leftcenterrightdel
ທ່ານນາງ ຮອງປະທານປະເທດຫວຽດນາມ ຫວໍທິແອງຊວນ ເຂົ້າຮ່ວມກອງປະຊຸມສຸດຍອດຝະລັ່ງໂກໂຟນີ ຄັ້ງທີ 18. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ວັນທີ 20 ພະຈິກ, ທ່ານນາງ ຫວໍທິແອງຊວນ ສືບຕໍ່ໄດ້ມີການພົບປະກັບການນໍາບັນດາປະເທດ ແລະອົງການຈັດຕັ້ງສາກົນເພື່ອຊຸກຍູ້ການພົວພັນສອງຝ່າຍ ແລະຫຼາຍຝ່າຍກັບບັນດາຄູ່ຮ່ວມມື. ທີ່ການພົບປະກັບທ່ານ Macky Sall ປະທານາທິບໍດີເຊເນການ, ທ່ານນາງ ຫວໍທິແອງຊວນ ຢັ້ງຢືນວ່າຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບເຊເນການ. ທີ່ການພົບປະກັບທ່ານ Ignazio Cassis ປະທານາທິບໍດີສະຫະພາບສະວິດ ເຫັນດີກັບບັນດາຂໍ້ສະເໜີບຸລິມະສິດຂອງຫວຽດນາມ ກ່ຽວກັບບັນດາປະເທດຕ້ອງຊຸກຍູ້ການເຈລະຈາເພື່ອເຊັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະເຂດການຄ້າເສລີເອີລົບ (EFTA) ເຊິ່ງສະວິດ ແມ່ນສະມາຊິກໂດຍໄວ; ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ, ການຮ່ວມມືວັດທະນະທໍາ, ການສຶກສາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ທ່ານ Ignazio Cassis ກໍ່ຢັ້ງຢືນວ່າ ຈະຕັ້ງໜ້າໜູນຊ່ວຍຊຸກຍູ້ການສິດສອນພາສາຝະລັ່ງ ຢູ່ຫວຽດນາມ. ຢູ່ການພົບປະກັບທ່ານນາງ ຫວໍທິແອງຊວນ, ທ່ານ Borut Pahor ປະທານາທິບໍດີສະໂລວີເນຍ ຢັ້ງຢືນສະໜັບສະໜູນຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບເລື່ອງສະໂລວີເນຍ ແລະອີຢູ ອະນຸມັດຜ່ານສັນຍາປົກປ້ອງການລົງທຶນ (EVIPA) ໂດຍໄວ, ເພື່ອສ້າງກໍາລັງໜູນຢ່າງແຮງໃຫ້ແກ່ການຮ່ວມມືດ້ານການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ກັບ ອີຢູ.

ກໍ່ໃນໄລຍະດໍາເນີນກອງປະຊຸມ, ທ່ານນາງ ຫວໍທິແອງຊວນ ໄດ້ພົບປະກັບທ່ານ Emmanuel Macron ປະທານາທິບໍດີຝະລັ່ງ, ທ່ານ Justin Trudeau ນາຍົກລັດຖະມົນຕີການາດາ, ທ່ານ Ali Bongo Ondimba ປະທານາທິບໍດີກາບົງ, ທ່ານນາງ Najla Bouden ນາຍົກລັດຖະມົນຕີຕຸຍນີຊີ...

ໂດຍ: ໄຊນີດາ