leftcenterrightdel
ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຕ້ອນຮັບ ທ່ານ Marc E. Knapper, ເອກອັກຄະລັດຖະທູດອາເມລິກາ. (ພາບ: VOV)

ຕອນບ່າຍວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Marc E. Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ທ່ານ ພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ; ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ, ນຳການພົວພັນລະຫວ່າງສອງປະເທດພັດທະນາຢ່າງມີສະຖຽນລະພາບ, ມີປະສິດທິຜົນ, ແທດຈິງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຫຼາຍກວ່າໃຫ້ແກ່ຄວາມສະຫງົບ, ການພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ.

ທ່ານລັດຖະມົນຕີ ໂຕເລີມ ສະເໜີໃຫ້ລັດຖະບານ ອາເມລິກາ ສືບຕໍ່ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ອາເມລິກາ ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນເປັນປົກກະຕິ; ເພີ່ມທະວີການຮ່ວມມືສະເພາະຂະແໜງກັບກະຊວງຕຳຫຼວດ; ຊຸກຍູ້ການລົງນາມໃນສັນຍາໜູນຊ່ວຍທາງດ້ານນິຕິກຳກ່ຽວກັບອາຍາເຊິ່ງກັນ ແລະ ກັນ; ສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ, ສັນຍາວ່າດ້ວຍການມອບ - ສົ່ງຜູ້ຖືກຕັດສິນຈຳຄຸກເພື່ອແນໃສ່ສ້າງກອບກົດໝາຍ, ປະກອບສ່ວນເພີ່ມທະວີການຮ່ວມມືໃນຂົງເຂດປະຕິບັດກົດໝາຍລະຫວ່າງສອງຝ່າຍ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