ການພົວພັນ ອາຊຽນ-ອົດສະຕາລີ ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ

ທີ່ກອງປະຊຸມການນຳອາຊຽນ ແລະອົດສະຕາລີ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາການພົວພັນ ແລະຜົນສຳເລັດຂອງການຮ່ວມມື, ໂດຍສະເພາະແມ່ນນັບແຕ່ສອງຝ່າຍສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດປີ 2014 ແລະຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານປີ 2021. ອົດສະຕາລີ ແມ່ນຄູ່ຮ່ວມມືຄູ່ເຈລະຈາທຳອິດ ແລະກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທຳອິດສ້າງຕັ້ງຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາຊຽນ. ການພົວພັນສອງຝ່າຍພວມພັດທະນາຢ່າງຂະຫຍັນຂັນເຄື່ອນໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະການຮ່ວມມືພັດທະນາ.

ແລກປ່ຽນກ່ຽວກັບບັນດາການກຳນົດທິດພັດທະນາການພົວພັນໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຄວນມານະພະຍາຍາມສ້າງການຫັນປ່ຽນຢ່າງແຮງໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ຜ່ານການຜັນຂະຫຍາຍສັນຍາການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ (AANZFTA) ຫາກໍ່ໄດ້ຍົກລະດັບ ແລະສັນນາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງມີປະສິດທິຜົນ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ການປ່ຽນແປງໃໝ່ປະດິດສ້າງ, ເສດຖະກິດດີຈີຕອນ, ການຫັນປ່ຽນສີຂຽວ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ-ອົດສະຕາລີ. ພາບ: ດ່ວານບັ໊ກ.

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືທະເລ, ຄວາມໝັ້ນຄົງທາງອິນເຕີແນດ, ໂດຍສະເພາະແມ່ນໃນຂອບເຂດບັນດາກົນໄກ, ເວທີປາໄສໂດຍອາຊຽນ ລິເລີ່ມ ແລະນຳພາຄືກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS), ເວທີປາໄສພາກພື້ນອາຊຽນ (ARF) ແລະກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+), ປະກອບສ່ວນສ້າງໂຄງປະກອບພາກພື້ນອີງໃສ່ກົດໝາຍໃນນັ້ນອາຊຽນ ສວມບົດບາດໃຈກາງ, ຜັນຂະຫຍາຍການຮ່ວມມືບົນພື້ນຖານທັດສະນະຂອງອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP); ກໍ່ຄືຍູ້ແຮງການຮ່ວມມືດ້ານການສຶກສາ, ການບຳລຸງສ້າງ, ແຮງງານ, ການແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ... ສ້າງສູນອາຊຽນ-ອົດສະຕາລີ ເພື່ອຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ການສຶກສາລະຫວ່າງສອງຝ່າຍ...

ບັນດາປະເທດເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ແກ້ໄຂບັນດາຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982); ຮຽກຮ້ອງປະຕິບັດຖະແຫຼງການກ່ຽວກັບການປະພືດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ສ້າງກົດແຫ່ງການປະພືດຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ແທດຈິງ, ເໝາະສົມກັບກົດໝາຍສາກົນໂດຍໄວ, ໃນນັ້ນມີ UNCLOS 1982 ເພື່ອໃຫ້ທະເລຕາເວັນອອກເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ.

