ຫວນຄືນຂອບຂະໜາດ, ຄວາມໝາຍປະຫວັດສາດອັນໃຫຍ່ຫຼວງຂອງສັນຍາ ປາຣີ 1973, ຕອນເຊົ້າວັນທີ 16 ມັງກອນ, ກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ “50 ປີແຫ່ງວັນເຊັນສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່: ຄວາມໝາຍປະຫວັດສາດ ແລະບົດຮຽນຖອດຖອນມາໄດ້” ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ.

ກອງປະຊຸມສຳມະນາໂດຍກະຊວງການຕ່າງປະເທດຫວຽດນາມ ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຄະນະໂຄສະນາສຶກສາສູນກາງ ແລະກະຊວງປ້ອງກັນປະເທດ ເປັນປະທານຮ່ວມຈັດຕັ້ງ, ມີການເຂົ້າຮ່ວມຂອງຜູ້ແທນ 350 ຄົນແມ່ນການນຳ, ອະດີດການນຳບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະນະຄອນຮ່າໂນ້ຍ; ບັນດາພະຍານຫຼັກຖານປະຫວັດສາດ, ຜູ້ຕາງໜ້າສະມາຊິກສອງຄະນະເຈລະຈາ, ພະນັກງານອາວຸໂສ; ນັກວິທະຍາສາດ, ນັກຊ່ຽວຊານທີ່ມາຈາກອົງການຄົ້ນຄວ້າ ແລະໂຮງຮຽນມະຫາວິທະຍາໄລແຫ່ງຕ່າງໆ.

ໄຊຊະນະຈຸດສູງຂອງການທູດຫວຽດນາມ

ກ່າວປາໄສໄຂກອງປະຊຸມສຳມະນາ ແລະປະກອບຄຳເຫັນ, ສະຫາຍ ຫງວຽນຊວນຖັ໊ງ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ ເນັ້ນໜັກວ່າ ພາຍຫຼັງການບຸກໂຈມຕີ ຄັ້ງໃຫຍ່ ແລະລຸກຮື້ຂຶ້ນ ບຸນເຕັດ ປີວອກ 1968, ເດືອນ ພຶດສະພາ 1968, ກອງປະຊຸມ ປາຣີ ໄດ້ຈັດຂຶ້ນຢ່າງເປັນທາງການ, “ເປັນຂີດໝາຍແຫ່ງການຕໍ່ສູ້ຢູ່ແນວຮົບການທູດ”, ສ້າງສະພາວະ “ທັງຕີ, ທັງເຈລະຈາ”. ການເຈລະຈາຢູ່ກອງປະຊຸມ ປາຣີ ໄດ້ດໍາເນີນໄປຢ່າງດຸເດືອດ, ສັບສົນ ແລະແກ່ຍາວເປັນເວລາ 5 ປີ, ດ້ວຍຫຼາຍຮ້ອຍວາລະເປີດເຜີຍ ແລະປິດລັບ, ດ້ວຍກອງປະຊຸມຂ່າວ 500 ຄັ້ງ ແລະການສຳພາດ, ເຈລະຈາ 1000 ຄັ້ງ.

leftcenterrightdel
ສະຫາຍ ຫງວຽນຊວນຖັ໊ງ ກ່າວປາໄສ ແລະປະກອບຄຳເຫັນທີ່ກອງປະຊຸມສຳມະນາ. ພາບ: ຮົ່ງຫງວຽນ.

ໂດຍແມ່ນໜຶ່ງໃນບັນດາຜູ້ເຂົ້າຮ່ວມການເຈລະຈາໂດຍກົງ, ສະຫາຍ ຟ້າມງາກ, ອະດີດຫົວໜ້າກົມຮ່ວມມືສາກົນ, ກະຊວງການຕ່າງປະເທດຫວຽດນາມ ຈົດຈຳຊຸມວັນເດືອນເຂົ້າຮ່ວມການເຈລະຈາກ່ອນໜ້ານີ້ເຄິ່ງສັດຕະວັດໄດ້ດີ. ທ່ານ ຟ້າມງາກ ໃຫ້ຮູ້ວ່າ ທ່ານໂຊກດີທີ່ໄດ້ຮັບໜ້າທີ່ເປັນຜູ້ແປພາສາອັງກິດ, ກໍ່ຄືບັນທຶກການປະຊຸມປິດລັບ ແລະເປີດເຜີຍໃນເກືອບ 5 ປິີ ທີ່ເຈລະຈາສັນຍາປາຣີ. ໃນຄາວນັ້ນ, ທ່ານແມ່ນໜຶ່ງໃນບັນດາພະນັກງານໜຸ່ມທີ່ສຸດຂອງຄະນະປະຕິບັດງານສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ທີ່ມີໜ້າໃນການເຈລະຈາ ແລະໄດ້ເຫັນການເຈລະຈາດຳເນີນໄປຢ່າງເຄັ່ງຕຶງລະຫວ່າງບັນດາຝ່າຍເຈລະຈາ, ນັບແຕ່ການເລືອກເອົາສະຖານທີ່ດຳເນີນການເຈລະຈາຈົນຮອດແຕ່ລະຄຳໃນເນື້ອໃນຂອງສັນຍາ.

