ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ສຳນັກງານສະພາແຫ່ງຊາດ ຕັ້ງຢູ່ໂນນພູ Capital ທີ່ນະຄອນຫຼວງ Canberra ຂອງອົດສະຕາລີ, ຕາມພິທີການພິເສດທີ່ສະຫງວນໃຫ້ຜູ້ນຳລັດຖະບານ ຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ.

ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີອົດສະຕາລີ ດຳເນີນການພົບປະເຈລະຈາ. ທ່ານນາຍົກລັດຖະມົນຕີ Anthony Albanese ຊົມເຊີຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ; ຕີລາຄາການຢ້ຽມຢາມທີ່ມີຄວາມໝາຍສຳຄັນ, ເປັນຂີດໝາຍໃໝ່ໃນການພົວພັນສອງປະເທດພາຍຫຼັງກວ່າ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງຄະນະຫວຽດນາມ ເຂົ້າຜົນສຳເລັດລວມຂອງກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ-ອົດສະຕາລີ ທີ່ຈັດຂຶ້ນຢູ່ Melbourne ໃນລະຫວ່າງວັນທີ 5-6 ມີນາຜ່ານມາ.

6 ທິດທາງໃຫຍ່ນໍາການພົວພັນເຂົ້າສູ່ລວງເລິກ

ທີ່ການພົບປະເຈລະຈາ, ການນຳສອງທ່ານສະແດງຄວາມເພິ່ງພໍໃຈ ຕໍ່ການພັດທະນາຢ່າງແຮງຂອງການພົວພັນມິດຕະພາບ ແລະຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ; ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ແລກປ່ຽນ, ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດ 6 ທິດທາງໃຫຍ່ແນໃສ່ນຳການຮ່ວມມືໃນທຸກຂົງເຂດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງກວ່າ, ລະອຽດແມ່ນ:

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ດວ່ານບັ໊ກ

ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການທູດສູງກວ່າ, ມີຍຸດທະສາດກວ່າ. ຕາມນັ້ນແລ້ວ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະ ແລະການພົບປະຂັ້ນ ສູງ; ຮັກສາກົນໄກຮ່ວມມືສອງຝ່າຍ; ຜັນຂະຫຍາຍບັນດາເອກະສານທີ່ໄດ້ລົງນາມຢ່າງມີປະສິດທິຜົນ ແລະກະກຽມສ້າງລາຍການກະທຳ ໄລຍະ 2024-2028...

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກວມລວມ, ແທດຈິງ, ມີປະສິດທິຜົນກວ່າ, ໝູນໃຊ້ຄວາມສາມາດບົ່ມຊ້ອນຂອງສອງພື້ນຖານເສດຖະກິດທີ່ມີລັກສະນະໜູນຊ່ວຍກັນສູງ. ຕາມນັ້ນແລ້ວ, ສອງຝ່າຍເຫັນດີເປັນເອກະພາບອຳນວຍຄວາມສະດວກໃຫ້ການເປີດຕະຫຼາດສຳລັບສິນຄ້າຜະລິດຕະພັນກະເສດຂອງກັນ, ມຸ່ງໄປເຖິງເປົ້າໝາຍຫັນຕ່ອງໂສ້ການສະໜອງເປັນຫຼາຍຮູບແບບໃຫ້ສອງປະເທດ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ການພົບປະເຈລະຈາ. ພາບ: ດວ່ານບັ໊ກ

ຊຸກຍູ້ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວຢ່າງແຮງກວ່າ. ຕາມນັ້ນແລ້ວ, ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍບົດບັນທຶກຊ່ວຍຈຳໃນຂົງເຂດວິທະຍາສາດເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດສ້າງໃຫ້ມີປະສິດທິຜົນ; ອົດສະຕາລີ ໜູນຊ່ວຍຖ່າຍຖອດເຕັກໂນໂລຢີໃຫ້ວິສາຫະກິດຂະໜາດກາງ ແລະນ້ອຍ ຂອງຫວຽດນາມ; ຮຽກຮ້ອງໃຫ້ບັນດາວິສາຫະກິດເຕັກໂນໂລຢີ ອົດສະຕາລີ ຮ່ວມມືກັບບັນດາສູນປ່ຽນແປງໃໝ່ປະດິດສ້າງ.