ສາມບຸກທະລຸ, ສາມເພີ່ມທະວີ ແລະສາມຮ່ວມໃຫ້ການພົວພັນອາຊຽນ-ອົດສະຕາລີ

ກ່າວຄຳເຫັນທີ່ວາລະຄົບຄະນະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາສູງການພົວພັນໃກ້ຊິດສະໜິດສະໜົມ ແລະຍາວນານລະຫວ່າງອາຊຽນ ແລະອົດສະຕາລີ ແລະການຮ່ວມມື, ໜູນຊ່ວຍຂອງອົດສະຕາລີ ຕໍ່ ອາຊຽນ ໃນ 50 ປີຜ່ານມາ. ທ່ານນາຍົກລັດຖະມົນຕີ ສະເໜີ 3 ບຸກທະລຸ ແລະ 3 ເພີ່ມທະວີໃຫ້ແກ່ການພົວພັນອາຊຽນ-ອົດສະຕາລີ ໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ສອງຝ່າຍຄວນບຸກທະລຸໃນການຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນ, ສູ້ຊົນເພີ່ມວົງເງິນການຄ້າໃນ 10 ປີຈະມາເຖິງຂຶ້ນທົບສອງເທົ່າ; ບຸກທະລຸໃນການຮ່ວມມືພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະການຮ່ວມມືແຮງງານ; ສະເໜີອາຊຽນ ແລະອົດສະຕາລີ ສ້າງກົນໄກທາບທາມໂດຍໄວ ເພື່ອແລກປ່ຽນບັນດາມາດຕະການລະອຽດ; ບຸກທະລຸໃນການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, ໃນນັ້ນສຸມໃສ່ພັດທະນາເສດຖະກິດດີຈີຕອນ, ປ່ຽນແປງໃໝ່ສີຂຽວ, ເສດຖະກິດໝູນວຽນ; ສະເໜີຄົ້ນຄວ້າຄວາມສາມາດເຈລະຈາສັນຍາເສດຖະກິດດີຈີຕອນ ອາຊຽນ-ອົດສະຕາລີ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າ ອາຊຽນ-ອົດສະຕາລີ ຄວນເພີ່ມທະວີຄວາມໄວ້ເນື້ອໃນດ້ານການເມືອງ, ການຮ່ວມມືຮັບປະກັນສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນ, ເຊີດຊູວັດທະນະທຳເຈລະຈາ ແລະການຮ່ວມມື, ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ, ສົ່ງເສີມບັນດາປະເທດມະຫາອໍານາດປະກອບສ່ວນຢ່າງມີຄວາມຮັບຜິດຊອບກັບພາກພື້ນ; ເພີ່ມທະວີການຮ່ວມມືໃນອະນຸພາກພື້ນ, ຮັດແຄບຊ່ອງວ່າງພັດທະນາເພື່ອພັດທະນາແບບກວມລວມ, ຍືນຍົງ, ໂດຍສະເພາະແມ່ນໃນບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງຍຸດທະສາດ, ຊ່ວຍສ້າງການຫັນປ່ຽນຢ່າງຕັ້ງໜ້າດ້ານເສດຖະກິດ-ສັງຄົມຢູ່ບັນດາອະນຸພາກພື້ນທີ່ທຸກຍາກ, ດ້ອຍພັດທະນາຂອງອາຊຽນ; ເພີ່ມທະວີການຮ່ວມມືດ້ານວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ, ເສີມຂະຫຍາຍທ່າແຮງຂອງຄົນເຊື້ອຊາດອາຊຽນ 1 ລ້ານກວ່າຄົນ, ໃນນັ້ນມີຄົນເຊື້ອຊາດຫວຽດນາມ ຢູ່ອົດສະຕາລີ ກວ່າ 350.000 ຄົນ.

leftcenterrightdel
ວາລະປະຊຸມຄົບຄະນະກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ-ອົດສະຕາລີ. ພາບ: ດ່ວານບັ໊ກ.