ສຸດທ້າຍ, ຮອດເວລາ 12 ໂມງ 30 ນາທີ (ເວລາປາຣີ) ວັນທີ 22 ມັງກອນ 1973, ທີ່ສູນກອງປະຊຸມສາກົນ Kléber, ສັນຍາວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ຫວຽດນາມ ຄືນໃໝ່ໂດຍທີ່ປຶກສາພິເສດ ເລດຶກເທາະ ແລະທີ່ປຶກສາ Henry Kissinger ເຊັນຢັ້ງຢືນ. ວັນທີ 27 ມັງກອນ 1973, ສັນຍາປາຣີ ໄດ້ເຊັນເປັນທາງການ. ສະຫາຍ ຫງວຽນຊວນຖັ໊ງ ເນັ້ນໜັກວ່າ “ສັນຍາປາຣີ ແມ່ນໄຊຊະນະຈຸດສູງຂອງການທູດຫວຽດນາມ ໃນ 30 ປີແຫ່ງການຕໍ່ສູ້ປົດປ່ອຍຊາດ, ໄດ້ພິສູດໃຫ້ເຫັນການໝູນໃຊ້ທິດນຳຂອງປະທານ ໂຮ່ຈີມິນ ເຂົ້າໃນແຜນນະໂຍບາຍ “ສ້າງມິດ-ຫຼຸດຜ່ອນສັດຕູ”, ຄາດຄະເນ ແລະກໍາແໜ້ນຖືກກາລະໂອກາດ ເພື່ອກ້າວໄປເຖິງໄຊຊະນະຕັດສິນຂອງພັກເຮົາ”.

leftcenterrightdel
ບັນຍາກາດທີ່ກອງຊຸມສຳມະນາ. ພາບ: ຮົ່ງຫງວຽນ.

ໃນບົດປະກອບຄຳເຫັນ, ສະຫາຍ ເລຫາຍບິ່ງ, ກຳມະການສູນກາງພັກສຳຮອງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ຢັ້ງຢືນວ່າ ວຽກງານໂຄສະນາໃນປະເທດ ແລະໂຄສະນາການຕ່າງປະເທດແມ່ນປັດໄຈສຳຄັນປະກອບສ່ວນສ້າງໄຊຊະນະຂອງສັນຍາປາຣີ ເມື່ອຮຽກຮ້ອງຈິດໃຈຊົນຊາດຢູ່ທັງພາກໃຕ້ທີ່ເປັນແນວໜ້າ ແລະພາກເໜືອທີ່ເປັນແນວຫຼັງສັງຄົມນິຍົມ. ວຽກງານຂໍ້ມູນຂ່າວສານ ແລະໂຄສະນາໄປຄຽງຄູ່ກັບການທູດປະຊາຊົນ ໄດ້ສະແດງໃຫ້ເຫັນຄວາມເປັນທຳຂອງການຕໍ່ສູ້ກູ້ຊາດ, ຊຸກຍູ້ການສ້າງແນວຮົບປະຊາຊົນໃນໂລກສະໜັບສະໜູນຫວຽດນາມ ແລະຂະບວນການປະຊາຊົນອາເມລິກາ ຕໍ່ສູ້ຕ້ານສົງຄາມ.

ສີ່ບົດຮຽນໜັງສື “K”

ໃນບົດກ່າວຄຳເຫັນບັນທຶກພາບສົ່ງເຖິງກອງປະຊຸມສຳມະນາ, ອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ຊີ້ແຈ້ງເຖິງ 4 ຄວາມໝາຍໃຫຍ່ຂອງສັນຍາປາຣີ. ທີໜຶ່ງ, ດ້ວຍສັນຍາປາຣີ, ອາເມລິກາ ໃຫ້ຄຳໝັ້ນສັນຍາຖອນກອງທັບອາເມລິກາ ແລະພັນທະມິດອອກຈາກຫວຽດນາມ. ທີສອງ, ສັນຍາປາຣີ ນຳເອົາສັນຕິພາບມາໃຫ້ພາກເໜືອ, ຟື້ນຟູພື້ນຖານເສດຖະກິດ, ພ້ອມທັງເພີ່ມທະວີກຳລັງແຮງບົ່ມຊ້ອນ ເພື່ອດຳເນີນການຕໍ່ສູ້ຢູ່ພາກໃຕ້ຫວຽດນາມ, ກ້າວໄປເຖິງການທ້ອນໂຮມປະເທດຊາດ. ທີສາມ, ສັນຍາປາຣີ ຍົກສູງຖານະບົດບາດຫວຽດນາມ ຂຶ້ນລະດັບສູງໃໝ່. ໃນປີ 1973, ມີ 15 ປະເທດຮັບຮອງ ແລະສ້າງຕັ້ງການພົວພັນທາງການທູດກັບສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ທີສີ່, ດ້ວຍການຕໍ່ສູ້ຂອງປະຊາຊົນຫວຽດນາມ, ໃນນັ້ນມີສັນຍາປາຣີ, ພວກເຮົາໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດເອກະລາດແຫ່ງຊາດ, ສັນຕິພາບ, ພັດທະນາ, ກໍ່ຄືກຳລັງແຮງຂອງຂະບວນການກອມມູນິດ, ກຳມະກອນສາກົນກັບບັນດາປະເທດສັງຄົມນິຍົມ.

