ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ ຂໍທ່ານໃຫ້ຮູ້ຄວາມໝາຍ, ຈຸດປະສົງຂອງການຢ້ຽມຢາມໄທ ຢ່າງເປັນທາງການຂອງທ່ານປະທານປະເທດ?

ທ່ານຮອງລັດຖະມົນຕີ ຮ່າກິມງອກ: ການຢ້ຽມຢາມມີຄວາມໝາຍ ແລະຄວາມສໍາຄັນພິເສດສໍາລັບສອງປະເທດ. ທີໜຶ່ງ, ນີ້ແມ່ນການຢ້ຽມຢາມໄທ ຄັ້ງທໍາອິດຂອງທ່ານປະທານປະເທດ ຫງວຽນຊວນຟຸກ ໃນຖານະຕໍາແໜ່ງໃໝ່, ທັງແມ່ນການຢ້ຽມຢາມໄທ ຄັ້ງທໍາອິດຂອງການນໍາຫຼັກແຫຼ່ງຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIII ແລະຫຼັງພະຍາດໂຄວິດ-19, ເມື່ອປະເທດເຮົາເຊື່ອມຄືນບັນດາການຢ້ຽມຢາມຂັ້ນສູງເຖິງປະເທດຕ່າງໆ, ສະແດງໃຫ້ເຫັນຄວາມຕັ້ງໜ້າໃນການຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII.

ທີສອງ, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ແມ່ນການນໍາຂັ້ນສູງຕ່າງປະເທດຜູ້ທໍາອິດ ຢ້ຽມຢາມໄທ ຢ່າງເປັນທາງການກ່ອນທີ່ຈະດຳເນີນກອງປະຊຸມບັນດາຜູ້ນໍາ APEC ຄັ້ງທີ 29. ເລື່ອງປະເທດເຈົ້າພາບຈັດຕັ້ງ APEC 2022 ຕ້ອນຮັບປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໃນຂະນະພວມສຸມໃສ່ຈັດຕັ້ງສັບປະດາຂັ້ນສູງ APEC ສະແດງໃຫ້ເຫັນໄທ ຖືເປັນສໍາຄັນການເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີກັບຫວຽດນາມ.

leftcenterrightdel
ທ່ານ ຮ່າກິມງອກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ຫວຽດດວ່ານ.

ທີສາມ, ການຢ້ຽມຢາມດໍາເນີນໃນສະພາບສອງປະເທດມຸ່ງໄປເຖິງສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດປີ 2023. ໃນໄລຍະຜ່າມາ, ສອງຝ່າຍຮັກສາການພົບປະ, ແລກປ່ຽນຂັ້ນສູງ ແລະທຸກຂັ້ນໃນສາຍລັດ, ລັດຖະບານ, ສະພາແຫ່ງຊາດ ແລະການທູດປະຊາຊົນ. ພົ້ນເດັ່ນແມ່ນການຢ້ຽມຢາມໄທ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອປີ 2013; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນປີ 2017; ນາຍົກລັດຖະມົນຕີໄທ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນປີ 2014 ແລະມາຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍໃນປີ 2017 ແລະ 2018.

ການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ລ້ວນແຕ່ມີບັນດາການພັດທະນາໂດດເດັ່ນ. ປີ 2021, ໃນອາຊຽນ, ໄທ ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ແລະຫວຽດນາມ ເປັນຄູ່ຮ່ວມມືການຄ້າໃຫຍ່ທີສອງຂອງໄທ. ໄທ ຈັດອັນດັບທີ 9/139 ປະເທດ ແລະເຂດແຄວ້ນທີ່ລົງທຶນເຂົ້າຫວຽດນາມ. ການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນພັດທະນາຢ່າງຕັ້ງໜ້າ.