ທີ່ວາລະປະຊຸມວົງແຄບ, ບົນຈິດໃຈແບ່ງປັນວິໄສທັດ, ສົມທົບແຫຼ່ງກຳລັງ ແລະພ້ອມກັນກະທຳເພື່ອພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແຫ່ງສັນຕິພາບ, ສະຖຽນລະພາບຍາວນານ ແລະພັດທະນາແບບຍືນຍົງໃນອະນາຄົດ, ທ່ານນາຍົກລັດຖະມົນຕີ ສະແໜີ 3 ຮ່ວມລະຫວ່າງອາຊຽນ ແລະອົດສະຕາລີ ເພື່ອຊຸກຍູ້ວິໄສທັດພາກພື້ນດ້ວຍແງ່ມຸມແມ່ນ: ພ້ອມກັນກໍ່ສ້າງພາກພື້ນສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ປັນຍາປະດິດ... ເພື່ອຍູ້ແຮງການເຕີບໂຕຢ່າງຮອບດ້ານ, ຍືນຍົງ, ກວມລວມ, ບໍ່ປະໃຫ້ໃຜຖືກຄ້າງຢູ່ເບື້ອງຫຼັງ; ພ້ອມກັນຊຸກຍູ້ພາກພື້ນທີ່ເຄົາລົບກົດໝາຍສາກົນ ແລະປະພືດໂດຍອີງໃສ່ກົດໝາຍ, ໃນນັ້ນບັນດາປະເທດປະຕິບັດຕາມສົນທິສັນຍາສະຫະປະຊາຊາດ, ກົດໝາຍສາກົນ.

ສິ້ນສຸດກອງປະຊຸມ, ບັນດາການນຳສອງຝ່າຍໄດ້ຮັບຮອງເອົາ “ຖະແຫຼງການວິໄສທັດຂອງການນຳອາຊຽນ-ອົດສະຕາລີ-ຄູ່ຮ່ວມມືເພື່ອສັນຕິພາບ ແລະວັດທະນາຖາວອນ” ແລະ “ຖະແຫຼງການ Melbourne-ຄູ່ຮ່ວມມືເພື່ອອະນາຄົດ”, ວາງອອກວິໄສທັດກ່ຽວກັບອະນາຄົດ ກໍ່ຄືກຳນົດທິດທາງພັດທະນາການພົວພັນໃນທຸກຂົງເຂດໃນໄລຍະຈະມາເຖິງ.

ຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດຫວຽດນາມ-ກຳປູເຈຍ

ຕອນເຊົ້າວັນດຽວກັນ, ຢູ່ Melbourne, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ-ອົດສະຕາລີ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊົມເຊີຍ ກຳປູເຈຍ ຈັດຕັ້ງການເລືອກຕັ້ງສະພາສູງ ຊຸດທີ V ປະສົບຜົນສໍາເລັດ; ຖືວ່າໝາກຜົນຂອງການເລືອກຕັ້ງຄັ້ງນີ້ ສືບຕໍ່ຢັ້ງຢືນບົດບາດ ແລະຖານະບົດບາດນຳພາຂອງພັກປະຊາຊົນກຳປູເຈຍ (CPP) ຢູ່ກໍາປູເຈຍ. ທ່ານນາຍົກລັດຖະມົນຕີ ສົ່ງພອນໄຊອັນປະເສີດມາຍັງທ່ານປະທານ Samdech Techo  Hun Sen ແລະການນໍາຂັ້ນສູງ CPP; ຝາກຄໍາຢ້ຽມຢາມຖາມຂ່າວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະການນຳຫຼັກແຫຼ່ງຂອງຫວຽດນາມ ເຖິງ ພະມະຫາກະສັດກຳປູເຈຍ Norodom Sihamoni ແລະ Samdech Techo Hunsen. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊົມເຊີຍບັນດາຜົນສຳເລັດໃນການພັດທະນາເສດຖະກິດ ເຊິ່ງ ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ທີ່ການພົບປະ. ພາບ: ດ່ວານບັ໊ກ.

