ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ຂໍທ່ານໃຫ້ຮູ້ບັນດາຈຸດພົ້ນເດັ່ນທີ່ມີຄວາມໝາຍພິເສດເມື່ອຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ ທີ່ຈະມາເຖິງ?

ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ: ອາດເວົ້າໄດ້ວ່າ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອົດສະຕາລີ ແລະການຢ້ຽມຢາມ ອົດສະຕາລີ, ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຄັ້ງນີ້ແມ່ນມີຄວາມໝາຍພິເສດ.

ສິ່ງພິເສດທໍາອິດແມ່ນໄລຍະເວລາ. ປີນີ້ແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງ ອາຊຽນ ແລະ ອົດສະຕາລີ ສ້າງຕັ້ງການພົວພັນ, ກໍ່ແມ່ນຈຸດເວລາທີ່ ຫວຽດນາມ ຫາກໍ່ສິ້ນສຸດປີສະເຫຼີມສະຫຼອງ 50 ປີແຫ່ງການພົວພັນກັບ ອົດສະຕາລີ ແລະກະກຽມໃຫ້ຂີດໝາຍສະເຫຼີມສະຫຼອງ 50 ປີແຫ່ງການພົວພັນກັບ ນິວຊີແລນ. ພິເສດ, ນີ້ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີປະເທດເຮົາໄປຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ໃນຮອບ 7 ປີຜ່ານມາ, ທັງແມ່ນການຢ້ຽມຢາມສອງປະເທດຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຖານະເປັນຜູ້ນໍາລັດຖະບານ.

leftcenterrightdel
ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ. ພາບ: ກະຊວງການຕ່າງປະເທດສະໜອງ.

ຈຸດພິເສດທີ່ສອງນັ້ນແມ່ນການພົວພັນລະຫວ່າງອາຊຽນ ແລະອົດສະຕາລີ ໃນໄລຍະ 50 ປີທີ່ຜ່ານມາແມ່ນຈົບງາມທີ່ສຸດ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງຝ່າຍນັບມື້ນັບສູງຂຶ້ນ. ການຮ່ວມມືລະຫວ່າງສອງຝ່າຍໃນທຸກຂົງເຂດ, ລວມມີດ້ານການຄ້າ, ເສດຖະກິດ, ວັດທະນະທຳ - ສັງຄົມ... ແລະບັນດາຂົງເຂດໃໝ່ລ້ວນແຕ່ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ບັນດາປະເທດອາຊຽນ ລ້ວນແຕ່ຕີລາຄາວ່າ ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ມີການຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນກັບບັນດາສະມາຊິກຂອງກຸ່ມ.

ສະນັ້ນ, ກອງປະຊຸມຄັ້ງນີ້ຄາດວ່າຈະແມ່ນໂອກາດທີ່ດີເພື່ອໃຫ້ບັນດາການນຳຂັ້ນສູງອາຊຽນ ແລະອົດສະຕາລີ ພ້ອມກັນຫວນຄືນ, ຕີລາຄາສັງລວມການພົວພັນລະຫວ່າງ 2 ຝ່າຍໃນ 50 ປີຜ່ານມາ, ພິເສດແມ່ນວິວັດການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ - ອົດສະຕາລີ ທີ່ໄດ້ຮັບການສ້າງຕັ້ງແຕ່ປີ 2021 ມາຮອດປະຈຸບັນ.

ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ການນຳສອງຝ່າຍແລກປ່ຽນ, ວາງອອກບັນດາວິໄສທັດ, ທິດທາງ ແລະມາດຕະການລະອຽດ ເພື່ອເປີດກວ້າງການຮ່ວມມືໃນໄລຍະຈະມາເຖິງ. ຄາດວ່າ ສອງຝ່າຍ, ພິເສດແມ່ນຝ່າຍອົດສະຕາລີຈະແລກປ່ຽນ ແລະສະເໜີຂໍ້ລິເລີ່ມຮ່ວມມືໃໝ່. ສະນັ້ນ, ພວກຂ້າພະເຈົ້າຄາດວ່າຈະມີບັນດາຂໍ້ລິເລີ່ມທີ່ມີລັກສະນະບຸກທະລຸ, ປະກອບສ່ວນສ້າງແຫຼ່ງກຳລັງ ແລະພື້ນຖານເພື່ອໃຫ້ການພົວພັນອາຊຽນ - ອົດສະຕາລີ ພັດທະນາຢ່າງແຮງກວ່າອີກໃນໄລຍະຈະມາເຖິງ.

