສອງສົ້ນຂຶ້ນເປັນ 2 ຕື້ໂດລາສະຫະລັດ ໂດຍໄວ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມກັບຜະລິດຕະພັນຂອງສະຖາບັນຄົ້ນຄວ້າປູກພືດ ແລະສະບຽງອາຫານນິວຊີແລນ. ພາບ: ສໍານັກຂ່າວສານຫວຽດນາມ

ກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ Auckland, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໄປຢ້ຽມຢາມສູນຄົ້ນຄວ້າປູກພືດ ແລະສະບຽງອາຫານ (PFR) ນິວຊີແລນ. ກ່າວຄຳເຫັນທີ່ສູນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເສີມຂະຫຍາຍຜົນງານບັນລຸໄດ້ຈາກການຮ່ວມມື; ພ້ອມທັງເພີ່ມທະວີການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ເປັນຕົ້ນແມ່ນສ້າງບາດກ້າວບຸກທະລຸໃນການຮ່ວມມືເສດຖະກິດກະສິກຳ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ບັນດາອົງການຈັດຕັ້ງ, ວິສາຫະກິດສອງປະເທດຈະຊຸກຍູ້ການຮ່ວມມືລົງທຶນ, ໃນນັ້ນການຄົ້ນຄວ້າ, ຜະລິດຜະລິດຕະພັນກະເສດ ແລະປຸງແຕ່ງສະບຽງອາຫານແມ່ນຂົງເຂດສຳຄັນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ພາບ: qdnd.vn

ຕອນບ່າຍວັນທີ 10 ມີນາ, ພາຍຫຼັງມາຮອດນະຄອນຫຼວງ Wellington ຂອງນິວຊີແລນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ.

leftcenterrightdel
 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ການພົບປະ. ພາບ: qdnd.vn

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຫວັງວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະມີການເຄື່ອນໄຫວແທດຈິງອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ, ປະກອບສ່ວນເຂົ້າໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ; ສະເໜີໃຫ້ສະຖານທູດຫວຽດນາມ ສືບຕໍ່ເອົາໃຈໃສ່ບົນຈິດໃຈ “ຖືວຽກງານຂອງພໍ່ແມ່ປະຊາຊົນປຽບເໝືອນວຽກງານຢູ່ເຮືອນຕົນ, ຖືພໍ່ແມ່ປະຊາຊົນປຽບເໝືອນພີ່ນ້ອງຂອງຕົນ” ເພື່ອເຮັດວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ດີຂຶ້ນ.

ໂດຍ: ເຈິ່ນຮວ່ຽນ