ສະນັ້ນ, ການຢ້ຽມຢາມຈະສ້າງກໍາລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ; ແມ່ນສານກ່ຽວກັບຄວາມຕັດສິນໃຈຢ່າງແຮງຂອງການນໍາສອງປະເທດ ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີອາຊຽນ, ເພີ່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຮຽນທ່ານໃຫ້ຮູ້ການເຂົ້າຮ່ວມຂອງຫວຽດນາມ ໃນສັບປະດາຂັ້ນສູງ APEC ຄັ້ງນີ້?

ທ່ານຮອງລັດຖະມົນຕີ ຮ່າກິມງອກ: ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC 2022, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະມີການເຄື່ອນໄຫວຫຼາຍຢ່າງ, ທັງຫຼາຍຝ່າຍ ແລະສອງຝ່າຍ, ພົ້ນເດັ່ນແມ່ນ: ທີໜຶ່ງ, ທ່ານປະທານປະເທດ ຈະພ້ອມກັບບັນດາການນໍາ ແລະຫົວໜ້າຄະນະຈາກ 21 ພື້ນຖານເສດຖະກິດສະມາຊິກ ມີສອງວາລະປຶກສາຫາລືກ່ຽວກັບສະພາບການ ແລະບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວການຟື້ນຟູເສດຖະກິດ ແລະຊຸກຍູ້ການເຕີບໂຕໃຫ້ສົມດຸນ, ຍືນຍົງ ແລະກວມລວມ.

ທີສອງ, ທ່ານປະທານປະເທດ ຈະເຂົ້າຮ່ວມວາລະເຈລະຈາ ພ້ອມກັບບັນດາແຂກຜູ້ມີກຽດຂອງກອງປະຊຸມ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະສົມທົບກັນກະທໍາລະຫວ່າງ APEC ກັບບັນດາພາກພື້ນພາຍນອກ.

ທີສາມ, ທ່ານປະທານປະເທດ ໄດ້ຮັບຄໍາເຊື້ອເຊີນເປັນນັກປາຖະກະຖາຕົ້ນຕໍ ແລະມີບົດກ່າວປາໄສສໍາຄັນທີ່ກອງປະຊຸມສຸດຍອດວິສາຫະກິດ APEC 2022 ແລະຈະພ້ອມກັບບັນດາການນໍາ APEC ເຈລະຈາກັບຜູ້ຕາງໜ້າປະຊາຄົມວິສາຫະກິດ APEC.

ນັກຂ່າວ: ທ່ານຕີລາຄາຄືແນວໃດກ່ຽວກັບບົດບາດ, ການເຂົ້າຮ່ວມຂອງຫວຽດນາມ ໃນວິວັດທະນາການຮ່ວມມືຂອງ APEC ໃນໄລຍະຜ່ານມາ, ພິເສດແມ່ນໃນສະພາບການບັນດາກອງປະຊຸມຂັ້ນສູງດໍາເນີນຜ່ານລະບົບທາງໄກ ໃນ 3 ປີຜ່ານມາ?

ທ່ານຮອງລັດຖະມົນຕີ ຮ່າກິມງອກ: ໃນ 3 ປີຜ່ານມາ, ພວກເຮົາໄດ້ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຊອກຫາທັດສະນະລວມ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັກສາທ່າຮ່ວມມື, ສ້າງກໍາລັງໜູນໃໝ່ຕື່ມອີກໃຫ້ເວທີປາໄສ, ເຊິ່ງສະແດງອອກຜ່ານ 5 ດ້ານດັ່ງລຸ່ມນີ້:

ທີໜຶ່ງ, ເສີມຂະຫຍາຍຜົນສໍາເລັດຂອງປີ APEC ຫວຽດນາມ 2017, ພວກເຮົາໄດ້ຊຸກຍູ້ບັນດາຝ່າຍປະຕິບັດບັນດາຄໍາໝັ້ນສັນຍາສໍາຄັນຂອງ APEC 2017 ຢ່າງເຂັ້ມງວດ ແລະມີປະສິດທິຜົນ, ສ້າງພື້ນຖານໃຫ້ແກ່ການສ້າງ ແລະຜັນຂະຫຍາຍບັນດາແຜນການຮ່ວມມືໃໝ່.