ການຮ່ວມມືດ້ານວັດທະນະທຳ, ການສຶກສາ-ກໍ່ສ້າງ, ສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຮອບດ້ານ, ເລິກເຊິ່ງກວ່າ. ຕາມນັ້ນແລ້ວ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ; ຊຸກຍູ້ການຮ່ວມມືໃນການສຶກສາວິຊາອາຊີບ, ເພີ່ມຈຳນວນທຶນສຶກສາໃຫ້ນັກສຶກສາຫວຽດນາມ ມາຮ່ຳຮຽນຢູ່ອົດສະຕາລີ...

leftcenterrightdel
ທ່ານນາຍົກລັດຖະມົນຕີ Anthony Albanese ແລະຄະນະຜູ້ແທນຂັ້ນສູງອົດສະຕາລີ ທີ່ການພົບປະເຈລະຈາ. ພາບ: ດວ່ານບັ໊ກ

ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສະໜັບສະໜູນກັນ ແລະຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ, ອາຊຽນ ແລະບັນດາກົນໄກໂດຍອາຊຽນ ຊັກນຳ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາສູງທັດສະນະຂອງອົດສະຕາລີ ທີ່ສະໜັບສະໜູນການເຄົາລົບກົດໝາຍສາກົນຢູ່ພາກພື້ນ ແລະແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ເສົາຄ້ຳກ່ຽວກັບການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ ແລະພະລັງງານ

ພາຍຫຼັງການເຈລະຈາ, ການນຳສອງທ່ານໄດ້ພົບປະກັບສື່ມວນຊົນເພື່ອແຈ້ງຜົນການເຈລະຈາ, ໃນນັ້ນໄດ້ປະກາດການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອົດສະຕາລີ. ສອງຝ່າຍໄດ້ອອກຖະແຫຼງການຮ່ວມວ່າດ້ວຍການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະອົດສະຕາລີ. ຖະແຫຼງການຮ່ວມຊີ້ແຈ້ງວ່າ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດໃນປີ 1973, ຫວຽດນາມ ແລະອົດສະຕາລີ ໄດ້ສ້າງຕັ້ງການພົວພັນທີ່ໝັ້ນແກ່ນ ແລະຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ ແລະເຂົ້າອົກເຂົ້າໃຈກັນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ທີ່ກອງປະຊຸມຂ່າວ. ພາບ: ດວ່ານບັ໊ກ

ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະອົດສະຕາລີ ທີ່ປະກາດເມື່ອປີ 2018 ໄດ້ປະກອບສ່ວນເຮັດໃຫ້ການພົວພັນໃນທຸກຂົງເຂດເລິກເຊິ່ງກວ່າ. ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດໄດ້ຮັບການປັບປຸງຜ່ານການໜູນຊ່ວຍກັນຂອງສອງພື້ນຖານເສດຖະກິດ, ສິ່ງທີ່ຄ້າຍຄືກັນກ່ຽວກັບຜົນປະໂຫຍດ ແລະຄວາມສະໜິດຕິດພັນຢ່າງເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລກປ່ຽນຖະແຫຼງການຮ່ວມວ່າດ້ວຍການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ພາບ: ດວ່ານບັ໊ກ

ທີ່ການພົບປະກັບສື່ມວນຊົນ, ທ່ານນາຍົກລັດຖະມົນຕີ Anthony Albanese ສະແດງຄວາມພາກພູມໃຈເມື່ອເຫັນວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອົດສະຕາລີ ມີເສົາຄ້ຳຕື່ມອີກຈຳນວນໜຶ່ງກ່ຽວກັບການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ ແລະການຮ່ວມມືກ່ຽວກັບພະລັງງານ. ສອງຝ່າຍກໍ່ສ້າງຕັ້ງກົນໄກເຈລະຈາປະຈຳປີ ລະຫວ່າງບັນດາລັດຖະມົນຕີ ກ່ຽວກັບການຄ້າ; ຂໍ້ຕົກລົງເພີ່ມທະວີການຕິດຕາມຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຈົນຮອດສິ່ງແວດລ້ອມທະເລ; ນຳການຫັນປ່ຽນດີຈີຕອນ, ການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງກາຍເປັນເສົາຄ້ຳໃໝ່ໃນການພົວພັນສອງປະເທດ.

ຄູ່່ຮ່ວມມືສຳຄັນຢູ່ພາກພື້ນອາຊີ-ປາຊີຟິກ

ຕອນເຊົ້າວັນດຽວກັນ, ຢູ່ສຳນັກງານປົກຄອງທີ່ນະຄອນຫຼວງ Canberra, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ໄດ້ພົບປະທ່ານ David Hurley ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ແລະພັນລະຍາ Linda Hurley. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍອັນລ້ຳຄ່າ ເຊິ່ງອົດສະຕາລີ ໄດ້ສະຫງວນໃຫ້ຫວຽດນາມ ກ່ອນໜ້ານີ້ ກໍ່ຄືໃນປະຈຸບັນ, ພົ້ນເດັ່ນແມ່ນການສ້າງຂົວໝີຖ້ວນ ແລະກາວແລ໊ງ ຢູ່ເຂດທົ່ງພຽງແມ່ນ້ຳຂອງ, ຊ່ວຍຫວຽດນາມ ຂົນສົ່ງໂຮງໝໍສະໜາມເຖິງຊູດັງໃຕ້ ເພື່ອເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ຫວຽດນາມ.

ຕີລາຄາສູງເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການນຳສອງທ່ານຖືວ່າ ນີ້ແມ່ນຂີດໝາຍສຳຄັນເພື່ອໃຫ້ການພົວພັນຫວຽດນາມ-ອົດສະຕາລີ ພັດທະນາຢ່າງເລິກເຊິ່ງ ແລະແຮງກວ່າອີກ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນສອງປະເທດ ແລະປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໂລກ.

ທີ່ການພົບປະກັບທ່ານ Sue Lines ປະທານສະພາສູງອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ ການຢ້ຽມຢາມອົດສະຕາລີຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ແມ່ນມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນຄວາມປາດຖະໜາຢາກພ້ອມກັບ ອົດສະຕາລີ ປັບປຸງ ແລະເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງກວ່າອີກ, ກໍ່ຄືເພີ່ມທະວີການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາອົດສະຕາລີ, ປະກອບສ່ວນເປີດແງ່ຫວັງຮ່ວມມືໃໝ່ໃນໄລຍະຈະມາເຖິງ. ທ່ານ Sue Lines ໃຫ້ຮູ້ວ່າ ຈະມາຢ້ຽມຢາມ ຫວຽດນາມ ໃນໄວໆນີ້ ແລະການຢ້ຽມຢາມເພື່ອແນໃສ່ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດທີ່ລົງນາມໃນປີ 2022.

ການນຳສອງທ່ານເຫັນດີເປັນເອກະພາບຮັດແໜ້ນການທູດປະຊາຊົນ, ການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ, ເປີດສາຍການບິນໂດຍກົງ ເພື່ອເປີດກວ້າງການຮ່ວມມືການສຶກສາ-ກໍ່ສ້າງ, ການທ່ອງທ່ຽວກວ່າອີກ. ສອງຝ່າຍກໍ່ແບ່ງປັນບົດຮຽນກ່ຽວກັບບັນດາບັນຫາທີ່ຕ່າງມີຄວາມສົນໃຈ, ຄື: ຄວາມສະເໝີພາບລະຫວ່າງຍິງຊາຍ, ການໜູນຊ່ວຍກຸ່ມຄົນດ້ອຍໂອກາດ, ຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກ, ຄົນພິການ.

ກ່ຽວກັບການຮ່ວມມືລັດຖະສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີສອງສະພາແຫ່ງຊາດ ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະລັດຖະສະພາອົດສະຕາລີ ທີ່ໄດ້ລົງນາມເນື່ອງໃນໂອກາດການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການຂອງທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໃນປີ 2022, ປາດຖະໜາວ່າ ສະພາແຫ່ງຊາດອົດສະຕາລີ ຮ່ວມມືກັບສະພາແຫ່ງຊາດຫວຽດນາມ ສະໜັບສະໜູນບັນດາຂໍ້ຕົກລົງທີ່ສອງປະເທດໄດ້ລົງນາມ ເພື່ອນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ.

* ຕອນຄໍ່າວັນດຽວກັນ, ຢູ່ Canberra, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາ ເລທິບິກເຈີນ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ. ພາຍຫຼັງບັນດາລັດຖະມົນຕີ ກ່າວຄຳເຫັນກ່ຽວກັບການສ້າງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີປະຊາຄົມຊາວຫວຽດນາມ ຢູ່ອົດສະຕາລີ ແລະຕອບບັນດາຄຳຖາມ, ຄຳສະເໜີຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ກ່າວຄວາມເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມສະເທືອນໃຈຕໍ່ການເຂົ້າຮ່ວມຂອງຊາວຫວຽດນາມ ຢູ່ຕ່າງປະເທດເປັນຈຳນວນຫຼວງຫຼາຍ ແລະບັນດາຄຳເຫັນຂອງຜູ້ແທນທີ່ການພົບປະ, ສະແດງໃຫ້ເຫັນຄວາມຮັບຜິດຊອບສູງ.

ທ່ານນາຍົກລັດຖະມົນຕີ ສະແດງຄວາມຂອບອົກຂອບໃຈຕໍ່ການປະກອບສ່ວນສຳຄັນ, ຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ, ເຂົ້າບັນດາຜົນງານລວມຂອງປະເທດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ມະຕິສະບັບເລກທີ 36 ຂອງກົມການເມືອງ ໄດ້ຢັ້ງຢືນວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກຊົນຊາດຫວຽດນາມໄດ້.

ໂດຍ: ແສງເດືອນ