leftcenterrightdel
ຜູ້ແທນ, ພະຍານຫຼັກຖານປະຫວັດສາດ, ຜູ້ຕາງໜ້າສະມາຊິກສອງຄະນະເຈລະຈາ ແລະບັນດາພະນັກງານອາວຸໂສ. ພາບ: ຮົ່ງຫງວຽນ.

ບັນດາບົດຮຽນທີ່ຖອດຖອນມາໄດ້ຈາກວິວັດທະນາການເຈລະຈາຈົນຮອດການເຊັນສັນຍາປາຣີ ສະຫາຍອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ໄດ້ໃຫ້ຂໍ້ສັງເກດດ້ວຍ 4 ຕົວໜັງສື “K”. ຕາມສະຫາຍ ຫວູຄວານ ແລ້ວ, ບົດຮຽນທີໜຶ່ງແມ່ນ “ສົມທົບ”. ຊາດຫວຽດນາມ ຢູ່ໃນໄລຍະ “ເອົາກຳລັງອ່ອນຕີກຳລັງແຮງ”, ພວກເຮົາຕ້ອງສ້າງໃຫ້ໄດ້ກຳລັງແຮງສັງລວມໃນຫຼາຍດ້ານ, ຄື: ກຳລັງແຮງທາງດ້ານຈິດໃຈ ແລະວັດຖຸ; ສ້າງຕັ້ງທ່າສະໜາມຮົບ 3 ຮອບແນວຮົບ, ລວມມີ: ສາມັກຄີເໜືອ-ໃຕ້, ສາມັກຄີກັບລາວ ແລະກຳປູເຈຍ ຢູ່ແຫຼມອິນດູຈີນ, ສາມັກຄີລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ; ສົມທົບລະຫວ່າງສາມແນວຮົບການເມືອງ, ການທະຫານ ແລະການທູດ, ໃນນັ້ນ ການທະຫານ ແລະການເມືອງມີຄວາມໝາຍຕັດສິນ ແລະການທູດມີບົດບາດສະເພາະ; ສົມທົບກັບທຸກຂັ້ນ, ທຸກຂະແໜງການໃນຂົງເຂດການທູດ.

ບົດຮຽນທີສອງແມ່ນ “ຢຶດໝັ້ນ”. ພວກເຮົາໄດ້ຕໍ່ສູູ້ກັບສັດຕູທີ່ມີກໍາລັງແຮງ, ຢາກຊະນະບໍ່ສາມາດຍາດໄດ້ໄວ, ຕ້ອງຍາດເອົາເທື່ອລະບາດກ້າວ, ເທື່ອລະພາກສ່ວນ, ກ້າວຂຶ້ນໄປຫາໄຊຊະນະຢ່າງສົມບູນ. ພວກເຮົາຮຽກຮ້ອງໃຫ້ອາເມລິກາ ຢຸດຕິການຖີ້ມລະເບີດໃສ່ພາກເໜືອໂດຍບໍ່ມີເງື່ອນໄຂ, ພ້ອມທັງຮຽກຮ້ອງໃຫ້ອາເມລິກາ ຕ້ອງໂອ້ລົມກັບແນວໂຮມຊາດປົດປ່ອຍພາກໃຕ້ຫວຽດນາມ ຕໍ່ຈາກນີ້ແມ່ນລັດຖະບານຊົ່ວຄາວປະຕິວັດພາກໃຕ້ຫວຽດນາມ, ຈາກນັ້ນສ້າງເງື່ອນໄຂບັງຄັບໃຫ້ອາເມລິກາ ຕ້ອງຖອນກຳລັງອອກຈາກຫວຽດນາມ ແລະສ້າງ ສະພາບການໃໝ່ກ້າວຂຶ້ນໄປເຖິງການປົດປ່ອຍພາກໃຕ້.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງຊຸມສຳມະນາ. ພາບ: ຮົ່ງຫງວຽນ.