ທີສອງ, ຫວຽດນາມ ເປັນສະມາຊິກຫຼັກແຫຼ່ງເຂົ້າຮ່ວມການສ້າງວິໄສທັດ APEC 2040 ແລະປະກອບບົດບາດຕັ້ງໜ້າໃນການຫັນວິໄສທັດໃຫ້ປະກົດຜົນເປັນຈິງ. ນີ້ແມ່ນເອກະສານກໍານົດທິດສໍາຄັນທີ່ສຸດ, ກໍານົດບັນດາບຸລິມະສິດຂອງ APEC ໃນສອງທົດສະວັດຕໍ່ໜ້າກ່ຽວກັບຫັນການຄ້າ-ການລົງທຶນເປັນເສລີ, ສະດວກ ແລະຊຸກຍູ້ບົດບາດນໍາໜ້າຂອງ APEC ສໍາລັບບັນດາຂົງເຂດໃໝ່ ໃນສະຕະວັດທີ 21.

ທີສາມ, ດ້ວຍບົດບາດເປັນປະທານກຸ່ມອາຊຽນ ໃນ APEC 2022, ຫວຽດນາມ ສົມທົບກັບບັນດາສະມາຊິກອາຊຽນ ຊຸກຍູ້ຄວາມສາມັກຄີ, ທັດສະນະລວມຂອງອາຊຽນ ແລະຍົກສູງບົດບາດໃຈກາງຂອງອາຊຽນ ໃນການເຊື່ອມຕໍ່ເສດຖະກິດໃນພາກພື້ນ.

ທີສີ່, ໃນສະພາບການໂລກ ແລະພາກພື້ນຜັນແປຢ່າງສັບສົນ, ຄວາມແຕກຕ່າງກ່ຽວກັບທັດສະນະລະຫວ່າງບັນດາສະມາຊິກນັບມື້ນັບເລິກເຊິ່ງ, ຫວຽດນາມ ໄດ້ພ້ອມກັບບັນດາສະມາຊິກເປັນເຈົ້າການສ້າງຊ່ອງແລກປ່ຽນຕື່ມອີກ ເພື່ອຮັດແຄບຄວາມແຕກຕ່າງກັນ, ຊອກຫາມາດຕະການ, ຊ່ວຍຮັກສາຄວາມເຫັນດີເຫັນພ້ອມ ແລະໃຫ້ຄໍາໝັ້ນສັນຍາຕໍ່ເວທີປາໄສ.

ທີຫ້າ, ພວກເຮົາກໍ່ໄດ້ແບ່ງປັນບົດຮຽນເປັນເຈົ້າພາບຈັດຕັ້ງ ແລະສົມທົບກັບບັນດາປະເທດ ທີ່ເຄີຍຈັດຕ້ງ APEC  ຄື ມາເລເຊຍ ປີ 2020, ນິວຊີແລນ ປີ 2021, ໄທ ປີ 2022 ຢ່າງແໜ້ນແຟ້ນ. ບັນດາສະມາຊິກຖືເປັນສໍາຄັນ ແລະຕີລາຄາສູງເຈດຕະນາດີ ແລະຈິດໃຈຮ່ວມມືຂອງຫວຽດນາມ, ພິເສດແມ່ນໃນສະພາບການບັວິວັດທະນາການຂອງກອງປະຊຸມຖືກຜົນກະທົບໃຫຍ່ຍ້ອນພະຍາດໂຄວິດ-19.

ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາສະມາຊິກ APEC ຜ່ານຜ່າສິ່ງທ້າທາຍ, ພ້ອມກັນສ້າງປະຊາຄົມ ອາຊີ-ປາຊີຟິກ ເປີດກວ້າງ, ຂະຫຍັນຂັນເຂື່ອນ, ເຂັ້ມແຂງດ້ວຍຕົນເອງ ແລະສັນຕິພາບ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ຈາງຫງວຽນ