ນາຍົກລັດຖະມົນຕີສອງທ່ານ ສະແດງຄວາມພາກພູມໃຈຕໍ່ການພົວພັນຮ່ວມມືສອງປະເທດໄລຍະຜ່ານມາໄດ້ພັດທະນາເປັນປົກກະຕິ; ການນຳສອງປະເທດຮັກສາການຢ້ຽມຢາມ ແລະພົບປະຂັ້ນສູງເປັນປະຈຳ; ບັນດາກົນໄກຮ່ວມມືສອງຝ່າຍສືບຕໍ່ເສີມຂະຫຍາຍປະສິດທິຜົນ. ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຍົກສູງປະສິດທິຜົນການຮ່ວມມືເສດຖະກິດ-ການຄ້າ-ການລົງທຶນ; ຍູ້ແຮງການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ໂດຍສະເພາະແມ່ນການເຊື່ອມຕໍ່ຄົມມະນາຄົມ ເພື່ອເປັນພື້ນຖານ ແລະສ້າງກຳລັງໜູນໃໝ່ໃຫ້ແກ່ການເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ສືບຕໍ່ສົມທົບກັນຜັນຂະຫຍາຍປະສິດທິຜົນບັນດາຂໍ້ຕົກລົງ, ກົນໄກທີ່ມີຢູ່ແລ້ວດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ມານະພະຍາຍາມແກ້ໄຂບັນຫາຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນທີ່ຍັງບໍ່ທັນສຳເລັດປະມານ 16% ເພື່ອສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາແບບຍືນຍົງລະຫວ່າງສອງປະເທດ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະບັນດາປະເທດ

ໃນສອງວັນເຂົ້າຮ່ວມກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ-ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບການນຳບັນດາປະເທດອາຊຽນ, ອົດສະຕາລີ, ນິວຊີແລນ, ຕິມໍຕາເວັນອອກ ແລະທ່ານເລຂາທິການໃຫຍ່ອາຊຽນ.

ທີ່ການພົບປະເຫຼົ່ານັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຝາກຄຳຢ້ຽມຢາມຖາມຂ່າວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະບັນດາສະຫາຍການນຳຫຼັກແຫຼ່ງຂອງຫວຽດນາມ ເຖິງການນຳຂັ້ນສູງບັນດາປະເທດ ແລະເລຂາທິການໃຫຍ່ອາຊຽນ; ສະແດງຄວາມຂອບອົກຂອບໃຈຕໍ່ການຮ່ວມມື, ໜູນຊ່ວຍ, ແບ່ງປັນບົດຮຽນຂອງບັນດາປະເທດໃນການຟື້ນຟູ ແລະພັດທະນາເສດຖະກິດ; ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືໃນເສົາຄ້ຳສຳຄັນຂອງອາຊຽນ ແລະການພົວພັນຫວຽດນາມ ກັບບັນດາປະເທດ, ໂດຍສະເພາະດ້ານການເມືອງ-ການພົວພັນຕ່າງປະເທດ, ເສດຖະກິດ-ການຄ້າ-ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ກໍ່ສ້າງ, ວິທະຍາສາດ-ເຕັກໂນໂລຢີ... ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອສ້າງອາຊຽນ ສາມັກຄີ, ເປັນເອກະພາບ, ເພີ່ມທະວີການຮ່ວມມືພາຍໃນກຸ່ມ, ເສີມຂະຫຍາຍບົດບາດໃຈກາງໃນການແກ້ໄຂບັນດາບັນຫາຄວາມໝັ້ນຄົງ, ຍຸດທະສາດຢູ່ພາກພື້ນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເຊື້ອເຊີນການນຳຂັ້ນສູງບັນດາປະເທດຈັດຜູ້ຕາງໜ້າຂັ້ນລັດຖະມົນຕີເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ  ເຊິ່ງຄາດວ່າຈະຈັດຕັ້ງຢູ່ຮ່າໂນ້ຍ ໃນວັນທີ 23 ເມສາ.

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເຫັນດີເປັນເອກະພາບຈະສົມທົບກັນຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ, ໂດຍສະເພາະແມ່ນໝາກຜົນສຳຄັນຂອງການພົບປະລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ; ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງເລື່ອງຫວຽດນາມ ພວມຕັ້ງໜ້າໜູນຊ່ວຍລາວ ດຳລົງຕຳແໜ່ງປະທານອາຊຽນ ປີ 2024.

ໂດຍ: ແສງເດືອນ