ບົດຮຽນທີສາມແມ່ນຕ້ອງ “ເດັດດ່ຽວ”, ຕາມສະຫາຍ ຫວູຄວານ ແລ້ວ, ອາເມລິກາ ຕ້ອງຖອນທະຫານອາເມລິກາ ແລະທະຫານຂອງບັນດາປະເທດພັນທະມິດອອກຈາກພາກໃຕ້ຫວຽດນາມ ໃນກຳນົດເວລາ 60 ວັນ. ເຖິງວ່າອາເມລິກາ ຮຽກຮ້ອງໃຫ້ກອງທັບພາກເໜືອຖອນທະຫານອອກຈາກພາກໃຕ້ກໍ່ຕາມແຕ່ວ່າພວກເຮົາເດັດດ່ຽວປະຕິເສດ. ທີສອງ, ໂອ້ລົມກ່ຽວກັບຫວຽດນາມ ຕ້ອງມີຜູ້ຕາງໜ້າຂອງພາກໃຕ້ ຫວຽດນາມ, ນັ້ນແມ່ນແນວໂຮມຊາດປົດປ່ອຍພາກໃຕ້ຫວຽດນາມ/ລັດຖະບານປະຕິວັດຊົ່ວຄາວສາທາລະນະລັດ ພາກໃຕ້ຫວຽດນາມ. ທີສາມ, ອາເມລິກາ ຕ້ອງຮັບຮອງເອກະລາດ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ອະທິປະໄຕ ແລະສິດຕັດສິນໃຈເອງຂອງປະຊາຊົນຫວຽດນາມ.

ບົດຮຽນທີສີ່ແມ່ນ “ຄ່ອງແຄ້ວ”. ພວກເຮົາຍັງບໍ່ທັນຕັ້ງບັນຫາລົບລ້າງອໍານາດການປົກຄອງໄຊງ່ອນ ເທື່ອ, ເລື່ອງນັ້ນແມ່ນໃຫ້ປະຊາຊົນພາກໃຕ້ແກ້ໄຂ. ພວກເຮົາມີຄະນະເຈລະຈາ ພາກເໜືອ ແລະພາກໃຕ້ ແຕ່ວ່າຄືດັ່ງລຸງໂຮ່ ສັ່ງສອນແມ່ນ “ເຖິງວ່າສອງແຕ່ກໍ່ຕ້ອງເປັນໜຶ່ງ, ເຖິງວ່າໜຶ່ງກໍ່ຕ້ອງເປັນສອງ”. ນັ້ນແມ່ນຍຸດໂທບາຍຄ່ອງແຄ້ວຍັງບໍ່ທັນມີມາກ່ອນໃນໂລກ”.

ກ່າວຄຳເຫັນສະຫຼຸບ ແລະປິດກອງປະຊຸມສຳມະນາ, ສະຫາຍ ບຸ່ຍແທັງເຊີນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ຢັ້ງຢືນວ່າ ສັນຍາ ປາຣີ ແມ່ນພິສູດໃຫ້ເຫັນຄວາມຄາດຫວັງສັນຕິພາບ ແລະມູນເຊື້ອການທູດປອງດອງຂອງຊາດຫວຽດນາມ, ແມ່ນປະຖົມປັດໄຈສຳຄັນຂອງແນວທາງການທູດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບແບບໃນໄລຍະປ່ຽນແປງໃໝ່ ແລະເຊື່ອມໂຍງສາກົນຢ່າງເລິກເຊິ່ງກວ່າ 35 ປີ ຜ່ານມາ. ບັນດາບົດຮຽນລ້ຳຄ່າຈາກການເຈລະຈາປະຫວັດສາດນີ້ຍັງຄົງຮັກສາຄຸນຄ່າເດີມໄວ້ຄືເກົ່າ ແລະຕ້ອງໄດ້ໝູນໃຊ້ຢ່າງມີປະສິດທິຜົນໃນການຜັນຂະຫຍາຍແນວທາງການທູດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ສະຫາຍ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ກໍ່ເນັ້ນໜັກວ່າ ຂະແໜງການທູດຈະສືບຕໍ່ສາມັກຄີ, ປະດິດຄິດສ້າງ, ຄຸນນະທາດ, ປະຕິບັດຕາມລະບຽບກົດໝາຍ, ຜ່ານຜ່າທຸກສິ່ງທ້າທາຍ, ເສີມຂະຫຍາຍບົດບາດນຳໜ້າຂອງການທູດໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຮັບໃຊ້ກິດຈະການພັດທະນາເສດຖະກິດ, ປົກປັກຮັກສາປະເທດຊາດ ແລະຍົກສູງຖານະບົດບາດຂອງປະເທດໃນໄລຍະໃໝ່.

ໂດຍ: ແສງເດືອນ