ນັກຂ່າວ: ດັ່ງທີ່ທ່ານຮອງລັດຖະມົນຕີ ໄດ້ແບ່ງປັນແລ້ວວ່າ, ກອງປະຊຸມຄັ້ງນີ້ມີຄວາມສຳຄັນ. ຄຽງຂ້າງນັ້ນ, ໃນການປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ໄປຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ. ຂໍໃຫ້ທ່ານແບ່ງປັນຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້?

ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ: ໃນປີ 2023, ຫວຽດນາມ ແລະ ອົດສະຕາລີ ໄດ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ອາດເວົ້າໄດ້ວ່າ, 50 ປີທີ່ຜ່ານມາການພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ຜ່ານຜ່າຄວາມແຕກຕ່າງກັນໃນອະດີດຕະການ ເພື່ອສ້າງຕັ້ງການພົວພັນທາງການທູດ ແລະປະຈຸບັນແມ່ນການພົວພັນຄູ່ຮ່ວມມືຍຸດທະສາດທີ່ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງທີ່ສຸດ, ຊ້ຳບໍ່ໜຳແມ່ນໄດ້ຮັບການຕີລາຄາວ່າແມ່ນສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

ອາດເວົ້າໄດ້ວ່າການຮ່ວມມືລະຫວ່າງຫວຽດນາມ - ອົດສະຕາລີ ແມ່ນຮອບດ້ານທີ່ສຸດ. ຄຽງຂ້າງການຮ່ວມມືດ້ານເສດຖະກິດ, ການລົງທຶນ, ອົດສະຕາລີ ຍັງໜູນຊ່ວຍ ຫວຽດນາມ ຜ່ານແຫຼ່ງທຶນຊ່ວຍເຫຼືອພັດທະນາ (ODA) ຢ່າງເປັນທາງການ, ຄື: ຂົວ ມີ້ຖ້ວນ, ຫຼື ທຶນສຶກສານັບພັນທຶນໃຫ້ນັກສຶກສາຫວຽດນາມ ໄປຮ່ຳຮຽນຢູ່ ອົດສະຕາລີ, ບັນດາໂຄງການສອນພາສາຕ່າງປະເທດໃຫ້ພະນັກງານຫວຽດນາມ ໃນແຕ່ໄລຍະທີ່ພວກເຮົາຍັງຖືກຂວ້ຳບາດ. ອາດເວົ້າໄດ້ວ່າ ການຮ່ວມມືເຫຼົ່ານັ້ນໄດ້ສ້າງຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງ ອົດສະຕາລີ ແລະຫວຽດນາມ.

ໃນສະພາບການນັ້ນ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຍັງມີຄວາມໝາຍຫຼາຍຢ່າງ. ນີ້ແມ່ນໂອກາດ ເພື່ອໃຫ້ສອງປະເທດຕີລາຄາບາດກ້າວພັດທະນາຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ, ພິເສດແມ່ນໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ ກໍ່ຄືບັນດາຂໍ້ຕົກລົງຂັ້ນສູງທີ່ສອງຝ່າຍບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ຂອງຜູ້ວ່າການລັດອົດສະຕາລີ ແລະນາຍົກລັດຖະມົນຕີອົດສະຕາລີ ໃນປີ 2023 ແລະກ່ອນໜ້ານັ້ນແມ່ນການຢ້ຽມຢາມອົດສະຕາລີ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃນປີ 2022.

ພ້ອມກັນນັ້ນ, ເນື່ອງໃນໂອກາດນີ້, ສອງຝ່າຍຈະກໍານົດທິດທາງຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນເນັ້ນໜັກບັນດາເປົ້າໝາຍການຮ່ວມມືດ້ານການຄ້າ, ຊຸກຍູ້ການລົງທຶນຈາກອົດສະຕາລີ ເຂົ້າຫວຽດນາມ ແລະຈາກຫວຽດນາມ ໄປຍັງອົດສະຕາລີ. ພິເສດ, ຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ຈະແມ່ນເປົ້າໝາຍເປີດກວ້າງການຮ່ວມມືດ້ານການສຶກສາ - ກໍ່ສ້າງ, ໃນນັ້ນມີການກໍ່ສ້າງວິຊາອາຊີບ; ເປີດກວ້າງການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ໝູນໃຊ້ກໍາລັງໜູນໃໝ່ໃນປະຈຸບັນ, ເປັນຕົ້ນແມ່ນເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະວິວັດການຫັນປ່ຽນພະລັງງານທົດແທນຂອງຫວຽດນາມ. ພ້ອມນັ້ນ, ຫວຽດນາມ ແລະ ອົດສະຕາລີ ຈະມຸ່ງໄປເຖິງການນຳການພົວພັນ ສອງຝ່າຍຂຶ້ນສູ່ລະດັບສູງໃໝ່.

