ຫວຽດນາມ ເປັນປະທານຮ່ວມກອງປະຊຸມຄະນະກໍາມະການຮ່ວມມືລວມ ອາຊຽນ-ສ.ເກົາຫຼີ ຄັ້ງທີ 10
ກປ.ອອນໄລ - “ສ.ເກົາຫຼີ ຈະເພີ່ມງົບປະມານໃຫ້ແກ່ການຮ່ວມມື ສ.ເກົາຫຼີ ກັບບັນດາອະນຸພາກພື້ນຂອງອາຊຽນ ທົບສອງເທົ່າ, ໃນນັ້ນມີອະນຸພາກພື້ນແມ່ນໍ້າຂອງ”-ນີ້ແມ່ນແຈ້ງການຂອງ ສ.ເກົາຫຼີ ທີ່ຍົກອອກມາຢູ່ກອງປະຊຸມ ຄັ້ງທີ 10 ຄະນະກໍາມະການຮ່ວມມືລວມອາຊຽນ-ສ.ເກົາຫຼີ (AK JCC) ທີ່ຫາກໍ່ດໍາເນີນໃນອາທິດຜ່ານມາຢູ່ສໍານັກງານຄະນະເລຂາອາຊຽນ ຢູ່ Jakarta (ອິນໂດເນເຊຍ).
    |
 |
ກອງປະຊຸມ ຄັ້ງທີ 10 ຄະນະກໍາມະການຮ່ວມມືລວມອາຊຽນ-ສ.ເກົາຫຼີ. ພາບ: vov.vn |
ໃນຖານະຕໍາແໜ່ງເປັນປະທານປະສານງານການພົວພັນອາຊຽນ-ສ.ເກົາຫຼີ ອາຍຸການ 2021-2024, ທ່ານ ຫງວຽນຫາຍບັ່ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານຫວຽດນາມ ປະຈໍາ ອາຊຽນ ພ້ອມກັບທ່ານ Kwon Hee-seog ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ອາຊຽນ ໄດ້ເປັນປະທານຮ່ວມກອງປະຊຸມ.
ທີ່ກອງປະຊຸມ, ສອງຝ່າຍໄດ້ກວດກາຄືນສະພາບການຮ່ວມມືຜັນຂະຫຍາຍຄໍາໝັ້ນສັນຍາຂອງກອງປະຊຸມຂັ້ນສູງອາຊຽນ-ສ.ເກົາຫຼີ ເດືອນ ພະຈິກ 2022 ກໍ່ຄືຄວາມຄືບໜ້າໃນການປະຕິບັດແຜນການເຄື່ອນໄຫວ 2021-2025 ແລະມີຄວາມປິຕິຊົມຊື່ນເມື່ອບັນລຸໄດ້ຜົນງານດີພໍສົມຄວນໃນໜຶ່ງປີຜ່ານມາ.
ທ່ານ Kwon Hee-seog ໄດ້ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຂອງ ສ.ເກົາຫຼີ ໃນການສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ໜູນຊ່ວຍການຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ສ.ເກົາຫຼີ ພວມສ້າງຂໍ້ລິເລີ່ມສາມັກຄີ ສ.ເກົາຫຼີ-ອາຊຽນ (KASI) ໃນຂອບເຂດຍຸດທະສາດອິນເດຍ-ປາຊີຟິກ ຂອງສ.ເກົາຫຼີ ເພື່ອແນໃສ່ເພີ່ມທະວີການພົວພັນກັບອາຊຽນ, ດ້ວຍບັນດາໂຄງການປ້ອມປາການສະໜັບສະໜູນອາຊຽນ ຜັນຂະຫຍາຍວິໄສທັດອາຊຽນ ກ່ຽວກັບອິນເດຍ-ປາຊີຟິກ (AOIP) ກໍ່ຄືສະໜັບສະໜູນ ຕີມໍ-ເລສ໌ເຕ ກາຍເປັນສະມາຊິກທີ່ຄົບຖ້ວນຂອງອາຊຽນ ໂດຍໄວ.
ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ແລະເພື່ອນຮ່ວມງານອາຊຽນ ລ້ວນແຕ່ຕີລາຄາສູງຄໍາໝັ້ນສັນຍາຕິດພັນຢ່າງແໜ້ນແຟ້ນ ແລະໄລຍະຍາວ ຂອງສ.ເກົາຫຼີ.
ໂດຍ: ໄຊນີດາ