ທີ່ບັນດາການພົບປະ ແລະແລກປ່ຽນ, ທ່ານນາງ ເຈືອງທິມາຍ ຢືນຢັນວ່າ ພັກ, ລັດຫວຽດນາມ ຖືເປັນສໍາຄັນພັກເຄື່ອນໄຫວເພື່ອປະຊາຊົນ (PAP) ກໍາອໍານາດ ແລະສິງກະໂປ, ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງສາຍພົວພັນລະຫວ່າງສອງຝ່າຍ ເຊິ່ງສະແດງອອກຜ່ານການຢ້ຽມຢາມ, ແລກປ່ຽນລະຫວ່າງບັນດາການນໍາຂັ້ນສູງໃນເງື່ອນໄຂຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ຄືການຢ້ຽມຢາມສິງກະໂປ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ, ການຢ້ຽມຢາມຫວຽດນາມ ຂອງປະທານາທິບໍດີ, ປະທານສະພາແຫ່ງຊາດສິງກະໂປ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ຝ່າຍສິງກະໂປ ຢືນຢັນການຖືເປັນສໍາຄັນການພົວພັນກັບຫວຽດນາມ, ເປັນຄູ່ຮ່ວມມືແຖວໜ້າຢູ່ພາກພື້ນ, ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງການພົວພັນລະຫວ່າງສອງພັກ, ສອງລັດ; ຕີລາຄາສູງການປ່ຽນແປງຢ່າງວ່ອງໄວ, ດີງາມຂອງປະເທດຫວຽດນາມ ພາຍຫຼັງການປ່ຽນແປງໃໝ່ ແລະບັນດາຜົນງານໃນຂົງເຂດຕ່າງໆໃນໄລຍະຜ່ານມາ; ເນັ້ນໜັກຄວາມປາດຖະໜາຢາກເສີມຂະຫຍາຍບັນດາຜົນງານຕັ້ງໜ້າທີ່ບັນລຸໄດ້, ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດໃໝ່, ຄື: ການຫັນປ່ຽນດີຈີຕອນ, ເສດຖະກິດສີຂຽວ, ພະລັງງານທົດແທນ. PAP ຊົມເຊີຍຂໍ້ສະເໜີກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ເຫັນດີເປັນເອກະພາບພ້ອມກັນຜັນຂະຫຍາຍບັນດາວຽກງານລະອຽດ, ຄື: ສ້າງຂອບການຮ່ວມມືໃນຂົງເຂດຕ່າງໆ ແລະການຈັດຕັ້ງບໍາລຸງສ້າງພະນັກງານ.

ເນື່ອງໃນໂອກາດນີ້, ຄະນະຜູ້ແທນ ໄດ້ວາງພວງມາລາຢູ່ຮູບປັ້ນປະທານໂຮ່ຈີມິນ ໃນບໍລິເວນຫໍພິພິທະພັນສີວິໄລອາຊີ; ຢ້ຽມຢາມສະຖານທູດ, ພົບປະກັບຜູ້ຕາງໜ້າພໍ່ແມ່ປະຊາຊົນຫວຽດນາມ ອາໄສ ຢູ່ສິງກະໂປ; ເຮັດວຽກກັບການນໍາກຸ່ມບໍລິສັດ Sembcorp, ກອງທຶນ Temasek ກ່ຽວກັບທິດທາງປະກອບສ່ວນເຂົ້າໃນການຮ່ວມມືດ້ານເສດຖະກິດ, ບໍາລຸງສ້າງໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