ໃນວັນທີ 15 ພະຈິກ ໂທລະພາບແຫ່ງຊາດໄທ ແລະວິທະຍຸກະຈາຍສຽງແຫ່ງຊາດໄທ ໄດ້ອອກອາກາດພາກຂ່າວສະຖານະການ ໃຫ້ຮູ້ວ່າ ນີ້ແມ່ນການຢ້ຽມຢາມໄທ ຄັ້ງທຳອິດຂອງການນຳຫຼັກແຫຼ່ງຂອງຫວຽດນາມ ພາຍຫຼັງໂລກລະບາດໂຄວິດ-19. ການຢ້ຽມຢາມໄດ້ຢືນຢັນການຕັດສິນໃຈປັບປຸງຄວາມສາມັກຄີ, ເພີ່ມທະວີການຮ່ວມມືເພື່ອຄວາມວັດທະນາຖາວອນລວມຂອງສອງປະເທດ, ແມ່ນໂອກາດທີ່ສອງປະເທດໄດ້ປຶກສາຫາລື ແລະເປັນເອກະພາບກັນ ກ່ຽວກັບມາດຕະການແກ້ໄຂເພີ່ມທະວີການພົວພັນຮ່ວມມືໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ-ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ-ການລົງທຶນ ຕະຫຼອດຮອດການປະສານສົມທົບຫຼັກໝັ້ນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

leftcenterrightdel
ວິທະຍຸກະຈາຍສຽງແຫ່ງຊາດໄທ ອອກຂ່າວກ່ຽວກັບການຢ້ຽມຢາມໄທ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ. ພາບ: vovworld.vn

ກ່ອນໜ້ານັ້ນ, ສຳນັກຂ່າວ ThaiPBSWorld ໄດ້ລົງບົດຂຽນຂອງນັກຮຽນຮູ້ ກາວີ ຈົງກິດຖາວອນ ທີ່ມີຫົວຂໍ້ວ່າ: “ຄວາມໝາຍ ໃນການຢ້ຽມຢາມໄທ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ”, ຍົກໃຫ້ເຫັນຄວາມສຳຄັນຂອງການຢ້ຽມຢາມປະກອບສ່ວນປັບປຸງ ແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