ນັກຂ່າວ: ພາຍຫຼັງເດີນທາງອອກຈາກອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະໄປຢ້ຽມຢາມນິວຊີແລນ ຢ່າງເປັນທາງການ. ຕາມທ່ານຮອງລັດຖະມົນຕີແລ້ວ, ບັນດາຂົງເຂດທີ່ສອງປະເທດຈະຊຸກຍູ້ການຮ່ວມມືໃນການຢ້ຽມຢາມຄັ້ງນີ້ແມ່ນຫຍັງແດ່?

ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ: ພ້ອມກັບ ອົດສະຕາລີ, ນິວຊີແລນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງຫວຽດນາມ ຢູ່ປາຊີຟິກໃຕ້. ການພົວພັນຫວຽດນາມ - ນິວຊີແລນ ແມ່ນການພົວພັນສອງຝ່າຍທີ່ມີປະຫວັດສາດຄວາມເປັນມາແຕ່ດົນນານ. ໃນປີໜ້າ, ພວກເຮົາຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບນິວຊີແລນ. ໃນໄລຍະຜ່ານມາ, ນິວຊີແລນ ແມ່ນຄູ່ຮ່ວມມືທີ່ໄດ້ໜູນຊ່ວຍຫວຽດນາມ ພັດທະນາໃນຫຼາຍຂົງເຂດ, ນັບແຕ່ການສຶກສາ-ກໍ່ສ້າງ ເຖິງບັນດາຂົງເຂດສະເໝີພາບລະຫວ່າງຍິງຊາຍ, ການ ພັດທະນາ.

ພິເສດ, ໃນຂົງເຂດກະສິກຳ, ຫວຽດນາມ ແລະ ນິວຊີແລນ ໄດ້ມີການຮ່ວມມືຫຼາຍຢ່າງທີ່ມີປະສິດທິຜົນ. ຄຽງຂ້າງນັ້ນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງຝ່າຍກໍ່ນັບມື້ນັບໄດ້ຮັບການປັບປຸງ. ພວກຂ້າພະເຈົ້າໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງນິວຊີແລນ ຫຼາຍຄະນະມາຢ້ຽມຢາມຫວຽດນາມ ແລະສອງຝ່າຍໄດ້ບັນລຸຂໍ້ຕົກລົງຮ່ວມມືຫຼາຍສະບັບ.

ໃນການຢ້ຽມຢາມ ນິວຊີແລນ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ສອງປະເທດຈະສືບຕໍ່ປຶກສາຫາລືບັນດາມາດຕະການເພື່ອແນໃສ່ຍູ້ແຮງການພົວພັນຮ່ວມມືລະຫວ່າງສອງປະເທດຕື່ມອີກ, ໃນນັ້ນມີການຮ່ວມມືໃນຂົງເຂດທີ່ເປັນມູນເຊື້ອ, ຄື: ການຄ້າ, ການລົງທຶນ. ພ້ອມນັ້ນຈຸດສຸມແຫ່ງການຮ່ວມມືລະຫວ່າງສອງປະເທດລວມມີບັນດາຂົງເຂດທີ່ມີລັກສະນະຕິດພັນກັບ, ການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນການຮ່ວມມືດ້ານແຮງງານ, ການສຶກສາ - ກໍ່ສ້າງ, ກະສິກຳ, ເປັນຕົ້ນແມ່ນເຕັກໂນໂລຊີໃໝ່ໃນກະສິກຳ ແລະມາດຕະການຕ່າງໆ ເພື່ອເປີດກວ້າງຕະຫຼາດສົ່ງອອກ, ນໍາເຂົ້າຜະລິດຕະພັນກະເສດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງທັງສອງຝ່າຍ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